ຂຽນເມື່ອ: ສ.ຫ.. 2, 2011
| ມີ
10 ຄຳເຫັນ
ແລະ
0 trackback(s)
ເລື່ອງນີ້ເປັນເລື່ອງຈີ່ງ ຈາກການເລົ່າຂອງລູງໄມ່ວອງ ທີ່ເພີ່ນພໍ້ມາ ເພີ່ນໄດ້ເລົ່າວ່າ
ໃນຍາມຝົນຕົກໃໝ່ຕອນເດືອນ4-5 ນິແລ້ວ ຝົນຕົກລີ່ນຄືແບບນີ້ແລະ ໃນຕອນກາງຄືນ
ກະມີກົບຂຽດຮ້ອງສະນັນໄຫວໄຫວ ໃຜໆກະພາກັນໄປໄຕ້ຂຽດ(ກ່ານຂຽດ) ລູງໄມ່ວອງກະໄປກ່ານຂຽດຄືກັນ
ແຕ່ບັງເອີນລູງໄມ່ວອງຫັ້ນບໍ່ໄດ້ຂຽດຫຼາຍພໍເທົ່າໃດ ລາວກ່ານໄປກ່ານໄປໃກ້ບ້ານຫ້າງແຫ່ງໜື່ງ ຊື່ບ້ານນາແມດ ບ້ານຮ້າງນັ້ນມີຕົ້ນໂພໃຫຍ່3ຕົ້ນແລະສູງສຸດໆ ແລະ ມີທັງຕົ້ນພ້າວທີ່ສູງຫຼາຍຕົ້ນປະຈຸບັນຕົ້ນໂພໃຫຍ່ຍັງມີຢູ່ແຕ່ຕົ້ນພ້າກຖືກຕັດເກືອບໝົດແລ້ວ
ລາວກ່ານໄປໄລ່ຍະໜື່ງ ລາສັງຜິດເກດທີ່ມື້ນີ້ຕົ້າພ້າວບໍ່ຢູ່ບ່ອນເກົ່າມັນຄືມາຢູທົ່ງນາ ແຕ່ລາວກໍ່ບໍ່ສົນກ່ານຂຽດຕໍ່ໄປ
ແຕ່ມັນບໍ່ແມ່ນເລື່ອງບັງເອີນແລ້ວ ຕົ້ນພ້ານຕົ້ນນັ້ນນຳລາວ ແຕ່ລາວກະຍັງບໍ່ຍ້ານ ລາວເຂົ້າໄປໄກ້ໆຕົ້ນພ້າວນັ້ນ
ແລ້ວເອົາໂຄມສ່ອງໃສ່ ແລ້ວລາວເຫັນບໍ່ແມ່ນຕົ້ນພ້າວແຕ່ແມ່ນຕີນທີ່ໃຫຍ່ແລະຍາວ ມີທັງຂົນແຂງ ສູງເທົ່າກັບຕົ້ນພ້າວ
ພໍໍລາວເຫັນລາວກະແລ່ນທັນທີ ແລ້ວຮ້ອງຂື້ນວ່າຜີຫຼອກຈົນຮອດບ້ານ ພໍຮອດບ້ານລາວເຂົ້າໄປວັດທັນທີໃຫ້ຍ່າພໍ່ຜູກແຂນໃຫ້
ຈົບເທົ່ານີ້ ດຽວນີ້ລູງໄມ່ວອງຍັງບໍ່ທັນຕາຍເທື່ອ ໄປຫຼີ້ນນຳເພີ່ນໆມັກເວົ້າເລື່ອງສູ່ຟັງຕະຫຼອດ