ຂຽນເມື່ອ: ທ.ວ.. 1, 2009
| ມີ
5 ຄຳເຫັນ
ແລະ
0 trackback(s)
""" ຫລາຍມື້ແລ້ວທີ່ບໍ່ໄດ້ຂຽນໄດອາຣີ.ເປັນຂອງຕົວເອງ..
ມີແຕ່ອ່ານຂອງຄົນອື່ນອຶອຶ(ເອົາປຽບຂະຫນາດຮາຮາຮາ)
ມື້ນີ້ກະເລີຍ...ຢາກນຳເອົາສູດເຄັດລັບຍິ້ມຫອມມາຝາກເພື່ອນໆທັງຫລາຍ
ລອງອ່ານເບິ່ງ..ວ່າສິກົງກັບສູດຂອງທ່ານຢູ່ບໍ່..ສູດມີຢູ່ວ່າ ...
1/ ເລືອກຢາສີແຂ້ວທີ່ມີແອັນຕີ້.ແບັດທີເລຍ..ກີ່ນສົດຊື່ນ..
ຍິ່ງເປັນສູດທີ່ບອກວ່າ..ລົມຫາຍໃຈສົກຊື່ນໄດ້ຍາວນານແລ້ວ..ຈະດີຫລາຍ
2/ ເວລາສີແຂ້ວ..ຢ່າລືມທຳຄວາມສະອາດລິ້ນນຳ
ເພາະລິ້ນເປັນທີ່ລວມແບັກທີເລຍ
3/ ເວລາສີແຂ້ວ..ຢ່າໃຈຮ້ອນ..ຕ້ອງໃຊ້ເວລາໃນການສີ
ຢ່າງຫນ້ອຍຕ້ອງໃຊ້ເວລາປະມານຈັກ 3 ນາທີຂື້ນໄປ..ຈະດີຫລາຍ
4/ ດື່ມນໍ້າກ່ອນເຂົ້ານອນ....ຊ່ວຍທຳຄວາມສະອາດປາກໄດ້ຫລາຍຂື້ນ