ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 16, 2008 | ມີ 20 ຄຳເຫັນ ແລະ 0 trackback(s)

alt

 

* ດ້ານຊ້າຍ  ໃຜບາງຄົນບອກວ່າຮູບແບບບໍ່ເຂົ້າທ່າ   * ສ່ວນດ້ານຂວາ  ນີ້ຄືສີ່ງທີ່ດີທີ່ສຸດສຳຫລັບເຂົາ

 

alt

 

* ໃຜບາງຄົນບອກວ່າ  ບໍ່ຢາກໄປຮຽນຫນັງສື    * ສຳຫລັບພວກເຂົາ  ນີ້ຄືໂອກາດສຸດທ້າຍທີ່ຈະໄດ້ຮຽນ

 

alt

* ບາງຄົນຫລັບແລ້ວ  ຂີ້ຄ້ານທີ່ຈະຕື່ນ    * ແຕ່ກັບໃຜບາງຄົນແລ້ວ ບໍ່ຮູ້ວ່າຈະໄດ້ຕື່ນຫລືບໍ່ ຫລັງຈາກຫລັບ

 

alt

 

*ບາງຄົນຖືກໂອບອູ້ມ ດ້ວຍພໍ່ແມ່                *  ແຕ່ບາງຄົນຍາກຍິ່ງແທ້  ຈະຫາພໍ່ແມ່ມາໂອບອູ້ມ

 

alt

* ໃຜບາງຄົນ  ອ້ວນຈົນຍາກທີ່ຈະຈ່ອຍ                 * ແຕ່ໃຜບາງຄົນ  ກໍ່ຍັງບໍ່ພ້ອມທີ່ຈະອ້ວນ

 

alt

 

* ບາງຄົນກິນຫລາຍ  ຈົນເປັນໂລກເບື່ອອາຫານ   *  ແຕ່ກັບບາງຄົນເຂົ້າຈະກີນກໍ່ຍັງບໍ່ມ

alt

* ບາງຄົນຈົ່ມວ່າ ບໍ່ມີຂອງຫລີ້ນໃຫ່ມໆ            * ແຕ່ກັບບາງຄົນ ກໍ່ບໍ່ມີຫຍັງ  ພໍທີ່ຈະໃຫ້ຫລີ້ນ

 

                            *   ຮູ້ສືກວ່າ.............ຕົວເອງເກີດມາ ໂຊກຮ້າຍແທ້

                            *   ຮູ້ສືກວ່າ.............ຕົວເອງເກີດມາ ດ້ອຍຄ່າແທ້

                            *   ຮູ້ສືກວ່າ.............ຕົວເອງເກີດມາ ຍາກຈົນແທ້

                            *   ຮູ້ສືກວ່າ............. ຕົວເອງ ເປັນຫຍັງບໍ່ມີໂອກາດດີດີ ມີເງິນຫລາຍໆ

                            *   ຮູ້ສືກວ່າ............. ຕົວເອງ ອິດສາຄົນອື່ນ  ທີ່ລວຍກ່ວາແທ້

 

* ຫາກທ່ານເກີດຄວາມຮູ້ສຶກເຫລົ່ານີ້   ຫລືອີກຫລາຍໆຄວາມຮູ້ສຶກ  ທີ່ເຂົ້າມາໃນເວລາທີ່ທ່ານທໍ້ແທ້  ຜິດຫວັງ ເສຍໃຈ ຫລືຫມົດກຳລັງໃຈ ຈົນຄິດວ່າໂລກນີ້  ຊ່າງບໍ່ຍຸດຕິທຳແທ້  ຈົ່ງຍຸດຄິດໃຫ່ມ  ແລ້ວຫັນໄປເບີ່ງຮອບຮອບຕົວ   ຮອບຮອບຂ້າງວ່າ  ທ່ານແມ່ນຄົນທີ່ສົມຄວນ   ຜີດຫວັງ ຫລືທໍ້ແທ້   ຫລືບໍ່   ທ່ານແມ່ນຄົນທີ່ໂຊກຮ້າຍແທ້ບໍ່

*  ຄົນເຮົາເຖິງຊີວິດຈະລໍ້າບາກ  ມີຄຽດບ້າງ  ຄວາມວຸ້ນວາຍໃນຊີວິດບ້າງ  ແຕ່ເຮົາບໍ່ຍຸດທີ່ຈະກ້າວເດີນຕໍ່ສູ້ກັບຄວາມຍາກຈົນ ຄວາມຮູ້ສຶກອິດສາ ຄວາມຮູ້ສຶກຂີ້ຄ້ານ  ຕໍ່ສູ້ກັບການແຂ່ງຂັນ ແລ້ວປ່ອຍວາງ   ພັກຜ່ອນຄາຍຄຽດແດ່

 

 *  ຖ້າທຳໄດ້ທ່ານຈະຮູ້ສືກວ່າ  ແທ້ທີ່ຈິງແລ້ວໂລກນີ້ຍັງມີສີ່ງສວຍງາມ ແລະຍຸດຕິທຳກັບທ່ານ ຂໍພຽງບໍ່ນ້ອຍໃຈກັບສີ່ງທີ່ເຮົາມີ ແລະເປັນຢູ່ ທຸກຢ່າງກໍ່ບໍ່ໄດ້ໂຫດຮ້າຍເກີນໄປ  ເພາະທຸກຄົນກໍ່ມີສີ່ງທີ່ຕ້ອງປະເຊີນ   ຄືກັນກັບມິຄວາມໂຊກດີໂຊກຮ້າຍຕ່າງໆກັນ   ຄົນລວຍອາດຈະບໍ່ມິຄວາມສຸກເທົ່າຄົນຈົນກໍ່ເປັນໄດ້..ຈິງຫລືບໍ່..

 

* ຢາກໃຫ້ທ່ານຄິດວ່າ  ຈົ່ງພໍໃຈໃນສິ່ງທີ່ຕົນມີ  ແລະຢາກໃຫ້ຄດວ່າ  ຄົນເຮົາເຖີງແມ່ນເລືອກເກີດບໍ່ໄດ້  ແຕ່ທຸກຄົນສາມາດເລືອກດຳເນີນຊີວິດໄດ້ ເລືອກພໍໃຈໃນສິ່ງທີ່ຕົນເອງມີ  ແບະມີຄວາມສຸກກັບສິ່ງນັ້ນ   ຢ່າໄປອິດສາຄົນອື່ນ   ພຽງເພາະເຂົາເກີດມາໂຊກດີ ເພາະຫາກທ່ານມົວແຕ່ໄປອີດສາຄົນອື່ນ   ຄົນທີ່ບໍ່ມີຄວາມສຸກເລີຍ  ກໍ່ຄືຕົວທ່ານເອງ ...

 

**  ທຸກຄົນມີ  24 ຊົ່ວໂມງເທົ່າກັນ  ຈົ່ງບໍລິຫານຄວາມສຸກ ໃຫ້ໄດ້ຫລາຍທີສຸດໃນແຕ່ລະວັນ  ຖ້າທຳໄດ້ຊີວິດທ່ານຈະເປັນທີ່ຫນ້າອິດສາທີ່ສຸດ   ກໍ່ວ່າໄດ້.........

 

ຈາກ  ທຳດີ   ຫນຸ່ມ

 

                                             

Delicious Digg Fark Twitter