ຂຽນເມື່ອ: ກ.ຍ.. 12, 2008
| ມີ
4 ຄຳເຫັນ
ແລະ
0 trackback(s)
໋ ລາເຖິກສອງໂຕພົບກັນຢູ່ແຄມທາງ ເລີຍເລີມຝອຍກັນ. ລາໂຕຫນ່ຶງຕົນໂຕກ້າວກຶດແຂງແຮງ ບໍ່ມີເຈົ້າຂອງເປັນນາຍບັນຊາ, ສ່ວນວ່າລາອີກໂຕ ຫນຶ່ງນັ້ນຈ່ອຍຜອມ, ໃບຫນ້າອົມທຸກ ແລະ ມີນາຍເປັນຄົນເຜົາດິນຈ່ີ, ລາໂຕກ້າວກຶດຮ້ອງ `ຮີຮໍ` ຖາມສະບາຍດີເພ່ືອນວ່າ: ` ໂຕເປັນຫຍັງຫວະ ? ເບິ່ງຊົງຄືຫິວໂຫຍທຸກຮ້ອນເອົາແທ້ໆ` ` ນາຍເຮົາມັນສຸດທ່ີໂຫດຫ້ຽນ, ມັນໃຫ້ເຮົາແດກຫນ້ອຍໆຫນ່ຶງ ແຕ່ໃຊ້ເຮົາລາກດິນຈ່ີເປັນຮ້ອຍໆກ້ອນ ທັງເອົາໄມ້ຟາດເຮົານຳ ` ` ຊ້ັນເປັນຫຍັງໂຕບໍ່ໂຕນຫນີມາໃຊ້ຊີວິດຢ່າງຫລູຫລາຄືເຮົາ ! ` ລາໂຕຈ່ອຍອະທິບາຍວ່າ : ` ເອ່ີ ! ໂຕຮູ້ບໍວ່ານາຍເຮົາມີລູກສາວງາມ-ງາມ, ແຕ່ປານນັ້ນນາຍເຮົາຍັງຂ້ຽນຕີ ແລະ ໃຊ້ອຳນາດບາດໃຫຍ່ໃສ່ນາງ `. ` ນ້ັນມັນກ່ຽວຫຍັງກັບເລ່ືອງໂຕ ? ` ລາໂຕກ້າວກຶກຖາມ. ` ກ່ຽວແທ້ ! ທຸກຄ້ັງຕອນຂ້ຽນຕີລູກສາວ, ນາຍເຮົາມັກຈະເວົ້າວ່າ ` `` ມີມ້ືຫນ່ຶງກູຊິໃຫ້ມຶງເອົາກັບລາໂຕນີ້ `` ຊ້ັນລະແມ່ນວ່າ ອາຊີບເຮົາກໍຍັງມີຄວາມຫວັງຢູ່ໃດ .
|