ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 8, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ສຸພາສິດເພິ່ນວ່າ: ລູກບໍ່ຟັງຄວາມພໍ່ ຄວາມແມ່ ຜີແກ່ເຂົ້າໝໍ້ນາຮົກ

ທີ່ຖືກແທ້ໆແມ່ນ ໄຫຼເຮືອໄຟເດີ ສ່ວນຄຳວ່າ ກະທົງ ນັ້ນ ແມ່ນເພີ່ນໃຊ້ຢູ່ໃນພິທີກຳທາງສາດສະໜາ ເຄີຍເຫັນບໍ່ຢູ່ແຖວແຈຮົ້ວເຮືອນ (ເຮືອນ ແມ່ນເຮືອນຫຼັງທີ່ເຮົາຢູ່) ບ້ານ (ບ້ານ ໝາຍຄວາມວ່າ ມີຫຼາຍຫຼັງຄາເຮືອນຮວມກັນ ຈຶ່ງເອີ້ນວ່າ ບ້ານ) ຢາມມີບຸນຫັຍງຕ່າງ ຫຼືເຮັດບຸນເຮືອນ, ບຸນບ້ານ, ບຸນວັດ ເພີ່ນກໍ່ຈະເຮັດກະທົງທີ່ເຮັດດ້ວຍກາບກ້ວຍໃຫຍ່ພໍປະມານ ແລະມີກະທົງອັນນ້ອຍໆອີກ 4-5 ອັນ ແຕ່ລະອັນມັນຈະ ຄຳເຂົ້າ, ອາຫານທານ, ກອກຢາສູບ, ໝາກໄມ້ຫຍັງຕ່າງໆ ສິ່ງນັ້ນເພິ່ນຮຽກວ່າ ກະທົງ. ສ່ວນທີ່ພວກເຮົາໄປລອຍ ຫຼື ໄຫຼ ໃນມື້ບຸນອອກພັນສານັ້ນແມ່ນ ໄປໄຫຼເຮືອໄຟ ແຕ່ພໍ່ແຕ່ແມ່ເຮົາ ເພິິ່ນພາວ່າ ສ່ວນຄຳວ່າ ໄປລອຍກະທົງນັ້ນ ແມ່ນພາສາຊອດກະຈາ ທີ່ໄວຮຸ່ນ (ບໍ່ແມ່ນ ລຸ້ນ) ທຸກວັນນີ້ ຕິດປາກກັນ ໃຫ້ເຂົ້າໃຈຕາມນີ້ດ້ວຍ ເຮົາຄົນຮຸ່ນຫຼັງ ໃຊ້ພາສາພໍ່ ພາສາແມ່ ຂອງຕົນໃຫ້ມັນຖືກຕ້ອງ.