
ຂຽນເມື່ອ: ທ.ວ.. 15, 2008
| ມີ
14 ຄຳເຫັນ
ແລະ
0 trackback(s)
ທຸກຄົນອາດຈະຄິດວ່າພໍຮອດເດືອນ 12 ແລ້ວກໍ່ຄົງຈະດີເພາະວ່າຈະໝົດປີເກົ່າ ວຽກງານຄົງຈະເບົາໆລົງ ເພາະວ່າຈະຕ້ອງໄດ້ສະຫລຸບວຽກທ້າຍປີແລ້ວກໍ່ພັກຜ່ອນ.
ແຕ່ສຳລັບຂ້າພະເຈົ້າເອງ ເດືອນ 12 ປີນີ້ແມ່ນໜັກໜ່ວງຫລາຍທາງດ້ານການຮຽນ ບໍ່ເຄີຍເຈີຈັກເທື່ອວ່າພາຍໃນ 4 ອາທິດ ມີ ພລີເຊັ້ນເຖິງ 12 ຄັ້ງ ແລະ 3 ບົດລາຍງານ.
ແຕ່ເຖິງຢ່າງໃດກໍ່ຕາມການຮໍ່າຮຽນເຖິງວ່າມັນຈະຫຍຸ້ງຍາກ ຫລື ໜັກໜ່ວງປານໃດກໍ່ຕາມ ເຮົາກໍ່ຕ້ອງໄດ້ຕັ້ງໃຈເຮັດໃຫ້ດີທີ່ສຸດເທົ່າທີ່ຈະເຮັດໄດ້..... ກະດີແບບໜຶ່ງຫລຸດນ້ຳໜັກໄດ້ໜ້ອຍໜຶ່ງ.
ສຳເລັດໄປແລ້ວ 8 ຄັ້ງ ແລະ ບົດລາຍງານ 2 ອັນ, ຍັງອີກພຽງແຕ່ພລີເຊັ້ນ 4 ຄັ້ງ ແລະ ບົດລາຍງານ 1 ອັນເທົ່ານັ້ນປີນີ້ກໍ່ຈະຈົບລົງດ້ວຍດີ...... ສູ້ ສູ້ ສູ້ເພື່ອອານາຄົດຂ້າງໜ້າ ແລ້ວທຸກຢ່າງຄົງຈະດີເອງ 5555
ເອົາລະມື້ນີ້ພໍເທົ່ານີ້ກ່ອນ ລະມື້ໜ່າສິມາຂຽນໃໝ່ເດີ