ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 29, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

 ທັນສະໄໜ ແມ່ນໃຜກໍມັກແມ່ນບໍ່ ສູ່ມື້ນີ້ ຜູ້ຍິງທີ່ນຸ່ງສົ້ງຂາສັ້ນໆ ຍ່າງເລາະໃນນະຄອນຫຼວງ ເລີ່ມມີຫຼາຍຂຶ້ນ ຫຼາຍຂຶ້ນ ທຸກຄັ້ງທີ່ແນມເຫັນຄົນງາມ ຫຸ່ນດີ ມີຂາຂາວໆ ວິບແວບຍ່າງກາຍ ມີໃຜແດ່ທີ່ບໍ່ເຄີຍງວາກຫຼຽວນຳເບິ່ງ ຈົນສຸດສາຍຕາ ລາງຄົນທີ່ອ່າວຂີ້ດື້ ຫຼື ມຶນແດ່ຈັກໜ້ອຍ ກໍຈະຈີບປາກຜີວວ໊ອດໆ ອ້ອນວອນຢ່າງເປັນຕາຊັງ ເພື່ອຂໍຄວາມເຫັນໃຈ ຈົນຍ່າງຕຳຄົນສວນມາທາງໜ້າ ສະດຸດຕໍລົ້ມຟຸບລົ້ມຟາບກໍປານນັ້ນ ຈົນເມຍທ້ວງ ຈັ່ງແມ່ນເຫງີກຫງາກ ເບິ່ງໂງ່ເບິ່ງຈ້າກະດໍ້ແມ່ນແຕ່ຖືກເມຍບິດຫູ ກໍຍັງບໍ່ຫຼາບບໍ່ຈື່ ແມ່ນບໍ ນີ້ແມ່ນຄວາມຮູ້ສຶກຂອງຄົນ ທີ່ມີຕໍ່ຄວາມງາມ ຫຼື ສິ່ງແປກໃໝ່.

ຄຳວ່າ ທັນສະໄໝ ມີຄວາມໝາຍວ່າ: ຕາມສະໄໝທີ່ນິຍົມກັນ ປັດຈຸບັນ ພວກເຮົາພວມຂຸ້ນຂ້ຽວ ຫັນໄປສູ່ຄວາມທັນສະໄໝ ກໍໜ້າເຫັນໃຈຜູ້ຍິງຊຸມເຮົາ ເພາະການເປັນຕົວ ແທນ ຫຼື ຕົ້ນແບບທາງວັດທະນະທຳນີ້ ມັນຕ້ອງພິຖີພິຖັນ ເອົາອົກເອົາໃຈຫຼາຍຝ່າຍ ແລະ ຜູ້ທີ່ຈະເຮັດໄດ້ສົມກຽດ ແລະ ໜ້າພາກພູມໃຈ ກໍແມ່ນແມ່ຍິງ ເພາະແມ່ຍິງ ໃຈໃຫຍ່ ອົດທົນ ລະອຽດລະອໍ ແຕ່ສິ່ງທີ່ຢາກແລກປ່ຽນ ແມ່ນການນຸ່ງຖືທີ່ເປັນທຳມະຊາດ ພໍດີພໍງາມ ແລະ ເປັນເອກະລັກຂອງຄົນລາວເຮົາ ບາງຄົນອາດຢາກມີຄຳຖາມ ວ່າ: ນຸ່ງຊ່ຳໃດ ມັນຈຶ່ງຄ່ອຍງາມ ຈຶ່ງບໍ່ເສຍຊາດ ເປັນຫຍັງ ຜູ້ຍິງຈຶ່ງມັກນຸ່ງສັ້ນ ??? ຈົນສ້າງຄວາມສົນໃຈໃຫ້ແກ່ພວກແມງຜູ່ ຫຼື ແມງກະເບື້ອປີກຄຳທັງຫຼາຍ ບາງຄົນກໍຄົງເຫັນວ່າ ມັນງາມ ມັນທັນສະໄໝ ມັນ ໄຮໂຊ ມັນນຸ່ງສະບາຍ ມັນ ເຊັກຊີ້ ມັນເປັນຕາໜ້າຮັກ ມັນເຢັນ ສະບາຍ ຊາວນາ... ບໍ່ອຶດແຕ່ຄຳຕອບ ອັນນີ້ ສຸດແລ້ວແຕ່ເຫດຜົນ ບໍ່ວ່າກັນ ! ເພາະເວົ້າເລື່ອງຄວາມງາມ ມັນຂຶ້ນກັບຄວາມມັກ ຄວາມພໍໃຈຂອງແຕ່ລະຄົນ ທີ່ສຳຄັນ ໄດ້ເປັນເປົ້າອິດສາ ຫຼື ໂດດເດັ່ນ ໃນສາຍຕາ ຂອງຄົນອ້ອມຂ້າງ.

ຄວາມຈິງແລ້ວ ຜູ້ຍິງລາວ ເວລາຢູ່ບ້ານຢູ່ເຮືອນ ຈະນຸ່ງສີ້ນມີຫົວມີຕີນ ອາດຊິເປັນສີ້ນຝ້າຍ ຫຼື ໄໝ ສ່ວນເສື້ອ ມີທັງເສື້ອໝາກກະແລ່ງ ແຂນສັ້ນ ແລະ ແຂນຍາວ ສ່ວນເວລາໄປອອກແຮງງານ ເພີ່ມພູນຜະລິດຜົນ ແມ່ນນຸ່ງສີ້ນ ແລະ ໃສ່ເສື້ອດຳນິນ ຫຼື ເສື້ອແຂນຍາວ ທີ່ມີຫຼາກຫຼາຍສີ ຖືໝວກກຸບ ຫຼື ໃຊ້ຜ້າຄຽນຫົວ ເພື່ອປົກປ້ອງແສງ ແດດ ແລະ ຂີ້ຝຸ່ນ ໃຊ້ຜ້າພັນແຄ່ງປ້ອງກັນຮີ້ນຂົບ ຍຸງຕອມ ຫຼື ຖືກໄມ້ໜາມທີ່ແຫຼມຄົມ ສຽບແທງ... ເນື້ອກາຍ ສຳລັບການໄປງານບຸນ ພິທີສຳຄັນຕ່າງໆ ແມ່ຍິງຈະນິຍົມ ນຸ່ງເສື້ອປ້າຍ ເສື້ອສະງຽບ ສີ້ນໄໝ ເກົ້າຜົມ ບ່ຽງແພ ໃສ່ສາຍແອວທອງນາກ ຫຼື ສາຍແອວເງິນ ບໍ່ນຸ່ງເຄື່ອງບາງເກີນໄປ ປະດັບກາຍພໍດີພໍງາມ ອາດຈະໃຊ້ຕຸ້ມຫູ ສາຍຄໍ ປອກແຂນ ຕາມເງື່ອນໄຂຂອງແຕ່ລະຄົນ ເວົ້າແລ້ວແມ່ນບໍ່ໃຫ້ເຂີນ ຫຼື ລ່າມເກີນໄປ ນຸ່ງໃຫ້ຫົວສີ້ນພຽງສາຍບື ຕີນສີ້ນພຽງກາງບີແຄ່ງ ແຕ່ບໍ່ແມ່ນພຽງ ຫຼື ຫວິດຫົວເຂົ່າ ຄືພວກເຮົາບາງຄົນກຳລັງເຫີ່ ເພາະແມ່ຍິງລາວນັ້ນ ຮັກນວນສະຫງວນຕົວ ບໍ່ເຂົ້າພາຂວັນແຕ່ງດອງ ແມ່ນບໍ່ໄດ້ເຫັນຂາຂາວ ເໝືອນເພງທີ່ວ່າ ເມື່ອໄດ້ເຈົ້າແລ້ວ ຂາແປ້ວກໍຈຶ່ງເຫັນ ບູຮານວ່າ: ຕີນຜົມໃຫ້ລ່ຳກ້ຽງ ຕີນສີ້ນໃຫ້ລ່ຳພຽງ ສຳລັບເສື້ອແມ່ນໃຫ້ປົກປິດກົກແຂນ ແລະ ສ່ວນເອິກໝາຍຄວາມວ່າ ບໍ່ໃຫ້ເຫັນຄວາມງາມຂອງເນື້ອ ໜັງ.

ປັດຈຸບັນ ມີການອອກແບບທີ່ຫຼາກຫຼາຍ ທັນສະໄໝ ແລະ ໜ້າຮັກດີ ທັງມີສີສັນທີ່ງາມສະດຸດຕາ ສະດຸດໃຈ ແຕ່ແນວໃດ... ກໍບໍ່ຢາກໃຫ້ໂລດໂຜນ ເປີດແປນ ປ່ອຍປະໜ້າ ຈົນຫົວໃຈຫວັ່ນໄຫວ ຫຼື ແຫກຫຼັງຈົນເສຍຄວາມເປັນທຳມະຊາດຂອງແມ່ຍິງເຮົາ ໂດຍທົ່ວໄປແລ້ວ ແມ່ຍິງຈະນຳໃຊ້ເນື້ອແພລຽບໆ ເຮັດແອວປ່ອຍ ແນມເບິ່ງແລ້ວງາມສະ ຫງ່າ ຖືກຕາຖືກໃຈ ແລະ ຮັກສາໄດ້ຊຶ່ງຄວາມເປັນກຸນລະສະຕີ ຢ່າງແທ້ຈິງ ຄຳໂສກບູຮານ ຜ້າຫໍ່ແຮ ຜ້າແພເຊີງ ຜ້າສະເອິງພັນຄຳ ຜ້າກ້ອງແຂນຂາຄຳເກົ້າກິ່ງ ຜ້າແຕ່ ມິ່ງມານດາປັນໃຫ້ ແຕ່ປີໃໝ່ສາກົນນີ້ ກໍຢາກເຫັນຜູ້ຍິງລາວ ນຸ່ງຖືຮຽບຮ້ອຍ ບໍ່ໃຫ້ຜູ້ເຖົ້າປ້ອຍນຳຫຼັງ.


ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

 ໂລກເຮົາສະໄຫມນີ້ປ່ຽນໄປຢ່າງໄວວາ ເຮັດໃຫ້ພາວະແວດລ້ອມຕ່າງໆ ຮອບຕົວເຮົາປ່ຽນໄປທຸກສິ່ງທຸກຢ່າງ ເບິ່ງຟ້າວຟັ່ງຫລາຍຂຶ້ນ ແລະ ຍ້ອນການທີ່ເຮົາຕ້ອງເຮັດວຽກໃຫ້ທັນຕໍ່ເວລານີ້ທີ່ເຮັດໃຫ້ບາງຄັ້ງເຮົາອາດຈະປ່ອຍປະລະເລີຍທີ່ຈະດູແລສຸຂະພາບຂອງຕົວເຮົາເອງ ບາງຄົນກວ່າຈະຮູ້ຕົວກໍ່ສາຍເກີນໄປດັ່ງນັ້ນ ນາໆປະໂຫຍດຈິ່ງນຳເອົາເລື່ອງເຕືອນໄພຫນຸ່ມສາວໄວເຮັດວຽກມາຝາກ:


   
ທີ່ເວົ້າວ່າເປັນໄພອັນຕະລາຍນັ້ນ ກໍ່ຍ້ອນພະຍາດທີ່ຈະກ່າວເຖິງຕໍ່ໄປນີ້ບາງທ່ານກໍ່ອາດຈະຮູ້ຈັກແຕ່ກໍ່ມີຫລາຍໆຄົນທີ່ບໍ່ຮູ້ວ່າມີພະຍາດ ຊະນິດນີ້
ພະຍາດທີ່ວ່ານີ້ກໍ່ຄື: ເອັນກ້າມຊີ້ນ ກ້ານຄໍອັກເສບ ຫລື "Carpal Tunnel Syndrome"(CTS) ສາເຫດຕົ້ນຕໍເກີດຈາກການ ໃຊ້ນິ້ວມືໃນການຢິບຈັບສິ່ງຂອງ ຫລືເມົາຄອມພິວເຕີໃນທ່າເກົ່າເປັນເວລາດົນນານເຮັດໃຫ້ກ້າມຊີ້ນກົດທັບເສັ້ນປະສາດທີ່ສົ່ງສັນຍານຜ່ານ ລຳແຂນຈາກສອກໄປຫາບໍລິເວນມືຊ້ຳໄປຊ້ຳມາ ເຮັດໃຫ້ເກີດອາການປວດຂອງປາຍປະສາດ ຫລື ເສັ້ນເອັນບໍລິເວນກ້າມຄໍເກີດການອັກ ເສບ ເຊິ່ງມາຈາກສາເຫດດຽວກັນ.

   ປະຈຸບັນນີ້ ຫນຸ່ມສາວທີ່ເຮັດວຽກຢູ່ໃນຫ້ອງການຕ່າງກໍ່ເຮັດວຽກຮ່ວມກັບຄອມພິວເຕີ ແລະ ເມົາເປັນໄລຍະເວລາດົນນານເກືອບຫມົດ ມື້ ເຊິ່ງໃນຂະນະນີ້ພົບວ່າມີຫລາຍຄົນແລ້ວທີ່ເລີ່ມເປັນພະຍາດດັ່ງກ່າວນອກຈາກນີ້ ກຸ່ມທີ່ມີຄວາມສ່ຽງຍັງມີກຸ່ມທີ່ໃຊ້ມີຫລາຍເຊັ່ນ: ຄົນ ທີ່ມັກຖັກແສ່ວແມ່ຍິງໃກ້ຄອດ ແລະ ຜູ້ທີ່ມີພະຍາດປະຈຳຕົວທີ່ມີຜົນຕໍ່ປາຍປະສາດເປັນຕົ້ນ.

   ອາການທີ່ພົບຄື ຜູ້ປ່ວຍຈະມີອາການສຽວ ແລະ ຊາທີ່ມືບາງລາຍອາດຈະມີອາການປວດທັງແຂນຈາກນັ້ນຈະເລີ່ມຮູ້ສຶກວ່າມືເລີ່ມອ່ອນ ແຮງລົງເລື້ອຍໆລວມທັງກ້າມຊີ້ນບ່ອນຫົວໂປ້ມືກໍ່ຈະຄ່ອຍໆລີບ-ຫົດລົງເລື້ອຍໆ.

   ສຳລັບການຮັກສານັ້ນ ມີທັງການຮັບປະທານຢາ ແລະ ຜ່າຕັດເຊິ່ງໃນລາຍທີ່ບໍ່ຮຸນແຮງຫລາຍພຽງແຕ່ຮັບປະທານຢາກໍ່ຈະເຊົາແຕ່ໃນ ລາຍທີ່ຮຸນແຮງຈຳເປັນຕ້ອງໄດ້ຮັບການຜ່າຕັດເພື່ອຮັກສາ ແຕ່ຖ້າຜູ້ໃດທີ່ບໍ່ຢາກເປັນພະຍາດນີ້ ຂໍແນະນຳໃຫ້ຫມັ່ນຜ່ອນຄາຍກ້າມຊີ້ນບໍລິ ເວນມື ແລະນິ້ວມືທຸກໆ 15-20 ນາທີ ຈະສາມາດຊ່ວຍໄດ້ແຕ່ວິທີການທີ່ດີທີ່ສຸດຄື: ຮູ້ຈັກແບ່ງເວລາການເຮັດວຽກ ແລະເວລາພັກຜ່ອນ ອອກກຳລັງກາຍ.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

 ການນອນຄືການພັກຜ່ອນ ຫລັງຈາກອິດເມື່ອຍມາຫມົດມື້ ແຕ່ຈະນອນແບບໃດບໍ່ໃຫ້ເກີດຜົນເສຍຕໍ່ສຸຂະພາບ ມື້ນີ້ມີຄວາມຮູ້ກ່ຽວ ກັບເລື່ອງນີ້ມາຝາກກັນ ເພື່ອສຸຂະພາບທີ່ດີ....

   ກ່ອນຈະເຂົ້ານອນຢ່າໃສ່ໂມງ ເພາະຂະນະທີ່ໂມງເຮັດວຽກໄປເລື້ອຍໆນັ້ນ ມັນຈະປ່ອຍພະລັງງານ ເຊິ່ງມັນຈະສົ່ງຜົນຕໍ່ສຸຂະພາບ ໃນໄລຍະຍາວ.

 

   ບໍ່ຄວນນອນວາງໂທລະສັບໄວ້ໃກ້ໆ ໃຜທີ່ມັກໃຊ້ມືຖືເປັນໂມງປຸກຕອນເຊົ້າ ກະລຸນາເກັບມືຖືໄວ້ໄກໆ ເພາະຫລັກຖານທາງວິທະຍາ ສາດລະບຸວ່າ ໂທລະສັບມືຖືຈະປ່ອຍຄື້ນແມ່ເຫລັກໄຟຟ້າອອກມາຂະນະປິດເຄື່ອງໄວ້ ແລະຄື້ນແມ່ເຫລັກໄຟຟ້າເຫລົ່ານີ້ມີຜົນກັບລະບົບ ປະສາດ ດັ່ງນັ້ນ ຕອນນອນຄວນເປິດເຄື່ອງໂທລະສັບຈະດີກວ່າ.

 

   ຢ່ານອນຫລັບໄປພ້ອມກັບເຄື່ອງສຳອາງ ເຖິງແມ່ນວ່າທ່ານຈະອິດເມື່ອຍປານໃດກໍ່ຕາມ ແຕ່ກ່ອນຈະລົ້ມຕົວລົງບ່ອນນອນຄວນລ້າງ ເຄື່ອງສຳອາງອອກໃຫ້ຫມົດ ເພາະວ່າການນອນຫລັບໄປພ້ອມກັບເຄື່ອງສຳອາງ ຈະສົ່ງຜົນເຮັດໃຫ້ສະພາບຜິວຫນ້າເສຍເກີດເປັນສິວ ແລະ ຮອຍແຫ່ວຍານຕໍ່ສະພາບຜິວໃນໄລຍະຍາວ.

 

   (ຂໍ້ຫ້າມສຳລັບສາວໆ) ຢ່າໃສ່ເສື້ອຊ້ອນນອນ ເພາະນັກວິທະຍາສາດຊາວອະເມຣິກາ ພົບວ່າ: ການໃສ່ເສື້ອຊ້ອນດົນເຖິງ 12 ຊົ່ວ ໂມງ ຈະເພີ່ມອັດຕາສ່ຽງຕໍ່ການເປັນມະເຮັງຊວງເອິກໄດ້ ດັ່ງນັ້ນຈິ່ງບໍ່ຄວນໃສ່ນອນເດັດຂາດ.

 

   ຮູ້ຂໍ້ຫ້າມແລ້ວ ກໍ່ລອງນຳໄປປະຕິບັດເພື່ອການນອນທີ່ດີທີ່ຈະບໍ່ສົ່ງຜົນຕໍ່ສຸຂະພາບ.