
ຂຽນເມື່ອ: ມິ.ຖ.. 8, 2009
| ມີ
14 ຄຳເຫັນ
ແລະ
0 trackback(s)
ກຸຫລາບແດງ
ກຸຫລາບແດງສີແສດຊ້ຳ ກ້ານໃຫຍ່ໃບດົກ
ຫລາຍກົກໂຮມເປັນວົງ ປົ່ງໃບຮຽງຊ້ອນ
ມີດອກອອນດອກສິ້ວ ດອກຂາວສີຈ່າງໆ
ບາງດອກຈູມດອກແຍ້ມ ແນມແລ້ວໜ້າສະອອນ
ຕອນນີ້ຂ້ອຍຂໍເດັດດອກກ້ານ ກຸຫລາບໃຫຍ່ໃບໜາ
ມອບແດ່ແພງຂັວນຕາ ຍອດຍິງຈອມຂັວນອ້າຍ
ກຸຫລາບຫມາຍຄຽງຊ້ອນ ງອນນາງມາເປັນຄູ່
ຈຶ່ງເດັດໃຫ້ຍອດຊູ້ ແທນໃຈອ້າຍມອບແດ່ນາງ
