ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 2, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ
ເດືອນເກີດບອກນິໄສ
 

 ເດືອ​ນມັງກອນ: ຄົນ​ທີ່​ເກີດ​ໃນ​ເດືອນ​ນີ້​ເປັນ​ຄົນ​ຄ່ອງ​ແຄ້ວ​ວ່ອງ​ໄວ, ດຸ​ຫມັ້ນ​ໃນ​ການ​ເຮັດ​ວຽກ​ງານ, ມີ​ໂຊກ​ວາດ​ສະຫນາ ຈະ​ມີ​ຄົນ​ອຸປະຖຳ​ຄໍ້າ​ຊູ, ​​ເປັນ​ຄົນ​ບໍ່​ຖື​ຕົວ​ ເຂົ້າ​ໄດ້​ກັບ​ທຸກໆ​ຄົນ.

ເດືອນກຸມພາ: ຄົນ​ທີ່​ເກີດ​ໃນ​ເດືອນ​ນີ້​ເປັນ​ຄົນ​ງຽບ​ຂຶມ, ບໍ່​ມັກ​ເຂົ້າ​ສັງຄົມ, ​ເຊື່ອ​ຄົນ​ງ່າຍ, ຮັກ​ໃຜ​ຮັກ​ຈິງ, ​ເຮັດ​ທຸລະ​ກິດ​ການ​ຄ້າ​ຈະ​ມີ​ກຳ​ໄລ​ດີ,​ຈະ​ໄດ້​ຄູ່​ຄອງ​ທີ່​ມີ​ຖານະ​.

ເດືອນ​ມີນາ:  ຄົນ​ທີ່​ເກີດ​ໃນ​ເດືອນ​ນີ້​ເປັນ​ຄົນ​ໃຈນ້ອຍ,​ ຄຽດ​ງ່າຍ​​ເຊົາ​ໄວ, ​ເຮັດ​ໄດ້​ທຸກ​ຢ່າງ, ​ເປັນ​ຄົນ​ເວົ້າ​ຈາ​ມ່ວນ​ອອນຊອນ, ​ເອົາ​ໃຈ​ເກັ່ງ, ​ເປັນ​ຄົນ​ມີ​ບຸນ​ວາດ​ສະຫນາ,​ຮັກ​ໃຜ​ຮັກ​ຈິງ.

ເດືອນ​ເມສາ: ຄົນ​ທີ່​ເກີດ​ໃນ​ເດືອນ​ນີ້​ເປັນ​ຄົນມັກ​ສະຫນຸກ​ສະຫນາ​ນ, ຟຸ່ມ​ເຟືອຍ, ມັກ​ໄປ​ຫລິ້ນ​ໄປ​ທ່ຽວ​ມ່ວນ​ຊື່ນ​ເຮ​ຮາ​ກັບ​ຫມູ່​ເພື່ອນ, ​ໃຈກວ້າງ​ຂວາງ, ​ທ້ອນເງິນ​ບໍ່​ໄດ້.

ເດືອນ​ພຶດສະພາ: ຄົນ​ທີ່​ເກີດ​ໃນ​ເດືອນ​ນີ້​ເປັນ​ຄົນ​ເຄັ່ງຂຶມ, ​ເວົ້າ​ຈາ​ສຸພາບ​ຮຽບຮ້ອຍ, ນິ​ໄສ​ມັກ​ເຫັນ​ດີ​ເຫັນ​ງາມ​ກັບ​ຄົນ​ທີ່​ມີ​ອຳນາດ​ວາດ​ສະຫນາ, ​ເຮັດ​ກິດຈະການ​ໃດ​ໆກໍ່​ກ້າວຫນ້າ, ມີ​ຜູ້​ໃຫຍ່​ຄອຍ​ໃຫ້ການ​ຊ່ວຍ​​ເຫລືອ.

ເດືອນ​ມີ​ຖຸນາ: ຄົນ​ທີ່​ເກີດ​ໃນ​ເດືອນ​ນີ້​ຈະ​ເປັນ​ຄົນ​ທີ່​ມີ​ສະ​ເຫ​ນ່,​​ໃຜ​ເຫັນ​ໃຜ​ກໍ່​ຮັກ, ມັກ​ເຂົ້າ​ສັງຄົມ, ​ເວົ້າ​ຈາ​ມ່ວນ​ອອນຊອນ ​ເອົາ​ຊະນະ​ເພດ​ກົງກັນຂ້າມ​ໄດ້​ງ່າຍ, ມີ​ຫລັກການ​ໃນ​ການ​ຄົບ​ຄ້າສະມາຄົມ.

ເດືອນ​ກໍ​ລະ​ກົດ: ຄົນ​ທີ່​ເກີດ​ໃນ​ເດືອນ​ນີ້​ເປັນ​ຄົນມັກ​ເວົ້າ​ຈາ​ກັບ​ໄປ​ກັບ​ມາ ບໍ່​ຄ່ອຍ​ຢູ່​ກັບ​ທີ່, ມັກ​ຫາ​ເລື່ອງ​ເດືອດຮ້ອນ​ມາ​ໃຫ້​ຕົນ​ເອງ, ​ເປັນ​ຄົນ​ຂີ້ຄ້ານ ບໍ່​ມັກ​ເຮັດ​ວຽກ​ງານ, ມັກ​ເດີນທາງ​ໄກ ​ແລະ ມັກ​ຄົບ​ຄົນ​ນິ​ໄສ​ບໍ່​ດີ.

ເດືອນ​ສິງຫາ: ຄົນ​ທີ່​ເກີດ​ໃນ​ເດືອນ​ນີ້​ເປັນ​ຄົນມີ​ອຳນາດ​ວາດ​ສະຫນາ ຈະ​ມີ​ຜູ້​ໃຫຍ່​ສະຫນັບສະຫນູນ​ອຸປະຖໍາ​ຄໍ້າ​ຊູ, ຮູ້​ຫລັກ​ນັກ​ປັດ​ຊະ​ຍາ, ຮັກ​ສາ​ຄຳ​ເວົ້າ ​ເວົ້ຈາ​ຫນ້າ​ຟັງ, ບໍ່​ຫັກຫລັງ​ຫມູ່ ​ແລະ ຊື່ສັດ​ຕໍ່ຫນ້າ​ທີ່​ການ​ງານ.

ເດືອນ​ກັນຍາ: ຄົນ​ທີ່​ເກີດ​ໃນ​ເດືອນ​ນີ້​ເປັນ​ຄົນ ​ເຈົ້າ​ສໍາລານ,​ມັກ​ຫລົງ​ໄຫລ​ໃນ​ເພດ​ກົງກັນຂ້າມ, ​ເປັນ​ຄົນ​ບໍ່​ມັກ​ເອົາ​ປຽບມິດ​ສະຫາຍ, ​ເວົ້າ​ຈາ​ອວດອົ່ງຂາດ​ຜູ້​ອຸປະຖໍາ​ຄໍ້າ​ຊູ ຕ້ອງ​ເພິ່​ງຕົວ​ເອງ​ລ້ຽງ​ຕົວ​ເອງ.

ເດືອນ​ຕຸລາ: ຄົນ​ທີ່​ເກີດ​ໃນ​ເດືອນ​ນີ້​ເປັນ​ຄົນທີ່​ມີ​ຄວາມ​ຍຸດຕິ​ທຳ​ໃນ​ໃຈ, ສັດ​ຊື່​ຕໍ່​ຄົນ​ທົ່ວ​ໄປ. ​ແຕ່​ອາພັບ​ເພິ່ງ​ພາ​ໃຜ​ບໍ່​ຄ່ອຍ​ໄດ້, ​ເວົ້າ​ຈາ​ກົງ​ໄປ​ກົງ​ມາ, ມັກ​ອວດ​ອົ່ງ ​ແລະ ລືມ​ຕົວ​ໃນ​ບາ​ງຄາວ.

ເດືອນ​ພະຈິກ: ຄົນ​ທີ່​ເກີດ​ໃນ​ເດືອນ​ນີ້​ເປັນ​ຄົນຄຽດ​ງ່າຍ, ມັກ​ຍົກຍ້ອງ​ຕົວ​ເອງ, ອວດອົ່ງ​ທະ​ນົງ​ຕົວ, ​ເວົ້າ​ຈາ​ບໍ່​ຄ່ອຍ​ເຂົ້າ​ຫູ​ຄົນ​ອື່ນ, ຮັກ​ຄວາມ​ສວຍ​ງາມ ​ແລະ ພິຖີ​ພິຖັນ​ໃນ​ການ​ແຕ່ງ​ຕົວ.

ເດືອນທັນວາ: ຄົນ​ທີ່​ເກີດ​ໃນ​ເດືອນ​ນີ້​ເປັນ​ຄົນຊື່​ຕົງ ​ແຕ່​ມັກ​ເສັ້ທາງ​ສະ​ແຫວ​ງ​ໂຊກ, ບໍ່​ເປັນ​ຕົວ​ຂອງ​ຕົວ​ເອງ, ​ເວົ້າ​ຈາ​ອ່ອນ​ຫວານ, ຮູ້​ຫລັກ​ສະມາຄົມ, ​ໂອບ​ອ້ອມ​ອາລີ, ສົງສານ ​ແລະ ​ເຫັນ​ໃຈ​ຄົນ​ອື່ນ.

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 8, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

 

     ທຳນາຍ ທາຍໃຈ ທາຍນິໃສ ໝູ່ໆ ຮູ້ບໍ່ວ່າ ເວລາທີ່ຄົນຮັກກັນເຂົາຈັບມືກັນນັ້ນ ສາມາດບອກນິໃສຈາກລັກສະນະການຈັບມືໄດ້ຄືກັນເດີ້ ຄວາມຮັກ ບາງເທື່ອກະເບິ່ງຍາກ ເດົາບໍ່ອອກ ແຕ່ຖ້າໄດ້ສຳພັດຄວາມຮັກດ້ວຍການຈັບມືກໍ່ສາມາດບອກເຮົາໄດ້ຫຼາຍຢ່າງເລຍຄືກັນ


ກຳມືແໜ້ນຫຼາຍ
     ຄົນທີ່ບີບມືຂອງອີກຝ່າຍຈົນຮູ້ສິກວ່າຈັບແໜ້ນຫຼາຍນັ້ນ ບອກຖຶງນິໃສຂອງຄົນທີ່ມີພະລັງສູງແລະມີຄວາມເສື່ອໝັ້ນໃນໂຕເອງຫຼາຍ ວ່າສາມາດເຮັດວຽກທຸກຢ່າງສຳເລັດລຸລ່ວງໄດ້ ລັກສະນະຂອງການເປັນຜູ້ນຳ ແລະຄົນຈັບມືແບບນີ້ເປັນຜູ້ຊາຍ ບອກວ່າເຂົາຕ້ອງການມີອຳນາດເໜືອຄົນອື່ນ ແລະຕ້ອງການໃຫ້ຄົນອື່ນຮູ້ສຶກປະທັບໃຈໂຕເອງ ແຕ່ວ່າເປັນຄົນທີ່ຂາດອາລົມສິນລະປະ ບໍ່ມີຄວາມລະອຽດ ແລະບໍ່ໃຫ້ຄວາມສຳຄັນຕໍ່ຄົນອື່ນປານໃດ


ບີບດົນ
    ນິໃສຂອງຄົນທີ່ມັກຈັບມືຜູ້ອື່ນບີບດົນນີ້ ໂດຍທົ່ວໄປແລ້ວມັກຈະເປັນຄົນເຈົ້າຊູ້ຢູ່ນ້ອຍໜຶ່ງ ມັກການມີຄວາມຮັກແລະມັກການໄດ້ຢູ່ຊິດໄກ້ ກັບຄົນທີ່ຕົນຮັກ ຕ້ອງການຄວາມຮັກຄວາມອົບອຸ່ນ ແລະຄວາມສົນໃຈຫລາຍເປັນພີເສດ ແລະມີຄວາມເປັນເພື່ອນທີ່ດີຕໍ່ຄົນທີ່ຄົບຫາ ແຕ່ຖ້າເປັນຜູ້ຊາຍ ອອກຈະເປັນຄົນຂີ້ຫຶງຫວງ ແລະຖືສິດໃນສິ່ງທີ່ຕົນເປັນເຈົ້າຂອງ.


ບີບເບົາໆ
     ຄົນທີ່ເວລາຈັບມືແລ້ວບີບມືອີກຝ່າຍເບົາໆ ຄືກັບບໍ່ກ້າ ຈັບມືຂອງອີກຝ່າຍ ນິໃສໂດຍທົ່ວໄປມັກຈະເປັນຄົນທີ່ມັກໃຊ້ຊີວິດແບບງ່າຍໆ ແລະສະບາຍໆ ບໍ່ຕ້ອງເຄັ່ງຄຽດກັບຫຍັງຫລາຍ ຈະຫລີກລ້ຽງພາລະທຸກຢ່າງທີ່ຕ້ອງຮັບຜິດຊອບ ນອກຈາກນີ້ ຢັງເປັນຄົນທີ່ມີລັກສະນະ ທີ່ປ່ອຍໂຊກຊາຕາ ໃຫ້ຂື້ນຢູ່ກັບຄົນທີ່ເໜືອກວ່າ ມັກເປັນຜູ້ຕາມຫລາຍກວ່າຜູ້ນຳ ໃນດ້ານການເຮັດວຽກ ຈຶ່ງມັກຈະເປັນຜູ້ທີ່ບໍ່ປະສົບຄວາມສຳເລັດປານໃດ.


ບີບດ້ວຍນ້ຳໜັກພໍດີ
     ຖ້ານ້ຳໜັກຈັງວະໃນການຈັບມືຂອງຄົນໆນັ້ນ ບໍ່ແໜ້ນບໍ່ເບົາ ແຕ່ພໍດີໆ ແລະໃນຕອນຈັບມືນັ້ນກໍ່ເບິ່ງຕາໄປນຳ ສະແດງເຖິງ ນິໃສທີ່ເປັນຄົນຈິງໃຈແລະຕົງໄປຕົງມາ ເປັນຄົນມີເຫດຜົນ ແລະໃຫ້ຄຳປຶກສາທີ່ດີແກ່ຄົນທີ່ຕ້ອງການ ເວລາເກີດເຫດການວິກິດ ຈະເປັນຄົນທີ່ສາມາດຊ່ວຍເຫລືອຄົນອື່ນໄດ້ດີ ແລະຖ້າຄົນຈັບເປັນຜູ້ຊາຍສະແດງວ່າໜຸ່ມຄົນນີ້ເປັນຄົນທີ່ໝັ້ນໃຈໃນຕົວເອງສູງ ເປັນຄົນທີ່ສາມາດເຊື່ອໃຈໄດ້.

ຈັບສອງມື
     ສຳລັບຄົນທີ່ໃຊ້ມືທັງສອງມືຈັບມືຂອງອີກຝ່າຍນັ້ນ ສະແດງເຖິງນິໃສທີ່ເປັນຄົນມີມະນຸດສຳພັນດີ ມັກການຢື່ນມິດຕະພາບໃຫ້ຜູ້ອື່ນ ຈຶ່ງມີໝູ່ຫລາຍ ແລ້ວກໍ່ຍັງເປັນຄົນທີ່ກະຕືລືລົ້ນສູງ ໃຜໄດ້ຢູ່ນໍາຈະຮູ້ສຶກເຖິງຄວາມມີຊີວິດຊີວາ ແຕ່ຈະບໍ່ມັກຄວາມເປັນທາງການ ເມື່ອມັກໃຜຈະສະແດງອອກມາແບບເປີດເຜີຍ ຊື່ງຖ້າເປັນຜູ້ຊາຍທີ່ມາຈັບມືຜູ້ຍິງແບບນີ້ ສະແດງໃຫ້ຮູ້ວ່າເຂົາຕ້ອງການຄຸ້ມຄອງດູແລ ເອົາໃຈໃສ່ອີກຝ່າຍ ເປັນທ່າທີທີ່ສະແດງເຖິງຄວາມຈິງໃຈ ແຕ່ຈະເປັນຄົນອອ່ນໄຫວ.


ໃຊ້ປາຍນິ້ວສຳພັດ
     ສຳລັບຄົນທີ່ໃຊ້ແຕ່ພຽງປາຍນິ້ວສຳພັດອີກຝ່າຍພໜງເບົາໆນັ້ນ ສະແດງເຖິງນິໃສທີ່ເປັນຄົນອອ່ນໄຫວງ່າຍ ມີອາລົມລະອຽດອອ່ນ ແລະຕ້ອງການຄວາມຮັກຄວາມອົບອຸ່ນສູງ ແຕ່ເປັນຄົນໃຈຄໍກວ້າງຂວາງ ມັກຈະເສຍສະຫລະເພື່ອຄົນອື່ນ ແລະໃນກໍລະນີທີ່ເປັນຜູ້ຊາຍ ສະແດງວ່າເປັນຄົນທີ່ອອ່ນແອ ບໍ່ເຊື່ອໝັ້ນໃນຕົວເອງ ຄາດຫວັງຫຍັງບໍ່ຄ່ອຍຈະໄດ້ ເກີດມາເພື່ອເປັນຜູ້ຕາມເທົ່ານັ້ນ.


ຈັບມືສັ່ນ
     ຄົນທີ່ມັກຈັບມືອີກຝ່າຍສັ່ນນັ້ນ ນິໃສມັກເປັນຄົນກະຕືລືລົ້ນ ມີອາລົມດີ ສະໜຸກສະໜານ ມີນໍ້າໃຈເພື່ອແຜ່ ເຂົ້າກັບຄົນອື່ນໄດ້ງ່າຍ ຜູ້ຄົນມັກມາສະນິດສະໜົມແລະໄວ້ວາງໃຈ ເພາະຈະມີທ່າທາງເປັນຄົນເປີດເຜີຍ ອາລົມດີມີຊີວິດຊີວາ ແລະກໍ່ມີຄວາມອົດທົນສູງ ມັກຊ່ວຍເຫລືອແກ້ບັນຫາໃຫ້ຜູ້ອື່ນ ໃນກໍລະນີທີ່ເປັນຜູ້ຊາຍແລະຈັບມືກັບເພດກົງຂ້າມແນວນີ້ ສະແດງວ່າ ເຂົາເປັນຄົນທີ່ຕ້ອງການຄວາມອົບອຸ່ນບໍ່ມັກຄວາມອ້າງວ້າງ.

ບໍ່ຈັບມືເລີຍ
     ສຳລັບຜູ້ທີ່ບໍ່ມັກຈັບມືໃຜເລີຍນັ້ນ ຈະມີນິໃສເປັນຄົນທີ່ບໍ່ມັກຄວາມປ່ຽນແປງ ມັກຄວາມສັນໂດດຄ້າຍໆກັບວ່າເປັນຄົນຂີ້ອາຍ ແຕ່ຈິງໆແລ້ວບໍ່ແມ່ນເລີຍ ເປັນຄົນຈິງຈັງແລະຊື່ສັດ ໄວ້ວາງໃຈຄົນງາຍ ເມື່ອຄົບຫາໃຜເປັນເພື່ອ ກໍ່ໝາຍຄວາມວ່າເປັນເພື່ອນແທ້ຫລືເພື່ອນຕາຍເລີຍກໍ່ວ່າໄດ້ ສາມາດເວົ້າລົມກັນໄດ້ທຸກເລື້ອງ ເປັນຄົນບໍ່ຄ່ອຍລະວັງຕົວປານໃດ ອາດຖືກຫລອກໄດ້ງາຍ

 

   ຮູ້ຈັງຊິແລ້ວກໍ່ລອງສັງເກດເບິ່ງວ່າຄົນອ່ານນັ້ນຖືກກັບຂໍ້ໃດ

 

 

ຈາກ: Internet ຂອງ ລາວເຮົາເອງ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 7, 2011 | ມີ 23 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

<!--[if gte mso 9]>Normal0falsefalsefalseMicrosoftInternetExplorer4<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin:0cm;mso-para-margin-bottom:.0001pt;mso-pagination:widow-orphan;font-size:10.0pt;font-family:"Times New Roman";mso-ansi-language:#0400;mso-fareast-language:#0400;mso-bidi-language:#0400;}<![endif]-->

  ຜູ້​ຊາຍ​ທັງຫຼາຍ​ຈ໋າ ຮູ້​ບໍ່​ວ່າ​ຜູ້ຍິງ ສ່ວນ​ຫຼາຍ​ເ​ຂົາ​ເຈົ້າ​ມັກ​ນິ​​ໄສ​ຜູ້​ຊາຍ​​ແບບ​ໃດ ອ່ານ​ໄວ້​ລະ​ຈະ​ໄດ້​ຮູ້ ​ແລ້ວ​ລອງ​ເບິ່ງນຳ​ລະ​ວ່າ​ນິ​ໄສ​ຂອງ​ຕົນ​ເອງ​ມີ​ຢູ່​ໃນ 10 ຂໍ້​ຕໍ່​ໄປ​ນີ້​ຫຼືບໍ່
ມັກຜູ້​ຊາຍ​ທີ່​ໃຫ້​ກຽດ​ຄົນ​ທັງ​ຕໍ່ໜ້າ ​ແລະ ຫຼັບ​ຫຼັງ​ຄົນ​ອື່ນ

 

  1. ມັກ​ຜູ້​ຊາຍ​ທີ່​​ເວົ້າ​ຫວານ, ບໍ່​ທະ​ເຍີ​ທະຍານ ​ແຝງ​ຄວາມ​ເຂັ້ມ​ແຂງ​ໃນ​ນ້ຳ​ສຽງ
  2. ມັກ​ຜູ້​ຊາຍ​ທີ່​ຍິ້ມ​ງ່າ​ຍ ​ແລະ ອາລົມ​ດີ
  3. ມັກ​ຜູ້​ຊາຍ​ທີ່​ຊ່າງ​​ເອົາ​ໃຈ ຈື່​ວັນ​ສຳຄັນ​ໃດໆ​ໄດ້​ບາງ​ເລື່ອງ
  4. ມັກ​ຜູ້​ຊາຍ​ທີ່​ຢູ່​ນຳ​ແລ້ວ​ຮູ້ສຶກ​ອົບ​ອຸ້ນ ສະບາຍ​ໃຈ ​ແລະ ​ເພິງພາ​ໄດ້
  5. ມັກ​ຜູ້​ຊາຍ​ທີ່​ເກັ່ງ ມີ​ຄວາມ​ເປັນ​ຜູ້ນຳ ​ແຕ່​ບໍ່​ສຳ​ຄົນ​ຕົວ​ເອງ ​ແລະ​ ບໍ່​ດູ​ຖູ​ກຄົນ​ອື່ນ
  6. ມັກ​ຜູ້​ຊາຍ​ທີ່​ຮູ້​ຈັກ​ງໍ້​ຄົນ​ອື່ນ​ເປັນ (​ໂດຍ​ສະ​ເພາະ​ເວລາ​ທີ່​ໂຕ​ເອງ​ເຮັດ​ຜິ​ດ)
  7. ມັກ​ຜູ້​ຊາຍ​ທີ່​​ແຕ່ງ​ໂຕ​ສະອາດ​ສະ​ອ້າ​ນ ມີ​ພູມ​ຖານ
  8. ມັກ​ຜູ້​ຊາຍ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ ສະ​ແດ​ງອອກ​ວ່າ​ຮັກ​ຢ່າງ​ສະ​ໝ່ຳສະ​ເໝີ
  9. ມັກ​ຜູ້​ຊາຍ​ທີ່​ເວລາ​ໄປ​ໃສ​ມາ​ໃສ​ນຳ​ເຮົາ ​ແລະ ກໍ່​ບອກ​ດ້ວຍ​ຄວາມ​ຈິງ

 

       ລອງ​ມາ​ອ່ານ​ເບິ່ງ​ແລ້ວ​ ​ປະຕິ​ບັດ​ເບີ່​ງວ່າ​ຈະ​ໄດ້ຜົນ​ ກັບ​ຜູ້ຍິງ​ທີ່​ເຮົາ​ຮັກຫຼາຍ​ສຳ​ໃດ

ຈາກ: ໃຈຍິງທຸກຄົນ