ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 1, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

ກະບົດຜີບາບ ຜີບຸນ ຫຼື ຜີບ້າຜີບຸນ3

    ຝ່າຍເມືອງອຸບົນ ເມື່ອຕອນປາຍປີ ຄ.ສ. 1900 ນັ້ນເຈົ້າຍຸຕິທັມມະທອນ (ຄຳສຸກ) ເຈົ້ານຄອນຈຳປາສັກ (ເວລານັ້ນຂື້ນກັບສຍາມຢູ່) ໄດ້ມີໃບບອກເຂົ້າມາທູນຂ້າຫຼວງຕາງພຣະອົງ ທີ່ເມືອງອຸບົນວ່າ ມີຄົນຜູ່ນຶ່ງຢູ່ທາງຝັ່ງຊ້າຍແມ່ນ້ຳຂອງ ອັນເປັນເຂດປົກຄອງຂອງຝຣັ່ງເສສ ໄດ້ຕັ້ງຕົວຂື້ນເປັນອົງຜ້າຂາວ[1]ລືກັນວ່າ ມີຣິດທິຫຼາຍ ຊີ້ມືໃຫ້ເປັນອັນໃດກໍ່ໄດ້ ແລະ ໄດ້ຂ່າວວ່າ ຈະຍົກພວກຂ້າມນ້ຳຂອງເຂົ້າມາຕີເມືອງໄທໃນໄວໆນີ້.

      ຄັນພໍລ່ວງເຂົ້າເຖິງປີ ຄ.ສ. 1901 ກໍ່ມີຄົນຜູ່ນຶ່ງຊື່ໝັ້ນ ຕັ້ງຕົນເປັນອົງໝັ້ນ ຫຼື ອົງຜີບຸນອີກຄົນນຶ່ງ ຢູ່ເມືອໂຂງຈຽງ[2].

      ອົງໝັ້ນຕັ້ງສ້ອງສຸມກ້ຽວກ່ອມເອົາພັກພວກໄດ້ປະມານ 200​ ຄົນ ແລ້ວຍົກເຂົ້າມາຕັ້ງກ້ຽວກ່ອມຢູ່ເມືອງເຂມະຣາດອີກ ເວລານັ້ນ ພຣະເຂມຣັຖເດຊນາຣັກ ຜູ່ຮັກສາຣາຊການເມືອງ ກັບທ້າວໂພທິສານ ໄດ້ເຂົ້າຫ້າມ ແລະ ຂັບໄລ່ປະຊາຊົນບໍ່ໃຫ້ນັບຖືເຊຶ່ອຟັງພັກພວກຂອງອົງໝັ້ນ ຈິ່ງປຸ້ມລຸມທຳຮ້າຍທ້າວໂພທິສານຕາຍ ແລະ ຈັບເອົາພຣະເຂມຣັຖ ມັດສອກເອົາແຂນໃສ່ແຄ່ ຫາມໄປຈົນເຖິງບ້ານສະພື (ເຂດອໍາເພີຕະການພືດຜົນດຽວນີ້) ແລ້ວຈັດຕັ້ງພິທີປຸກສານພຽງຕາຂື້ນ ຜູ່ເປັນຫົວໜ້າກໍ່ນຸ່ງຂາວຫົ່ມຂາວ ປ່າວຮ້ອງໃຫ້ປະຊາຊົນພາກັນພາວະນາຮັກສາສິລ ເພາະວ່າຈະມີເຫດຮ້າຍເກີດຂື້ນ ດັ່ງຄຳພະຍາກອນນັ້ນແທ້ ໃຫ້ພາກັນລະມັດລະວັງ ປະຊາຣາຊດອນທັງຫຼາຍມີຄວາມຢ້ານກົວຢູ່ແລ້ວ ພໍເຫັນຄົນຕ່າງໜ້ານຸ່ງຂາວຫົ່ມຂາວ ຮັກສາສິລພາວະນາຢູ່ໃນທີ່ນັ້ນ ກໍສຳຄົນວ່າເປັນຜູ່ທະຣົງຄຸນວິເສດ ຈິ່ງພາກັນເຂົ້າໄປຫາ ຂໍໃຫ້ຊ່ອຍປ້ອງການພັຍອັນຕະລາຍ. ອົງໝັ້ນກໍ່ເສກເປົ່າຣົດນ້ຳມົນໃຫ້ ຂ່າວຜູ່ວິເສດໄປຮອດໃສ ກໍມີຣາຊດອນໃນບ່ອນນັ້ນເຂົ້າໄປຫາ ຜູ່ທີ່ສຳຄັນວ່າເປັນທ້າວທັມມີກຣາດ ຫຼື ພັກພວກຮັບຮອງລ້ຽງເກືອກໍ່ເປັນອັນມາກ ເລີຍເຮັດໃຫ້ມີຄົນນັບຖືຢຳແຢງຫຼາຍຂື້ນ. ອົງໝັ້ນກໍແຮ່ງສະແດງຕົນຢ່າງປືດແປນ ວ່າຕົນເປັນເຈົ້າຜູ່ມີບຸນ ຈະມາຊ່ອຍດັບທຸກຮ້ອນຂອງປະຊາຊົນຕາຄຳທຳນາຍນັ້ນ ແລະ ທຳທ່າຊີ້ມືຊີ້ໄມ້ໃຫ້ເປັນອິຫຍັງກໍ່ເປັນໄດ້ ດັ່ງເອົາດິນຊາຍຮ່າຍເຂົ້າໃນເລົາປືນ ແລ້ວຍິງອອກໄປໄດ້ເປັນຕົ້ນ ແລະ ໄດ້ຂຽນແລກຍັນລົງຄາຖາອາຄົມ ໃສ່ແຜ່ນທອງແດງຫຼືແຜ່ນແພ ແຈກຈ່າຍຣາຊດອນເປັນອັນມາກ ຣາຊດອນໃນແຖວນັ້ນຫຼົງເຊຶ່ອ ກໍພາກັນຫຼຸຫຼັງເຂົ້າມານັບຖື ຂໍເປັນສິດ ຫຼືພັກພວກປະມານພັນປາຍຄົນ ແລ້ວອົງໝັ້ນກໍ່ສັ່ງເກນເອົາປືນແກັບ ປືນເພີງ ມີດພ້າ ຫອກດາບ ຈົນຕລອດເຂົ້າປາອາຫານ ໝາກເຜັດ ແລະ ເກືອ ເປັນຕົ້ນ. ແລ້ວກໍໃຫ້ຕາກເຂົ້າແຫ້ງຍັດໃສ່ໄຖ່ຄຽນແອວໄວ້ທຸກຄົນ ພ້ອມກັນນີ້ ກໍຈັດກັນອອກເປັນໝວດເປັນໝູ່ ຖືສາຕຣາວຸດ ຢູ່ເວຍຍາມຮັກສາອົງໝັ້ນຜູ່ມີບຸນນັ້ນ ຢູ່ບ້ານສະພືໃຫຍ່ປະມານ ສີ່ຫາຫ້າມື້.

      ຕັ້ງແຕ່ພວກຜີບຸນຂ້າທ້າວໂພທິສານຕາຍ ຈົນຕຫຼອດຄວາມເຄື່ອນໄຫວຂອງພວກຜີບຸນດັ່ງກ່າວນັ້ນ ບັນດາເຈົ້າເມືອງ ແລະ ກົມການເມືອງໃຫຍ່ນ້ອຍທັງຫຼາຍ ໃນແຂວງນັ້ນ ກໍພາກັນລາຍງານສເນີຕໍ່ຂ້າຫຼວງຕາງພຣະອົງ ທີ່ປະທັບຢູ່ເມືອງອຸບົນ ຊາບທຸກປະການ.

      ກົມຫຼວງສັພສິດທິປະສົງ ຂ້າຫຼວງຕາງພຣະອົງເຈົ້າແຜ່ນດິນ ຈຶ່ງໂທຣະເລກສັ່ງໃຫ້ນາຍພົນຕຣີໝ່ອມເຈົ້າສຣິໃສສເລີມສັກ ຜູ່ບັນຊາການກອງພົນທະຫານເມືອງນະຄອນຣາຊສີມາເວລານັ້ນ ຈັດສົງທະຫານອອກໄປຊ່ອຍລະງັບເຫດການທາງການເມືອງຍະໂສທອນ. ນາຍພົນຕຣີໝ່ອມເຈົ້າສຣິໃສ ຈິ່ງໄດ້ຈັດສົງທະຫານໄທມາເປັນສອງຈຸ.​ ຈຸນຶ່ງແມ່ນພຣະສຸຣະຣາຊ ເປັນນາຍທັບ ຄຸມທະຫານ 300​ ຄົນ ຍົກຈາກເມືອງບຸຣີຣັມ ມາເມືອງຍະໂສທອນ ຕັ້ງພັກພົນຢູ່ສາລາວັດສຣີທັມມະຫາຍໂສກ. ຈຸນື່ງແມ່ນພຣະສຸຣະຣິດ ເປັນນາຍທັບ ຄຸມທະຫານ 320 ຄົນ ຍົກອອກມາຈາກເມືອງນະຄອນຣາຊສີມາ ມາເມືອງຍະໂສທອນ ແລ້ວພາພົນມາພັກເຊົາຢູ່ສາລາວັດສິງທ່າ ພ້ອມກັນນັ້ນ ກໍໄດ້ເກນເອົາກຳລັງພົນຊາວ (ລາວ) ເມືອງຍະໂສທອນອີກ 520 ຄົນ ເຂົ້າສົມທົບໂທບ ໂດຍແມ່ນທ້າວຂັຕຕິຍະ ເມືອງຍະໂສທອນ ເປັນນາຍໝວດ ຍົກອອກຈາກເມືອງຍະໂສທອນ ເດີນມາເຖິງບ້ານຫ້ວຍແຊງ.

 

ປວັດສາເມືອງຍະໂສທອນ ກ່າວເຖິງເຫດການຕອນນີ້ໄວ້ວ່າ:

“ ເມື່ອພຣະສຸຣະຣິດ ຍົກກອງທະຫານມາເຖິງບ້ານຫ້ວຍແຊງ ແລະ ຕັ້ງພັກພົນຄອຍລະວັງເຫດການຢູ່ທີ່ນັ້ນໄດ້ເດືອນນື່ງ ກໍໄດ້ເຫັນຊາຍຕ່າງໜ້າຄົນນື່ງນຸ່ງຂາວຫົມຂາວ ເອົາໜັງສືໃບລານທີ່ຂຽນເປັນອັກສອນຄຽນຫົວ ຂ້າມໄປຈາກທາງຝັ່ງຊ້າຍແມ່ນ້ຳຂອງ ຕັ້ງຕົນເປັນເຈົ້າຜູ່ມີບຸນ ຮຽກວ່າອົງຂາວ[3]ພຣະສຸຣະຣິດ ບອກທ້າວຂັຕຕິຍະ ເມືອງຍະໂສທອນໄປຈັບໃຫ້ ແລະ ໃຫ້ເອົາທະຫານໄປນຳ. ທ້າວຂັຕຕິຍະອາສາໄປຄົນດຽວ ພຣະສຸຣະຣິດບໍ່ເຊື່ອໃຈ ຈິ່ງໃຫ້ທະຫານທີ່ມານຳນັ້ນ ຊ້ອມລອງຝີມືທ້າວຂັຕຕິຍະ ໃນການທີ່ຈະຈັບເອົາອົງຂາວເບິ່ງກ່ອນ. ເມືອເຫັນວິທີການຂອງທ້າວຂັຕຕິຍະແລ້ວ ພຣະສຸຣະຣິດຈິ່ງຍອມໃຫ້ໄປຈັບ ແລະ ແຕ່ງໃຫ້ທະຫານ 12 ຄົນ ຈອບໃປນໍາຫຼັງ.​ ເວລານັ້ນ ເປັນເວລາຫົວຄ່ຳ ອົງຂາວນັ່ງພາວະນາຢູ່ງກາງເດິ່ນບ້ານ, ບ່າພາຍດາບ ມີມີດແຫຼມເນັບຢູ່ແອວ ແລະ ມີປືນນຶ່ງບອກວາງຢູ່ເທິງຕັກ. ທ້າວຂັຕຕິຍະ ປອມເປັນຊາວບ້ານ ທຳທ່າຈະໄປສົນທະນານຳ ຈິ່ງເຂົ້າໄປຖາມອົງຂາວວ່າ ມາແຕ່ໃສ ແລ້ວຊິໄປໃສ ອົງຂາວຕອບວ່າ: “ບໍ່ຮູ້ວ່າມາແຕ່ໃສ ແລະ ບໍ່ຮຼ້ວ່າຈະໄປໃສ” ແລ້ວທ້າວຂັຕຕິຍະຈິ່ງເຊີນໄປຫານາຍທັບ ທັນທີນັ້ນອົງຂາວກໍ່ຄ້ວາມືຈັບປືນຂື້ນຈະຍິງທ້າວຂັຕຕິຍະ ທ້າວຂັຕຕິຍະຈິ່ງໂດດເຂົ້າຈັບ ແລະ ເກີດຕໍ່ສູ້ກັນຂື້ນ ຜົນສຸດທ້າຍ ທ້າວຂັຕຕິຍະຈັບໄດ້ ແລ້ວນຳເອົາຕົວມາມອບໃຫ້ພຣະສຸຣະຣິດ ຜູ່ເປັນນາຍທັບ.​ ພຣະສຸຣະຣິດ ສັ່ງໃຫ້ປະຫານຊີວິດແລ້ວຕັດຫົວໄປສຽບປະຈານໄວ້ທາງທິດຕາເວັນຕົກບ້ານ,​ ຕໍ່ຈາກນັ້ນ ພຣະສຸຣະຣິດ ກໍຍົກພົນມາເຖິງບ້ານກຸດກວ້າງ ພັກສືບຂ່າວຢູ່ສອງວັນ ແລ້ວຍົກພົນມາເຖິງເມືອງສະກົນນະຄອນ ຈິ່ງໄດ້ຮັບຄຳສັ່ງໃຫ້ຍົກພົນກັບຄືນ ເພາະເຫດການດ້ານນີ້ໄດ້ສງົບລົງແລ້ວ.

 

ໄວ້ຕໍ່ອີກ

[1] ອົງຜ້າຂາວ ຄື ທົງເພດເປັນຕາຜ້າຂາວນີ້ເອງ ເຂົ້າໃຈວ່າ ເປັນຕົ້ນຕໍຂອງພວກຜີບາບຜີບຸນ ເຊິ່ງອາຈະໄດ້ຮັບຄວາມຍົວະຍົງຈາກທາງຝຣັ່ງເສສ ໃຫ້ກໍ່ການຈະລາຈົນຂື້ນກໍ່ເປັນໄດ້.

[2] ຈຽງ ຄຳນີ້ເປັນພາສາສ່ວຍ ແປວ່າຊ້າງ,​ໂຂງແປວ່າ ໝູ່ ຫຼື ເຂດແດນ, ໂຂງຈຽງ ກໍຄື ໝູ່ຊ້າງ ຫຼືເຂດແດນຂອງຊ້າງ “ຄືຮູບຊ້າງ ທະຍານລ້ຳລ່ວງໂຂງ” (ຈາກສັງສິນໄຊ)

[3] ພວກຄຶດກໍ່ການກະບົດ ເປັນຜີບາບຜີບຸນໃນຄາວນັ້ນ ເຂົ້າໃຈວ່າ ຄົງຈະໄດ້ຮັບຄວາມສົງເສີມຍຸຍົງ ຈາກຝຣັ່ງເສສ ໂດຍຝຣັ່ງເສສ ອາດຫວັງວ່າ ເມື່ອເກີດຄວາມວຸ່ນວ່າຍຂື້ນໃນດິນພາກອີສານແລ້ວ ຝຣັ່ງເສສຈະຫາທາງເຂົ້າໄປກ່ຽວຂ້ອງນຳໄດ້ ແລະ ຄຳວ່າອົງຂາວ ນອກຈາກໝາຍຄວາມວ່າ ອົງຜ້າຂາວແລ້ວ ຈະໝາຍຄວາມວ່າເຈົ້າຮົ່ມຂາວ ຫຼືເຈົ້າຟ້າຮົ່ມຂາວກໍໄດ້.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 9, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

ຕໍ່

ຝ່າຍຄນະສົງເຫັນວ່າ ພຣະຄຣູທັງ 3 ຕົນນນີ້ ມີຄວາມມົວໝອງໃນທາງວິນັຍ ຈິ່ງໄດ້ນິມົນເອົາພຣະຍານຣັກຂິຕ (ລຸນມາໄດ້ເລື່ອນຂື້ນເປັນພຣະອຸປາລີຄຸນູປະມາຈານ) ເຊິ່ງເປັນເຈົ້າຄນະມົນທົນໃນເວລານັ້ນ ມາເປັນປະທານໃນການສອບສວນ ພ້ອມດ້ວຍຄນະສົງຫຼາຍຕົນ. ພວກຄນະສົງເຫັນວ່າ ພຣະຄູຣທັງ 3 ຕົນນີ້ ມີຄວາມຜິດແທ້ ແຕ່ເພື່ອຈະພິສູດໃຫ້ເຫັນຄວາມຈິງ ຈິ່ງໄດ້ຕັ້ງພິທີທາງໄສຍະສາດຂື້ນ ດ້ວຍການປ່າວສັກເຄເທວະດາ ຕັ້ງສັດຈະອະທິດຖານ ແລ້ວນິມົນໃຫ້ພຣະຄຣູທັງສາມນັ້ນ ລົງໄປແຊ່ຢູ່ໃນນ້ຳຊີ ທ່າເມືອງຍະໂສທອນນັ້ນເອງ ເປັນເວລາສາມວັນສາມຄືນ ໂດຍຕັ້ງສັດຈະໄວ້ວ່າ ຖ້ານ້ຳຂື້ນຖ້ວມໜ້າເອິກແລ້ວ ກໍໝາຍຄວາມວ່າ ມີຄວາມຜິດແທ້. ເມື່ອໄດ້ເຮັດຕາມພິທີດັ່ງກ່າວແລ້ວພໍເຖິງວັນຖ້ວນສາມ ນ້ຳກໍຂື້ນຖ້ວມໜ້າເອິກຂອງພຣະຄຣູທັງສາມຮູບນັ້ນແທ້ ທ່ານເຈົ້າຄນະມົນທົນຈິ່ງພາເອົາພຣະຄຣູທັງສາມນັ້ນ ລົງໄປເມືອງອຸບົນ ເພື່ອຟັງຄຳສັ່ງ ຫຼືຄຳຊີ້ຂາດຂອງຂ້າຫຼວງຕາງພຣະອົງ ທີ່ປະຈຳຢູ່ເມືອງອຸບົນ (ກົມຫຼວງສັພສິດທິປະສົງ) ຕໍ່ໄປ.

ສ່ວນຂ່າວເລົ່າລືຂອງລາຍແທງທີ່ບອກວ່າ ຈະມີເຈົ້າຜູ່ມີບຸນ ຫຼື ພຣະຍາທັມມິກະຣາດລົງມາໂຜດໃນແຂວງອື່ນໆ ກໍຍັງບໍ່ຍຕິລົງເລີຍ ມີແຕ່ທະວີກະຈາຍແຜ່ກ້ວາງອອກໄປທົ່ວພາກອິສານຕລອດເມືອງນະຄອນຣາຊສີມາ ຈົນເຖິງເມືອງລາວທາງຝັ່ງຊ້າຍແມ່ນ້ຳຂອງ.

ໃນປີ ຄ.ສ. 1901 ນີ້ ທ່ານພຣະຄຣູອຸດຣພິທັກຄນະເດດ (ລຸນມາໄດ້ເລື່ອນຂື້ນເປັນພຣະຄຣູວິໂຣຈນ໌ຣັຕໂນບົນ) ເຈົ້າອະທິການວັດທົ່ງສີເມືອງອຸບົນ ໄດ້ຂື້ນມາພາຊາວບ້ານຊາວເມືອງທາດພະນົມທຳການບົວລະບັດ ປົວແປງຮັກສາທາດພະນົມ ໃນເວລານັ້ນ ພວກຊາວບ້ານຊາວເມືອງ ໄດ້ຍິນຄຳເລົ່າລືລາຍແທງຜີບາບຜີບຸນນັ້ນແລ້ວ ກໍມີຄວາມສະທ້ານຢ້ານກົວ ແລະ ບໍ່ມີຄວາມເຊຶ່ອໝັ້ນໃນຄຸຄ່າຂອງເງິນຄຳທີ່ຕົນມີຢູ່ ເພາະຢ້ານເກີດເປັນຫີນແຮ່ຄືຄຳເລົ່າລື ຈິ່ງພາກັນເອົາເງິນຄຳມາທານໃຫ້ທ່ານພຣະຄຣູ ເພື່ອທຳການປົວແປງທາດພະນົມເປັນອັນມາກ ທຳໃຫ້ການປົວແປງບົວຣະບັດພຮະທາດສະດວກຂື້ນ. ນອກຈາກນີ້ ທ່ານພຣະຄຣູຍັງໄດ້ທຳຄວາມເຂົ້າໃຈ ຫຼື ແກ້ຄວາມເຂົ້າໃຈຜິດຂອງປະຊາຊົນໃນເຂດນີ້ອີກນຳ ຄື ທ່ານໄດ້ບອກໃຫ້ຕາຜ້າຂາວ (ໜູ) ເຮັດຮູບຊ້າງຮູບມ້າຂື້ນ ແລ້ວເອົາຂອງທານ ເປັນຕົ້ນວ່າ ເງິນຄຳມາປະດັບຮູບນັ້ນ ແລ້ວແຫ່ບູຊາພຣະທາດ ຄັນມາເຖິງເດິ່ນພຣະທາດແລ້ວ ທ່ານພຣະຄຣູໄດ້ຕັ້ງບັນຫາຖາມປະຊາຊົນທີ່ມາຊຸມນຸມໃນກະບວນແຫ່ ແລະ ໃຫ້ປະຊາຊົນຕອບ ດັ່ງຊີ້ໃຫ້ເບິ່ງບ່ອນຕາມ້າຕາຊ້າງ ເຊິ່ງເຮັດດ້ວຍແກ້ວແວ່ນວ່າແມ່ນອິຫຍັງ ປະຊາຊົນກໍຕອບວ່າຕາຂອງມັນ ແລ້ວຖາມຕໍ່ໄປອີກ ເຮັດດ້ວຍຫຍັງ ປະຊາຊົນກໍຕອບວ່າເຮັດດ້ວຍແວ່ນ ແລ້ວຖາມຕໍ່ໄປອີກວ່າ ແວ່ນນີ້ເປັນຕາຊ້າງຕາມ້າໄດ້ແທ້ບໍ່ ປະຊາຊົນກໍຕອບວ່າບໍ່ໄດ້ ຈິ່ງຖາມສ່ວນອື່ນື້ໄປໝົດໃນທຳນອງດຽວກັນນີ້. ເມື່ອປະຊາຊົນຕອບວ່າບໍ່ແມ່ນແທ້ດັ່ງແຕ່ກ່ອນນັ້ນແລ້ວ ເພິ່ນຈິ່ງອະທິບາຍວ່າ ນີ້ແຫຼະ ເຂົາລືກັນວ່າ ຫີນແຮ່ຈະເກີດເປັນເງິນເປັນຄຳ ແລະ ຄວາຍຕູ້ດ່ອນ ໝູ ໝາກອຶໝາກໂຕ່ນ ຈະເກີດເປັນຍັກນັ້ນ ກໍເປັນບໍ່ໄດ້ຄືກັນນີ້ແຫຼະ ທ່ານພຣະຄູໄດ້ທຳອຸບາຍອັນນີ້ສອນປະຊາຊົນທີ່ມີຄວາມຫຼົງຜິດໃຫ້ກັບມາມີຄວາມເຫັນຖືກຕ້ອງໄປໄດ້ເປັນອັນມາກ ນັບວ່າທ່ານໄດ້ຊ່ອຍເຫຼືອປະຊາຊົນດ້ວຍອຸບາຍອັນສລາດຍິ່ງ.

 ໄວ້ຕໍ່ອີກ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 8, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

 ກະບົດຜີບາບ ຜີບຸນ ຫຼື ຜີບ້າຜີບຸນ

ພາຍຫຼັງຈາກຂ້າຫຼວງຕາງພະອົງ ປະຈຳຫົວເມືອງຕາເວັນອອກກ້ຳເໜືອ ຫຼືມົນທົນອິສານ ໄດ້ອອກປະກາດວ່າ ໃຫ້ລາວເປັນໄທ ຕາມພຣະລາຊໂອງການລົງວັນທີ 4 ມິຖຸນາ 1899 ຂອງພຣະເຈົ້າແຜ່ນດິນສຍາມ ຣັຊການທີ 5 ໄດ້ 1 ປີຄື ເຖິງປີ ຄ.ສ. 1900 ຖ້ວນ ໄດ້ມີຄົນລາວພວກນື່ງກໍ່ການກະບົດຂື້ນໃນຫົວເມືອງມົນທົນພາກອິສານ ແລະ ການກະບົດ ຫຼືການກໍ່ການປະຕິວັດໃນຄາວນັ້ນ ສຍາມຈິ່ງຮຽກວ່າ ກະບົດຜີບາບຜີບຸນ ຄືເຮັດຢ່າງບ້າໆ ຫຼື ຫຼອກໃຫ້ເຊື່ອໄປໃນທາງບາບທາງບຸນ, ເຣື່ອງມີດັ່ງນີ້: ເມື່ອປີຊວດ ຈຸລສັກຣາດ 1262 (ຄ.ສ. 1900) ຜາກົດວ່າ ມີລາຍແທງ[i] ເປັນຄໍາທໍານາຍວ່າ ເຖິງກາງເດືອນຫົກ ປີສລູ ຈຸລສັກຣາດ 1263 ຈະເກີດເຫດເພດໄພໃຫຍ່ຫຼວງ, ຫີນແຮ່ຈະກາຍເປັນເງິນເປັນຄຳ, ໝາກອຶໝາກໂຕ່ນຈະກາຍເກີເປັນຊ້າງເປັນມ້າ, ຄວາຍຕູ້ດ່ອນ ແລະ ໝູ ຈະກາຍເກີດເປັນຍັກກິນຄົນ, ທ້າວພຣະຍາທັມມິກຣາດ[ii] ຈະມາເປັນໃຫຍ່ໃນໂລກນີ້. ຜູ່ໃດຢາກພົ້ນເຫດຮ້າຍອັນນີ້ ຈົ່ງໃຫ້ກ່າຍເອົາລາຍແທງອັນນີ້ບອກເລົ່າຕໍ່ໆກັນໄປ ຖ້າຜູ່ໃດເປັນຄົນບໍຣິສຸດ ບໍ່ໄດ້ທຳບາບຫຍາບຊ້າອັນໃດແລ້ວ ໃຫ້ເອົາຫີນແຮ່ມາທ້ອນໄວ້ ຄອຍຖ້າໃຫ້ພຣະຍາທັມມິກຣາດ ມາຊຸບໃຫ້ເປັນເງິນເປັນຄຳ ຖ້າຜູ່ໃດໄດ້ກະທຳບາບກຳຕ່າງໆ ແລະ ເພື່ອຢາກເປັນຄົນບໍຣິສຸດນັ້ນ ກໍ່ໃຫ້ລ້າງບາບຕັດກັມຕັດເວນເສຽ ໂດຍນິມົນພຣະສົງມາສູດຮົດນ້ຳລ້າງໃຫ້ ຖ້າຜູ່ໃດຢ້ານຕາຍ ກໍໃຫ້ຂ້າຄວາຍຕູ້ດ່ອນ ກັບໝູເສຽ ໃນເວລາມື້ກ່ອນເພັງເດືອນຫົກ ປີສລູ (ຄ.ສ. 1901) ຢ່າຟ້າວໃຫ້ມັນໄດ້ເປັນຍັກ. ຜູ່ທີ່ຍັງເປັນສາວຢູ່ບໍ່ມີຜົວ ກໍ່ໃຫ້ຟ້າວເອົາຜົວສາ ບໍ່ດັ່ງນັ້ນ ຍັກຈະກິນໝົດ ດັ່ງນີ້ເປັນຕົ້ນ. ນີ້ແມ່ນ ຄວາມເວົ້າໃນລາຍແທງນັ້ນ.

ປະຊາຊົນລາວໃນພາກອິສານສມັຍນັນ ຍັງເປັນຄົນໂງ່ຈ້າຢູ່ຫຼາຍ ແຕ່ຫາກເປັນຄົນເຊື່ອໝັ້ນໃນບຸນໃນບາບ ແລະ ຫວັງເພິ່ງເຈົ້າຜູ່ມີບຸນ ຄອບຖ້າໃຫ້ແຕ່ເຈົ້າຜູ່ມີບຸນ ຄື ພຣະຍາທັມມິກຣາດ ມາໂຜດໃຫ້ຕົນໄດ້ມີຄວາມສຸກ ໂດຍບໍ່ຮູ້ວ່າ ຄວາມສຸກ ຫຼື ຄວາມທຸກ ແລະ ຄວາມຮັ່ງມີ ຫຼື ຍາກຈົນນັ້ນ ເກີດຈາກການກະທຳຂອງຕົນເອງ ດັ່ງນັ້ນ ຈິ່ງພາກັນຫຼົງເຊື່ອຕາມຄວາມເວົ້າໃນລາຍແທງ ແລ້ວກໍພາກັນຢ້ານສັ່ນຕໍ່ພຍັນຕະຣາຍຕ່າງໆ ຕາມທີ່ຕົນໄດ້ຍິນຈາກລາຍແທງນັ້ນ.

ຄວາມຊ່າລືເລື່ອງນີ້ ໄດ້ແຜ່ກະຈາຍໄປທົ່ວໃນແຜ່ນດິນພາກອິສານໄວພໍປານວ່າໄຟລາມທົ່ງ. ໃນປີ ຄ.ສ. 1900 ນັ້ນເອງ ໄດ້ມີຣາສດອນຈາກບ້ານ ແລະ ເມືອງຕ່າງໆ ພາກັນໄປເກັບເອົາຫີນແຮ່ທີ່ຢູ່ທາງຕາເວັນຕັກເມືອງເສລະພູມ ແຂວງຮ້ອຍເອັດ ໄປໄວ້ບູຊາເປັນອັນມາກຜິດປົກກະຕິແລ້ວກໍ່ມີສຽງເວົ້າເລົ່າລືໂຈດຂານກັນວ່າ ພໍເຖິງເດືອນຫົກ ກໍຈະຂ້າຄວາຍຕູ້ດ່ອນ ແລະ ໝູໃຫ້ໝົດ.

ຝ່າຍເຈົ້າໜ້າທີ່ຜູ່ປົກຄອງບ້ານເມືອງຕາມເມືອງຕ່າງໆ ໄດ້ຊາບຄວາມເລົ່າລືອັນນີ້ແລ້ວ ກໍມີຄວາມວິຕົກກັງວົນຢູ່ເປັນອັນມາກ ແຕ່ຈະຈັບກຸມຜູ່ໃດໄປລົງໂທດກໍບໍ່ໄດ້ ເພາະຍັງບໍ່ຮູ້ວ່າຜູ່ໃດຜິດ ຜູ່ໃດແມ່ນ ແລະ ຜູ່ໃດເປັນຜູ່ຕົວະຍົວະສົ່ງເສີມ ເປັນແຕ່ຊ່າລືກັນໄປລືກັນມາ ແລະ ຢ້ານກົວກັນໄປເອງ. ຄວາມຊ່າລື ແລະ ຢ້ານກົວນີ້ ເປັນເຫດໃຫ້ຣາສດອນ ເມືອງຍະໂສທອນ ພາກັນໄປນິມົນພຣະມາສູດຮົດນ້ຳຊຳຮະ ຕັດກັມຕັດເວນໃຫ້ເປັນອັນມາກ. ພູລເຫດທີ່ພາໃຫ້ຣາສດອນເມືອງຍະໂສທອນແຕກຕື່ນນັ້ນມີດັ່ງນີ້:

ມີທາດເກົ່າລູກນຶ່ງ ຢູ່ທີ່ບ້ານທາດໃກ້ໆເມືອງຍະໂສທອນນັ້ນເອງ ທາດລູກນີ້ຊາວບ້ານຮຽກັນວ່າ ທາດຫຼັກໂລກ ນັບຖືກັນວ່າເປັນທາດເກົ່າແກ່ສັກສິດ. ຢູ່ໃກ້ໆທາດນັ້ນ ເປັນບ່ອນຫຼຸບບ່ອນນຶ່ງ ເມື່ອຝົນຕົກນ້ຳໄຫຼລົງບ່ອນຫຼຸບນັ້ນແລ້ວ ກໍໄຫຼຕໍ່ລົງແມ່ນ້ຳຊີ ຈິ່ງເຮັດໃຫ້ດິນຊາຍໃນທີ່ນັ້ນເປັນໂນນສູງຂື້ນ ຕອນນຶ່ງຮູບຄ້າຍຄືທາດ. ພວກຊາວບ້ານເລີຍພາກັນຮຽກໂນນດິນຊາຍນັ້ນວ່າ “ທາດຄຳບຸ” ພວກຊາວຊົນຜູ່ຜີບາບຜີບຸນ ຈິ່ງພາກັນ ໄປບະບົນທຳພິທີສັກກາຣະບູຊາຂື້ນໃນທີ່ນັ້ນແລ້ວ ນິມົນເອົາພຣະຄູອິນ ວັດບ້ານໜອງອີຕຸ້ມ ໃຫ້ເປັນຫົວນ້າ ພາໄປທຳພິທີສູດສະເດາະເຄາະ ຕັດກັມຕັດເວນ ແລະ ຮົດນ້ຳມົນ ພ້ອມດ້ວຍພຣະຄູວິບູນ ວັດອັມພະວັນ ແລະ ພຣະຄຣູອະນັນຕະນິຄົມ ເຂດວັດສິງທ່າ ເມືອງຍະໂສທອນ ເປັນຄນະ. ເມື່ອຜູ່ໃດສູດຮົດນ້ຳລ້າງຄວາມຊົ່ວແລ້ວ ກໍໃຫ້ຖີ້ມເງິນຄຳໄວ້ທີ່ທາດຄຳບຸນັ້ນ ເພາະຕາມຂ່າວເລົ່າລືວ່າ ເງິນຄຳທີ່ມີຢູ່ນັ້ນ ຈະເກີດເປັນຫີນແຮ່ຖ້າບໍ່ຖີ້ມ. ເມື່ອໄປເອົາຫີນແຮ່ເມືອງເສລະພູມມາບູຊາແລ້ວ ຫິນແຮ່ນັ້ນ ກໍຈະບໍ່ເກີດເປັນເງິນເປັນຄຳໄດ້ ສະນັ້ນ ຜູ່ທີ່ໄດ້ມາລ້າງບາບ ຕັດກັມຕັດເວນ ສະແດງຕົນເປັນຜູ່ບໍຣິສຸດ ຈິ່ງໄດ້ເອົາເງິນຄຳຂອງຕົນຖິ້ມໄວ້ທີ່ທາດຄຳບຸນັ້ນເປັນອັນມາກ ແລ້ວກໍພາກັນໄປເກັບເອົາຫີນແຮ່ທີ່ເມືອງເສລະພູມມາໄວ້.

ໄວ້ຕໍ່ມື້ໜ້າ ຍັງພິມບໍ່ແລ້ວ ມາໃຫ້ອ່ານກ່ອນ

[i] ລາຍແທງແມ່ນຄຳບອກເລົ່າ ຫຼືຄຳທຳນາຍ ຫຼືຄຳຊີ້ແຈງທີ່ຄົນບູຮານຂຽນໄວ້ໃນໃບລານ ຫຼື ໃນແຜ່ນຫີນດັ່ງບອກວ່າ ບ່ອນຫັ້ນບ່ອນໜີ້ ມີໄຫເງິນໄຫຄຳຝັ່ງຢູ່ເປັນຕົ້ນ.

[ii] ພຣະຍາທັມມິກຣາດ ໝາຍເຖິງ ເຈົ້າແຜ່ນດິນທີ່ປົກຄອງປະເທດຊາດບ້ານເມືອງຢ່າງເປັນທັມ.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 7, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

 ຄວາມວຸ່ນວາຍເນື່ອງຈາກນາງມະຫາເທວີ

ການເມືອງປະເທດລ້ານຊ້າງ ໃນລະຫວ່າງນີ້ ໄດ້ຮັບຄວາມວຸ່ນວາຍເປັນອັນມາກ ເນື່ອງຈາກການປົກຄອງພາຍໃນ ໄດ້ຕົກຢູ່ໃນກຳຫັດຂອງນາງມະຫາເທວີຜູ່ໃຈບາບ. ນາງມະຫາເທວີນັ້ນເປັນພຣະຊາພະຄີນີຂອງ ພຣະຍາສາມແສນໄທ ພຣະນາມເດີມຊື່ວ່າ ນາງແກ້ວເກສີ ໄດ້ແຕ່ງດອງກັບລູກຊາຍປູ່ລ້ຽງຜູ່ເປັນແສນເມືອງ ນາງມີຄວາມປະສົງຈະໃຫ້ສາມີຂອງນາງ ເປັນຜູ່ມີອຳນາດ ແລະ ໄດ້ເປັນພຣະເຈົ້າແຜ່ນດິນໃນນະຄອນຊຽງທອງ ດັ່ງນັ້ນ ເມື່ອພຣະຍາລ້ານຄຳແດງ ສ້ຽງພຣະຊົນແລ້ວ ນາງຈິ່ງຈັດການບ້ານເມືອງໄປຕາມຄວາມປະສົງຂອງຕົນເອງ ຄື ນາງໄດ້ຂໍໃຫ້ສາມີຂອງຕົນ ເປັນແສນຫຼວງຊຽງລໍ ຊື່ງເປັນຕຳແໜ່ງທີ່ມີອຳນາດເດັດຂາດສູງສຸດ. ສະນັ້ນ ພໍພຣະຍາລ້ານຄຳແດງສຽ້ງພຣະຊົນແລ້ວ ເສນາອາມາດທັງຫຼາຍ ພ້ອມກັນອະພິເສກ ເຈົ້າພົມມະທັດ ໂອຣົດຂອງພຣະຍາລ້ານຄຳແດງ ຂື້ນເປັນພຣະເຈົ້າແຜ່ນດິນ. ທ້າວພົມມະທັດຄອງເມືອງໄດ້ 10 ເດືອນ ນາງມະຫາເທວີ ກໍທຳອຸບາຍເອົາຫຼານນ້ອຍໄປຂ້າເສຍທີ່ຜາພານ ແລ້ວຍົກທ້າວຍຸຄອນຂື້ນເປັນພຣະເຈົ້າແຜ່ນດິນ ໄດ້ 8 ເດືອນ ນາງມະຫາເທວີຈະຈັບຂ້າ ພຣະອົງຮູ້ຕົວຈິ່ງລັກໜີ. ນາງມະຫາເທວີ ໃຫ້ຄົນນຳໄປທັນຢູ່ຜາດາວ ກໍປະຫານຊີວິດເສຽ ແຕ່ນັ້ນນາງມະຫາເທວີຈິ່ງໄດ້ເຊີນເອົາ ທ້າວກ້ອນຄຳ ພຣະໂອຣົດຂອງພຣະຍາສາມແສນໄທ ທີ່ໄປຄອງເມືອງຊຽງສາ ມາເປັນເຈົ້າແຜ່ນດິນ ຖວາຍພຣະນາມວ່າ ພຣະຍາຊຽງສາ. ພຣະຍາຊຽງສາຄອງເມືອງໄດ້ 1 ປີ ກັບ 6 ເດືອນ ນາງມະຫາເທວີ ກໍທຳອຸບາຍເອົາໄປຂ້າເສຍທີ່ຄົກເຮືອ ເມື່ອພຣະຍາຊຽງສາຕາຍແລ້ວ ພວກເສນາອາມາດທັງຫຼາຍຈິ່ງມາເຊີນເອົາທ້າວຄຳເຕັມຊ້າ ຜູ່ເປັນພຣະຍາປາກຫ້ວຍຫຼວງເມືອເປັນພຣະເຈົ້າແຜ່ນດິນ. ພຣະຍາປາກຫ້ວຍຫຼວງ ຄອງເມືອງໄດ້ 5 ເດືອນ ຮູ້ຕົວວ່າ ນາງມະຫາເທວີຈະລອບຂ້າ ຈິ່ງສະເດັດໜືຄືນມາປາກຫ້ວຍຫຼວງ ມາຢູ່ປີດຽວກໍ່ສິ້ນພຣະຊົນ. ອາມາດທັງຫຼາຍຈິ່ງສ້າງວັດກວມອັດຖິໄວ້ ທີ່ບ້ານບໍ່ບາງ ແຄມຫ້ວຍຫຼວງ. ເມືອພຣະຍາປາກຫ້ວຍຫຼວງ ສະເດັດໜີແລ້ວ ນາງມະຫາເທວີ ກໍໃຫ້ອາມາດໄປເຊີນເອົາ ທ້າວລືໄຊ ຜູ່ເປັນພຣະຍາໝື່ນບ້ານ ຢູ່ເມືອງກະບອງ ມາສເວີຍຣາດ ຖວາຍພຣະນາມວ່າ ພຣະຍາໝື່ນບ້ານ. ພຣະຍາໝື່ນບ້ານ ຄອງເມືອງໄດ້ 6 ເດືອນ ພຣະອົງຮູ້ວ່າ ພຣະນາງມະຫາເທວີ ຈະປອງຂ້າ ກໍປົງພຣະຊົນພຣະອົງເສຽ ທີ່ສວນອຸທຍານ ພຣະຍາໝື່ນບ້ານສຽ້ງພຣະຊົນແລ້ວ ພວກເສນາອາມາດຈິ່ງໄປເຊີນເອົາ ທ້າວໃຄ່ບົວບານ (ຫຼານພຣະຍາສາມແສນໄທ) ຜູ່ຄອງເມືອງຊຽງໃຄ້ ມາເປັນເຈົ້າແຜ່ນດິນ. ພຣະຍາຊຽງໃຄ້ ຄອງເມືອງໄດ້ 3 ປີ ນາງມະຫາເທວີກໍທຳອຸບາຍຂ້າເສຽທີ່ສົບຄານ. ເມື່ອພຣະຍາຊຽງໃຄ້ຕາຍແລ້ວ ພວກເສນາອາມາດ ຈິ່ງໄປເຊີນເອົາ ທ້າວວັງບຸຣີ ໂອຣົດພຣະຍາສາມແສນໄທ ທີ່ຢູ່ນະຄອນວຽງຈັນ ມາສເວີຍຣາດ. ທ້າວວັງບຸຣີຊາບຄວາມໂຫດຮ້າຍຂອງນາງມະຫາເທວີ ຈິ່ງບໍ່ສເດັດເມືອ. ແຕ່ນັ້ນ ມີຊາຍຄົນນຶ່ງຊື່ທ້າວຄຳເກີດ ເປັນບຸດຂອງສາວໃຊ້  ແຫ່ງພຣະຍາສາມແສນໄທ. ທ້າວຄຳເກີດໄດ້ເວົ້າອ້າງຕົນວ່າ ຕົນແມ່ນພຣະຍາສາມແສນໄທມາເກີດ ຄົນທັງຫຼາຍກໍ່ຫຼົງເຊື່ອ ເພາະທ້າວຄຳເກີດຈື່ຈຳຂ້ອຍຂ້າມ້າຄົນ ຂອງພຣະຍາສາມແສນໄທໄດ້ໝົດ ແລະ ເນື່ອງຈາກຄົນນັບຖືພຣະຍາສາມແສນໄທຫຼາຍ ດັ່ງນັ້ນ ນາງມະຫາເທວີ ຈິ່ງອະພິເສກທ້າວຄຳເກີດ ຂື້ນເປັນພຣະເຈົ້າແຜ່ນດິນ. ທ້າວຄຳເກີດ ຄອງເມືອງໄດ້ 2 ປີ ປາຍກໍ່ຕາຍ.

ເນື່ອງຈາກນາງມະຫາເທວີ ເປັນຄົນໂຫດຮ້າຍສາມານ ປອງຂ້າແຕ່ກະສັດຢູ່ບໍ່ຂາດ ດັ່ງນັ້ນ ບັນດາກະສັດລູກຫຼານທັງຫຼາຍ ຈິ່ງພາກັນຫຼົບໜີລີ້ຊ່ອນຢູ່ ບໍ່ມີຜູ່ໃດສາມາເປັນເຈົ້າແຜ່ນດິນໃດ້. ພວກເສນາອາມາດເຫັນວ່າ ບ້ານເມືອງເກີດຄວາມວຸ່ນວາຍ ຍອ້ນນາງເທວີເປັນຕົ້ນເຫດ ກໍ່ພາກັນຈັບນາງເທວີ ແລະ ແສນຫຼວງຊຽງລໍ ໄປປະຫານຊີວິດເສຽ ທີ່ຜາດ່ຽວ ດ້ວຍການທໍລະມານຢ່າງສາຫັດ ຄື ໃຫ້ນອນຫົວໝູນຫີນ ແລະ ໃຫ້ເອົາຕີນຈຸ່ມນ້ຳໄວ້ຈົນໃຫ້ຂາດໃຈ. ແຕ່ນັ້ນມາ ຣາຊອານາຈັກລ້ານຊ້າງ ກໍຂາດຫວ່າງກະສັດຢູ່ເຖິງ 3 ປີ. ນລະຫວ່າງບ້ານເມືອງວຸ່ນວາຍນີ້ ພຣະມະຫາປາສມັນເຖຣະ ແລະ ພຣະມະຫາເທບລັງກາ ກໍເຖິງແກ່ມໍຣະນາພາບ ນັກປາດທັງສາມທີ່ມາແຕ່ເມືອງຂເມນ ກໍເຖິງແກ່ອະນີຈກັມໄປ ຍັງແຕ່ບຸດຂອງນັກປຣາດທັງສາມນັ້ນ ໄດ້ຮັບຕຳແໜ່ງເປັນນາຍທະຫານເອກ ຕໍ່ມາຄື ນໍຣະສິງ ມີ (ບຸດຊາຍ 2 ຄົນ) ຜູ່ພີ່ ຊື່ ນໍຣະສິງ, ຜູ່ນ້ອງຊື່ ນໍຣະນາຣາຍ; ນໍຣະເດດ ແລະ ນໍຣະຣາດ ກໍມີບຸດຊາຍຄົນລະຄົນ. ທັງ 4 ຄັນນີ້ ໄດ້ເປັນນັກປຣາດປະຈຳຣາຊສຳນັກ ດັ່ງນັ້ນ ເມືອບ້ານເມືອງຂາດພຣະມະຫາກະສັດ ທ່ານທັງ 4 ພ້ອມດ້ວຍເສນາອາມາດ ຈິ່ງໄດ້ສະຖາປະນາ ພຣະມະຫາກະສັດທາທິໂກ ເຈົ້າວັດແກ້ວ ຂື້ນເປັນພຣະມະຫາສາມີ ແລະ ນິມົນພຣະມະຫາສມຸທໂຄດ ມາເປັນເຈົ້າວັດປາສມັນຕະ ແລ້ວມອບຣາຊການບ້ານເມືອງໃຫ້ແກ່ພຣະມະຫາເຖຣະເຈົ້າທັງສອງ ເປັນຜູ່ເບິ່ງແຍງຊ່ອຍຕລອດ 3 ປີ.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 1, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

 ພຣະເຈົ້າອານຸທຳການກູ້ເອກະລາດ

ພຣະເຈົ້າອານຸວົງ ເປັນນັກຮົບຜູ່ສາມາດ ແລະ ເຂັ້ມແຂງຜູ່ນຶ່ງ ທັງມີຄວາມຮັກຊາດ ຮັກອິສຣະພາບເປັນທີ່ສຸດ. ພຣະອົງຈິ່ງພະຍາຍາມຄອຍຫາໂອກາດ ທີ່ຈະປົດແອກອອກຈາກຄວາມເປັນປະເທດຫົວເມືອງຂື້ນຂອງສຍາມຢູ່ຕລອດມາ. ໃນການທີ່ພຣະອົງທຳການກູ້ອິສຣະພາບໃນຄາວນັ້ນ ພຣະອົງຄິດແຕ່ພຽງຈະກູ້ອິສຣະພາບ ຟື້ນຟູປະເທດໃຫ້ເປັນເອກະຣາດທໍ່ນັ້ນ ບໍ່ໄດ້ຄຶດຈະຮົບເລວເອົາປະເທດສຍາມ ຫຼືຮົບເລວປະເທດສຍາມ ເພື່ອແກ້ແຄ້ນແທນພຣະຣາຊບິດາ. ດັ່ງນັນ ພຣະອົງຈິ່ງສັ່ງໃຫ້ເຈົ້າຣາຊວົງ ຍົກກອງທັບໄປກວາດເອົາຄົວຄົນລາວທີ່ສຍາມກວດໄປໄວ້ເມືອງສຣະບູຣີ ຄືນມາວຽງຈັນ ສ່ວນພຣະອົງກໍ່ລົງກວາດເອົາຄົວເມືອງໂຄຣາດ. ຝ່າຍບາງກອກ ເມື່ອຊາບວ່າ ເຈົ້າອານຸ ແຂງເມືອງ ແລະ ຍົກພົນລົງໄປກວາດເອົາຄົວຄົນລາວລົງມາວຽງຈັນ ຈິ່ງໄດ້ຍົກກອງທັບອອກຕິດຕາມ ຕີກອງທັບພຣະເຈົ້າອານຸ ແລະ ເຈົ້າຣາຊວົງ ຈົນເຖິງວຽງຈັນ. ທ້າຍທີ່ສຸດ ພຣະເຈົ້າອານຸກໍ່ຖືກສຍາມຈັບໄດ້ ດ້ວຍຄວາມຊ່ວຍເຫຼືອຂອງເຈົ້ານ້ອຍເມືອງພວນຊຽງຂວາງ ແລະ ຖືກສົ່ງລົງໄປບາງກອກ ພ້ອມດ້ວຍ ພຣະບໍຣົມວົງສານຸວົງ ແລ້ວສຽ້ງພຣະຊົນຢູ່ບາງກອກ ປີ ຄ.ສ. 1828.

ກອງທັບສຍາມ ຕີໄດ້ນະຄອນວຽງຈັນເທື່ອທີ 2, ໃນຣາຊການຂອງພຣະເຈົ້າອານຸນີ້ ເຈົ້າແຜ່ນດິນສຍາມ ອົງທີ 3 (ພຣະນັ່ງເກົ້າ) ໄດ້ສັ່ງໃຫ້ທຳລາຍນະຄອນວຽງຈັນໝົດ ໂດຍໃຫ້ມ້າງເພທຳລາຍກຳແພງເມືອງ ປ້ຳຕົ້ນໄມ້ລົງໃຫ້ໝົດ ພໍປານຟັນໄຮ່ ແລ້ວເອົວໄຟສຸມ. ນະຄອນວຽງຈັນຖືກໄຟເຜົາເປັນເຖົ່າຖານ. ພຣະພຸທຮູບຫຼາຍຮ້ອຍຫຼາຍພັນອົງ ຖືກໄຟໃຫ້ເປື່ອຍ ກອງລະເນລະນາດຢູ່ຕາມວັດຕ່າງໆ. ວັດໃນນະຄອນວຽງຈັນເຫຼືອວັດດຽວ ຄື ວັດສີສະເກດ. ການທີ່ພຣະເຈົ້າແຜ່ນດິນສຍາມ ສັ່ງໃຫ້ທຳລາຍວຽງຈັນໃຫ້ມຸ່ນມິນສິ້ນຊາກ ກໍເພື່ອບໍ່ໃຫ້ວຽງຈັນກັບຄືນເປັນເມືອງໄດ້ອີກ ແລ້ວໃຫ້ລົ້ມເລີກອານາຈັກລ້ານຊ້າງວຽງຈັນເສຍບໍ່ໃຫ້ມີເມືອງ ແລະ ເຈົ້າຄອງນະຄອນອີກຕໍ່ໄປ. ຣາຊວົງລ້ານຊ້າງວຽງຈັນ ຈິ່ງສີ້ນສຸດລົງພຽງທໍ່ນີ້ ນະຄອນວຽງຈັນທີ່ສວຍງາມ ອຸດົມສົມບູນ ຈິ່ງເປັນເມືອງຮ້າງ ຕັ້ງແຕ່ປີ ຄ.ສ. 1928 ນັ້ນມາ. ສຍາມໄດ້ໄປຕັ້ງກອງຮັກສາການ ຫຼື ກອງຂ້າຫຼວງຜູ່ປົກຄອງອານາເຂດດິນແດນວຽງຈັນຢູ່ຈັງຫວັດໜອງຄາຍ.


 

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

 ເລື່ອງພຣະຍອດເມືອງຂວາງ

ພຣະຍອດເມືອງຂວາງນີ້ ເດີມເປັນຜູ່ຮັກສາການໃນໜ້າທີ່ຈາງວາງເມືອງນະຄອນສວັນ ຄືຈັງຫວັດນະຄອນສວັນໃນປະເທດສຍາມດຽວນີ້. ພຣະຍອດເມືອງຂວາງ ໄດ້ຂື້ນມາຮົບເສິກຫໍ້ ແຕ່ ຄ.ສ. 1887. ເມື່ອທຳການຜາບຫໍ້ແລ້ວ ແມ່ທັບໃຫຍ່ຂອງສຍາມຝ່າຍຫົວເມືອງລາວພວນ ທີ່ຕັ້ງກອງບັນຊາການຢູ່ເມືອງໜອງຄາຍ ໄດ້ສົງພຣະຍອດເມືອງຂວາງມາເປັນຂ້າຫຼວງພິເສດ ປະຈຳຢູ່ເມືອງຄຳມ່ວນ. ເມື່ອພຣະຍອດເມືອງຂວາງ ໄດ້ຊາບວ່າ ຝຣັ່ງເສສຍົກເຂົ້າມາທາງດ່ານທີ່ຕົນຮັກສາຢູ່ ກໍຄິດຈະຕໍ່ສູ້ປ້ອງກັນຈົນສຸດຄວາມສາມາດ ແຕ່ອາວຸດບໍ່ພຽງພໍ ຈິ່ງໃຫ້ຂຸນວັງ ຄົນຢູ່ໃຕ້ບັງຄັບບັນຊາຂອງຕົນ ຖືໜັງສືມາທູນຂ້າຫຼວງໃຫຍ່ ຄືກົມຫຼວງປະຈັກສິລປາຄົມ ທີ່ປະທັບຢູ່ເມືອງໜອງຄາຍເພື່ອຂໍອາວຸດ. ແຕ່ຂຸນວັງມາມົວຫຼີ້ນຖົ່ວ, ຫຼີ້ນໂປຢູ່ລະຫວ່າງກາງທາງເສຽ ເຫດຮ້າຍແຮງຈິ່ງໄດ້ເກີດຂື້ນກ່ອນ ຄື ກອງທະຫານຝຣັັ່ງເສສ ໄດ້ມາເຖິງເມືອງຄຳມ່ວນ ໃນວັນທີ 18 ພຶດສະພາ ຄ.ສ. 1893 ແລ້ວເຂົາຂັບໄລ່ກອງທະຫານສຍາມ ຂອງພຣະຍອດເມືອງຂວາງອອກໜີຈາກເມືອງໂດຍອ້າງວ່າ ເຂດແດນເຫຼົ່ານີ້ ເປັນເຂດແດນຫວຽດນາມມາແຕ່ກ່ອນ ພຣະຍອດເມືອງຂວາງໄດ້ຖຽງວ່າທີ່ເຫຼົ່ານີ້ເປັນອານາເຂດຂອງສຍາມມາເຫິງແລ້ວ ຖ້າໄດ້ຮັບຄຳສັ່ງຈາກຣັຖບານສຍາມວ່າໃຫ້ຖອນອອກ ກໍຈະຖອນອອກທັນທີ ແຕ່ດຽວນີ້ຍັງບໍ່ທັນໄດ້ຮັບຄຳສັ່ງ ກໍ່ຕ້ອງຢູ່ຮັກສາໄປກ່ອນ.

ມ.ລຸກ ໄດ້ຟັງພຣະຍອດເມືອງຂວາງເວົ້າດັ່ງນັ້ນ ກໍລໍຄອຍຢູ່ຈົນເຖິງວັນທີ 22 ພຶດສະພາ. ເມື່ອໄດ້ຮັບຄຳສັ່ງຕື່ມມາໃໝ່ ຈາກຜູ່ສຳເລັດຣາຊການວ່າ ບໍ່ຕ້ອງຄອຍຖ້າສິ່ງໃດເລີຍ ໃຫ້ທຳການຍຶດທັນທີໂລດ. ດັ່ງນັ້ນ ພໍຮຸ່ງຂື້ນວັນທີ 23 ພຶດສະພາ ຝຣັ່ງເສສກໍເຂົ້າຍຶດເອົາຄ້າຍທະຫານສຍາມ ແລະ ຈັບເອົາພຣະຍອດເມືອງຂວາງ ພ້ອມດ້ວຍໄພ່ພົນໄວ້ ພຣະຍອດກໍບໍ່ໄດ້ຕໍ່ສູ້ຂັດຂວາງແຕ່ຢ່າງໃດເປັນແຕ່ໄດ້ເຮັດໜັງສືສະແດງການກະທຳຂອງຝຣັ່ງເສສໄວ້ ແລະ ອາຍັດຊັບສິນທາງຣາຊການບ້ານເມືອງໄວ້ກັບ ມ.ລຸກ ຈົນກ່ວາຈະໄດ້ຮັບຄຳສັ່ງຈາກຝ່າຍຂອງຕົນ. ແລ້ວ ມ.ລຸກ ຈິ່ງສັ່ງໃຫ້ ມ.ໂກຣສກຸຍແຣງ (Grosgurin) ກັບທະຫານຫວຽດນາມ ຈຳນວນ 20 ຄົນ ຄຸເອົາພຣະຍອດເມືອງຂວາງ ກັບຫຼວງອານຸຣັກ ໄປສົ່ງທີ່ເມືອງທ່່າອຸເທນ ໂດຍອ້າງວ່າ ພວກປະຊາຊົນຊັງພຣະຍອດເມືອງຂວາງ ຈິ່ງໄດ້ສົ່ງໜີ ແລະ ບັງຄັບໃຫ້ພຣະຍອດກັບພັກພວກ ສົ່ງມອບອາວຸດ ແລະ ສິ່ງຂອງໃຫ້ພວກຝຣັ່ງເສສ ເປັນຜູ່ຖື ເມື່ອໄປເຖິງບ່ອນກຳນົດແລ້ວຈິ່ງສົງຄືນໃຫ້.

ວັນທີ 26 ພຶດສະພາ ມ.ໂກຣສກຸຍແຣງ ກໍຄຸມພຣະຍອດຈາກເມືອງຄຳມ່ວນ ເດີນທາງມາໄດ້ສາມຄືນ ກໍເຖິງບ້ານຫຼັກຫິນ ເຊິ່ງເປັນດ່ານສຸດແດນຂອງເມືອງຄຳມ່ວນ ກັບເມືອງທ່າອຸເທນ. ຝຣັ່ງເສສຈິ່ງປ່ອຍໃຫ້ພຣະຍອດກັບພັກພວກ ເດີນທາງໂດຍອິສຣະ ບໍ່ໄດ້ຄຸມ. ແລ້ວ ມ.ໂກຣສກຸແຣງ ກັບພັກພວກໄດ້ເດີນທາງລ່ວງໜ້າມາກ່ອນ ແລະ ມາເຊົາຢູ່ບ້ານແກ້ງເຈັກ ແຄມນ້ຳຫີນບູນ. ພຣະຍອດນຳຫຼັງມາກໍເຊົາຢູ່ບ່ອນທີ່ຕົນເຄີຍພັກເຊົາມາແຕ່ກ່ອນ ໃນບ້ານດຽວກັນກ

ກໍ່ຈະເກີດເຫດຮ້າຍແຮງຂື້ນໃນຄັ້ງນີ້ ຈະເປັນຍ້ອນຝຣັ່ງເສສເອງກໍ່ເລື່ອງຂື້ນ ຫຼື ຈະເປັນຄວາມຕັ້ງໃຂຂອງພວກພຣະຍອດເມືອງຂວາງເອງກໍບໍ່ຮູ້ໄດ້ ຄືມີຜູ່ມາແຈ້ງູຄວາມຕໍ່ ມ.ໂກຣສກຸຍແຣງ ວ່າພຣະຍອດເມືອງຂວາງຈະທຳການຕໍ່ສູ້ກັບພວກຝຣັ່ງເສສ ໄດ້ໃຫ້ຄົນໄປຫາເຄື່ອງມືມາທຳຄ້າຍ. ຢູ່ມາໄດ້ສອງວັນ ມ.ໂກຣສກຸຍແຣງ ຈິ່ງພາລ່າມບຸນຈັນ (ຄົນຂເມນ) ກັບທະຫານຫວຽດນາມ 10 ຄົນໄປຫາພຣະຍອດເມືອງຂວາງ ຢູ່ບ່ອນພັກ ເພື່ອຈະຈັບເອົາຫຼວງອານຸຣັກ ຜູ່ຊ່ອຍຂອງພຣະຍອດເມືອງຂວາງໂດຍອ້າງວ່າ ຫຼວງອະນຸຣັກນີ້ ໄດ້ເປັນຜູ່ອອກປາກມາແຕ່ຕົ້ນ ກັບຣາຊດອນຊາວເມືອງຄຳມ່ວນວ່າ ຕົນຈະບໍ່ຍອມຢູ່ໃຕ້ອຳນາດຂອງຝຣັ່ງເສສ ສຍາມຈະກັບຄືນມາຮົບອີກ. ດັ່ງນັ້ນ ທັງນັ້ນກໍເພື່ອເປັນການປະກັນຕົວໃນການທຳສິ່ງໃດສິ່ງນື່ງຂອງພວກພຣະຍອດເມືອງຂວາງ ອັນຈະເປັນໄພແກ່ພວກຕົນ ແຕ່ຫຼວງອະນຸຣັກ ບໍ່ຍອມໃຫ້ຈັບ. ມ.ໂກຣສກຸຍແຣງ ຈິ່ງໃຫ້ທະຫານເຂົ້າຈັບກຸມເອົາຕໍ່ໜ້າພຣະຍອດເມືອງຂວາງ ແລ້ວເອົາຕົວໄປຂັງໄວ້ທີ່ເຮືອນພັງຂອງ ມ.ໂກຣສກຸຍແຣງ ນັ້ນເອງ. ໃນເວລາຈັບກຸມນັ້ນພຣະຍອດເມືອງຂວາງ ກໍ່ບໍ່ໄດ້ຕໍ່ວ່າແຕ່ຢ່າງໃດ ພໍເຖິງເວລາຄ້າຍແລງໃນມື້ນັ້ນເອງ ພຣະຍອດໃຫ້ຄົນໄປຂໍເອົາຫຼວງອານຸຣັກຄືນມາ ໂດຍບອກວ່າ ຖ້າບໍ່ປ່ອຍຫຼວງອານຸຣັກແລ້ວ ກໍ່ຈະຕ້ອງຂາດທາງພຣະຣາຊໄມຕຣີກັນ. ມ.ໂກຣສກຸຍແຣງ ບໍ່ຍອມປ່ອຍ ເປັນແຕ່ໃຫ້ລ່າມຕອບຄືນວ່າ ຫຼວງອະນຸຣັກຢູ່ທີ່ນີ້ ກໍ່ສຸກສະບາຍດີແລ້ວທໍ່ນັ້ນ. ພໍເຖິງເວລາຄ່ຳມາ ກໍມີຄົນມາບອບພຣະຍອດອີກວ່າ ມ.ໂກຣສກຸຍແຣງ ຈະມາຈັບເອົາພຣະຍອດກັບພັກພວກອີກ, ພຣະຍອດໄດ້ຟັງກໍຄິດວ່າ ຖ້າຈະຢູ່ໃນທີ່ນີ້ຕໍ່ໄປ ກໍ່ອາດຈະມີເຫດເກີດຂື້ນອີກ ຈີ່ງພາພັກພວກໄປເຊົາຢູ່ທີ່ທົ່ງກະແສນ ໄກຈາກບ່ອນເຊົາເດີມຫົກກິໂລແມັດ ໃນຄືນນັ້ນເອງ. ໃນເວລາພຣະຍອດລ່ອງເຮືອມາ ກໍໄດ້ມາພໍ່ກັບກັບກອງທັບສຍາມຢູ່ກາງທາງ ເຊີ່ງແມ່ນນາຍຮ້ອຍຕຣີທຸຍ ແລະ ນາຍຮ້ອຍຕຣີແປກ ຄວບຄຸມໄປ. ນາຍທະຫານທັງສອງໄດ້ບອກພຣະຍອດວ່າ ຫຼວງວິຊິດສາຣສາດ ຜູ່ບັງຄັບການເມືອງທ່າອຸເທນ ໄດ້ຊາບວ່າ ພວກຝຣັ່ງເສສໄດ້ພາເອົາທະຫານມາຍຶດເມືອງຄຳມ່ວນ ແລະ ຈັບທ່ານໄວ້ ຈິ່ງສັ່ງໃຫ້ພວກຂ້າພຣະເຈົ້າເອົາທະຫານຍົກຂື້ນມາຊ່ອຍ ແລະ ສັ່ງມາວ່າ ໃຫ້ຕໍ່ສູ້ພວກຝຣັ່ງເສສ ຢ່າໃຫ້ເມືອງຄຳມ່ວນຕົກເປັນຂອງຝຣັ່ງເສສ ຕາມຄວາມຂູ່ບັງຄັບຂອງເຂົາ, ຖ້າຄຶດແກ້ໄຂເອົາໝູ່ພວກທີ່ຝຣັ່ງເສສຄຸມຂັງໄວ້ໄດ້ຄືນມາແລ້ວ ກໍໃຫ້ຊ່ອຍກັນຫາທາງຂັບໄລ່ຝຣັ່ງເສສອອກໄປໃຫ້ຈົນໝົດດັ່ງນີ້.

ພຣະຍອດເມືອງຂວາງໄດ້ຟັງດັ່ງນັ້ນ ຈິ່ງເລົ່າເຫດການທີ່ເປັນມາແຕ່ຕົ້ນ ໃຫ້ພວກທະຫານຟັງ ແລະ ຢືນຢັນວ່າ ຕົນເອງບໍ່ໄດ້ຍິນຍອມໃຫ້ຝຣັ່ງເສສຍຶດເອົາເມືອງຄຳມ່ວນເລີຍ ແຕ່ເປັນການຈຳນົນເພາະພວກຕົນບໍ່ມີອາວຸດຈະຕໍ່ສູ້ໄດ້ ບັດນີ້ ມີທະຫານມາຊ່ອຍແລ້ວ ຈຳເປັນຕ້ອງຫາທາງຊ່ອຍເຫຼືອເອົາຫຼວງອານຸຣັກຄືນມາໃຫ້ໄດ້ກ່ອນ ແລ້ວຈິ່ງຄ່ອຍຄິດເລື່ອງອື່ນ.

ເມື່ອໄດ້ປຶກສາກັນດັ່ງນີ້ແລ້ວ ພຣະຍອດກັບພວກ ຣ.ຕ.ທຸຍ. ຣ.ຕ.ແປກ ແລະ ທະຫານອີກ 18 ຄົນບໍ່ນຸ່ງເຄື່ອງແບບ ກໍພາກັນຄືນໄກແກ້ງເຈັກ ບ່ອນຫຼວງອານຸຣັກຖືກຂັງຢູ່ ພຣະຍອດຈິ່ງແຕ່ງໃຫ້ຂຸນວັງ (ຜູ່ມາຫຼີ້ຖົ່ວຢູ່ກາງທາງ) ໄປເຈຣະຈານຳ ມ.ໂກຣສກຸຍແຣງ ຂໍເອົາຫຼວງອານຸຣັກຄືນໄປໂດຍດີ ສ່ວນພຣະຍອດເມືອງຂວາງ ຢືນຄອຍຟັງຢູ່ໄກຈາກເຮືອນທີ່ຫຼວງອານຸຣັກຖືກຂັງ ປະມານ 7 ວາ. ມ.ໂກຣສກຸຍແຣງ ໄດ້ອອກມາຢືນຢູ່ຕໍ່ໜ້າເຮືອນບ່ອນຊື່ຂັ້ນໄດ ລ່າມບຸນຈັນໄດ້ລົງມາຢືນຢູ່ເດີ່ນບ້ານ ແປຄວາມເວົ້າຢູ່ກັບຂຸນວັງ.

ໃນຕອນນີ້ ຕາມຄວາມໃຫ້ການຂອງຝຣັ່ງເສສ ບອກວ່າ ເວລາທະຫານຍົກມານັ້ນ ມ.ໂກຣສກຸຍແຣງ ພວມເປັນໄຂ້ໜັກ ຈົນລຸກຈາກບ່ອນນອນບໍ່ໄດ້ ລ່າມບຸນຈັນເປັນຜູ່ອອກມາຖາມທະຫານສຍາມ ແລ້ວກັບຄືນໄປບອກແກ່ ມ.ໂກຣສກຸຍແຣງ ໃນບ່ອນນອນ ຈົນເຖິງເວລາ ມ.ໂກຣສກຸຍແຣງ ຖືກປືນຕາຍ. ແຕ່ຕາມຄວາມໃຫ້ການທາງຝ່າຍທະຫານສຍາມ ເວົ້າຕໍ່ໄປວ່າ ເມື່ອລ່າມບຸນຈັນແປຄວາມຂຸນວັງໃຫ້ ມ.ໂກຣສກຸຍແຣງ ຟັງແລ້ວ ມ.ໂກຣສກຸຍແຣງ ໄດ້ຕອບລົງມາວ່າ ບໍ່ປ່ອຍ. ຂຸນວັງຈິ່ງຂໍຊັບສິນຂອງພວກພຣະຍອດ ທີ່ຝຣັ່ງເສສຮິບເອົາໄວ້ນັ້ນຄືນມາ ມ.ໂກຣສກຸຍແຣງ ບອກວ່າສິ່ງຂອງບໍ່ໄດ້ຢູ່ນຳຫັ້ນ ທັງບອກວ່າ ບໍ່ຍອມຖອຍອອກຈາກບ້ານແກ້ງເຈັກ. ທັນທີນັ້ນ ພຣະຍອດເມືອງຂວາງ ຈິ່ງຮ້ອງບອກໃຫ້ຫຼວງອານຸຣັກອອກມາຫາ, ລ່າມບຸນຈັນຈິ່ງໄດ້ຮ້ອງຂື້ນ ແຕ່ພຣະຍອດບໍ່ເຂົ້າໃຈພາສາ ແລ້ວ ມ.ໂກຣສກຸຍແຣງ ກໍຄວາຈັບເອົາຂໍ່ມືຂອງຫຼວງອານຸຣັກເຂົ້າໄປໃນເຮືອນ ຂນະນັ້ນນາຍສິບທະຫານຫວຽດນາມຄົນນື່ງ ກັບລ່າມບຸນຈັນ ກໍແລ່ນຂື້ນຂັ້ນໃດເຂົ້າໄປໃນເຮືອນ ພໍດີຫຼວງອານຸຣັກຟຶດຫຼຸດອອກຈາກມືຂອງ ມ.ໂກຣສກຸຍແຣງ ກໍໂຕນເຮືອນແລ່ນອອກມາຫາພຣະຍອດ ແລ້ວທັນໃດນັ້ນ ກໍມີສຽງປືນຍິງອອກມາຈາກໃນເຮືອນຖືກທະຫານສຍາມຄົນນື່ງ ທີ່ຢືນຢູ່ຂ້າງພຣະຍອດລົ້ມຕາຍລົງທັນທີ ແລະ ສຽງປືນໃນເຮືອນກໍຍິງຊ້ຳອອກມາອີກສອງສາມບາດ ຖືກທະຫານສຍາມຄົນນື່ງ ລົ້ມລົງອີກ ຂຸນວັງ ຜູ່ເປັນທູດເຈຣະຈາ ກໍຖືກປືນຕາຍລົງອີກຄົນນື່ງ. ພຣະຍອດກັບທະຫານສຍາມເຫັນດັ່ງນັ້ນ ກໍພ້ອມກັນຍິງຕໍ່ສູ້ຕອບໂຕ້ໄປມາ ແລະ ກໍຜາກົດວ່າ ມ.ໂກຣສກຸຍແຣງ ຖືກປືນຕາຍລົງ ໃນຂນະນັ້ນ ແລ້ວກໍເກີດໄຟໃຫ້ຂື້ນທາງດ້ານຫຼັງເຮືອນ ລາມມາເຖິງເຄິ່ງນື່ງ ລ່າມບຸນຈັນທົນບໍ່ໄດ້ ກໍໂດດລົງມາຮ້ອງຂໍຊີວິດຕໍ່ພຣະຍອດ ແລະ ພວກທະຫານສຍາມ ແລ້ວສຽງປືນກໍ່ສງົບລົງ.

ການຕໍ່ສູ້ຄາວນີ້ ຝ່າຍສຍາມຕາຍ 6 ຄົນ ບາດເຈັບ 4 ຄົນ. ພວກພຣະຍອດຈິ່ງລົງເຮືອກັບໄປວຽງກະແສນ ພ້ອມດ້ວຍລ່າມບຸນຈັນ, ສ່ວນຝຣັ່ງເສສ ຕາຍທໍ່ໄດບໍ່ຮູ້ ເພາະໄຟຍັງໄໝ້ຢູ່. ຄັນແລ້ວ ພຣະຍອດຈິ່ງໃຫ້ຄົນຄືນມາຝັງສົບຂອງ ມ.ໂກຣສກຸຍແຣງ ແລະ ກວດເບິ່ງຜູ່ຕາຍທັງສອງຝ່າຍ ເຫັນທະຫານຫວຽດນາມຕາຍ 12 ຄົນ ແລ້ວໄດ້ນຳເອົາທະຫານຫວຽດນາມທີ່ບາດເຈັບໄປນຳອີກຄົນນື່ງກັບປືນ 4 ກະບອກ.

ໃນດ້ານຫົວເມືອງລາວພວນນີ້ ນອກຈາກມີການຮົບກັນຢູ່ແກ້ງເຈັກ ໃນແຂວງຄຳມ່ວນດັ່ງກ່າວມາແລ້ວນັ້ນ ສຍາມ ກັບ ຝຣັ່ງເສສ ກໍໄດ້ປະທະກັນຢູ່ບ້ານນາຄ້າຍ ແລະ ທົ່ງຊຽງຄຳ ໃນແຂວງຊຽງຂວາງອີກ.

ເລື່ອງ ມ.ໂກຣສກຸຍແຣງ ຖືກພຣະຍອດເມືອງຂວາງຍິງຕາຍ ໃນຂນະຕໍ່ສູ້ກັນນີ້ ທາງຝຣັ່ງເສສ ຖືວ່າ ເປັນຄະດີຄາຕກັມ ບໍ່ແມ່ນການສູ້ຮົບແບບທັມມະດາ ສະນັ້ນ ຝຣັ່ງເສສຈິ່ງໄດ້ຟ້ອງຣັຖບານສຍາມບັງຄັບໃຫ້ໃສ່ໂທດພຣະຍອດເມືອງຂວາງຢ່າງໜັກ ພ້ອມທັງບັງຄັບໃຫ້ໃຊ້ຄ່າເສຽຫາຍເປັນອັນມາກ.

ໃນກໍຣະນີນີ້ ຕາມລາຍງານຂອງ ມ.ລຸກ ໄດ້ມີໄປເຖິງຂ້າຫຼວງໃຫຍ່ຝຣັ່ງເສສ ປະຈຳອິນດູຈີນເມື່ອວັນທີ 12 ມິຖຸນາ ຄ.ສ. 1893 ມີຄວາມວ່າ ພຣະຍອດເມືອງຂວາງປະຈຳແຂວງຄຳມ່ວນໄດ້ເອົາທະຫານສຍາມມາຈາກທ່າອຸເທນ ແລະ ໜອງຄາຍ 200 ຄົນ. ທະຫານເຫຼົ່ານັ້ນ ຢູ່ໃນຄວາມບັງຄັບຂອງພຣະຍອດ ກັບຂ້າຫຼວງສຍາມອີກ ສາມຄົນ ໄດ້ມາອ້ອມບ່ອນພັກຂອງ ມ.ໂກຣສກຸຍແຣງ ທີ່ແກ້ງເຈັກ.ໃນຂນະທີ່ທະຫານຫວຽດນາມຂອງ ມ.ໂກຣສກຸຍແຣງ ຈະຍິງທະຫານສຍາມ ແຕ່ ມ.ໂກຣສກຸຍແຣງ ໄດ້ຫ້າມໄວ້ວ່າ ຄົນມາເຈຣະຈາໂດຍດີ ບໍ່ແມ່ນມາຮົບ. ໃນລະຫວ່າງພວມເວົ້າຢູ່ນີ້ ພຣະຍອດໄດ້ໃຊ້ປືນຣີວອນເວີ້ຍິງ ມ.ໂກຣສກຸຍແຣງ ໃນລະຍະໃກ້ ແລະ ໃນຂນະດຽວກັນ ທະຫານສຍາມ ກໍໄດ້ປຸ້ມເຂົ້າທຳຮ້າຍທະຫານຫວຽດນາມ ທະຫານຫວຽດນາມມີໜ້ອຍ ຈິ່ງສູ້ບໍ່ໄດ້ ພວກສຍາມໄດ້ຍາດແຍ່ງເອົາສິ່ງຂອງ ແລ້ວເອົາໄຟຈູດເຮືອນເສຽ. ການກະທຳຂອງຂ້າຫຼວງສຍາມໃນຄາວນີ້ ເປັນຄວາມຈົງໃຈແທ້ ເພາະວ່າ ແຕ່ແກ້ງເຈັກໄປຫາທ່າອຸເທນ ຂາລ່ອງເຮືອໃຊ້ເວລາ 3 ວັນ ແລະ ຂາຂື້ນ 5 ວັນ ຕາມສັນນິຖານວ່າ ໜັງສືພຣະຍອດ ທີ່ສົ່ງໄປຫາຂ້າຫຼວງທ່າອຸເທນນັ້ນ ຄົງນັດໃຫ້ກອງທະຫານຂື້ນມາກ່ອນວັນທີ 5 ມິຖຸນາ 8 ມື້ ຄືໃນລະຫວ່າງທີ່ຮູ້ກັນວ່າ ມ.ໂກຣສກຸຍແຣງ ໄດ້ລົ້ມເຈັບ

ໜ້າ 193-196

ຂຽນເມື່ອ ຂຽນເມື່ອ: ພ.ພ.. 21, 2010 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

 ສົງຄາມ ລາວ ກັບ ແກວ

ພຣະເຈົ້າໄຊຍະຈັກກະພັດແຜ່ນແຜ້ວ ສເວີຍຣາຊສົມບັດໄດ້ 23 ປີ ຄື ເຖິງປີ ຄ.ສ. 1479 (ຈ.ສ 841) ພຣະຍາປາຕະລິບຸດ ເຈົ້າເມືອງແກ່ນທ້າວ ໄດ້ຄ້ອງຊ້າງເຜືອກຕົວນື່ງ ສູງໄດ້ 7 ສອກ ຈີ່ງນຳໄປຖວາຍສົມເດັດພຣະເຈົ້າໄຊຍະຈັກກະພັດແຜ່ນແຜ້ວ ແຕ່ນັ້ນກິດຕິສັບລືຊາໄປເຖິງເຈົ້າ ບົວຫຼວງ ພຣະເຈົ້າແຜ່ນດິນປະເທດແກວ. ພຣະເຈົ້າບົວຫຼວງ ຈິງແຕ່ງທູດມາຂໍຂົນຊ້າງເຜືອກໄປເບິ່ງ. ເຈົ້າແສນຫຼວງຊຽງລໍ ມີຄວາມຄຽດແຄ້ນໃຫ້ແກວດ້ວຍສາເຫດອັນໃດບໍ່ຊາບ ຈີ່ງເອົາຂີ້ຊ້າງຍັດໃສ່ບັ້ງພຣະຣາຊສານ ຕີກາປະຈຳຢ່າງດີ ແລ້ວເອົາໃຫ້ທູດແກວຄືນໄປ. ພຣະເຈົ້າບົວຫຼວງ ເປີດເບິ່ງບັ້ງພຣະຣາຊສານ ໄດ້ທອດພຣະເນດເຫັນຂີ້ຊ້າງ ກໍທົງພິໂຣດໂກດເຄືອງເປັນອັນມາກ ຈີ່ງໄດ້ມີພຣະຣາຊໂອງການເກນຣິພົນຄົນເສິກ ມາຢຽບຢ່ຳພຣະນະຄອນຊຽງທອງ ໃນປີ ຄ.ສ. 1483 ພຣະເຈົ້າບົວຫຼວງຈັດທັບມາຕີທັບລາວຄາວນັ້ນ ຈັດເປັນທັບຫຼວງ 5 ທັບຄື:

1.   1. ໃຫ້ ຄົກກົງ ເປັນທັບຂວາ ຍົກທັບມາທາງເມືອງຂວາ

2.   2. ໃຫ້ ກາງກົງ ເປັນທັບຊ້າຍ ຍົກພົນມາທາງເມືອງຊ້າຍ

3.   3. ໃຫ້ ກົງເຫຼືອກ ເປັນທັບໜ້າ ຍົກພົນມາທາງ ນ້ຳຮຸ່ງຊຽງສາ

4.   4. ໃຫ້ ກົງຜູແສດ ເປັນທັບຫຼັງ ຍົກພົນມາທາງ ກະບອງ

ຝ່າຍສົມເດັດພຣະເຈົ້າໄຊຍະຈັກກະພັດ ຄັນໄດ້ຊາບວ່າ ກອງທັບແກວໄດ້ຍົກມາເປັນອັນມາກ ກໍຕົກພຣະທັຍ ພຣະອົງຈີ່ງມອບເວນຣາຊການທັງມວນ ໃຫ້ເປັນພາຣະຂອງພຣະຍາແສນຫຼວງຊຽງລໍ ດັ່ງນັ້ນ ເຈົ້າແສນຫຼວງຊຽງລໍ ຈີ່ງເກນພົນລາວໄດ້ ສອງແສນ ຊ້າງ ສອງພັນຕົວ ຍົກໄປຕັ້ງຮັບແກວ ຢູ່ທົ່ງນາເຂົ້າຈ້າວ (ບ່ອນຕັ້ງວັດວິຊຸລວິຫານດຽວນີ້) ອົງເຈົ້າແສນຫຼວງຊຽງລໍເອງ ສະເດັດຂີ່ຊ້າງເຜືອກ ມີຊ້າງອອກໜ້າ ສີ່ຮ້ອຍ ຕົວ ພົນຮົບສີ່ໝື່ນຄົນ. ທ້າວໝື່ນຫຼວງ ຂີ່ຊ້າງອ້າຍຕາຂາວ ມີຊ້າງອື່ນຊົນຕາມ ເຈັນຮ້ອຍ ຕົວ ພົນຮົບ ເຈັນໝື່ນ ຄົນ. ເມື່ອຈັດຂະບວນທັບບໍຣະບວນແລ້ວ ເຈົ້າແສນຫຼວງຊຽງລໍ ຈີ່ງໃຫ້ນາຍທະຫານສີ່ຄົນ ຄື: ນໍຣະສິງ 1 ນໍຣະນາຣາຍ 1 ນໍຣະເດດ 1 ນໍຣະຣາດ 1 ຄຸມທະຫານລາວ ສີ່ພັນຄົນ ອອກໄປລັດທາງແກວ ຢູ່ຕີນພູມຸງ ນາຍທະຫານທັງ ສີ່ ໄດ້ປະທະກັບແກວ ຂ້າຟັນທະຫານແກວລົ້ມຕາຍລົງເປັນອັນມາກ ຕລອດເວລາ ສາມວັນ ຈົນເມື່ອຍລ້າ ບໍ່ສາມາດຍົກແຂນຂື້ນໄດ້ ຈີ່ງຖອຍມາເຂົ້າທັບຫຼວງ ທີ່ຕັ້ງຢູ່ທົ່ງນາເຂົ້າຈ້າວ ພໍຮຸ່ງເຊົ້າ ກອງທັບແກວກໍ່ຍົກນຳມາ ກອງທັບລາວກໍຍົກອອກຕໍ່ສູ້ຢູ່ທົ່ງນາມຸງຄຸນ ຈົນເຖິງນາໄຮ່ດຽວ ຕັ້ງແຕ່ພໍຕາເວັນທຽ່ງຈົນເຖິງຄ່ຳ ເຈົ້າໝື່ນຫຼວງ ກັບພຣະຍາຂວາເທພາ ແລະ ນາຍທະຫານເອກທັງສີ່ ໄດ້ຂ້າຟັນທະຫານແກວລົ້ມຕາຍລົງເຖິງ ສີ່ພັນຄົນ ຈົນແຜ່ນດິນໄຫຼນອງໄປດ້ວຍເລືອດ ຕລອດສນາມຮົບບໍ່ໄດ້ຢຽບແຜ່ນດິນ ຢຽບແຕ່ຊາກສົບແກວ ແຕ່ປານນັ້ນ ທະຫານແກວ ກໍຍັງໜູນແໜ້ນເຂົ້າມາບໍ່ຖອຍ ແລະ ໃນເວລານັ້ນ ພຣະຍາຂວາເທພາ ຖືກແມ່ທັບແກວທັງສີ່ລ້ອມໄວ້. ໝື່ນຫຼວງກັບໝື່ນບຸນ ຈີ່ງໄສຊ້າງເຂົ້າມາຊ່ອຍ ໄດ້ຂ້າຟັນແມ່ທັບແກວຕາຍລົງທັງສີ່ຄົນ. ນາຍທະຫານແກວອີກ ຫົກຄົນ ເຫັນດັ່ງນັ້ນ ກໍ່ຫຽ້ມຊ້າງເຂົ້າຊົນນາຍຫຼວງເໜືອ ກັບພຣະຍາຂວາເທພາ ເຈົ້າທັງສອງໄດ້ຂ້າຟັນທະຫານແກວທັງຫົກນັ້ນ ຕາຍລົງແຕ່ຕົວເອງກໍ່ໝົດແຮງ ຈີ່ງຕົກລົງຈາກຫຼັງຊ້າງ ເລີຍຖືກພົນທະຫານແກວຫຸ້ມຟັນເອົາຈົນຕາຍທັງສອງ ສ່ວນຊ້າງໄຊບັງທອງ ແລະ ອ້າຍໝາກຫຍ້າ ກໍລອຍຂ້າມນ້ຳຂອງໜີ ແຕ່ນັ້ນພົນຝ່າຍລາວ ຈິ່ງບົກບາງລົງ ແລ້ວກອງທັບແກວກໍຊົນຜ່າເຂົ້າມາເຖິງແສນຫຼວງຊຽງລໍ ພຣະອົງ ກັບ ໝື່ນຫຼວງ ໝື່ນບູນ ແລະ ນາຍທະຫານທັງສີ່ ໄດ້ແທງຟັນຕໍ່ສູ້ແກວຈົນໝົດກຳລັງ ໝື່ນຫຼວງ ກັບ ໝື່ນບູນ ຖືກອາວຸດແກວຕາຍຄາສນາມ ສ່ວນນາຍທະຫານທັງສີ່ນັ້ນ ແກວຟັນແທງບໍ່ເຂົ້າ ແຕ່ຫາກໝົດກຳລັງ ພວກແກວຈິ່ງຈັບໄດ້ ແລ້ວເອົາໄປສຽບໃສ່ຫຼັກໄວ້ທີ່ທົ່ງນາເຂົ້າຈ້າວ ສ່ວນເຈົ້າແສນຫຼວງຊຽງລໍ ກໍຖືກອາວຸດແກວເປັນສາຫັດ ຈິ່ງອວ່າຍຊ້າງຂື້ນມາໂຮງຊຽງທອງ ສະເດັດຈາກຫຼັງຊ້າງໄປເຂົ້າເຮືອ ຊື່ ສະເພົາກາ ພໍອອກຈາກທ່າເຮືອ ໆ ກໍຫຼົ້ມ ພຣະອົງເລີຍຈົມນ້ຳ ສຽ້ງພຣະຊົນຢູ່ທ່າໂຮງຊຽງທອງນັ້ນເອງ.

ຝ່າຍສົມເດັດພຣະໄຊຍະຈັກກະພັດ ພໍໄດ້ຊາບຂາວວ່າ ກອງທັບລາວແຕກແລ້ວ ກໍພາພຣະປະຍູຣະຍາດລັກໜີລົງເຮືອລ່ອງລົງມາເມືອງຊຽງຄານ. ກອງທັບແກວກໍ່ເຂົ້າເມືອງໄດ້.

ໃນຄັ້ງນັ້ນ ເຈົ້າແທ່ນຄຳ ພຣະຣາຊໂອຣົດຂອງພຣະໄຊຍະຈັກກະພັດ ຊື່ງເປັນເຈົ້າຄອງນະຄອນຢູ່ເມືອງດ່ານຊ້າຍ ຄັນໄດ້ຊາບ ແກວຍົກທັບມາຕີນະຄອນຊຽງທອງ ກໍເກນເອົາພົນເມືອງຊຽງຄານ ເມືອງດ່ານຊ້າຍ ຍົງຂື້ນໄປຕີເປັນທັບຂນາບຫຼັງ ຝ່າຍແກວບໍ່ຮູ້ວ່າມີກອງທັບ ເມືອງອື່ນມາຊ່ອຍ ແລະ ກຳລັງເມື່ອຍລ້າຢູ່ ຈິ່ງຖືກກອງທັບທ້າວແທ່ນຕີແຕກທະລາຍໄປ. ເຈົ້າແທ່ນຄຳໃຫ້ທະຫານນຳຕີແກວ ໄປຈົນສຸດເຂດເມືອງພວນ ພວກແກວຖືກຂ້າຕາຍໃນຄາວນັ້ນ ເຫຼືອຈະຄະນານັບ ຈຳເພາະທະຫານຊັ້ນຜູ່ໃຫຍ່ຂອງແກວ ຈຳນວນ ສີ່ພັນ ຄົນ ເຫຼືອກັບຄືນແຕ່ ຫົກຮ້ອຍຄົນ ທໍ່ນັ້ນ

ເມື່ອເຈົ້າແທ່ນຄຳ ຂັບໄລ່ແກວອອກໄປພົ້ນເຂດແດນປະເທດລາວແລ້ວ ພຣະອົງກໍສະເດັດກັບມານະຄອນຊຽງທອງ ທ້ອນຫອມເສນາອາມາດທີ່ຍັງເຫຼືອຢູ່ ແລະ ພຣະສັງຄະເຈົ້າ ໃຫ້ມາປະຊຸມພ້ອມກັນ ແລ້ວຈິ່ງແຕ່ງໃຫ້ພຣະທັມມະເສນາ ກັບພິກຂຸ ຊາວ ຕົນ ລົງມາອາຣາທນາພຣະຣາຊບິດາ ທີ່ປະທັບຢູ່ເມືອງຊຽງຄານ ໃຫ້ຄືນໄປສເວີຍຣາຊສົມບັດດັ່ງເກົ່າ ແຕ່ພຣະຣາຊບິດາບໍ່ສະເດັດໄປ ແລະ ໄດ້ມອບຣາຊສົມບັດໃຫ້ແກ່ທ້າວແທ່ນຄຳ ນັ້ນເອງ. ສ່ວນພຣະອົງກໍປະທັບຢູ່ເມືອງຊຽງຄານ ຕໍ່ມາອີກ ນື່ງປີ ຄື ເຖິງ ຄ.ສ. 1479 ກໍສະເດັດສຸຣະຄົດ ຮວມພຣະຊົນມາຍຸໄດ້ 64 ປີ (ສະບັບນື່ງວ່າໄດ້ 83 ປີ) ພວກເສນາອາມາດທັງຫຼາຍ ຈິ່ງເຊີນພຣະສົບ ລົງໃສ່ຫີບເງິນໄວ້ ແລ້ວສົງຂ່າວໄປຖວາຍພຣະຣາມາທິບໍດີ ພຣະເຈົ້າແຜ່ນດິນກຸງສີອະຍຸທຍາ ພຣະຣາມາທິບໍດີ ຈິ່ງທົງແຕ່ງໃຫ້ ຂຸນສີຣາຊໂກສາ ເປັນຣາຊທູດເຊີນໂລງຄຳ ແລະ ໂລງໄມ້ຈັນ ກັບແຜ່ນແພ ຫ້າຮ້ອຍ ພັບ ມາທຳການຖວາຍພຣະເພີງ ຕາມບູຮານຣາຊປະເພນີ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 19, 2010 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

 ສົງ​ຄາມ​ລາວ ກັບ ສ​ຍາມ

ຕົ້ົນ​ເຫດ​ທີ່​ພຣະ​ເຈົ້າ​ຕາກ​ສິນ ພຣະ​ເຈົ້າ​ແຜ່ນ​ດິນ​ສ​ຍາມ ທີ່ກຸງທົນບຸຣີໃຫ້ພະຍາມະຫາກະສັດສຶກຍົກທັບມາຕີພຣະນະຄອນວຽງຈັນ ໃນປີ ຄ.ສ 1778 ນັ້ັນ ກໍເນື່ອງຈາກວ່າ ພຣະເຈົ້າສິີຣິບຸນຍະສານ ແຫ່ງນະຄອນວຽງຈັນ ບໍ່ໄດ້ ປຣົງພຣະທັຍຮ່ວມມືກັບໄທ ໄປປາບພະມ້າ ທັງເຈົ້າສຸລິຍະວົງ ແຫ່ງຫຼວງພຣະບາງ ກໍຟ້ອງຕໍ່ໄທວ່າ ພຣະເຈົ້າສິຣິບຸນຍະສານ ເປັນໃຈກັບພະມ້າ ດ້ວຍດັ່ງນັ້ນ ພຣະເຈົ້າຕາກສິນ ແຫ່ງກຸງທົນບຸຣີ ຈີ່ງມີຄວາມຄຽດແຄ້ນໃຫ້ພຣະເຈົ້າສິຣິບຸນຍະສານ ເປັນອັນມາກ.

ພໍໄດ້ໂອກາດທີ່ທ້າວກ່ຳ ເຂົ້າໄປທູນເຫດການວ່າ ໃຫ້ພຣະເຈົ້າສິຣິບຸນຍະສານ ໃຫ້ກອງທັບລົງໄປທຳຮ້າຍບິດາຂອງຕົນ ຈົນເຖິງແກ່ຄວາມຕາຍ ແລະ ບິດາຂອງຕົນ (ພຣະວໍຣະປິຕາ) ໄດ້ຂໍເຂົ້າໄປຢູ່ໃຕ້ຮົ່ມຂອງ ພຣະເຈົ້າຕາກສິນກຸງທົນບຸຣີ ພຣະເຈົ້າຕາກສິນຈື່ງແຕ່ງໃຫ້ ພຣະຍາມະຫາກະສັດສຶກ (ພາຍລຸນມາ ໄດ້ເປັນພຣະເຈົ້າແຜ່ນດິນໄທ ອົງທີ 1 ຂອງຣາຊວົງ ຈັກກຣີ ຕໍ່ມາຈົນເຖິງທຸກວັນນີ້) ເປັນແມ່ທັບໃຫຍ່ ຍົກພົນມາທາງບົກ ສົມທົບກັບກຳລັງພົນຫົວເມືອງຝ່າຍຕາເວັນອອກ ມີພົນ ສອງໝື່ນຄົນເສດ ແລະ ແຕ່ງໃຫ້ພຣະຍາສຸຣະສີ (ນ້ອງຊາຍພຣະຍາມາຫາກະສັດສຶກ) ຍົກທັບເຮືອມາທາງຂເມນ ເກນຂເມນໄດ້ ໝື່ນຄົນ ຕໍ່ເຮືອຮົບຍົກພົນຂື້ນມາຕ່ມຮູແມ່ນ້ຳຂອງ ໃນປີ ຄ.ສ 1778. ສ່ວນກອງທັບຂອງພຣະຍາມະຫາກະສັດສຶກ ຍົກມາທາງນະຄອນຣາຊສີມາ ກາຍມາທາງເມືອງ ສຸຣິນ, ເມືອງສີສະເກດ ມາສົມທົບກັບກອງທັບເຮືອທີ່ເມືອງຈຳປາສັກ. ກອງທັບໄທທັງສອງ ກໍເຂົ້າຍຶດເອົາເມືອງຈຳປາສັກ ໄດ້ຢ່າງງ່າຍດາຍ. ເຈົ້າໄຊຍະກຸມມານ ເຈົ້ານະຄອນຈຳປາສັກ ບໍ່ສູ້ ໄດ້ໜີໄປລີ້ຊ່ອນຢູ່ດອນໄຊ ແມ່ທັບໄທ ໃຫ້ທະຫານໄປຈັບມາ ເຈົ້າໄຊຍະກຸມມານກໍຍອມເປັນເມືອງຂື້ນຂອງໄທແຕ່ນັ້ນມາ.

ຝ່າຍພຣະຍາສຸໂພ ແມ່ທັບຂອງຝ່າຍວຽງຈັນ ທີ່ລົງໄປກຳຈັດພຣະວໍຣະປີຕາ ເຊິ່ງຕັ້ງຢູ່ບ້ານດອນມົດແດງ ແຂວງຈຳປາສັກນັ້ນ ຄັນໄດ້ຊາບວ່າ ກອງທັບໄທຍົກມາເປັນອັນມາກ ເຫັນຈະສູ້ບໍ່ໄດ້ ຈື່ງຖອຍທັບກັບຄືນວຽງຈັນ ກາບທູນ ພຣະເຈົ້າສິຣິບຸນຍະສານ ໃຫ້ຊາບທຸກປະການ ພຣະເຈົ້າສິຣິບຸນຍະສານ ຈຶ່ງຈັດແຈງປ້ອງກັນ ພຣະນະຄອນ ແລະ ຈັດກອງທັບອອກໄປຕັ້ງຮັບກອງທັບໄທ ຢູ່ເມືອງພັນພ້າວ, ເມືອງພະໂຄ, ເມືອງຄຸກ, ເມືອງໜອງຄາຍ, ຈົນເຖິ່ງເມືອງນະຄອນພະນົມ.

ກອງທັບໄທເຂົ້າຕີເມືອງນະຄອນພະນົມແຕກ. ພຣະບໍຣົມຣາຊາ (ກູ່ແກ້ວ) ເຈົ້າເມືອງນະຄອນພະນົມ ຍົກຄອບຄົວໄປຕັ້ງຄາຍຢູ່ບ້ານດອນໜູນ ໄດ້ 5 ຄືນ ກໍເລີຍເຖິງແກ່ກຳຢູ່ທີ່ນັ້ນ ແລ້ວກອງທັບໄທກໍຍົກພົນຂື້ນມາເຖິງເມືອງໜອງຄາຍ ເຂົ້າຕີເອົາເມືອງໜອງຄາຍໄດ້. ເມື່ອໄດ້ເມືອງໜອງຄາຍແລ້ວ ກໍຍົກພົນຂື້ນມາຕັ້ງລ້ອມເມືອງພະໂຄ ແລະ ວຽງຄຸກໄວ້. ພວກຊາວເມືອງພະໂຄ ແລະ ວຽງຄຸກໄດ້ຕໍ່ສູ້ ປ້ອງກັນເມືອງໄວ້ຢ່າງແຂງແຮງ. ກອງທັບໄທເຂົ້າຕີເມືອງບໍ່ໄດ້ ແມ່ທັບໄທຈື່ງໃຫ້ທຳກົນອຸບາຍສັ່ງໃຫ້ທະຫານ ຈັບເອົາຣາສດອນເມືອງໜອງຄາຍເປັນອັນມາກ ມາຕັດຄໍເອົາແຕ່ຫົວໃສ່ເຮືອໄປເຕັມ ແລ້ວໃຫ້ແມ່ຍິງເມືອງໜອງຄາຍ ພາຍຂື້ນມາຮ້ອງຂາຍຫົວຄົນ ຢູ່ຕາມລຽບທ່າເມືອງພະໂຄ ແລະ ວຽງຄຸກ, ພວກຊາວເມືອງເຫັນດັ່ງນັ້ນ ກໍມີຄວາມສະທ້ານຢ້ານກົວເປັນອັນມາກ ກອງທັບໄທຈື່ງເຂົ້າຕີເມືອງພະໂຄ ແລະ ວຽງຄຸກໄດ້ ແລ້ວກໍເລີຍຂື້ນມາຕັ້ງລ້ອມເມືອງພັນພ້າວໄວ້. ກອງທະຫານເມືອງພັນພ້າວ ໄດ້ທຳການຕໍ່ສູ້ຢ່າງແຂງແຮງ ກອງທັບໄທບໍ່ສາມາດຕີເອົາເມືອງໄດ້ ເປັນແຕ່ຕັ້ງລ້ອມໄວ້ ຈົນເຖິງປີ 1779.

ເວລານັ້ນ ຝ່າຍເຈົ້າສຸຣິຍະວົງ ແຫ່ງນະຄອນຫຼວງພຣະບາງ ໄດ້ຊາບວ່າ ກອງທັບໄທຂື້ນມາຕີວຽງຈັນ ກໍດີໃຈ ເພາະເຈົ້າສຸລິຍະວົງມີຄວາມຄຽດແຄ້ນໃຫ້ພຣະເຈົ້າສິີຣິບຸນຍະສານວ່າ ນຳເອົາພະມ້າມາຕີນະຄອນຫຼວງພຣະບາງ. ເຈົ້າສຸຣິຍະວົງ ຈິ່ງມີໜັງສືໄປບອກພຣະເຈົ້າແຜ່ນດິນໄທ ຂັນອາສາເຂົ້າຕີວຽງຈັນ ທາງດ້ານເໜືອ ແລ້ວພຣະເຈົ້າສຸຣິຍະວົງ ກໍພາເອົທະຫານ ສາມພັນຄົນ ລົງມາຕັ້ງລ້ອມໄວ້ທາງວຽງຈັນໄວ້ທາງດ້ານຫຼັງ. ພຣະເຈົ້າສິີຣິບຸນຍະສານ ເຫັນເສິກຂນາບຂ້າງທາງດ້ານໜ້າ ແລະ ຫຼັງ ເຫັນເຫຼືອກຳລັງຈິ່ງໃຫ້ປະເມືອງພັນພ້າວ ຂ້າມມາໂຮມກັນຢູ່ວຽງຈັນ ກອງທັບໄທຈິ່ງເຂົ້າເມືອງພັນພ້າວໄດ້ ແລ້ວຍົກພົນຂ້າມນ້ຳຂອງມາຕັ້ງຄ້າຍຢູ່ດ້ານຕາເວັນອອກຂອງວຽງຈັນ. ພຣະເຈົ້າສິີຣິບຸນຍະສານ ຈິ່ງແຕ່ງໃຫ້ພຣະນັນທະເສນ ຣາຊໂອຣົດເປັນແມ່ທັບ ຄຸມທະຫານອອກໄປຕີກອງທັບໄທ ເຈົ້ານັນທະເສນ ຂີ່ຊ້າງພາຍຄຳ ສູງຫົກສອກສາມນີ້ວ ອອກຮົບ ຕັ້ງແຕ່ຮົບກັນໄດ້ ສີ່ເດືອນເສດ ກອງທັບໄທກໍຍັງບໍ່ສາມາເຂົ້າເມືອງໄດ້ ແຕ່ພຣະເຈົ້າສິີຣິບຸນຍະສານເຫັນວ່າ ຈະສູ້ສັດຕູໄປບໍ່ໄຫວ ຈິ່ງພາເອົາເຈົ້າອິນ ເຈົ້າພົມ ຣາຊໂອຣົດ ແລະຄົນສນິດລັກລົງເຮືອ ລ່ອງໜີໄປເມືອງຄຳເກີດໃນເວລາກາງຄືນ ຝ່າຍເຈົ້ານັນທະເສນ ໄດ້ຊາບຂ່າວວ່າ ພຣະຮາຊບິດາ ໜີໄປແລ້ວ ກໍເສຽພຣະທັຍ ຈິ່ງຕົກລົງໄຂຜັກຕູເມືອງ ຍອມໃຫ້ກອງທັບໄທເຂົ້າເມືອງໄດ້ໃນວັນຈັນ ເດືອນສິບ ແຮມສາມຄ່ຳ ປີກຸນ ຈ.ສ 1141 (ຄ.ສ 1779). ເມື່ອກອງທັບໄທ ເຂົ້າເມືອງໄດ້ແລ້ວ ກໍຈັບເອົາເຈົ້ານັນທະເສນ ເຈົ້າອຸປຣາດວັງໜ້າ ແລະ ນາງແກ້ວຍອດຟ້າກັລຍານີສຣກະສັດ ພຣະຣາຊທິດາຂອງພຣະເຈົ້າສິີຣິບຸນຍະສານ ຕລອດຈົນພຣະບໍຣົມວົງສານຸວົງ ເສນາຂ້າຣາຊການຜູ່ໃຫຍ່ ສາວສນົມນອກໃນໃວ້ໃຫ້ໝົດແລ້ວ ກໍກວດເກັບເອົາຊັບສິນເຂົ້າຂອງທັງມວນອັນມີຄ່າ ໃນພຣະຄັງຫຼວງ ແລະ ຂອງປະຊາຣາຊດອນທັງຫຼາຍ ພ້ອມດ້ວຍພຣະແກ້ວມໍຣະກົດ ແລະ ພຣະບາງ ອັນມີຄ່າຂອງມີ່ງເມືອງລາວ ກວາດເອົາຄອບຄົວຄົນລາວຊາວວຽງຈັນ ຂ້າມໄປໄວ້ເມືອງພັນພ້າວ ແລ້ວແມ່ທັບໄທຈິ່ງໃຫ້ສ້າງຫໍພຣະແກ້ວໄວ້ທີ່ເມືອງພັນພ້າວ ປັນການຊົ່ວຄາວ ແລະ ພ້ອມກັບຕີວຽງຈັນໄດ້ນີ້ ແມ່ທັບໄທ ກໍບັງຄັບໃຫ້ເຈົ້າສຸຣິຍະວົງ ເຈົ້າຄອງນະຄອນຫຼວງພຣະບາງ ຍອມອ່ອນນ້ອມ ຕໍ່ໄທ ແລະ ເປັນເມືອງຂື້ນຂອງໄທ ດັ່ງດຽວກັນກັບວຽງຈັນ.

ເຖິງເດືອນຍີ່ ແມ່ທັບໄທ ຈິ່ງຕັ້ງພຣະຍາສຸໂພ ຢູ່ຮັກສາເມືອງ ແລ້ວໄທກໍ່ກວາດເອົາຄອບຄົວລາວວຽງຈັນ ພ້ອມດ້ວຍພຣະຣາຊບຸດ ພຣະຣາຊທິດາວົງສານຸວົງ ຂຸນນາງ ທ້າວພະຍາ ພໍ່ຄ້າເສດຖີ ຄະຫະບໍດີຊາວວຽງຈັນ ທັງພຣະແກ້ວພຣະບາງ ລົງໄປເມືອງບາງກອກ ເດືອນຍີ່ແຮມ ໄປເຖິງເມືອງ ສຣະບຸຣີ ແມ່ທັບໄທຈິ່ງໃຫ້ຄອບຄົວລາວຫຼາຍໝື່ນຄອບຄົວ ຕັ້ງບ້ານເຮືອນຢູ່ທີ່ນັ້ນ. ເອົາລົງໄປບາງກອກແຕ່ຄອບຄົວເຊື້ວແນວກະສັດ ແລະ ຂ້າຣາຊການຜູ່ໃຫຍ່ເທົ່ານັ້ນ.

ຣາຊອານາຈັກລາວທັງສາມ ຄື ອານາຈັກນະຄອນຈຳປາສັກ ຂອງໄຊຍະກຸມມານ ອານາຈັກວຽງຈັນ ຂອງພຣະເຈົ້າສິີຣິບຸນຍະສານ ແລະ ອານາຈັກຫຼວງພຣະບາງ ຂອງເຈົ້າສຸຣິຍະວົງ ຈິ່ງໄດ້ເສຽເກຣາດໃຫ້ແກ່ໄທ ລົງພ້ອມກັນໃນປີ ຄ.ສ 1779 ຍ້ອນຄວາມບໍ່ຖືກຕ້ອງຄ່ອງກັນ ອິດສາບັງບຽດຄຽດແຄ້ນໃຫ້ກັນ ຂອງເຈົ້ານາຍລາວດ້ວຍປະການດັ່ງນີ້.

(ສ.ວີຣະວົງສ໌ ປວັດສາດລາວ ແຕ່ບູຮານເຖິງ 1946 ໜ້າ 114-116)