ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 2, 2013 | ມີ 21 ຄຳເຫັນ ແລະ 0 trackback(s)

 

ເຈິຄົນຖືກໃຈກະເອົາໂລດ ບໍ່ຕ້ອງຄົບຮອດປີສອງປີດອກ ເສຍເວລາ...ອິອິ

ຕອນຮຽນນະ ມີຜູ້ບ່າວມາມັກຫຼາຍຄົນຢູ່ ແຄ່ບໍ່ຄ່ອຍຈະມີໃຜມາຈິງໃຈນຳ ຄົບກັບໃຜກະປີສອງປີຂື້ນໄປ

ສຸດທ້າຍບໍ່ມີໃຜເປັນຕາເອົາຈັກຄົນ

ກະເລີຍວ່າເບື່ອໆໄປ ຢູ່ແບບດຽວໆ ກັບໝູ່ແດ່

ຈົນວັນໜຶ່ງ ນ້ອງແຟນເກົ່າມາຫຼີ້ນນຳ ກະລົມກັນທຳມະດາ ລາວກະຍັງຄິດວ່າທີ່ຂ້ອຍບໍ່ມີແຟນຍ້ອນວ່າຍັງຮັກແຟນເກົ່າຢູ່ຫວາ ເລີຍຖາມຂ້ອຍ, ເປັນຫຍັງບໍ່ເປີດໃຈຮັບຄົນໃໝ່

ຂ້ອຍກະເລີຍວ່າກະເປີດຢູ່ ແຕ່ຍັງບໍ່ມີຄົນຖືກໃຈ ແຕ່ລາວກະຍັງບໍ່ເຊື່ອ

ຂ້ອຍເລີຍອອກປາກໄປວ່າ ເອີ່ ບາດນີ້ ຂ້ອຍເຈິໃຜທີ່ຖືກໃຈນະ ຂ້ອຍບໍ່ຄົບຮອດປີສອງປີດອກ ຖືກໃຈ ຄົບ 2-3ເດືອນກະແຕ່ງໂລດຖ້າເຂົາກະເອົາຂ້ອຍ

ເວລາກະຜ່ານໄປ 2 ເດືອນ ຂ້ອຍໄດ້ມາເຮັດວຽກຢູ່ໄຊຍະບູລີ ທີ່ແລກດ້ວຍສາຍຕາຂ້ອຍທີ່ເຄີຍມັກຄົນອ່າວໜ້າຕາດີແດ່ເນາະ ເລີຍບອກກັບໃຜຕໍ່ໃຜວ່າຢູ່ນີ້ບໍ່ມີຄົນຖືກໃຈເລີຍວ່າຊັ້ນ

ຜ່ານໄປບໍ່ຮອດສອງອາທິດ ຂ້ອຍໄດ້ສະດຸດກັບຄົນໆໜຶ່ງ ທີ່ໜ້າຕາເບິ່ງເຜີນກະບໍ່ຫຼໍ່ເລີຍ ແຕ່ທີ່ສິ່ງທີ່ເຮັດໃຫ້ຂ້ອຍຕ້ອງສະດຸດ ກໍ່ເພາະລາວຍິ້ມ ລາວຍິ້ມໜ້າຮັກຫຼາຍ ເລີຍຄິດວ່າຈະລອງປ່ອຍໆຄາລົມຫຼີ້ນ

ສຸດທ້າຍກະໄດ້ຮູ້ວ່າບໍ່ແມ່ນຫຼີ້ນໆເລີຍ ໄດ້ຄົນຮັກໃໝ່ທັນທີ ລະກະຕັດສິນໃຈໝັ້ນເລີຍຊະ 555+

ແທ້ຈິງແລ້ວ ລາວກະຄິດຈະລົມຂ້ອຍຫຼີ້ນໆຄືກັນ ແຕ່ເອົາໄປເອົາມາກະມາເຝ້າຂ້ອຍ ບໍ່ໄປໃສ ຢູ່ນຳກັນຈົນທຸກມື້ນີ້

ຂ້ອຍບໍ່ຮູ້ວ່າອະນາຄົດເຮົາຊິເປັນແນວໃດ ຂ້ອຍເລືອກໄປແລ້ວ ທຸກມື້ນີ້ຂ້ອຍກະມີຄວາມສຸກດີ

ຕ່າງຄົນຕ່າງເຄີຍຜ່ານສິ່ງທີ່ບໍ່ດີມາແລ້ວ ຊົ່ວຮ້າຍແນວໃດກໍ່ຜ່ານມາ ຕອນນີ້ດີແລ້ວ ແຕ່ມັນຈະດີໄປແບບນີ້ຕະຫຼອດໄປຫຼືບໍ່ ກໍ່ຊ່ວຍລຸ້ນນຳຂ້ອຍແນ່ເດີ້ ຄວາມຮັກຂອງເຮົາຢູ່ມາໄດ້ປີປາຍແລ້ວ ເວລາທີ່ເຮົາຄົບກັນມັນສັ້ນອີ່ຫຼີ ບໍ່ຮອດສອງເດືອນຊ້ຳ (ຂ້ອຍຄິດວ່າສະຫວັນ ບໍ່ແມ່ນເຮັດຕາມທີ່ປາກຂ້ອຍເຄີຍເວົ້າອອກໄປບໍ່ນິ ທີ່ວ່າຖ້າເຈິຄົນຖືກໃຈ ຄົບບໍ່ຖ້າຮອດປີ 2-3 ເດືອນກະເອົາເລີຍ ຖ້າເຂົາເອົາ 5555+)

ເປັນກຳລັງໃຈໃຫ້ພວກຂ້ອຍແນ່ເດີ້...ເລື່ອງຈິງ ປະສົບກ