ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 10, 2008 | ມີ 3 ຄຳເຫັນ ແລະ 0 trackback(s)

ຄວາມຮັກເປັນສິ່ງທີ່ດີ ແລະ ເປັນຂອງຄູ່ກັນກັບຄວາມກຽດຊັງ  ແຕ່ຖ້າຮັກແບບເຫັນແກ່ຕົວ ..ໂອກາດອົກຮັກກໍ່ມີຫລາຍ... ເພາະຄວາມສຸກຂອງຄົນຫນື່ງແຕ່ພັດເປັນຄວາມທຸກຂອງອີກຄົນຫນື່ງ  ດັ່ງນັ້ນ ຄວາມຮັກຕ້ອງບໍ່ເຫັນແກ່ຕົວເກີນໄປ.. ຮູ້ຈັກໃຫ້ອະໄພ  ຮູ້ຈັກຂົ່ມໃຈຕົວເອງ  ຮູ້ຈັກປ່ອຍວາງ  ແລະຮູ້ຈັກໃຊ້ປັນຍາ ຮູ້ເທົ່າທັນໃນຄວາມຮັກ   ກໍ່ຈະບໍ່ທຳໃຫ້ຜິດຫວັງເສຍໃຈ  ໃນພາຍຫລັງ  ໃຫ້ຄິດວ່າບາງຄັ້ງເຮົາເອງກໍ່ຍັງບັງຄັບຈີດໃຈເຮົາບໍ່ໄດ້..ພາສາຫຍັງເຮົາຈະໃຫ້ຄົນອື່ນມາ ໄດ້ດັ່ງໃຈເຮົາ...ເພື່ອຮັບປະກັນບໍ່ຢາກໃຫ້ຜິດຫວັງ   ຕ້ອງຫມັ່ນຈົ່ມຄາຖາ   6 ຄຳນີ້ ແລ້ວຈະທຳໃຫ້ທ່ານມີແຕ່ຄວາມສຸກ  ບໍ່ມີທາງຜີດຫວັງ   ຄາຖາມີດັ່ງນີ້ .....ສັກ...ວັນ..ມັນ...ຕ້ອງ...ຖິ້ມ...ກູ...ບໍ່ວ່າຍິງຫລືຊາຍ  ຢູ່ນຳກັນໄປ ຈັກຫນ່ອຍເກີດແຕກແຍກກັນຂື້ນ  ເຮົາກໍ່ສາມາດຫົວເລາະໄດ້ເລີຍ.... ກູວ່າແລ້ວ...ມັນຕ້ອງຖີ້ມກູ.. ແລ້ວເຮົາກໍ່ຈະສະບາຍໃຈ ບໍ່ຜິດຫວັງ    ເພາະເຮົາຮູ້ລ່ວງຫນ້າແລ້ວວ່າ   ມັນບໍ່ທ່ຽງ...ມີຮັກຕ້ອງມີຮ້າງ..ບໍ່ຮ້າງຕອນຫນຸ່ມ  ກໍ່ຈະຮ້າງຕອນຕາຍ...ດັ່ງນັ້ນຕອນທີ່ເຮົາຍັງມີລົມຫາຍໃຈຢູ່ນີ້   ໃຫ້ເຮົາທຳຫນ້າທີ່ຕົນເອງໃຫ້ດີທີ່ສຸດ  ທຸກຄົນທີ່ມາປະຕິສຳພັນກັບເຮົາ   ໃຫ້ເຂົາຮູ້ສືກດີກັບໄປ  ເພາະຄົນໃດຖ້າເຂົາຮັກເຮົາເຂົາກໍ່ຄິດຈົນຕາຍ   ຖ້າຄົນໃດເຂົາຊັງເຮົາເຂົາກໍ່ຊັງຈົນຕາຍຄືກັນ  ຍີ່ງຄົນທີ່ເຮົາຮັກເຮົາຢູ່ນຳຕ້ອງດູແລໃຫ້ດີດີ   ຈາກ   ຫນຸ່ມ              

Delicious Digg Fark Twitter