ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

ສິ່ງທີ່ຜູ້ຍິງຕ້ອງການຫລັງຈາກ ແຕ່ງງານກັນແລ້ວ

 

ຄວາມຄາດຫວັງເປັນສິ່ງມະຫັດສະຈັນແບບຫນື່ງຂອງມະນຸດ ທີ່ຊ່ວຍຍູ້ໃຫ້ເກິດສິ່ງດີໆ ງາມໆ ຕາມມາບໍ່ຫນ້ອຍ ມະນຸດລໍຄອຍສິ່ງໃດຫນື່ງໄດ້ດົນໆ ເພາະຍັງມີຄວາມຄາດຫວັງຝັງໃຈຢູ່ ແຕ່ຖ້າຢູ່ໆ ຄວາມຄາດຫວັງຫມົດໄປ ຄົງບໍ່ມີກຳລັງໃຈລໍຖ້າໄດ້ດົນອີກຕໍ່ໄປ ຄວາມຄາດຫວັງຈຶ່ງເຫມືອນຢາຊູກຳລັງຊະນິດຫນື່ງຊຶ່ງມະນຸດຮຽກຫາ ນຳມາເປັນອາພອນປະດັບຄວາມຄິດຈິດໃຈ, ແນ່ນອນທີ່ສຸດເມື່ອມີຄວາມຄາດຫວັງ ກໍ່ຍ່ອມຕ້ອງມີຄວາມສົມຫວັງ ຫລື ຜິດຫວັງຕາມມາ ບາງຄົນສົມຫວັງເຕັມໆ ບາງຄົນຜິດຫວັງເຕັມໆ ຫລື ອາດຈະມີບາງຄົນທີ່ມີທັງສົມຫວັງ ແລະ ຜິດຫວັງປະປົນກັນໄປ ຊຶ່ງບໍ່ແມ່ນເລື່ອງແປກອັນໃດໃນຊີວິດຂອງຄົນເຮົາ ເຊັ່ນດຽວກັບຊີວິດຄູ່ທີ່ຄົນສອງຄົນມາຢູ່ນຳກັນ ຕ່າງມີຄວາມຝັນ ແລະ ຄວາມຄາດຫວັງຝັງແຫນັ້ນ ຢູ່ໃນຄວາມຮູ້ສຶກນຶກຄິດກັນເກືອບທຸກຄົນ, ສຸດຍອດຂອງຄວາມຝັນໃນຊີວິດຄູ່ ຄື: ຢູ່ກັນຢ່າງມີຄວາມສຸກ ອາດຈະຟັງໄປເປັນທຳມະແນ່ ແຕ່ກໍ່ຕ້ອງຍອມຮັບວ່າເປັນຄວາມຈິງ ໃນຂະນະທີ່ຄວາມຄາດຫວັງຫລັງການແຕ່ງງານ ຂອງຜູ້ຊາຍຜູ້ຍິງສອງຄົນທີ່ໃຊ້ຊີວິດຄູ່ຢູ່ນຳກັນ ອາດຈະມີສາລະພັດເລື້ອງແຕກຕ່າງກັນອອກໄປ ຜູ້ຊາຍກໍ່ອາດຈະຄາດຫວັງຈາກຜູ້ຍິງທີ່ເປັນເມຍແບບຫນື່ງ, ຂະນະທີ່ຜູ້ຍິງກໍ່ຄາດຫວັງຈາກຜູ້ຊາຍ ທີ່ເປັນຜົວອີກແບບຫນື່ງ ບໍ່ຮູ້ວ່າມີການສຳຫລວດກວດສອບກັນໄວ້ບໍ່ວ່າ ຜົວ ຫລື ເມຍມີຄວາມຄາດຫວັງກັນຫນ້ອຍຫລາຍພຽງໃດ ແລະ ຄາດຫວັງອັນໃດກັນແນ່ຫລັງການແຕ່ງງານ. ຜູ້ຍິງຄວນຈະຄາດຫວັງອັນໃດຈາກຜູ້ຊາຍຫລັງແຕ່ງງານ ສິ່ງທີ່ຜູ້ຍິງຄາດຫວັງອາດຈະມີຢູ່ 3 ເລື່ອງຫລັກນຳກັນຄື: 
1. ຄາດຫວັງທີ່ຈະໄດ້ຄວາມຮັກ ຄວາມອົບອຸ່ນ ເປັນທຳມະດາຂອງຜູ້ຍິງເກືອບທຸກຄົນທີ່ຈະມີຄວາມຮູ້ສຶກຄ້າຍໆກັນຄື: ຈະແຕ່ງງານກັບໃຜມັກຈະແຕ່ງທີ່ຂື້ນກັບພື້ນຖານຂອງຄວາມຮັກ ເມື່ອແຕ່ງງານທີ່ຢູ່ບົນພື້ນຖານຂອງຄວາມຮັກ ກໍ່ຫວັງທີ່ຈະໄດ້ຮັບຄວາມຮັກຕອບຢ່າງສຸດຫົວໃຈ ຄືກັບທີ່ເຈົ້າມອບຄວາມຮັກໃຫ້ສຸດຫົວໃຈເຊັ່ນກັນ ຄວາມຮັກຈຶ່ງເປັນສິ່ງທີ່ຜູ້ຍິງທຸກຄົນທີ່ເປັນເມຍຫວັງຈະໄດ້ຮັບຈາກຜູ້ຊາຍທີ່ເປັນຜົວຫລາຍທີ່ສຸດ, ນອກຈາກຄວາມຮັກແລ້ວ ຍັງຄາດຫວັງຈະໄດ້ ຄວາມອົບອຸ່ນ ຈາກຜູ້ຊາຍທີ່ເຈົ້າຮັກອີກນຳ ຄວາມອົບອຸ່ນທີ່ບໍ່ໄດ້ມີຄວາມຫມາຍພຽງການໂອບກອດເທົ່ານັ້ນ ແຕ່ຄວາມຫມາຍຂອງມັນມີຫລາກຫລາຍ ພຽງແຕ່ສຽງໂທລະສັດທັກທາຍຖາມຂ່າວຄາວ ນອກຈາກຄຳວ່າ ສະບາຍດີບໍ່? ກໍ່ສາມາດສ້າງຄວາມອົບອຸ່ນໃຫ້ໄດ້ບໍ່ຫນ້ອຍ ຫລື ການຄອຍສັງເກດຖາມໄຖ່ເຖິງຄວາມປ່ຽນແປງທີ່ບໍ່ທຳທ່າເຮັດ ກໍ່ຍ່ອມສ້າງຄວາມອົບອຸ່ນໄດ້ອີກແບບ ການແອບທຳເຊີໄພຣ໌ໃຫ້ງວຍງົງໃນບາງເວລາກໍ່ຈະສ້າງຄວາມອົບອຸ່ນຄືກັນ ການໃຫ້ກຽດເມຍທັງຕໍ່ຫນ້າ ແລະ ລັບຫລັງກໍ່ສ້າງພະລັງແຫ່ງຄວາມອົບອຸ່ນ ທີ່ຫອມຫວນຊວນໃຫ້ໃຝ່ຫາຢູ່ຕະຫລອດເວລາ ຄວາມຮັກ ຄວາມອົບອຸ່ນຈຶ່ງເປັນຕົ້ນທຶນຂອງຊີວິດທີ່ເມຍມັກຈະຄາດຫວັງຈາກຜົວ ຄົນທີ່ລາວມອບຊີວິດຈິດໃຈໃຫ້ເຕັມຮ້ອຍ. 
2. ຄາດຫວັງທີ່ຈະໄດ້ຮັບການເບິ່ງແຍງຕາມອັດຕະພາບ ເຖິງວ່າໂລກຍຸກໃຫມ່ຈະເປັນໂລກຂອງຄວາມສະເຫມີພາບລະຫວ່າງຍິງຊາຍ ແຕ່ສຳຫລັບຄວາມເປັນຊີວິດຄູ່ທີ່ຢູ່ກັນແບບລາວໆ ກໍ່ຕ້ອງຍອມຮັບວ່າ ຜົວຍັງຕ້ອງຖືເປັນພາລະຫນ້າທີ່ທີ່ຕ້ອງເບິ່ງແຍງເມຍຕາມສົມຄວນ ໃນສັງຄົມລາວກໍ່ມັກຈະຖືວ່າຜົວມີຫນ້າທີ່ຫາລາຍໄດ້ມາຄ້ຳຊູຄອບຄົວ ເຖິງວ່າສັງຄົມສະໄຫມໃຫມ່ທັງຜົວເມຍຈະຊ່ວຍກັນ ທຳມາຫາກິນກໍ່ຕາມ ແຕ່ຄວາມເປັນຈິງລຶກໆ ຂອງສັງຄົມລາວຍັງຄາດຫວັງໃຫ້ຜົວມີພາລະຫນ້າທີ່ຮັບຜິດຊອບ ເລື່ອງການເບິ່ງແຍງຄອບຄົວ ຊຶ່ງລວມເຖິງເມຍນຳເປັນຫລັກ ແລະ ຄົງບໍ່ແມ່ນເລື່ອງຫນັກຂອງຜູ້ເປັນຜົວຈົນເກິນໄປ ເພາະເມຍກໍ່ຄົງຫວັງໃຫ້ເບິ່ງແຍງກັນຕາມອັດຕະພາບຫລາຍກວ່າ. 
3. ຄວາມຄາດຫວັງທີ່ຈະໄດ້ພໍ່ທີ່ດີຂອງລູກ ຊີວິດຄູ່ເມື່ອຢູ່ນຳກັນກໍ່ຕ້ອງມີລູກເປັນທຳມະດາ ແຕ່ຈະບໍ່ທຳມະດາທັນທີເມື່ອຜົວທີ່ມີຖານະເປັນພໍ່ຂອງລູກນຳ ເປັນພໍ່ທີ່ບໍ່ດີ ບໍ່ວ່າຈະບໍ່ດີໃນທາງທີ່ເປັນແບບຢ່າງທີ່ບໍ່ດີຂອງລູກ ຫລື ອົບຮົມສັ່ງສອນໄປໃນທາງທີ່ບໍ່ເຫມາະສົມ ເຊັ່ນ: ອົບຮົມສັ່ງສອນລູກໃຫ້ເປັນຄົນເຫັນແກ່ໂຕເກິນໄປ ອັນທີ່ເປັນຄວາມບໍ່ດີທັງຫລາຍຜູ້ເປັນແມ່ຍ່ອມບໍ່ຢາກໃຫ້ຜູ້ເປັນພໍ່ສ້າງແນວບໍ່ໄປຕິດຝັງໃຈເຖິງລູກ ບໍ່ແມ່ນເລື່ອງແປກທີ່ຜູ້ຍິງຄົນຫນື່ງທີ່ມີລູກຈຶ່ງຄາດຫວັງທີ່ຈະໄດ້ພໍ່ທີ່ດີຂອງລູກ ຄວາມຄາດຫວັງຂອງຜູ້ຍິງຫລັງການແຕ່ງງານກັບໃຜຄົນຫນື່ງແລ້ວ ຄົງບໍ່ເປັນສິ່ງທີ່ຍາກປານໃດທີ່ຜູ້ຊາຍດີໆ ທີ່ຕັດສິນໃຈມີຄອບຄົວຈະໃຫ້ໄດ້ ໃຜທີ່ຮູ້ໂຕວ່າເປັນຜົວຢ່າລືມທຳຕົວໃຫ້ເປັນແບບຢ່າງທີ່ດີໆ ໃຫ້ຜູ້ຍິງທີ່ເຈົ້າຮັກສົມຫວັງໃນສິ່ງທີ່ລາວຄາດຫວັງນຳ.!
ແຫຼ່ງຂໍ້ມູນ : www.mahasan.com




ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 10 ພືດຕິກຳຂອງຄົນນອກໃຈ

1. ເວລາ​ຊວນ​ໄປ​ໃສມາ​ໃສນຳ​ກັນ​ເຊັ່ນ: ​ຊວນ​​ໄປ​ເບິ່ງ​ໜັງ, ຟັງ​ເພງ ເລີ່ມ​ມີ​ຄຳ​ເວົ້າ​ ບໍ່​ວ່າ​ງ, ຄາ​ເຮັດ​ວຽກ​ ແລະ ອື່ນ ໆ ຢູ່​ເລື້ອຍໆ.

2. ​ພົບໜ້າ​ກັນ​​ເທື່ອ​ໃດ ເລີ່ມ​ມີ​ອາການ​ສະແດງ​ທ່າ​ທີ​ເສີຍໆ ຫລື​ ບໍ່​ກໍ​ຈະຫງຸດ​ຫງິດ​ຢູ່​ຕະຫຼອດ​ເວລາ​ ໂດຍ​ສະເພາະ​​ແມ່ນເລື່ອງ​ກ່ຽວກັບ​ເຈົ້າ

3. ໂທໄປ​ຫາ​​ແຕ່ລະ​ເທື່ອ ສາຍ​ມັກ​ບໍ່​ວ່າງ, ອ້າງວ່າ​ໂທລະ​ສັບ​ແບັດ​ໝົດ​ຢູ່ເລື້ອຍໆ ຫລື ​​ກວ່າ​ຈະ​ຮັບ​ໂທລະສັບ​ ກໍດົນ​ເກີນ​ເຫດ ແລະນັ້ນ​​ເປັນ​ລາງ​ບອກ​ເຫດ​ກໍ​ຄື ​ຄຳ​ຖາມ​ທຳ​ອິດ​ທີ່ໄດ້ຍິນຈາກ​ປາຍ​ສາຍ​ກໍ​ຄື:ໂທ ມາ​ເຮັດຫຍັງ ຫລື ມີ​ຫຍັງ​ຫຼື​ບໍຈຶ່ງໂທມາ?

4. ​ປະຕິ​ເສດ​​ການ​ຊັກຊວນ​ໄປ​ໃສນຳກັນ​ເກີນ​ກວ່າ 2 ອາທິດ ໂດຍ​ທີ່ບໍ່​ໄດ້​ປ່ວຍ ຫລື​ ຄາ​ເຮັດ​ວຽກ​ທີ່ສຳຄັນ.

5. ເລີ່ມ​ມີ​ຄຳ​ເວົ້າ​ທີ່ບໍ່​ໃຫ້​ກຽດ ຫລື ​ບໍ່​ກໍ ​ພາດ​ພິງ​​ໃນ​ແງ່​ລົບ​ໄປ​ເຖິງ​ຄອບຄົວຂອງອີກຝ່າຍໜຶ່ງ

6. ຢູ່ໆ ກໍເລີ່ມ​ມີ​ການ​ປ່ຽນ​ແປງ​ພາບ​ພາຍນອກ​​ເຊັ່ນ: ແຕ່ງ​ງາມ, ແຕ່ງ​​ຫລໍ່, ເບິ່ງແຍງ​ຕົວ​ເອງ​ເກີນ​ເຫດ ເກີນ​ປົກກະຕິ​ທີ່​ເຄີຍ​ເປັນ ​ໂດຍ​ບໍ່​ມີ​ການ​ບອກເຖິງ​ການ​ປ່ຽນ​ແປງ​ເຊັ່ນ: ຢາກ​ຕັດ​ຜົມ​ຊົງ​ໃໝ່ ຫລື​ ຢາກ​ປ່ຽນ​ສະ​ໄຕລ໌ການ​ແຕ່ງ​ຕົວ ເປັນ​ຕົ້ນ

7. ໃນ​ສະພາບ​ທີ່​ຢາກ​ໄດ້​ກຳ​ລັງ​ໃຈ ຫລື​ໃນສະພາວະທີ່​ມີ​ຂໍ້​ຜິດ​ພາດ​​ເຫຼັກໆ ນ້ອຍ​ໆເກີດ​ຂຶ້ນ ແທນ​ທີ່​ຈະ​ມີ​ຄຳ​ປອບ​ໃຈ, ໃຫ້​ກຳ​ລັງ​ໃຈ ຫລື ​ເປັນ​ທີ່​ປຶກ​ສາ ກັບກົງກັນຂ້າມມີ​ແຕ່​ຄຳ ເວົ້າ​ທີ່​ຊ້ຳ​ເຕີມ

8. ຜິດ​ສັນຍາ​ຫລາຍເທື່ອ

9. ເບິ່ງຄືວ່າ​ອີກ​ຝ່າຍ​ຈະລືມ​ໄປ​ແລ້ວ​ ​ຄຳ​ວ່າ: ຂໍ​ໂທດ​ ສະ​ກົດ​​ແນວໃດ

10. ເມື່ອ​ຝ່າຍ​ໃດ​ໜຶ່ງມີ​ຄຳ​ເວົ້າ​ຫຼຸດ​ອອກ​ມາ​ວ່າ ​​ເຈົ້າ​ດີ​ເກີນ​ໄປ

   ຈາກ ຂໍ້ 1 – 10 ມີ​ເງື່ອນໄຂ​ວ່າ​ຕ້ອງ​ເກີດ​ຂຶ້ນ​ເລື້ອຍ​ໆ ຖ້າ​ເກີດ​ຂຶ້ນ​ພຽງ​ເທື່ອໜຶ່ງ​ສອງ​ເທື່ອ ຢ່າ​​ໄປ​ເມົາ​ ຫລືເບິ່ງ​​ໃນ​ແງ່​ລົບ ​ເພາະ​ຊີວິດ​ຄູ່​ຈະ​ມີ​ຄວາມ​ສຸກ​ໄດ້​ຢ່າງ​ຫນ້ອຍ​ກໍ​ຕ້ອງ​ເຊື່ອ​ໃຈ​ກັນ ແລະ​ໃຫ້​ອະ​ໄພ​ໃນ​ຄວາມ​ພິດ​ພາດ​ທີ່ເກິດຂື້ນ​. 

 

ອ້າງອິງຈາກ : http://www.numlao.tk

ຂຽນເມື່ອ ຂຽນເມື່ອ: ມ.ກ.. 26, 2011 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 ນິດໄສ 7 ຢ່າງທີ່ບໍ່ຄວນປະຕິບັດກັບຄົນຮັກ


 



   1. ເອົາແຕ່ໃຈຕົນເອງ: ເປັນເລື່ອງທຳມະດາທີ່ຄົນເຮົາທຸກໆຄົນຕ້ອງເອົາແຕ່ໃຈຕົນເອງ, ຕ່າງແຕ່ວ່າໃຜຈະເອົາແຕ່ໃຈຕົນເອງຫນ້ອຍ ຫລື ຫລາຍເທົ່ານັ້ນແຕ່ທາງທີ່ດີຄວນເອົາໃຈເພິ່ນມາໃສ່ໃຈໂຕ ຈິ່ງຈະຢູ່ນຳກັນໄດ້ຍາວນານ.


  
2 ຫຶງ ແລະ ຫວງແບບບໍ່ມີຂອບເຂດ: ເລື່ອງຄວາມຫຶງ, ຄວາມຫວງເປັນເລື່ອງທຳມະດາຢູ່ແລ້ວສຳລັບຄົນທີ່ເປັນຄູ່ຮັກກັນ ແຕ່ທ່ານ ກໍ່ຄວນຫຶງ ແລະ ຫວງແບບມີຂີດຈຳກັດ ແລະ ກໍ່ຕ້ອງເຂົ້າໃຈນິດໄສຂອງຄົນທີ່ທ່ານຮັກໃຫ້ຫລານຳອີກ.


  
3. ບອກເລີກທຸກຄັ້ງທີ່ຜິດຖຽງກັນ: ຂໍ້ນີ້ສ່ວນຫລາຍແມ່ນຈະເກີດກັບຝ່າຍຍິງຫລາຍກວ່າແຕ່ຄວາມຈິງແລ້ວກໍ່ເວົ້າໄປພຽງເພື່ອຢາກໃຫ້ ຄົນຮັກຂອງຕົນມາງໍ້, ມາຂໍຄືນດີເທົ່ານັ້ນ (ວິທີນີ້ອາດຈະໃຊ້ໄດ້ໃນຄັ້ງທຳອິດເທົ່ານັ້ນ, ແຕ່ຖ້າເກີດບັນຫາແບບນີ້ເລື້ອຍໆອາດຈະເລີກກັນ ເລີຍກໍ່ເປັນໄດ້).


  
4. ເຊື່ອຄຳເວົ້າຂອງຫມູ່ຫລາຍເກີນໄປ: ບາງຄັ້ງຫມູ່ຂອງເຮົາກໍ່ບໍ່ຢາກໃຫ້ເຮົາມີຄົນຮັກເພາະວ່າຈາກທີ່ເຄີຍເຈີຫນ້າ, ເຫັນກັນທຸກໆມື້, ໄປຫລິ້ນໄປກິນນຳກັນຕະຫລອດແຕ່ຫລັງຈາກທີ່ມີຄົນຮັກແລ້ວກໍ່ບໍ່ຄ່ອຍໄດ້ເຫັນຫນ້າກັນເລີຍຍ້ອນວ່າຫມູ່ກັບໄປຢູ່ກັບຄົນຮັກຫລາຍກວ່າ.

  
 
5. ນັດແລ້ວບໍ່ໄປຕາມນັດ: ການເລື່ອນນັດແບບເລື່ອນແລ້ວເລື່ອນອີກ ຫລື ວ່າມາຊ້າແບບວ່ານັດຕອນສວາຍພັດມາຕອນແລງໆເປັນ ຕົ້ນ....ອາການແບບນີ້ ບາງຄົນອາດຈະທົນລໍຖ້າໄດ້ ແຕ່ກັບບາງຄົນຖ້າດົນໆຫລາຍເທື່ອກໍ່ອາດຈະທົນບໍ່ໄດ້ເຖິງຂັ້ນເລີກກັນເລີຍກໍ່ມີ.


   6. ຂີ້ຕົວະ: ຂີ້ຕົວະເປັນນິດໄສ ທັງໆທີ່ບາງຄັ້ງກໍ່ອາດຈະບໍ່ໄດ້ຕັ້ງໃຈ ແຕ່ຖ້າອີກຝ່າຍເຂົ້າໃຈກໍ່ອາດຈະບໍ່ເປັນຫຍັງແຕ່ເລື່ອງແບບນີ້ ແມ່ນມີຫນ້ອຍຄົນທີ່ຈະສາມາດເຂົ້າໃຈໄດ້.


  
7. ເວົ້າແບບບໍ່ໃຫ້ກຽດກັນ ເວລາຢູ່ຕໍ່ຫນ້າຄົນອື່ນ: ອາດຈະພຽງແຕ່ເປັນການເວົ້າຢອກກັນຫລິ້ນໆແຕ່ອາດຈະໃຊ້ຄຳເວົ້າທີ່ຮຸນແຮງ ເກີນໄປ ແລະ ອາດຈະກໍ່ໃຫ້ເກີດການຜິດຖຽງກັນເຊິ່ງສິ່ງນັ້ນກໍ່ ແມ່ນສາເຫດນ້ອຍໆແຕ່ອາດຈະນຳໄປສູ່ການບອກເລີກກັນກໍ່ເປັນໄປໄດ້.


ຮູ້ແບບນີ້ແລ້ວທ່ານກໍ່ລອງປັບປ່ຽນນິດໄສໃຫ້ເຂົ້າກັບຄົນຮັກຂອງທ່ານເພື່ອບໍ່ໃຫ້ເກີດບັນຫາຂຶ້ນມາຕາມຫລັງ.