ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 26, 2009 | ມີ 5 ຄຳເຫັນ ແລະ 0 trackback(s)

ຄວາມຮັກຂອງຂ້ອຍ

ຂໍອະໄພໃນຄຳເວົ້າບາງຄຳທີ່ບໍ່ສຸພາບ

ມີມື້ໜື່ງສອງສ່ຽວ ທ້າວ ລີເຮີ ແລະ ທ້າວ ຊົງຮື  (ໃນນາມສົມມຸດ)ໄດ້ລົມກັນວ່າ:

ທ້າວລີເຮີ: ສ່ຽວໂຕວ່າເປັນຫຍັງຜູ້ຍິງຄືຫລາຍໃຈແທ້?

ທ້າວ ຊົງຮື: ເຂົາບໍ່ໄດ້ຫລາຍໃຈດອກ ເຂົາຫລາຍແນວຄິດຊື່ໆ

ທ້າວລີເຮີ: ຄັນຊັ່ນ ເປັນຫຍັງ ເຮົາຮັກຜູ້ໃດຄືບໍ່ສົມຫວັງຈັກເທື່ອ

ທ້າວ ຊົງຮື: ມັນຊິສົມຫວັງແນວໃດ ແນວວ່າໂຕບໍ່ເຂົ້າໃຈໃນຄວາມຮັກ

ທ້າວລີເຮີ: ຄັນຊັ້ນຄວາມຮັກແມ່ນຫຍັງ?

ທ້າວ ຊົງຮື:ຄວາມຮັກກໍ່ປຽບເຫມືອນກັບເຫົ້ລາ ເມື່ອເຮົາກິນເຂົ້າໄປເຮັດໃຫ້ເມົາ ແຕ່ວ່າເຮົາກະຍັງກິນ ແມ່ນບໍ ໂຕວ່າ?

ທ້າວລີເຮີ: ເຮົາວ່າບໍ່ແມ່ນ!!!

ທ້າວ ຊົງຮື:ຄັນຊັ້ນ ຄວາມຮັກ ຂອງໂຕແມ່ນຫຍັງ?

ທ້າວລີເຮີ: ຄວາມຮັກຂອງຂ້ອຍປຽບສະເຫມືອນ ກ້ອນຂີ້ ທີ່ລ່ອງລອຍໄປຕາມສາຍນ້ຳ ແລ້ວໄປຕຳເອົາກ້ອນຫີນ ແລ້ວມັນກໍ່ແຕກສະຫລາຍ ຄືກັບຄວາມຮັກຂອງຂ້ອຍ


ຈົບ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2009 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

Normal0falsefalsefalseMicrosoftInternetExplorer4/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin:0in;mso-para-margin-bottom:.0001pt;mso-pagination:widow-orphan;font-size:10.0pt;font-family:"Times New Roman";mso-ansi-language:#0400;mso-fareast-language:#0400;mso-bidi-language:#0400;}

alt   ໃຫ້ກຳລັງ alt  alt 


ໜື່ງສະໝອງ ສອງມື ຕ້ອງໄຂ່ວຄ້ວາ

ເມື່ອມີປັນຫາ ຂື້ນມາ ຕ້ອງແກ້ໄຂ

ເມື່ອຍແລະທໍ້ ຂໍພັກຜ່ອນ ໃຫ້ສຸກໃຈ

ໃຫ້ມີແຮງ ລຸກຂື້ນໄໝ່ ໄດ້ອີກຕາ 


ຄົນເຮົາກໍ່ເປັນ ແບບນີ້ ກັນທັງນັ້ນ

ມີສຸກສັນ ໂສກເສົ້າ ເທົ່າກັນແລະໜາ

ຄວາມສຳເລັດ ແຕ່ລະຄັ້ງ ກ່ວາຈະໄດ້ມາ

ຕ້ອງແລກດ້ວຍ ເຫື່ອແລະນ້ຳຕາ ແທບທຸກຄົນ


ຂໍເປັນອີກ ໜື່ງແຮງໃຈ ໃຫ້ຄົນສູ້

ໃຫ້ເຈົ້າຮູ້ ວ່າເຈົ້າ ຍັງມີຫວັງ

ຂໍສົ່ງແຮງໃຈ ໃຫ້ເຈົ້າ ມີແຮງພະລັງ

ໄປຍັ່ງຝັ່ງຝັນ ທີ່ເຈົ້າວາດຫວັງ ແລະຕັ້ງໃຈ

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 24, 2009 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ


altລະຫວ່າງ “ ຄົນ​ທີ່​ເຮົາ​ຮັກ ” ກັບ “ ຄົນ​ທີ່​ຮັກ​ເຮົາ “ ​ເຮົາ​ຄວນ​ຈະ​ເລືອກ​ໄຜດີ alt

  

 

 

ຄົນ​ທີ່​ເຮົາ​ຮັກ…..​ຄື​ຄົນ​ທີ່​ໃຊ້​ສຳລັບ​ເຮົາ

  

 

 

​ແຕ່​ບາງ​ຄັ້ງ……..​ເຮົາ​ກັບ​ຮູ້ສຶກ​ວ່າ​ບໍ່​ແມ່ນ


 

 

ຄົນ​ທີ່​ເຮົາ​ຮັກ……..ຄື​ຄົນ​ທີ່​ເຮົາ​ຄິດ​ວ່າ​ເຮົາ​ຮູ້ຈັກ​ເຂົາ​ດີ

  

 

 

​ແຕ່​ແທ້​ຈິງ​ແລ້ວ……….ເຮົາ​ກັບ​ບໍ່​ຮູ້ຈັກ​ເຂົາ​ເລີຍ


 

 

ຄົນ​ທີ່​ເຮົາ​ຮັກ……..ຄື​ຄົນ​ທີ່​ເຮົາ​ພ້ອມ​ຈະ​ເປັນ​ຜູ້​ໃຫ້


 

 

 

​ແຕ່​ສິ່ງ​ທີ່​ເຮົາ​ໃຫ້………​ເຂົາ​ກັບ​ບໍ່​ເຄີຍ​ເບີ່​ງ​ເຫັນ​ສິ່ງ​ທີ່​ເຮົາ​ໃຫ້​ໄປ


 

 

ຄົນ​ທີ່​ເຮົາ​ຮັກ…..​ຄື​ຄົນ​ທີ່​ເຮົາ​ຢູ່​ນຳ​ເວລາ​ມີ​ຄວາມສຸກ​

 

 

 

 

​ແຕ່​ເວລາ​ເຮົາ​ທຸກ………​ເຮົາ​ກັບ​ມອງ​ຫາ​ເຂົາ​ບໍ່​ເຫັນ


 

 

ຄົນ​ທີ່​ເຮົາ​ຮັກ……..ຄື​ຄົນ​ທີ່​ເຮົາ​ໃສ່​ໃຈ​ທຸກ​ເວລາ


 

 

 

​ແຕ່​ທີ່​ຍິ່ງກ່ວາ………ຕະ​ຫລອດ​ມາ​ເຂົາ​ບໍ່​ເຄີຍ “ ຮັກ​ເຮົາ “


 

 

ຄົນ​ທີ່​ຮັກເຮົາ……..​ຄື​ຄົນ​ທີ່​ເຮົາ​ພຽງ​ມອງ​ຜ່ານ

 

 

​ແຕ່​ເຂົາ………​ກັບ​ມອງ​ເຮົາ​ຢ່າງ​ໃສ່​ໃຈ ດູ​ແລ

 

 

ຄົນ​ທີ່​ຮັກເຮົາ……..​ຄື​ຄົນ​ທີ່​ເຮົາ​ບໍ່​ພະຍາ​ຍາມ​ທຳ​ຄວາມ​ຮູ້ຈັກ

 

 

​ແຕ່​ເຂົາ………​ກັບ​ພະຍາຍາມ​ທຳ​ຄວາມ​ຮູ້​ຈັກ​ເຮົາ

 

 

ຄົນ​ທີ່​ຮັກເຮົາ……..​ຄື​ຄົນ​ທີ່​ເຮົາ​ບໍ່​ເຄີຍ​ໃຫ້​ຄວາມ​ສຳຄັນ  

 

 

​ແຕ່​ເຂົາ……….​ກັບ​ໃຫ້​ໃນ​ສິ່ງ​ທີ່​ລ້ວນ​ແຕ່​ມີຄ່າ ມີ​ຄວາມ​ສຳຄັນ​ກັບ​ເຮົາ

ຄົນ​ທີ່​ຮັກເຮົາ……..​ຄືຄົນ​ທີ່​ເຮົາ​ບໍ່​ເຄີຍ​ເຫັນ​ໜ້າ​ເວລາ​ເຮົາ​ສຸກ
 

 

 

​ແຕ່​ເວລາ​ທຸກ………….​ເຂົາ​ກັບ​ເປັນ​ເຫມືອນ​ເງົາ​ຄອຍ​ເຝົ້າ​ຕາມ 

 

 

ຄົນ​ທີ່​ຮັກເຮົາ​……..​ຄື​ຄົນ​ທີ່​ເຮົາ​ບໍ່​ເຄີຍ​ຄິດ​ເຖິງ

 

​ແຕ່​ມີ​ສິ່ງ​ໜຶ່ງ…..​ບອກ​ໃຫ້​ຮູ້​ວ່າ…..” altເຂົາ​ຮັກ​ເຮົາ alt



 

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 24, 2009 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

   alt  ກຸຫລາບແດງໃຈຊ້ຳ   alt

 

alt ກຸຫລາບແດງແຈ້ງເປັນສື່ຄືຄວາມຮັກ

ກຸຫລາບປັກລົງກາງໃຈໃຫ້ຄິດຫວນ

ກຸຫລາບແດງກິ່ນຫອມນານພານລັນຈວນ

   ກຸຫລາບຊວນໃຈໃຫ້ຊ້ຳລະກຳຊວງ

 

alt ວາເລນທາຍປີທີ່ແລ້ວກຸຫລາບສວຍ

ຮັກປູກດ້ວຍກຸຫລາບໃຈທີ່ຫ່ວງຫວງ

ວັນຄືນຜ່ານຮັກຄົງຫມັ້ນຝັນລົມລວງ

ສິ້ນປີລ່ວງເລີຍຜ່ານພົ້ນຈົນຮັກລາ

 

alt ກີບກຸຫລາບກະຈາຍຫລົ່ນໃຈແທບຂາດ

ກີບກຸຫລາບບາດຫົວໃຈຍາກຮັກສາ

ໜາມແຫລມຄົມຄອຍທິ່ມຕຳກຳນ້ຳຕາ

ໄຫລຫລັ່ງມາອາບ 2 ແກ້ມແທບວາງວາຍ

 

 alt ກຸຫລາບແດງແຈ້ງປະຈັກຮັກຂົມຂື່ນ

ທຸກວັນຄືນວາເລນທາຍຂໍຫາງຫາຍ

ຂໍລົບມຸມຢູ່ຢ່າງຄົນທີ່ດຽວດາຍ

ສິ້ນສະຫລາຍວາເລນທາຍໃຫ້ວາຍປານ

 

alt ປຽບກຸຫລາບແລກແຍ້ມຮັກສົດສວຍ

ພໍເລີ່ມໂຮຍປຽບດັ່ງຮັກເລີ່ມຫມົດຫວານ

ພໍລ່ວງຫລົ່ນຮັກຫລຸດລອຍຄອຍຈົນນານ

ອັນປະທານດອກໂສກຄອງຈອງໃຈແທນ.......

 

alt   alt   alt

Normal0falsefalsefalseMicrosoftInternetExplorer4/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin:0in;mso-para-margin-bottom:.0001pt;mso-pagination:widow-orphan;font-size:10.0pt;font-family:"Times New Roman";mso-ansi-language:#0400;mso-fareast-language:#0400;mso-bidi-language:#0400;}



Normal0falsefalsefalseMicrosoftInternetExplorer4/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin:0in;mso-para-margin-bottom:.0001pt;mso-pagination:widow-orphan;font-size:10.0pt;font-family:"Times New Roman";mso-ansi-language:#0400;mso-fareast-language:#0400;mso-bidi-language:#0400;}

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 8, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ກຸຫລາບແດງ  

ກຸຫລາບແດງສີແສດຊ້ຳ        ກ້ານໃຫຍ່ໃບດົກ

ຫລາຍກົກໂຮມເປັນວົງ          ປົ່ງໃບຮຽງຊ້ອນ

ມີດອກອອນດອກສິ້ວ           ດອກຂາວສີຈ່າງໆ

ບາງດອກຈູມດອກແຍ້ມ       ແນມແລ້ວໜ້າສະອອນ

ຕອນນີ້ຂ້ອຍຂໍເດັດດອກກ້ານ ກຸຫລາບໃຫຍ່ໃບໜາ

ມອບແດ່ແພງຂັວນຕາ            ຍອດຍິງຈອມຂັວນອ້າຍ

ກຸຫລາບຫມາຍຄຽງຊ້ອນ       ງອນນາງມາເປັນຄູ່

ຈຶ່ງເດັດໃຫ້ຍອດຊູ້                   ແທນໃຈອ້າຍມອບແດ່ນາງ

 

alt alt alt