
ຂຽນເມື່ອ: ມິ.ຖ.. 24, 2009
| ມີ
13 ຄຳເຫັນ
ແລະ
0 trackback(s)
ລະຫວ່າງ “ ຄົນທີ່ເຮົາຮັກ ” ກັບ “ ຄົນທີ່ຮັກເຮົາ “ ເຮົາຄວນຈະເລືອກໄຜດີ 
ຄົນທີ່ເຮົາຮັກ…..ຄືຄົນທີ່ໃຊ້ສຳລັບເຮົາ
ແຕ່ບາງຄັ້ງ……..ເຮົາກັບຮູ້ສຶກວ່າບໍ່ແມ່ນ
ຄົນທີ່ເຮົາຮັກ……..ຄືຄົນທີ່ເຮົາຄິດວ່າເຮົາຮູ້ຈັກເຂົາດີ
ແຕ່ແທ້ຈິງແລ້ວ……….ເຮົາກັບບໍ່ຮູ້ຈັກເຂົາເລີຍ
ຄົນທີ່ເຮົາຮັກ……..ຄືຄົນທີ່ເຮົາພ້ອມຈະເປັນຜູ້ໃຫ້
ແຕ່ສິ່ງທີ່ເຮົາໃຫ້………ເຂົາກັບບໍ່ເຄີຍເບີ່ງເຫັນສິ່ງທີ່ເຮົາໃຫ້ໄປ
ຄົນທີ່ເຮົາຮັກ…..ຄືຄົນທີ່ເຮົາຢູ່ນຳເວລາມີຄວາມສຸກ
ແຕ່ເວລາເຮົາທຸກ………ເຮົາກັບມອງຫາເຂົາບໍ່ເຫັນ
ຄົນທີ່ເຮົາຮັກ……..ຄືຄົນທີ່ເຮົາໃສ່ໃຈທຸກເວລາ
ແຕ່ທີ່ຍິ່ງກ່ວາ………ຕະຫລອດມາເຂົາບໍ່ເຄີຍ “ ຮັກເຮົາ “
ຄົນທີ່ຮັກເຮົາ……..ຄືຄົນທີ່ເຮົາພຽງມອງຜ່ານ
ແຕ່ເຂົາ………ກັບມອງເຮົາຢ່າງໃສ່ໃຈ ດູແລ
ຄົນທີ່ຮັກເຮົາ……..ຄືຄົນທີ່ເຮົາບໍ່ພະຍາຍາມທຳຄວາມຮູ້ຈັກ
ແຕ່ເຂົາ………ກັບພະຍາຍາມທຳຄວາມຮູ້ຈັກເຮົາ
ຄົນທີ່ຮັກເຮົາ……..ຄືຄົນທີ່ເຮົາບໍ່ເຄີຍໃຫ້ຄວາມສຳຄັນ
ແຕ່ເຂົາ……….ກັບໃຫ້ໃນສິ່ງທີ່ລ້ວນແຕ່ມີຄ່າ ມີຄວາມສຳຄັນກັບເຮົາ
ຄົນທີ່ຮັກເຮົາ……..ຄືຄົນທີ່ເຮົາບໍ່ເຄີຍເຫັນໜ້າເວລາເຮົາສຸກ
ແຕ່ເວລາທຸກ………….ເຂົາກັບເປັນເຫມືອນເງົາຄອຍເຝົ້າຕາມ
ຄົນທີ່ຮັກເຮົາ……..ຄືຄົນທີ່ເຮົາບໍ່ເຄີຍຄິດເຖິງ
ແຕ່ມີສິ່ງໜຶ່ງ…..ບອກໃຫ້ຮູ້ວ່າ…..”
ເຂົາຮັກເຮົາ
“