ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 21, 2010 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

 ສົງຄາມ ລາວ ກັບ ແກວ

ພຣະເຈົ້າໄຊຍະຈັກກະພັດແຜ່ນແຜ້ວ ສເວີຍຣາຊສົມບັດໄດ້ 23 ປີ ຄື ເຖິງປີ ຄ.ສ. 1479 (ຈ.ສ 841) ພຣະຍາປາຕະລິບຸດ ເຈົ້າເມືອງແກ່ນທ້າວ ໄດ້ຄ້ອງຊ້າງເຜືອກຕົວນື່ງ ສູງໄດ້ 7 ສອກ ຈີ່ງນຳໄປຖວາຍສົມເດັດພຣະເຈົ້າໄຊຍະຈັກກະພັດແຜ່ນແຜ້ວ ແຕ່ນັ້ນກິດຕິສັບລືຊາໄປເຖິງເຈົ້າ ບົວຫຼວງ ພຣະເຈົ້າແຜ່ນດິນປະເທດແກວ. ພຣະເຈົ້າບົວຫຼວງ ຈິງແຕ່ງທູດມາຂໍຂົນຊ້າງເຜືອກໄປເບິ່ງ. ເຈົ້າແສນຫຼວງຊຽງລໍ ມີຄວາມຄຽດແຄ້ນໃຫ້ແກວດ້ວຍສາເຫດອັນໃດບໍ່ຊາບ ຈີ່ງເອົາຂີ້ຊ້າງຍັດໃສ່ບັ້ງພຣະຣາຊສານ ຕີກາປະຈຳຢ່າງດີ ແລ້ວເອົາໃຫ້ທູດແກວຄືນໄປ. ພຣະເຈົ້າບົວຫຼວງ ເປີດເບິ່ງບັ້ງພຣະຣາຊສານ ໄດ້ທອດພຣະເນດເຫັນຂີ້ຊ້າງ ກໍທົງພິໂຣດໂກດເຄືອງເປັນອັນມາກ ຈີ່ງໄດ້ມີພຣະຣາຊໂອງການເກນຣິພົນຄົນເສິກ ມາຢຽບຢ່ຳພຣະນະຄອນຊຽງທອງ ໃນປີ ຄ.ສ. 1483 ພຣະເຈົ້າບົວຫຼວງຈັດທັບມາຕີທັບລາວຄາວນັ້ນ ຈັດເປັນທັບຫຼວງ 5 ທັບຄື:

1.   1. ໃຫ້ ຄົກກົງ ເປັນທັບຂວາ ຍົກທັບມາທາງເມືອງຂວາ

2.   2. ໃຫ້ ກາງກົງ ເປັນທັບຊ້າຍ ຍົກພົນມາທາງເມືອງຊ້າຍ

3.   3. ໃຫ້ ກົງເຫຼືອກ ເປັນທັບໜ້າ ຍົກພົນມາທາງ ນ້ຳຮຸ່ງຊຽງສາ

4.   4. ໃຫ້ ກົງຜູແສດ ເປັນທັບຫຼັງ ຍົກພົນມາທາງ ກະບອງ

ຝ່າຍສົມເດັດພຣະເຈົ້າໄຊຍະຈັກກະພັດ ຄັນໄດ້ຊາບວ່າ ກອງທັບແກວໄດ້ຍົກມາເປັນອັນມາກ ກໍຕົກພຣະທັຍ ພຣະອົງຈີ່ງມອບເວນຣາຊການທັງມວນ ໃຫ້ເປັນພາຣະຂອງພຣະຍາແສນຫຼວງຊຽງລໍ ດັ່ງນັ້ນ ເຈົ້າແສນຫຼວງຊຽງລໍ ຈີ່ງເກນພົນລາວໄດ້ ສອງແສນ ຊ້າງ ສອງພັນຕົວ ຍົກໄປຕັ້ງຮັບແກວ ຢູ່ທົ່ງນາເຂົ້າຈ້າວ (ບ່ອນຕັ້ງວັດວິຊຸລວິຫານດຽວນີ້) ອົງເຈົ້າແສນຫຼວງຊຽງລໍເອງ ສະເດັດຂີ່ຊ້າງເຜືອກ ມີຊ້າງອອກໜ້າ ສີ່ຮ້ອຍ ຕົວ ພົນຮົບສີ່ໝື່ນຄົນ. ທ້າວໝື່ນຫຼວງ ຂີ່ຊ້າງອ້າຍຕາຂາວ ມີຊ້າງອື່ນຊົນຕາມ ເຈັນຮ້ອຍ ຕົວ ພົນຮົບ ເຈັນໝື່ນ ຄົນ. ເມື່ອຈັດຂະບວນທັບບໍຣະບວນແລ້ວ ເຈົ້າແສນຫຼວງຊຽງລໍ ຈີ່ງໃຫ້ນາຍທະຫານສີ່ຄົນ ຄື: ນໍຣະສິງ 1 ນໍຣະນາຣາຍ 1 ນໍຣະເດດ 1 ນໍຣະຣາດ 1 ຄຸມທະຫານລາວ ສີ່ພັນຄົນ ອອກໄປລັດທາງແກວ ຢູ່ຕີນພູມຸງ ນາຍທະຫານທັງ ສີ່ ໄດ້ປະທະກັບແກວ ຂ້າຟັນທະຫານແກວລົ້ມຕາຍລົງເປັນອັນມາກ ຕລອດເວລາ ສາມວັນ ຈົນເມື່ອຍລ້າ ບໍ່ສາມາດຍົກແຂນຂື້ນໄດ້ ຈີ່ງຖອຍມາເຂົ້າທັບຫຼວງ ທີ່ຕັ້ງຢູ່ທົ່ງນາເຂົ້າຈ້າວ ພໍຮຸ່ງເຊົ້າ ກອງທັບແກວກໍ່ຍົກນຳມາ ກອງທັບລາວກໍຍົກອອກຕໍ່ສູ້ຢູ່ທົ່ງນາມຸງຄຸນ ຈົນເຖິງນາໄຮ່ດຽວ ຕັ້ງແຕ່ພໍຕາເວັນທຽ່ງຈົນເຖິງຄ່ຳ ເຈົ້າໝື່ນຫຼວງ ກັບພຣະຍາຂວາເທພາ ແລະ ນາຍທະຫານເອກທັງສີ່ ໄດ້ຂ້າຟັນທະຫານແກວລົ້ມຕາຍລົງເຖິງ ສີ່ພັນຄົນ ຈົນແຜ່ນດິນໄຫຼນອງໄປດ້ວຍເລືອດ ຕລອດສນາມຮົບບໍ່ໄດ້ຢຽບແຜ່ນດິນ ຢຽບແຕ່ຊາກສົບແກວ ແຕ່ປານນັ້ນ ທະຫານແກວ ກໍຍັງໜູນແໜ້ນເຂົ້າມາບໍ່ຖອຍ ແລະ ໃນເວລານັ້ນ ພຣະຍາຂວາເທພາ ຖືກແມ່ທັບແກວທັງສີ່ລ້ອມໄວ້. ໝື່ນຫຼວງກັບໝື່ນບຸນ ຈີ່ງໄສຊ້າງເຂົ້າມາຊ່ອຍ ໄດ້ຂ້າຟັນແມ່ທັບແກວຕາຍລົງທັງສີ່ຄົນ. ນາຍທະຫານແກວອີກ ຫົກຄົນ ເຫັນດັ່ງນັ້ນ ກໍ່ຫຽ້ມຊ້າງເຂົ້າຊົນນາຍຫຼວງເໜືອ ກັບພຣະຍາຂວາເທພາ ເຈົ້າທັງສອງໄດ້ຂ້າຟັນທະຫານແກວທັງຫົກນັ້ນ ຕາຍລົງແຕ່ຕົວເອງກໍ່ໝົດແຮງ ຈີ່ງຕົກລົງຈາກຫຼັງຊ້າງ ເລີຍຖືກພົນທະຫານແກວຫຸ້ມຟັນເອົາຈົນຕາຍທັງສອງ ສ່ວນຊ້າງໄຊບັງທອງ ແລະ ອ້າຍໝາກຫຍ້າ ກໍລອຍຂ້າມນ້ຳຂອງໜີ ແຕ່ນັ້ນພົນຝ່າຍລາວ ຈິ່ງບົກບາງລົງ ແລ້ວກອງທັບແກວກໍຊົນຜ່າເຂົ້າມາເຖິງແສນຫຼວງຊຽງລໍ ພຣະອົງ ກັບ ໝື່ນຫຼວງ ໝື່ນບູນ ແລະ ນາຍທະຫານທັງສີ່ ໄດ້ແທງຟັນຕໍ່ສູ້ແກວຈົນໝົດກຳລັງ ໝື່ນຫຼວງ ກັບ ໝື່ນບູນ ຖືກອາວຸດແກວຕາຍຄາສນາມ ສ່ວນນາຍທະຫານທັງສີ່ນັ້ນ ແກວຟັນແທງບໍ່ເຂົ້າ ແຕ່ຫາກໝົດກຳລັງ ພວກແກວຈິ່ງຈັບໄດ້ ແລ້ວເອົາໄປສຽບໃສ່ຫຼັກໄວ້ທີ່ທົ່ງນາເຂົ້າຈ້າວ ສ່ວນເຈົ້າແສນຫຼວງຊຽງລໍ ກໍຖືກອາວຸດແກວເປັນສາຫັດ ຈິ່ງອວ່າຍຊ້າງຂື້ນມາໂຮງຊຽງທອງ ສະເດັດຈາກຫຼັງຊ້າງໄປເຂົ້າເຮືອ ຊື່ ສະເພົາກາ ພໍອອກຈາກທ່າເຮືອ ໆ ກໍຫຼົ້ມ ພຣະອົງເລີຍຈົມນ້ຳ ສຽ້ງພຣະຊົນຢູ່ທ່າໂຮງຊຽງທອງນັ້ນເອງ.

ຝ່າຍສົມເດັດພຣະໄຊຍະຈັກກະພັດ ພໍໄດ້ຊາບຂາວວ່າ ກອງທັບລາວແຕກແລ້ວ ກໍພາພຣະປະຍູຣະຍາດລັກໜີລົງເຮືອລ່ອງລົງມາເມືອງຊຽງຄານ. ກອງທັບແກວກໍ່ເຂົ້າເມືອງໄດ້.

ໃນຄັ້ງນັ້ນ ເຈົ້າແທ່ນຄຳ ພຣະຣາຊໂອຣົດຂອງພຣະໄຊຍະຈັກກະພັດ ຊື່ງເປັນເຈົ້າຄອງນະຄອນຢູ່ເມືອງດ່ານຊ້າຍ ຄັນໄດ້ຊາບ ແກວຍົກທັບມາຕີນະຄອນຊຽງທອງ ກໍເກນເອົາພົນເມືອງຊຽງຄານ ເມືອງດ່ານຊ້າຍ ຍົງຂື້ນໄປຕີເປັນທັບຂນາບຫຼັງ ຝ່າຍແກວບໍ່ຮູ້ວ່າມີກອງທັບ ເມືອງອື່ນມາຊ່ອຍ ແລະ ກຳລັງເມື່ອຍລ້າຢູ່ ຈິ່ງຖືກກອງທັບທ້າວແທ່ນຕີແຕກທະລາຍໄປ. ເຈົ້າແທ່ນຄຳໃຫ້ທະຫານນຳຕີແກວ ໄປຈົນສຸດເຂດເມືອງພວນ ພວກແກວຖືກຂ້າຕາຍໃນຄາວນັ້ນ ເຫຼືອຈະຄະນານັບ ຈຳເພາະທະຫານຊັ້ນຜູ່ໃຫຍ່ຂອງແກວ ຈຳນວນ ສີ່ພັນ ຄົນ ເຫຼືອກັບຄືນແຕ່ ຫົກຮ້ອຍຄົນ ທໍ່ນັ້ນ

ເມື່ອເຈົ້າແທ່ນຄຳ ຂັບໄລ່ແກວອອກໄປພົ້ນເຂດແດນປະເທດລາວແລ້ວ ພຣະອົງກໍສະເດັດກັບມານະຄອນຊຽງທອງ ທ້ອນຫອມເສນາອາມາດທີ່ຍັງເຫຼືອຢູ່ ແລະ ພຣະສັງຄະເຈົ້າ ໃຫ້ມາປະຊຸມພ້ອມກັນ ແລ້ວຈິ່ງແຕ່ງໃຫ້ພຣະທັມມະເສນາ ກັບພິກຂຸ ຊາວ ຕົນ ລົງມາອາຣາທນາພຣະຣາຊບິດາ ທີ່ປະທັບຢູ່ເມືອງຊຽງຄານ ໃຫ້ຄືນໄປສເວີຍຣາຊສົມບັດດັ່ງເກົ່າ ແຕ່ພຣະຣາຊບິດາບໍ່ສະເດັດໄປ ແລະ ໄດ້ມອບຣາຊສົມບັດໃຫ້ແກ່ທ້າວແທ່ນຄຳ ນັ້ນເອງ. ສ່ວນພຣະອົງກໍປະທັບຢູ່ເມືອງຊຽງຄານ ຕໍ່ມາອີກ ນື່ງປີ ຄື ເຖິງ ຄ.ສ. 1479 ກໍສະເດັດສຸຣະຄົດ ຮວມພຣະຊົນມາຍຸໄດ້ 64 ປີ (ສະບັບນື່ງວ່າໄດ້ 83 ປີ) ພວກເສນາອາມາດທັງຫຼາຍ ຈິ່ງເຊີນພຣະສົບ ລົງໃສ່ຫີບເງິນໄວ້ ແລ້ວສົງຂ່າວໄປຖວາຍພຣະຣາມາທິບໍດີ ພຣະເຈົ້າແຜ່ນດິນກຸງສີອະຍຸທຍາ ພຣະຣາມາທິບໍດີ ຈິ່ງທົງແຕ່ງໃຫ້ ຂຸນສີຣາຊໂກສາ ເປັນຣາຊທູດເຊີນໂລງຄຳ ແລະ ໂລງໄມ້ຈັນ ກັບແຜ່ນແພ ຫ້າຮ້ອຍ ພັບ ມາທຳການຖວາຍພຣະເພີງ ຕາມບູຮານຣາຊປະເພນີ.

Delicious Digg Fark Twitter