![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ພ.ພ.. 25, 2009
| ມີ
19 ຄຳເຫັນ
ແລະ
0 trackback(s)
ສະບາຍດີ ສະມາຊິກພັນລາວທຸກຄົນ, ມື້ນີ້ຮູ້ສຶກເຊັງໆກະເລີຍມາຂຽນໄດອາຣີພໍຊິໄດ້ປຳ້ເງິນ ອິໆໆໆ ![alt](http://punlao.com/include/fckeditor/editor/images/smiley/msn/teeth_smile.gif)
ທ່ານຮູ້ຈັກເກມອັນໜຶ່ງບໍ່? ທີ່ມີຫລາຍຄົນມາອອ້ມວົງມົນກັນ ຈາກນັ້ນກໍ່ພາກັນຫລັບຕາແລ້ວເດ່ແຂນອອກເພື່ອໄປຈັບເອົາ
ມືຂອງຄົນໃດຄົນໜຶ່ງໃນກຸ່ມໂດຍທີ່ເຮົາບໍ່ຮູ້ວ່າແມ່ນໃຜ ຫລັງຈາກທີ່ຕ່າງຄົນຕ່າງຈັບມືຂອງໃຜລາວແລ້ວ ກໍ່ມືນຕາຈະເຫັນວ່າແຂນຂອງ
ແຕ່ລະຄົນຈະສະຫລັບກັນໄປມາ ແລ້ວໃຫ້ຄິດຫາວິທີໃຫ້ແຕ່ລະຄົນເຮັດຈັ່ງໃດເພື່ອໃຫ້ກັບມາເປັນວົງມົນຄືເກົ່າແຕ່ບໍ່ໃຫ້ປະມືທີ່ຈັບກັນເອົາ
ໄວ້ ໂດຍຈະມີການລອດແຂນຫລືຂ້າມຫລືເຮັດແນວໃດກໍ່ແລ້ວແຕ່. ວັນເສົາແລ້ວນີ້ ຂ້າພະເຈົ້າໄດ້ຫລິ້ນເກມນີ້ກັບເພື່ອນຮ່ວມຫ້ອງທີ່ມາຈາກ
ຫລາຍປະເທດ ( ຫວຽດນາມ, ເກົາຫລີ, ໄທ, ກຳປູເຈຍ ລວມທັງອາຈານທີ່ເປັນຄົນຈີນ ) ມ່ວນໆ ມີຮູບມາໃຫ້ເບິ່ງພ້ອມ ເບິ່ງໆ!!!
![alt](http://punlao.com/uploads_user/3000/2479/49238.jpg)
ຕອນນີ້ກຳລັງພະຍາຍາມຢ່າງໜັກ
![alt](http://punlao.com/uploads_user/3000/2479/49241.jpg)
![alt](http://punlao.com/uploads_user/3000/2479/49242.jpg)
ທັງມ່ວນທັງເຈັບ ເຮີໆໆໆ
![alt](http://punlao.com/uploads_user/3000/2479/49244.jpg)
ໃກ້ຈະຮອດຄວາມຈິງແລ້ວ!!!!!
![alt](http://punlao.com/uploads_user/3000/2479/49247.jpg)
ໂອ້ຍ!! ເຈັບອີກແລ້ວ ປານໃດຊິແລ້ວຫວະ?? ![alt](http://punlao.com/uploads_user/3000/2479/49251.jpg)
ແລະ ໃນທີ່ສຸດ!!!! ກໍ່ປະສົບຜົນສຳເລັດ ດ້ວຍຄວາມຄິດອັນສະຫລາດຫລັກແຫລມຂອງຂ້າພະເຈົ້າເອງ ( ມັນໄດ້ຄິດຕອນໃດຫວະ??
ງົງ!!!
) ຮ່າໆໆໆໆໆ
![alt](http://punlao.com/uploads_user/3000/2479/49252.jpg)
ເມື່ອຍໆ!!!! ພັກກ່ອນດຽວມາຫລິ້ນຕໍ່ ອິໆໆໆ ມ່ວນດີ ![alt](http://punlao.com/include/fckeditor/editor/images/smiley/msn/teeth_smile.gif)