ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 7, 2008 | ມີ 10 ຄຳເຫັນ ແລະ 0 trackback(s)

ກ້າວທຳອິດທີ່ພາດພັ້ງ             ຄືກ້າວຫລັງທີ່ຫມັ້ນໃຈ

ກ້າວຫນື່ງທີ່ພາດໄປ                ຄືກ້າວໃຫ່ມທີ່ຫມັ້ນຄົງ

 

ທຸກຄົນເກີດມາໃນໂລກໃບນີ້  ບໍ່ມິໃຜທີ່ບໍ່ພົບກັບຄວາມລົ້ມເຫລວ   ແຕ່ຖ້າເຮົາລົ້ມແລ້ວ ບໍ່ຍອມທີ່ຈະລຸກຂື້ນມາສູ້ຕໍ່ໄປ  ຊີວິດຂອງເຮົາກໍ່ຈະຜ່າຍແພ້  ແລະລົ້ມເຫລວຕະຫລອດໄປ  ... ດັ່ງນັ້ນເມື່ອໃດກໍ່ຕາມ   ທີ່ພັບກັບຄວາມຜ່າຍແພ້ ..ລົ້ມເຫລວໃນຊີວິດ .. ໃຫ້ຖືວ່າມັນໄດ້ໃຫ້ບົດຮຽນແກ່ເຮົາ  ການຄົ້ນຫາຂໍ້ຜີດພາດແລະຂໍ້ບົກຜ່ອງ   ຈະທຳໃຫ້ເຮົາໄດ້ປະສົບການ  ແລະສາມາດລຸກຂື້ນສູ້ຊີວິດ ...ຈົນໃນທ້າຍທີ່ສຸດ ກໍ່ຈະໄດ້ພົບກັບໄຊຊະນະຈາກການຕໍ່ສູ້ນັ້ນ   ຫາກເຮົາຄິດໃນທາງສ້າງສັນ   ຄວາມລົ້ມເຫລວ  ຍັງທຳໃຫ້ເຮົາມີສະຕິປັນຍາ   ຄິດໄຕ່ຕອງຫາເຫດຜົນ ຫລາຍຍີ່ງຂື້ນ   ມີກຳລັງໃຈທີ່ເຂັ້ມແຂງ ມີຄວາມເຊື່ອຫມັ້ນ   ເຂົ້າໃຈໃນຄວາມທຸກ  ແລະມິຄວາມອົດທົນຫລາຍຍີ່ງຂື້ນອີກດ້ວຍ    ຖ້າເຮົາຄິດໄດ້ແນວນີ້     ເຮົາກໍ່ຈະມີແຮງລຸກຂື້ນ   ສູ້ຕໍ່ໄປໄດ້ອີກຢ່າງແນ່ນອນ.....

 

ຄວາມອົດທົນ             ເປັນສົມບັດຂອງນັກສູ້

ຄວາມຮອບຮູ້             ເປັນສົມບັດຂອງນັກປຣາດ         

                                                                                                               

                        ຈາກ  .....  ຫນຸ່ມ.

Delicious Digg Fark Twitter