ຂຽນເມື່ອ: ພ.ພ.. 31, 2010
| ມີ
10 ຄຳເຫັນ
ແລະ
0 trackback(s)
ເລື່ອງພຣະຍອດເມືອງຂວາງ
ພຣະຍອດເມືອງຂວາງນີ້ ເດີມເປັນຜູ່ຮັກສາການໃນໜ້າທີ່ຈາງວາງເມືອງນະຄອນສວັນ ຄືຈັງຫວັດນະຄອນສວັນໃນປະເທດສຍາມດຽວນີ້. ພຣະຍອດເມືອງຂວາງ ໄດ້ຂື້ນມາຮົບເສິກຫໍ້ ແຕ່ ຄ.ສ. 1887. ເມື່ອທຳການຜາບຫໍ້ແລ້ວ ແມ່ທັບໃຫຍ່ຂອງສຍາມຝ່າຍຫົວເມືອງລາວພວນ ທີ່ຕັ້ງກອງບັນຊາການຢູ່ເມືອງໜອງຄາຍ ໄດ້ສົງພຣະຍອດເມືອງຂວາງມາເປັນຂ້າຫຼວງພິເສດ ປະຈຳຢູ່ເມືອງຄຳມ່ວນ. ເມື່ອພຣະຍອດເມືອງຂວາງ ໄດ້ຊາບວ່າ ຝຣັ່ງເສສຍົກເຂົ້າມາທາງດ່ານທີ່ຕົນຮັກສາຢູ່ ກໍຄິດຈະຕໍ່ສູ້ປ້ອງກັນຈົນສຸດຄວາມສາມາດ ແຕ່ອາວຸດບໍ່ພຽງພໍ ຈິ່ງໃຫ້ຂຸນວັງ ຄົນຢູ່ໃຕ້ບັງຄັບບັນຊາຂອງຕົນ ຖືໜັງສືມາທູນຂ້າຫຼວງໃຫຍ່ ຄືກົມຫຼວງປະຈັກສິລປາຄົມ ທີ່ປະທັບຢູ່ເມືອງໜອງຄາຍເພື່ອຂໍອາວຸດ. ແຕ່ຂຸນວັງມາມົວຫຼີ້ນຖົ່ວ, ຫຼີ້ນໂປຢູ່ລະຫວ່າງກາງທາງເສຽ ເຫດຮ້າຍແຮງຈິ່ງໄດ້ເກີດຂື້ນກ່ອນ ຄື ກອງທະຫານຝຣັັ່ງເສສ ໄດ້ມາເຖິງເມືອງຄຳມ່ວນ ໃນວັນທີ 18 ພຶດສະພາ ຄ.ສ. 1893 ແລ້ວເຂົາຂັບໄລ່ກອງທະຫານສຍາມ ຂອງພຣະຍອດເມືອງຂວາງອອກໜີຈາກເມືອງໂດຍອ້າງວ່າ ເຂດແດນເຫຼົ່ານີ້ ເປັນເຂດແດນຫວຽດນາມມາແຕ່ກ່ອນ ພຣະຍອດເມືອງຂວາງໄດ້ຖຽງວ່າທີ່ເຫຼົ່ານີ້ເປັນອານາເຂດຂອງສຍາມມາເຫິງແລ້ວ ຖ້າໄດ້ຮັບຄຳສັ່ງຈາກຣັຖບານສຍາມວ່າໃຫ້ຖອນອອກ ກໍຈະຖອນອອກທັນທີ ແຕ່ດຽວນີ້ຍັງບໍ່ທັນໄດ້ຮັບຄຳສັ່ງ ກໍ່ຕ້ອງຢູ່ຮັກສາໄປກ່ອນ.
ມ.ລຸກ ໄດ້ຟັງພຣະຍອດເມືອງຂວາງເວົ້າດັ່ງນັ້ນ ກໍລໍຄອຍຢູ່ຈົນເຖິງວັນທີ 22 ພຶດສະພາ. ເມື່ອໄດ້ຮັບຄຳສັ່ງຕື່ມມາໃໝ່ ຈາກຜູ່ສຳເລັດຣາຊການວ່າ ບໍ່ຕ້ອງຄອຍຖ້າສິ່ງໃດເລີຍ ໃຫ້ທຳການຍຶດທັນທີໂລດ. ດັ່ງນັ້ນ ພໍຮຸ່ງຂື້ນວັນທີ 23 ພຶດສະພາ ຝຣັ່ງເສສກໍເຂົ້າຍຶດເອົາຄ້າຍທະຫານສຍາມ ແລະ ຈັບເອົາພຣະຍອດເມືອງຂວາງ ພ້ອມດ້ວຍໄພ່ພົນໄວ້ ພຣະຍອດກໍບໍ່ໄດ້ຕໍ່ສູ້ຂັດຂວາງແຕ່ຢ່າງໃດເປັນແຕ່ໄດ້ເຮັດໜັງສືສະແດງການກະທຳຂອງຝຣັ່ງເສສໄວ້ ແລະ ອາຍັດຊັບສິນທາງຣາຊການບ້ານເມືອງໄວ້ກັບ ມ.ລຸກ ຈົນກ່ວາຈະໄດ້ຮັບຄຳສັ່ງຈາກຝ່າຍຂອງຕົນ. ແລ້ວ ມ.ລຸກ ຈິ່ງສັ່ງໃຫ້ ມ.ໂກຣສກຸຍແຣງ (Grosgurin) ກັບທະຫານຫວຽດນາມ ຈຳນວນ 20 ຄົນ ຄຸເອົາພຣະຍອດເມືອງຂວາງ ກັບຫຼວງອານຸຣັກ ໄປສົ່ງທີ່ເມືອງທ່່າອຸເທນ ໂດຍອ້າງວ່າ ພວກປະຊາຊົນຊັງພຣະຍອດເມືອງຂວາງ ຈິ່ງໄດ້ສົ່ງໜີ ແລະ ບັງຄັບໃຫ້ພຣະຍອດກັບພັກພວກ ສົ່ງມອບອາວຸດ ແລະ ສິ່ງຂອງໃຫ້ພວກຝຣັ່ງເສສ ເປັນຜູ່ຖື ເມື່ອໄປເຖິງບ່ອນກຳນົດແລ້ວຈິ່ງສົງຄືນໃຫ້.
ວັນທີ 26 ພຶດສະພາ ມ.ໂກຣສກຸຍແຣງ ກໍຄຸມພຣະຍອດຈາກເມືອງຄຳມ່ວນ ເດີນທາງມາໄດ້ສາມຄືນ ກໍເຖິງບ້ານຫຼັກຫິນ ເຊິ່ງເປັນດ່ານສຸດແດນຂອງເມືອງຄຳມ່ວນ ກັບເມືອງທ່າອຸເທນ. ຝຣັ່ງເສສຈິ່ງປ່ອຍໃຫ້ພຣະຍອດກັບພັກພວກ ເດີນທາງໂດຍອິສຣະ ບໍ່ໄດ້ຄຸມ. ແລ້ວ ມ.ໂກຣສກຸແຣງ ກັບພັກພວກໄດ້ເດີນທາງລ່ວງໜ້າມາກ່ອນ ແລະ ມາເຊົາຢູ່ບ້ານແກ້ງເຈັກ ແຄມນ້ຳຫີນບູນ. ພຣະຍອດນຳຫຼັງມາກໍເຊົາຢູ່ບ່ອນທີ່ຕົນເຄີຍພັກເຊົາມາແຕ່ກ່ອນ ໃນບ້ານດຽວກັນກ
ກໍ່ຈະເກີດເຫດຮ້າຍແຮງຂື້ນໃນຄັ້ງນີ້ ຈະເປັນຍ້ອນຝຣັ່ງເສສເອງກໍ່ເລື່ອງຂື້ນ ຫຼື ຈະເປັນຄວາມຕັ້ງໃຂຂອງພວກພຣະຍອດເມືອງຂວາງເອງກໍບໍ່ຮູ້ໄດ້ ຄືມີຜູ່ມາແຈ້ງູຄວາມຕໍ່ ມ.ໂກຣສກຸຍແຣງ ວ່າພຣະຍອດເມືອງຂວາງຈະທຳການຕໍ່ສູ້ກັບພວກຝຣັ່ງເສສ ໄດ້ໃຫ້ຄົນໄປຫາເຄື່ອງມືມາທຳຄ້າຍ. ຢູ່ມາໄດ້ສອງວັນ ມ.ໂກຣສກຸຍແຣງ ຈິ່ງພາລ່າມບຸນຈັນ (ຄົນຂເມນ) ກັບທະຫານຫວຽດນາມ 10 ຄົນໄປຫາພຣະຍອດເມືອງຂວາງ ຢູ່ບ່ອນພັກ ເພື່ອຈະຈັບເອົາຫຼວງອານຸຣັກ ຜູ່ຊ່ອຍຂອງພຣະຍອດເມືອງຂວາງໂດຍອ້າງວ່າ ຫຼວງອະນຸຣັກນີ້ ໄດ້ເປັນຜູ່ອອກປາກມາແຕ່ຕົ້ນ ກັບຣາຊດອນຊາວເມືອງຄຳມ່ວນວ່າ ຕົນຈະບໍ່ຍອມຢູ່ໃຕ້ອຳນາດຂອງຝຣັ່ງເສສ ສຍາມຈະກັບຄືນມາຮົບອີກ. ດັ່ງນັ້ນ ທັງນັ້ນກໍເພື່ອເປັນການປະກັນຕົວໃນການທຳສິ່ງໃດສິ່ງນື່ງຂອງພວກພຣະຍອດເມືອງຂວາງ ອັນຈະເປັນໄພແກ່ພວກຕົນ ແຕ່ຫຼວງອະນຸຣັກ ບໍ່ຍອມໃຫ້ຈັບ. ມ.ໂກຣສກຸຍແຣງ ຈິ່ງໃຫ້ທະຫານເຂົ້າຈັບກຸມເອົາຕໍ່ໜ້າພຣະຍອດເມືອງຂວາງ ແລ້ວເອົາຕົວໄປຂັງໄວ້ທີ່ເຮືອນພັງຂອງ ມ.ໂກຣສກຸຍແຣງ ນັ້ນເອງ. ໃນເວລາຈັບກຸມນັ້ນພຣະຍອດເມືອງຂວາງ ກໍ່ບໍ່ໄດ້ຕໍ່ວ່າແຕ່ຢ່າງໃດ ພໍເຖິງເວລາຄ້າຍແລງໃນມື້ນັ້ນເອງ ພຣະຍອດໃຫ້ຄົນໄປຂໍເອົາຫຼວງອານຸຣັກຄືນມາ ໂດຍບອກວ່າ ຖ້າບໍ່ປ່ອຍຫຼວງອານຸຣັກແລ້ວ ກໍ່ຈະຕ້ອງຂາດທາງພຣະຣາຊໄມຕຣີກັນ. ມ.ໂກຣສກຸຍແຣງ ບໍ່ຍອມປ່ອຍ ເປັນແຕ່ໃຫ້ລ່າມຕອບຄືນວ່າ ຫຼວງອະນຸຣັກຢູ່ທີ່ນີ້ ກໍ່ສຸກສະບາຍດີແລ້ວທໍ່ນັ້ນ. ພໍເຖິງເວລາຄ່ຳມາ ກໍມີຄົນມາບອບພຣະຍອດອີກວ່າ ມ.ໂກຣສກຸຍແຣງ ຈະມາຈັບເອົາພຣະຍອດກັບພັກພວກອີກ, ພຣະຍອດໄດ້ຟັງກໍຄິດວ່າ ຖ້າຈະຢູ່ໃນທີ່ນີ້ຕໍ່ໄປ ກໍ່ອາດຈະມີເຫດເກີດຂື້ນອີກ ຈີ່ງພາພັກພວກໄປເຊົາຢູ່ທີ່ທົ່ງກະແສນ ໄກຈາກບ່ອນເຊົາເດີມຫົກກິໂລແມັດ ໃນຄືນນັ້ນເອງ. ໃນເວລາພຣະຍອດລ່ອງເຮືອມາ ກໍໄດ້ມາພໍ່ກັບກັບກອງທັບສຍາມຢູ່ກາງທາງ ເຊີ່ງແມ່ນນາຍຮ້ອຍຕຣີທຸຍ ແລະ ນາຍຮ້ອຍຕຣີແປກ ຄວບຄຸມໄປ. ນາຍທະຫານທັງສອງໄດ້ບອກພຣະຍອດວ່າ ຫຼວງວິຊິດສາຣສາດ ຜູ່ບັງຄັບການເມືອງທ່າອຸເທນ ໄດ້ຊາບວ່າ ພວກຝຣັ່ງເສສໄດ້ພາເອົາທະຫານມາຍຶດເມືອງຄຳມ່ວນ ແລະ ຈັບທ່ານໄວ້ ຈິ່ງສັ່ງໃຫ້ພວກຂ້າພຣະເຈົ້າເອົາທະຫານຍົກຂື້ນມາຊ່ອຍ ແລະ ສັ່ງມາວ່າ ໃຫ້ຕໍ່ສູ້ພວກຝຣັ່ງເສສ ຢ່າໃຫ້ເມືອງຄຳມ່ວນຕົກເປັນຂອງຝຣັ່ງເສສ ຕາມຄວາມຂູ່ບັງຄັບຂອງເຂົາ, ຖ້າຄຶດແກ້ໄຂເອົາໝູ່ພວກທີ່ຝຣັ່ງເສສຄຸມຂັງໄວ້ໄດ້ຄືນມາແລ້ວ ກໍໃຫ້ຊ່ອຍກັນຫາທາງຂັບໄລ່ຝຣັ່ງເສສອອກໄປໃຫ້ຈົນໝົດດັ່ງນີ້.
ພຣະຍອດເມືອງຂວາງໄດ້ຟັງດັ່ງນັ້ນ ຈິ່ງເລົ່າເຫດການທີ່ເປັນມາແຕ່ຕົ້ນ ໃຫ້ພວກທະຫານຟັງ ແລະ ຢືນຢັນວ່າ ຕົນເອງບໍ່ໄດ້ຍິນຍອມໃຫ້ຝຣັ່ງເສສຍຶດເອົາເມືອງຄຳມ່ວນເລີຍ ແຕ່ເປັນການຈຳນົນເພາະພວກຕົນບໍ່ມີອາວຸດຈະຕໍ່ສູ້ໄດ້ ບັດນີ້ ມີທະຫານມາຊ່ອຍແລ້ວ ຈຳເປັນຕ້ອງຫາທາງຊ່ອຍເຫຼືອເອົາຫຼວງອານຸຣັກຄືນມາໃຫ້ໄດ້ກ່ອນ ແລ້ວຈິ່ງຄ່ອຍຄິດເລື່ອງອື່ນ.
ເມື່ອໄດ້ປຶກສາກັນດັ່ງນີ້ແລ້ວ ພຣະຍອດກັບພວກ ຣ.ຕ.ທຸຍ. ຣ.ຕ.ແປກ ແລະ ທະຫານອີກ 18 ຄົນບໍ່ນຸ່ງເຄື່ອງແບບ ກໍພາກັນຄືນໄກແກ້ງເຈັກ ບ່ອນຫຼວງອານຸຣັກຖືກຂັງຢູ່ ພຣະຍອດຈິ່ງແຕ່ງໃຫ້ຂຸນວັງ (ຜູ່ມາຫຼີ້ຖົ່ວຢູ່ກາງທາງ) ໄປເຈຣະຈານຳ ມ.ໂກຣສກຸຍແຣງ ຂໍເອົາຫຼວງອານຸຣັກຄືນໄປໂດຍດີ ສ່ວນພຣະຍອດເມືອງຂວາງ ຢືນຄອຍຟັງຢູ່ໄກຈາກເຮືອນທີ່ຫຼວງອານຸຣັກຖືກຂັງ ປະມານ 7 ວາ. ມ.ໂກຣສກຸຍແຣງ ໄດ້ອອກມາຢືນຢູ່ຕໍ່ໜ້າເຮືອນບ່ອນຊື່ຂັ້ນໄດ ລ່າມບຸນຈັນໄດ້ລົງມາຢືນຢູ່ເດີ່ນບ້ານ ແປຄວາມເວົ້າຢູ່ກັບຂຸນວັງ.
ໃນຕອນນີ້ ຕາມຄວາມໃຫ້ການຂອງຝຣັ່ງເສສ ບອກວ່າ ເວລາທະຫານຍົກມານັ້ນ ມ.ໂກຣສກຸຍແຣງ ພວມເປັນໄຂ້ໜັກ ຈົນລຸກຈາກບ່ອນນອນບໍ່ໄດ້ ລ່າມບຸນຈັນເປັນຜູ່ອອກມາຖາມທະຫານສຍາມ ແລ້ວກັບຄືນໄປບອກແກ່ ມ.ໂກຣສກຸຍແຣງ ໃນບ່ອນນອນ ຈົນເຖິງເວລາ ມ.ໂກຣສກຸຍແຣງ ຖືກປືນຕາຍ. ແຕ່ຕາມຄວາມໃຫ້ການທາງຝ່າຍທະຫານສຍາມ ເວົ້າຕໍ່ໄປວ່າ ເມື່ອລ່າມບຸນຈັນແປຄວາມຂຸນວັງໃຫ້ ມ.ໂກຣສກຸຍແຣງ ຟັງແລ້ວ ມ.ໂກຣສກຸຍແຣງ ໄດ້ຕອບລົງມາວ່າ ບໍ່ປ່ອຍ. ຂຸນວັງຈິ່ງຂໍຊັບສິນຂອງພວກພຣະຍອດ ທີ່ຝຣັ່ງເສສຮິບເອົາໄວ້ນັ້ນຄືນມາ ມ.ໂກຣສກຸຍແຣງ ບອກວ່າສິ່ງຂອງບໍ່ໄດ້ຢູ່ນຳຫັ້ນ ທັງບອກວ່າ ບໍ່ຍອມຖອຍອອກຈາກບ້ານແກ້ງເຈັກ. ທັນທີນັ້ນ ພຣະຍອດເມືອງຂວາງ ຈິ່ງຮ້ອງບອກໃຫ້ຫຼວງອານຸຣັກອອກມາຫາ, ລ່າມບຸນຈັນຈິ່ງໄດ້ຮ້ອງຂື້ນ ແຕ່ພຣະຍອດບໍ່ເຂົ້າໃຈພາສາ ແລ້ວ ມ.ໂກຣສກຸຍແຣງ ກໍຄວາຈັບເອົາຂໍ່ມືຂອງຫຼວງອານຸຣັກເຂົ້າໄປໃນເຮືອນ ຂນະນັ້ນນາຍສິບທະຫານຫວຽດນາມຄົນນື່ງ ກັບລ່າມບຸນຈັນ ກໍແລ່ນຂື້ນຂັ້ນໃດເຂົ້າໄປໃນເຮືອນ ພໍດີຫຼວງອານຸຣັກຟຶດຫຼຸດອອກຈາກມືຂອງ ມ.ໂກຣສກຸຍແຣງ ກໍໂຕນເຮືອນແລ່ນອອກມາຫາພຣະຍອດ ແລ້ວທັນໃດນັ້ນ ກໍມີສຽງປືນຍິງອອກມາຈາກໃນເຮືອນຖືກທະຫານສຍາມຄົນນື່ງ ທີ່ຢືນຢູ່ຂ້າງພຣະຍອດລົ້ມຕາຍລົງທັນທີ ແລະ ສຽງປືນໃນເຮືອນກໍຍິງຊ້ຳອອກມາອີກສອງສາມບາດ ຖືກທະຫານສຍາມຄົນນື່ງ ລົ້ມລົງອີກ ຂຸນວັງ ຜູ່ເປັນທູດເຈຣະຈາ ກໍຖືກປືນຕາຍລົງອີກຄົນນື່ງ. ພຣະຍອດກັບທະຫານສຍາມເຫັນດັ່ງນັ້ນ ກໍພ້ອມກັນຍິງຕໍ່ສູ້ຕອບໂຕ້ໄປມາ ແລະ ກໍຜາກົດວ່າ ມ.ໂກຣສກຸຍແຣງ ຖືກປືນຕາຍລົງ ໃນຂນະນັ້ນ ແລ້ວກໍເກີດໄຟໃຫ້ຂື້ນທາງດ້ານຫຼັງເຮືອນ ລາມມາເຖິງເຄິ່ງນື່ງ ລ່າມບຸນຈັນທົນບໍ່ໄດ້ ກໍໂດດລົງມາຮ້ອງຂໍຊີວິດຕໍ່ພຣະຍອດ ແລະ ພວກທະຫານສຍາມ ແລ້ວສຽງປືນກໍ່ສງົບລົງ.
ການຕໍ່ສູ້ຄາວນີ້ ຝ່າຍສຍາມຕາຍ 6 ຄົນ ບາດເຈັບ 4 ຄົນ. ພວກພຣະຍອດຈິ່ງລົງເຮືອກັບໄປວຽງກະແສນ ພ້ອມດ້ວຍລ່າມບຸນຈັນ, ສ່ວນຝຣັ່ງເສສ ຕາຍທໍ່ໄດບໍ່ຮູ້ ເພາະໄຟຍັງໄໝ້ຢູ່. ຄັນແລ້ວ ພຣະຍອດຈິ່ງໃຫ້ຄົນຄືນມາຝັງສົບຂອງ ມ.ໂກຣສກຸຍແຣງ ແລະ ກວດເບິ່ງຜູ່ຕາຍທັງສອງຝ່າຍ ເຫັນທະຫານຫວຽດນາມຕາຍ 12 ຄົນ ແລ້ວໄດ້ນຳເອົາທະຫານຫວຽດນາມທີ່ບາດເຈັບໄປນຳອີກຄົນນື່ງກັບປືນ 4 ກະບອກ.
ໃນດ້ານຫົວເມືອງລາວພວນນີ້ ນອກຈາກມີການຮົບກັນຢູ່ແກ້ງເຈັກ ໃນແຂວງຄຳມ່ວນດັ່ງກ່າວມາແລ້ວນັ້ນ ສຍາມ ກັບ ຝຣັ່ງເສສ ກໍໄດ້ປະທະກັນຢູ່ບ້ານນາຄ້າຍ ແລະ ທົ່ງຊຽງຄຳ ໃນແຂວງຊຽງຂວາງອີກ.
ເລື່ອງ ມ.ໂກຣສກຸຍແຣງ ຖືກພຣະຍອດເມືອງຂວາງຍິງຕາຍ ໃນຂນະຕໍ່ສູ້ກັນນີ້ ທາງຝຣັ່ງເສສ ຖືວ່າ ເປັນຄະດີຄາຕກັມ ບໍ່ແມ່ນການສູ້ຮົບແບບທັມມະດາ ສະນັ້ນ ຝຣັ່ງເສສຈິ່ງໄດ້ຟ້ອງຣັຖບານສຍາມບັງຄັບໃຫ້ໃສ່ໂທດພຣະຍອດເມືອງຂວາງຢ່າງໜັກ ພ້ອມທັງບັງຄັບໃຫ້ໃຊ້ຄ່າເສຽຫາຍເປັນອັນມາກ.
ໃນກໍຣະນີນີ້ ຕາມລາຍງານຂອງ ມ.ລຸກ ໄດ້ມີໄປເຖິງຂ້າຫຼວງໃຫຍ່ຝຣັ່ງເສສ ປະຈຳອິນດູຈີນເມື່ອວັນທີ 12 ມິຖຸນາ ຄ.ສ. 1893 ມີຄວາມວ່າ ພຣະຍອດເມືອງຂວາງປະຈຳແຂວງຄຳມ່ວນໄດ້ເອົາທະຫານສຍາມມາຈາກທ່າອຸເທນ ແລະ ໜອງຄາຍ 200 ຄົນ. ທະຫານເຫຼົ່ານັ້ນ ຢູ່ໃນຄວາມບັງຄັບຂອງພຣະຍອດ ກັບຂ້າຫຼວງສຍາມອີກ ສາມຄົນ ໄດ້ມາອ້ອມບ່ອນພັກຂອງ ມ.ໂກຣສກຸຍແຣງ ທີ່ແກ້ງເຈັກ.ໃນຂນະທີ່ທະຫານຫວຽດນາມຂອງ ມ.ໂກຣສກຸຍແຣງ ຈະຍິງທະຫານສຍາມ ແຕ່ ມ.ໂກຣສກຸຍແຣງ ໄດ້ຫ້າມໄວ້ວ່າ ຄົນມາເຈຣະຈາໂດຍດີ ບໍ່ແມ່ນມາຮົບ. ໃນລະຫວ່າງພວມເວົ້າຢູ່ນີ້ ພຣະຍອດໄດ້ໃຊ້ປືນຣີວອນເວີ້ຍິງ ມ.ໂກຣສກຸຍແຣງ ໃນລະຍະໃກ້ ແລະ ໃນຂນະດຽວກັນ ທະຫານສຍາມ ກໍໄດ້ປຸ້ມເຂົ້າທຳຮ້າຍທະຫານຫວຽດນາມ ທະຫານຫວຽດນາມມີໜ້ອຍ ຈິ່ງສູ້ບໍ່ໄດ້ ພວກສຍາມໄດ້ຍາດແຍ່ງເອົາສິ່ງຂອງ ແລ້ວເອົາໄຟຈູດເຮືອນເສຽ. ການກະທຳຂອງຂ້າຫຼວງສຍາມໃນຄາວນີ້ ເປັນຄວາມຈົງໃຈແທ້ ເພາະວ່າ ແຕ່ແກ້ງເຈັກໄປຫາທ່າອຸເທນ ຂາລ່ອງເຮືອໃຊ້ເວລາ 3 ວັນ ແລະ ຂາຂື້ນ 5 ວັນ ຕາມສັນນິຖານວ່າ ໜັງສືພຣະຍອດ ທີ່ສົ່ງໄປຫາຂ້າຫຼວງທ່າອຸເທນນັ້ນ ຄົງນັດໃຫ້ກອງທະຫານຂື້ນມາກ່ອນວັນທີ 5 ມິຖຸນາ 8 ມື້ ຄືໃນລະຫວ່າງທີ່ຮູ້ກັນວ່າ ມ.ໂກຣສກຸຍແຣງ ໄດ້ລົ້ມເຈັບ
ໜ້າ 193-196