ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 9, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

 ມື້ວານນີ້ຂ້ອຍນອນເວັນ  ນອນແຊບໆໆ  ຕໍ່ມາຂ້ອຍກະຮູ້ຈັກຕົວວ່າຕົນເອງຕື່ນແລ້ວ ແຕ່ອຶດອັດຫາຍໃຈບໍ່ຢາກອອກ  ເໜັງຕີງອິຫຍັັງບໍ່ໄດ້ເລີຍ ຕາເບີ່ງເຫັນໝົດທຸກຄົນທີຢ່າງໄປມາ ຫູກະໄດ້ຍີນສຽງທີ່ເຂົາເຈົ້າລົມກັນ  ແຕ່ເຮົາເໜັງຕີງອິຫຍັງບໍ່ໄດ້ເລີຍ  ຂ້ອຍຮ້ອງແຕ່ກະບໍ່ມີຄົນໄດ້ຍີນ   ເປັນເວລາເກືອບເຄີ່ງຊົ່ວໂມງທີ່ຂ້ອຍເໜັງຄີງບໍ່ໄດ້   ນ້ຳຕາຂ້ອຍໄຫຼອອກມາຊ້າໆ  ຄິດເຫຼືອໃຈທີ່ຮ້ອງໄປເຂົາເຈົ້າບໍ່ໄດ້ຍີນຈັກຄົນ  ຈົນກະທັ້ງພໍ່ຂ້ອຍມາຮ້ອງໃຫ້ໄປສົ່ງເພີ່ນໄປວຽກ  ຈື່ງຮູ້ເມື່ອຄີງ ເໜັງຕີງໄດ້ຕອນນັ້ນ   ແລ້ວຂ້ອຍມາລົມໃຫ້ແຕ່ລະຄົນຟັງ ແມ່ຂ້ອຍວ່າ ແມ່ນຜີອ໋ຽມ      

ທ່ານທີ່ເຂົ້າມາອ່ານກະເຄີຍເປັນແບບນີ້ບໍ່?..........

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 9, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ຈາກການໄດ້ຍີນຈາກຜູ້ເຖົ້າຜູ້ແກ່ ມາເຖີງດຽວນີ້ກະຍັງເລົ່າຢູ່ ເລື່ອງສວນໝາກໄມ້ທີ່ວ່າ

ມີໝາກໄມ້ທຸຊະນິດຢູ່ໃນສ່ວນນັ້ນ  ຢາກກີນເທົ່າໃດກະກີນໄດ້ແຕ່ເອົາກັບມາບໍ່ໄດ້ ຖ້າເອົາມາແລ້ວແມ່ນຫຼົງທາງກກັບມາບໍ່ຮອດເຮືອນ  ຈະເລົ່າເລື່ອງສູ່ຟັງ

ມີມື້ໜື່ງພໍ່ເຖົ້າແດງແລະໝູ່ເພີ່ນອີກສອງຄົນຊື່ ຈັນ ແລະ ຈ່າຍ  ພວກເພີ່ນໄດ້ພາກັນໄປ ໄຕ້ປ່າຢູ່ຜາອາງ (ໄຕ້ປ່າແມ່ນສັບທ້ອງຖີ່ນແປວ່າ ຊອກສັດປ່າຕອນກາງຄືນ)

ທັງສາມໄປຄືນນັ້ນບໍ່ໄດສັດປ່າຈັກໂຕ ແລະກໍ່ຜິດປົກກະຕິທີ່ໃນປ່ານັ້ນບໍ່ມີສຽງສັດອິຫຍັງຮ້ອງ ຕາມພວກເພີ່ນເຄີຍໄປຜ່ານມາ

ພໍ່ມາຮອດຕອນເຊົ້າ  ບັງເອີນພວກເພີ່ນພໍ້ກວາງໃຫຍ່ໂຕໜື່ງ ພໍ່ເຖົາແດງຈະເອົາປືນຍີງແຕ່ກວາງກໍ່ແລ່ນໜີ  ທັງສາມຄົນກະນຳໄປ

ແຕ່ບໍ່ເຫັນກວາງ ພັດໄປເຫັນສວນໝາກໄມ້ ມີສາລະພັດທຸກແນວ ທັງອ້ອຍ ໝາກກ້ຽງ ໝາກໝີ້ ໝາກກວ້ຍ... ລູງແດງເວົ້າວ່າ

ແມ່ນໃຜຫວາມາເຮັດສວ່ນຢູ່ແຖວນີ້ ຄືບໍເຫັນທາງເຂົ້າ  ໝູ່ຂອງເພີ່ນທັງສອງກະພາກັນເກັບກີນໝາກໄມ້ພ້ອມທັງວ່າພໍດີຢາກກີນເຂົ້າແລ້ວພໍ່ເຖົ້າແດງກະກີນນຳເຂົາເຈົ້າຄືກັນ

ຈາກນັ້ນສາມສ່ຽວກະລົມກັນວ່າກິນແລ້ວຈະພາກັນກັບ  ພໍ່ກີນແລ້ວສ່ຽວທັງສອງນັ້ນຍ້ອນຄວາມຕັນຫາກະເລີຍເກັບໝາກໄມ້ໃສາຖົງ

ວ່າຈະເອົາໄປຕ້ອນລູກຕ້ອນເມຍວ່າຊັ້ນ ສວ່ນພໍ່ເຖົ້າແດງວ່າສູ່ພາກັນເອົາສາກູຄ້ານເປ້ມັນໜັກ  ຈາກນັ້ນກະພາກັນກັບບ້ານ

ທັງສາມຄົນຍ່າງກັບນຳກັນແຕ່ພັດຫຼົງກັນຕອນໃດບໍຮູ້ ມີແຕ່ພໍ່ເຖົ້າແດງກັບມາຮອດເຮືອນພຽງຄົນດຽວ ໄດ້ສອງມື້ຕໍ່ມາເມຍຂອງໝູ່ເພີ່ນທັງສອງກໍ່ມາຖາມພໍ່ເຖົ້າແດງ

ວ່າເປັນຫຍັງຜົວຂອງພວກເຂົາຄືບໍເຫັນມາ  ພໍ່ເຖົ້າແດງກໍຕົກສະເງີ້ ຄິດວ່າເຂົາທັງສອງມາຮອດແລ້ວ ສົນລະວົນກັນແລ້ວໄທບ້ານກໍ່ພາກັນໄປນຳ

ພ້ອມທັງພໍ່ເຖົ້າແດງກໍ່ໄປ ພໍ່ເຂົ້າໃນປ່າໄປກໍເຫັນສ່ຽວທັງສອງເພີ່ນຢ່າງອ້ອມຕົ້ນໄມ້ໃຫຍ່ຢູ່  ພໍ່ເຖົ້າແດງຮ້ອງໃສ່ສູ່ຄືມາຢ່າງອ້ອມຕົ້ນໄມ້ຢູ່

ສອງຄົນກໍ່ສວາດຮູ້ເມື່ອ ແລ້ວຕອບວ່າກະຍັງວ່າຢ່າງບໍ່ຮອດບ້ານຈັງເທື່ອຍ່າງວົນໄປວົນມາຢູ່ ເຖົ້າແດງຄິດພໍ້ສົງໄສຕ້ອງເປັນນຳໝາກໄມ້ພວກນີ້ກະເລີຍບອກໝູ່ສອງຄົນເອົາຖີມແລ້ວກະພາກັນກັບບ້ານ

ຈົບເທົ່ານີ້  ເລົ່າໂດຍຫຍໍ້ໄດນິ    ເລື່ອງນີ້ມີຈີງຫຼືບໍ່ຂ້ອຍກໍ່ບໍຮູ້ພໍ່ເຖົ້າແດງແລະໝູ່ເພີ່ນທັງສອງກະຕາຍໝົດແລ້ວເຫຼືອແຕ່ໝູ່ລູກຫຼານເພີນເກັບມາເລົ່າຕໍ່ໆກັນໄປ

ລະອີກຕໍ່ໄປກໍ່ຈະກາຍເປັນນິທານໄປແລ້ວ   (ຄົນມີບຸນເທົ່ານັ້ນຈື່ງໄດ້ເຫັນສວນເລີກຫຼັບນີ້  ພໍ່ເຖົ້າແດງມີອາຍຸ128ປີເພີ່ນຕາຍແຕ່ຕອນແມ່ຂ້ອຍອາຍຸ 11 ປີ ດຽວນີ້ແມ່ຂ້ອຍໄດ້ 50ແລ້ວ)

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 2, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ເລື່ອງນີ້ເປັນເລື່ອງຈີ່ງ ຈາກການເລົ່າຂອງລູງໄມ່ວອງ ທີ່ເພີ່ນພໍ້ມາ ເພີ່ນໄດ້ເລົ່າວ່າ

ໃນຍາມຝົນຕົກໃໝ່ຕອນເດືອນ4-5 ນິແລ້ວ ຝົນຕົກລີ່ນຄືແບບນີ້ແລະ ໃນຕອນກາງຄືນ

ກະມີກົບຂຽດຮ້ອງສະນັນໄຫວໄຫວ ໃຜໆກະພາກັນໄປໄຕ້ຂຽດ(ກ່ານຂຽດ) ລູງໄມ່ວອງກະໄປກ່ານຂຽດຄືກັນ

ແຕ່ບັງເອີນລູງໄມ່ວອງຫັ້ນບໍ່ໄດ້ຂຽດຫຼາຍພໍເທົ່າໃດ ລາວກ່ານໄປກ່ານໄປໃກ້ບ້ານຫ້າງແຫ່ງໜື່ງ ຊື່ບ້ານນາແມດ ບ້ານຮ້າງນັ້ນມີຕົ້ນໂພໃຫຍ່3ຕົ້ນແລະສູງສຸດໆ  ແລະ ມີທັງຕົ້ນພ້າວທີ່ສູງຫຼາຍຕົ້ນປະຈຸບັນຕົ້ນໂພໃຫຍ່ຍັງມີຢູ່ແຕ່ຕົ້ນພ້າກຖືກຕັດເກືອບໝົດແລ້ວ

ລາວກ່ານໄປໄລ່ຍະໜື່ງ ລາສັງຜິດເກດທີ່ມື້ນີ້ຕົ້າພ້າວບໍ່ຢູ່ບ່ອນເກົ່າມັນຄືມາຢູທົ່ງນາ ແຕ່ລາວກໍ່ບໍ່ສົນກ່ານຂຽດຕໍ່ໄປ

ແຕ່ມັນບໍ່ແມ່ນເລື່ອງບັງເອີນແລ້ວ ຕົ້ນພ້ານຕົ້ນນັ້ນນຳລາວ ແຕ່ລາວກະຍັງບໍ່ຍ້ານ ລາວເຂົ້າໄປໄກ້ໆຕົ້ນພ້າວນັ້ນ

ແລ້ວເອົາໂຄມສ່ອງໃສ່ ແລ້ວລາວເຫັນບໍ່ແມ່ນຕົ້ນພ້າວແຕ່ແມ່ນຕີນທີ່ໃຫຍ່ແລະຍາວ ມີທັງຂົນແຂງ ສູງເທົ່າກັບຕົ້ນພ້າວ

ພໍໍລາວເຫັນລາວກະແລ່ນທັນທີ ແລ້ວຮ້ອງຂື້ນວ່າຜີຫຼອກຈົນຮອດບ້ານ ພໍຮອດບ້ານລາວເຂົ້າໄປວັດທັນທີໃຫ້ຍ່າພໍ່ຜູກແຂນໃຫ້

ຈົບເທົ່ານີ້  ດຽວນີ້ລູງໄມ່ວອງຍັງບໍ່ທັນຕາຍເທື່ອ ໄປຫຼີ້ນນຳເພີ່ນໆມັກເວົ້າເລື່ອງສູ່ຟັງຕະຫຼອດ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 21, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ເລື່ອງນີ້ເປັນເລື່ອງຈີ່ງ ທີ່ເກີດຂື້ນໃນເມື່ອງຂອງຂ້ອຍເອງ ຍາກໃຫ້ທຸກຄົນອ່ານແລ້ວນຶກພາບຈິນຕະນາການໄປພ້ອມເດີເລື່ອງມັນຈື່ງຈະມ່ວນ

ຄືວ່າ ໃນຊຸມຊົນເແຫ່ງນີ້ເກີດມີເຫດການທີ່ແປກໆໆ ລັກສະນະຄ້າຍຄືດຽວກັນຂື້ນຢູ່ໃນແຕ່ລະບ້ານຂອງເມືອງຜາອຸດົມ ເຊັ່ນວ່າ: ເປັດໄກ່ຂັງໄວໃນລົກໃນຍາງ

ເກີດມີການສູນຫາຍພ້ອມທັງມີຂົນມີເລືອດຕິດແຖວນັ້ນ ຊະຊາຍຕາມແຖວນັ້ນ ຈົນເຮັດໃຫ້ເກີດມີຄົນຊ່າກັນທົ່ວເມືອງໃນທຸກໆໆມື້ ວ່າແມ່ນຜີປອບມາກີນເປັດໄກ່.

ເຮັດໃຫ້ຄົນທົ່ວເມືອງຍ້ານກັນທົ່ວທີບ ຄ່ຳມາກະບໍ່ຍາກລົງເຮືອນ ແລະ ໜຸ່ມສາວກະບໍ່ອອກມາທ່ຽວຕອນກາງຄືນ  ຟັງສຳນີ້ກະສະຍອງແລ້ວແມ່ນບໍ່

ໃນຄ່ຳຄືນຂອງມື້ໜື່ງທີ່ງຽບສະງັດພ້ອມກັບຄວາມມືດທີ່ໜ້າຢ້ານ ຄອບຄົວຂອງລູງຄຳສອນກຳລັງຈະເຂົ້ານອນ ແລະ ຄອບຄົວອື່ນໆ ກໍ່ຈະເຂົ້ານອນເຊັ່ນກັນ

ໃນຂະນະດຽວກັນນັ້ນກໍ່ມີສຽງໄກ່ຮ້ອງກະຕ໋ອກກະຕ໋ອກຂື້ນຢູ່ຕະລາງເຮືອນຂອງລຸງຄຳສອນ ສອງຜົວເມຍຢູ່ເທີ່ງເຮືອນກະມິດຟັງ ພ້ອມທັງເມຍລູງຄຳສອນບອກ

ໃຫ້ລຸງຄຳສອນອອກໄປເບີ່ງແຕ່ເພີ່ນບໍ່ໄປເພາະເພີ່ນຍ້ານ ອີກຄາວໜື່ງສຽງໄກ່ກະຮ້ອງຂື້ນອີກ ເມຍເພີ່ນອົດບໍ່ໄຫວກະຈັບຕະກຽງຍ່າງລົງໄປເບີ່ງ ພໍ່ໄຂປະຕູເຮືອນອອກໄປ......

ລາວຫຼ່ຽວເບີ່ງນອກເຮືອນກະມືດສະນິດແລະງຽບສະງັດທີ່ສຸດ ລາວກະຄ່ອຍຍ່າງລົງບັນໄດຊ້າໆ ແລະ ກະຊ້າໆ.... ຊ້າໆ.... ຈົນເຖີງຕະລາງ ແລ້ວລາວ ກະຄ່ອຍໆ....

ຍ່າງເຂົ້າໄປໃນໂກ່ງໄກ່ ລາວຍ່າງເຂົ້າໄປໄກ້ໆໆ (ແລ້ວລາວເຫັນຫຍັງ....) ລາວເຫັນບາງສີ່ງຢູ່ໃນໂກ່ງໄກ່ ສີດຳອືມທືມໄວ້ ລາວອົດຍ້ານກົ່ວບໍ່ໄຫວກະເລີຍແຂກຮ້ອງຂື້ນດັງໆ

ພ້ອມທັງຫຼັບຕາ ພໍ່ມັນຊ່ວຍແດ່ ຊວຍແດ່ ຜີຫຼອກ... ພ້ອມທັງເຮັດໃຫ້ຊາວບ້ານແຖວນັ້ນແຕກຕື່ນ ອອກຫຸ້ມມາເບີ່ງນຳກັນ (ເຫດການຈະເປັນໄປແນວໃດຖ້າລຸ້ນແມ່ນບໍ່....)

ໃນເວລາດຽວກັນນັ້ນ ມີຄົນໜື່ງກະເລີຍຖາມລາວວ່າຜີຢູ່ໃສ ເຈົ້າເຫັນຜີຢູ່ໃສ  ເມຍລຸງຄຳສອນກະຕອບວ່າ ເຫັນມັນຢູ່ໃນໂກ່ງໄກ່ ແຕ່ເຫດບັງເອີນ ຜູ້ທີ່ຖາມນັ້ນກະເລີຍເວົ້າວ່າ

ໂອຍເນາະຄິວ່າແມ່ນຜີແທ້ໆ ຂ້ອຍຈົນຕົກໃຈໝົດ ຢູ່ໃນໂກ່ງໄກ່ນັ້ນແມ່ນຂ້ອຍ ເພີເວົ້າອອກໂດຍບໍ່ຮູ້ຕົວ 5555 ຊາວບ້ານຫຼຽວເບີ່ງເຫັນລາວອູ້ຍໄກ່ 2ໂຕ ແຕ່ຖືກຫັກຄໍຕາຍທັງ2

ຊາວບ້ານກະພາກັນຈັບມ້ຽນສົ່ງໃຫ້ຕຳຫຼວດ ຕອນຈັບໄດ້ຊາວບ້ານຖາມລາວວ່າ ເຮັດຈັງໄດຄືບໍ່ແລ່ນໜີ  ຕອນສົນລະມຸນວຸ້ນວາຍກັນ ໂຈນຄົນນັ້ນກະເລີຍຕອບວ່າ

ຈັກແລ້ວເນາະຂ້ອຍກະຍ້ານຄິດວ່າແມ່ນຜີແທ້ ຕອນເພີ່ນຮ້ອງຂື້ນຂ້ອຍແລ່ນອອກມາໄວໆມາຢູ່ນນຳລາວນີ້ແລ້ວ ສ່ວນເມຍລູງຄຳສອນ ຂ້ອຍກໍ່ບໍເຫັນວ່າມັນອອກມາຕອນໃດ

ເພາະຂ້ອຍຫຼັບຕາ 5555 ແລະ ຊາຍຄົນນັ້ນກະສາລະພາບກັບຕຳຫຼວດວ່າລາວລັກໄກ່ແບບນີ້ມາຫຼາຍເທື່ອແລ້ວ   ອັນນີ້ແລະເພີ່ນວ່າ ສີບປາກວ່າບໍ່ທໍ່ຕາເຫັນ

ກ່ອນຈະຟັງຄົນເຂົາເວົ້າຫຍັງຄິດກ່ອນຈະເຊື່ອເດີ ເລື່ອງກະຈົບເທົ່ານີ້ແລ້ວ 55555 ຖ້າລຸ້ນ 5555

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 15, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ເລື່ອງນີ້ເປັນເລື່ອງຈີ່ງທີ່ເກີດຂື້ນກັບຂ້ອຍເອງ ແລ້ວກະບໍ່ຮູ້ວ່າມັນເກີດຂື້ນໄດ້ແນວໃດ ເລື່ອງມີຢູ່ວ່າ

ຕອນຂ້ອຍພັກແລ້ງຫຼັງຈາກຈົບ ມໍ5 ປີ 2007  ຢູ ເມືອງຜາອຸດົມ ແຂວງບໍ່ແກ້ວ  ເມືອງນີ້ເປັນເມືອງໜື່ງທີ່ມີຊື່ສຽງ

ດ້ານການຫຼີ້ນຂອງ. ຂ້ອຍໄດ້ຂື້ນໄປຢາມໝູ່ຂ້ອຍຢູ່ດອຍ ຢ່າງໄປ 12 ໂມງ ອອກໄປ 7 ໂມງເຊົ້າຮອດ 7 ໂມງແລງ

ຊື່ບ້ານນັ້ນແມ່ນ ບ້ານສະຕຸ ຂ້ອຍໄປນອນຢູ່ຫັ້ນ 3 ຄືນ ຫຼັງຈາກນັ້ນກະກັບຕອນກັບນັ້ນກະກັບທາງເຮືອ ເພາະຄ້ານຢ່າງມັນໄກ

ພໍ່ກັບມາຮອດເຮືອນ ໄດ້2ອາທິດ ຂ້ອຍກະມີອາການເຈັບຂ້າງ ເຈັບແຮງໆໆ ບໍ່ມີຫຍັງຈະປຽບຄວາມເຈັບປວດໄດ້ ຈົນໄຫ້ຈົນຮ້ອງ

ໄປກວດຢູ່ໂຮງໝໍກະບໍ່ເປັນອິຫຍັງ ຕອນທຳອິດເອົາໝໍ ພື້ນບ້ານມາເບີ່ງກະບໍ່ເຫັນຫຍັງ ແມ່ກະເລີຍພາໄປໄທ ໄປກວດຢູ່ໂຮງໝໍຊຽງຂອງ

ຂ້ອຍຫັ້ນເຈັບຂ້າງ ຈົນຂ້າງຫັ້ນໄຄໂພງ ສຳກຳປັ້ນນິ ສວດອອກມາ ພໍ່ໄປກວດຢູ່ໂຮງໝໍ ເຂົາກະວ່າບໍ່ເປັນຫຍັງ ຂ້ອຍກະສໍ້ໝໍ

ວ່າຖ້າບໍ່ເປັນຫັຍງມັນຄືເຈັບ ຄືເບັງໄຄອອກມາ ໝໍກະເລີຍໄປເອັກສະເຣໃຫ້ ແຕ່ກະບໍ່ເຫັນເປັນອິຫຍັງ ປົກກະຕິທຸຢ່າງ ຈາກນັ້ນ

ແມ່ກະພາກັບບ້ານ ກິນຢາຕາມໝໍ່ສັ່ງໃຫ້ແຕ່ກະຍັງບໍ່ເຊົ່າ ຍີ່ເຈັບກ່ວາເກົ່າ ແລ້ວແມ່ກະພາໄປໄທອີກ ໄປທີ່ໂຮງໝໍຊຽງຣາຍ ທ່ານໝໍກວດກະບໍ່ເຫັນອິຫຍັງ

ປົກກະຕິທຸກຢ່າງ ຄືກັບຄຳເວົ້າທີ່ເຄີຍກວດຜ່ານມາ ແມ່ກະເລີຍພາກັບບ້ານອີກ  ຂ້ອຍເຈັບຫັ້ນເປັນເວລາ 2 ເດືອນເຕັມໆ

ຈົນຂ້ອນນັ້ນຈ່ອຍໆ ຕອນນັ້ນ ຈົນເຫຼື່ອແຕ່ກະດູກແມ ລົມພັດຈົນຈະປິວ  ກັບມາຮອດເຮືອນ ພໍ່ກະໄປເອົາ ພໍ່ເຖົ້າແຢກ ຢູ່ບ້ານປຸງລາດມາເບີ່ງ

ເພີ່ນມາເບີ່ງ ພໍເພີ່ນເບີ່ງ ເພີ່ນໃຊ້ ທຽນຂີ້ເຜີ້ງ ກັບເຫຼົ້າມາສ່ອງເບີ່ງພ້ອມທັງຄາຖາຂອງເພີ່ນ  ແລ້ວສີ່ງທີ່ເພີ່ນເວົ້າມານັ້ນແມ່ນຖືກໝົດກັບສີ່ງທີ່ຂ້ອຍ

ໄດ້ໄປໃສແດ່ ແລະເຮັດຫຍັງແດ່ ແລ້ວເພີ່ນບອກວ່ານີ້ ຍັງໄຄແດ່ທີ່ຖືກຂອງທີ່ເຂົາລອງເຮັດໄວ້ຂ້າງທາງຊື່ໆຖ້າແມ່ນເຂົາມີເຈດຕະນາຢາກໃສ່ແທ້ນິແມ່ນຕາຍໂລດ

ແລ້ວເພີນກະເອົາໄບສົ້ມປ່ອຍ ນ້ຳໝໍ້ໜື້ງ ເງີນໝັນ ໄລພູ ມາກວາດດືງອອກ  ກວາດອອກຄັ້ງທຳອິດທີ່ສອງນັ້ນ ແມ່ນແຕ່ຖ່່ານໄຟອອກມາຈາກຂ້າງຂ້ອຍ

ບາດທີ່ບາດທີ່ສາມທີ່ສີ່ນັ້ນດືງແນວໃດກະດືງບໍ່ອອກ ລາວກະເລີຍໃຊ້ໃບພູແປບໃສຂ້າງຂ້ອຍ ພ້ອມທັງໃຊ້ແຂ້ວຂອງລາວຂາບຂ້າງຂ້ອຍພ້ອມດືງອອກແຮງໆ

ເຫັນກ້ອນຫີນບັກໃຫຍ່ໆແມນອອກຈາກຂ້າງຂ້ອຍຄືກັບມີໄມ້ປັກຫັ້ນແລະ ລາວກະເອົາໄຟລົ່ນພ້ອມທັງໃຊ້ມືຈັບອອກ  ກ້ອນຫີນນັ້ນສຳແກ່ນສາລີຫັ້ນແລະ

ພໍລາວເອົາອອກຈາກຂ້າງຂ້ອຍ ຂ້ອຍຫາຍເຈັບປວດປານປິດຖີ້ມເລີຍ  ເຫດການແບບນີ້ຖ້າບໍ່ເກີດຂື້ນກັບຂ້ອຍເອງຂ້ອຍກະບໍ່ເຊື່ອດອກ