ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 25, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເຈົ້າຄືດວງໃຈໃຜຂ້ອຍບໍ່ຮູ້                        ເຈົ້າຄືຜູ້ທີ່ຂ້ອຍໃຝ່ຝັນຫາ

ເຈົ້າຄືເພື່ອນແສນສະນິດຕິດຕຮຶງຕາ         ເຈົ້າຄືຟ້າຂ້ອຍຄືດິນຖະຫວິນປອງ

ດຸດກະຕ່າຍຫມາຍປອງມອງດວງແຂ        ເຝົາແຕ່ແລແສນໄກໃຈຈິງຫມອງ

ຄົງບໍ່ມີວັນສົມອາລົມປອງ                      ໄດ້ແຕ່ມອງຈົນເດືອນຄ້ອຍລອຍລັບໄປ

ດວງຈັນເອີຍໂປດເມດຕາກະຕ່າຍນ້ອຍ    ຈະເຟົ້າຄອຍຈົນຈັນກັບມາໃຫມ່

ຖ້າເມດຕາຈະຄອຍຕະຫຼອດໄປ              ຄອຍແມ້ໃຈຈະສິ້ນກໍ່ຍິນດີ

    021 

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 24, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ພຽງເສດດາວພຮາວແສງຢູ່ເທິງຟ້າ                ບໍ່ມີຄ່າຄືດວງຈັນອັນແຮງສາຍ

ແສງລະຍິບລະຍັບຫວາວດາວກະຈາຍ           ທີລຽ່ງລາຍໃຜຈະຫມາຍຕາແນມ

ເປັນພຽງດາວດວງນ້ອຍທີ່ໄຮ້ຄ່າ                    ທຽບຈັນທາບໍ່ໄດ້ໃຈຂື່ນຂົມ

ຢູ່ເຊົ້າວັນໄດ້ນັ່ງເສົ້າເຫງົາລະທົມ                   ໄຮ້ຄົນຊົມຖືກຂົ່ມແສງແຝງເງົາຈັນ

ວອນຄົນຊົມຜູ້ປະເສິດເປິດໃຈກວ້າງ            ແສງສະຫວ່າງແຫ່ງດາວພຮາວເສິດແສງ

ໃນຄືນແຮມແຈ່ມຟ້າຫາມີຈັນ                        ດວງດາວນັ້ນສ່ອງລະຍິບກະພິບພຮາວ

ພໍຄືນເພັນຈັນເດັ່ນເຊັນຄືນນີ້                         ກັບບໍ່ມີໃຜເຫັນຍາມຄືນຫນາວ

ແນມເບິ່ງຈັນບໍ່ຫັນຕາມາເບິ່ງດາວ                 ຂ້ອຍປວດຮ້າວເຫງົາໃຈໄຮ້ຄົນຊົມ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2011 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເຊີນຄົນເສົ້າທັງຫຼາຍເອັນກາຍນອນ

ນອນພັກຜ່ອນ ຮັກສາໃຈ ໃຫ້ຄາຍເຫງົາ

ທີ່ສາລາແຫ່ງນີ້ມີຮົ່ມເງົາທຸກບັນເທົາ

ຈະມາລາຍຫາຍໄປຖ້າເມືອຍຫຼາຍ

ພັກໃຈໄວ້..ບ່ອນນ໊ີ້ ສາລານີ້ຍິນດີຮັບທີ່ພັກໃຈ

ລຶມອະດິດລຶມຄວາມຫຼັງທີ່ຝັງໃຈ

ແລະເລິ່ມຕົ້ນທາງໃຫມ່ໃນສາລາ

ຢ່າທໍ້ແທ້ເບື່ອຫນ່າຍໃນຊີວິດ    

ຍັງມີມິດທີ່ຈິງໃຈໃຫ້ພົບຫາ

ຈະພົບຄົນຮູ້ໃຈເຮົາທີ່ເຂົ້າປາດຖະຫນາ

ຊຸບຊີວາພາສຸກສັນນິລັນດອນ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 14, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄຳວ່າຮັກມີ....ຮ...ເປັນຕົວແລກ

ແລ້ວໄດ້ແຍກ ຈາກ ...ຮ...ເປັນ...ກ...ໄກ່່

ມີໄມ້ກັນຂັ້ນກາງຫວ່າງດວງໃຈ......   

ເຮົາຈິ່ງໄດ້ຄຳວ່າ....ຮັກ....ຈັດການງານວິວາ

ດອກຮັກບານເຕັມຕົ້ນແລ້ວ.....

....ເມືອຫຍາດແກ້ວລິນລົດຫົດຫະຖາ

ໂຊກທະວີສີທອງຄ້ອງຊີວາ...........

ຈົງນຳພານຳຮັກສູ່ຫຼັກໄຊ

ໃຫ້ສົດຊືນສົມຫວັງໃນທັ້ງສອງ......

....ຊ່ວຍປະຄອງຮັກນີ້ທີ່ສົດໃສ

ສົມລົດ-ສົມຮັກຫວານເນີນນານໄປ.

.......ສາມສີປີໃຫ້ໄດ້ມີລູກຈັກ 10 ຄົນ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 14, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ພໍຫນ້າທ້ອງ......ຂອງແມ່ເລິ່ມໃຫຍ່ອອກ

ພໍ່ກໍ່ບອກ........ຢາກໃຫ້ລູກເປັນດອກເຕີ

ຍ່າກໍ່............ຢາກໃຫ້ຫຼານເປັນໂປຮແກຣມເມີ

ແຕ່ຄ່ອຍເກີ້..........ຫມໍບອກແມ່ພຽງແຕ່ລົງພຸ່ງ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 30, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

 

ຖ້າເຈົ້າລົງມືເຮັດໃນສິ່ງທີ່ເຈົ້າສົນໃຈແລະພໍໃຈກັບມັນຢູ່ສະເຫມີ

---****--- ຢ່າງນ້ອຍກໍ່ມີຄົນໆຫນຶ່ງທີ່ພໍໃຈ ---***---

 


 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 29, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

*ເສື້ອສາຍດຽ່ວ..ໂຊຄວາມຂາວສາລາວມັກ   ສະະຫນອງຕອບຕາມຝຮັ່ງກັນຫຼົງໄຫຼ

ໂຊເນຶື້ອຫນັງຫວັງເປິດເຜີຍເລີຍບໍ່ອາຍໃຜ   ບໍ່ຖືໂຕແຕ່ງຄວາມງາມຕາມພໍໃຈ

ສາວເສື້ອກ້າມຍ່າງໂຊໂກ້ຈິງນໍເປິດບ່ອນຄໍເສື້ອເລິກລົງປົງບໍ່ໄຫວ

ຈະກົ້ມເງີຍເຜີຍສ່ວນສັດຊັດກວ່າໃຜ    ຍິງຍຸກໃຫມ່ໃຈກ້າຖ້າຄົນແນມ

**ສາວເກາະອຶກ ພົກອຶ໋ມບໍ່ໍຊຶມເສົ້າ   ບາງຄົນເຫງົາ  ສາວຈໍແບນແສນຂັດຂ້ອງ

ແຕ່ກໍ່ຍັງເກາະອຶກໂຊໂປ໊ກ່າຍກອງ   ຊາຍຫຼຽວຈ້ອງເບິ່ງນ້ອງຊ່າງບໍ່ອາຍ

ສາວໃສ່ເສື້ອ ແອວລອຍ ບໍ່ນ້ອຍຫນ້າ   ເຈົ້າໃຈກ້າແຂ່ງຂັນກັນເຫຼືອຫຼາຍ

ໂຊສາຍບືຫວືຫວາເບິ່ງຈົນຕາລາຍ    ເຈົ້າຍ່າງສ່າຍ ສະໂພກກັນທຸກວັນຄືນ

***ສາວໂໍສ້ງແອວຕຳ່ ນຳກັນມາໃສ່   ແຟຊັ່ນໃຫມ່ອວດທ້ອງນ້ອຍຄອຍຫຍິບຍື່ນ

ເຈົ້າໃຈດີມີໃຫ້ເບິ່ງຈຶງກ້ຳກຶນ  ຕົກກາງຄືນຍິງນ້ອຍໃຫຍ່ໃສ່ແຂ່ງກັນ

ປະເພນີວັດທະນາທຳລາວລ້ຳຄ່າ  ຈົງຮັກສາຢ່າທຳລາຍຫມາຍສ້າງສັນ

ສິ່ງບໍ່ດີຕ້ອງຫນີໃຫ້ໄກຈາກມັນ  ແຕ່ງໂຕນັ້ນ  **ໃຫ້ປິດຫຼາຍກວ່າເປິດ**ເຖິດສາວລາວ....

 

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 28, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຜູ້ປົກຄອງລະດັບທຳມະດາ...ໃຊ້ຄວາມສາມາດຂອງຕັນເອງຢ່າງເຕັມທີ

ຜູ້ປົກຄອງລະດັບກາງ........ໃຊ້ກຳລັງຂອງຄົນອື່ນຢ່າງເຕັມທີ່

ຜູ້ປົກຄອງລະດັບສູງ............ໃຊ້ປັນຍາຂອງຄົນອື່ນຢ່າງເຕັມທີ່

    +++++++

 

ຄົນໃຊ້ຄົນເພາະຜົນປະໂຫຍດ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 26, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 

ຮົາຈາກກັນບ່ອນນີ້ເນາະທີ່ຮັກ             ແລ້ວເຮົາຈະພົບກັນໃນມື້ຫນ້າ

ພ້ອມດວງຈິດຄິດຮອດແລະສັດທາ        ມອບຄຳວ່າໄມຕີມີຕໍ່ກັນ

ຄວາມອາໄລອາວອນຈະສອນວ່າ           ຄອຍຕໍ່ໄປອີກນ່ອຍເຖາະຫນາຢາໄຫວຫວັ່ນ..

***ຢ່າໂສກສັນ+ເຈົ້າຈະຢູ່ໃກ້ຫຼືໄກບໍ່ສຳຄັນ  ຄວາມຈິງໃຈເທົ່ານັ້ນທີ່ເຮົາມີ

ການເວລາປົງບອກຄວາມສັດຊື່             ຊ້າຫຼືດົນປານໃດບໍ່ຫນ່າຍຫນີ

ການລໍຄອຍອາດຈະขื่ນຂົມຕົມຊີວີ         ອາດຈະເປັນການດີທີເລຶດເລີ

ຄອຍແລະຄອຍຕໍ່ໄປບໍເຄີຍຫວັ່ນ           ສິ່ງສຳຄັນຄອຍອີຫຍັງກະໄດ້ສະເຫມີ

ຄອຍຈະມອບຄວາມຈິງໃຈອັນເລິດເລີ    ແລະຄອຍເພີເພື່ອຮັບສິ່ງຄວາມຈິງໃຈ

ອາດຈະຕ້ອງຜິດຫວັງໃນເທື່ອນີ້            ຫາກເຈົ້າມີຄວາມຫວັງໃນທາງໃຫມ່

ຂ້ອຍກໍ່ພຽງຄອຍຖ້າຢູ່ຕໍ່ໄປ                 ຄອຍມື້ໃດຈະເຖິງເຊິງວັນຄອຍ


ຄົນທີ່ຄອຍ.....**ປໍ**

ຂຽນເມື່ອ ຂຽນເມື່ອ: ມ.ກ.. 26, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ບໍ່ຢາກເກີດມາໃຈດຽວທ່ຽວອົກຫັກ ຄົນທີ່ຮັກໃຈປ່ຽນແປງແບ່ງເປັນສອງ

ບໍ່ເຄືຍຄິດທີ່ຈະມາເປັນຕົວສຳຮອງ ເປັນທີສອງຮອງຈາກເຂົາແຟນຂອງນ້ອງ

* ເພາະຜູກພັນຫວານຊຶ້ງຈຶ່ງຕະຫນັກ    ວ່າຄວາມຮັກມາຈາກໃຈຫາໄດ້ພັ້ງເພີ້

ບໍ່ແມ່ນພຽງຄຳເວົ້າຈາວ່າຮັກເດີ            ແຕ່ສະເຫມີຫົວໃຈຮັກທີ່ພັກດີ

* ຢາກຈະລອງເປັນຄົນຫລາຍໃຈແດ່     ຄວາມອ່ອນແອໃນໃຈຄົງບໍ່ມີ

ທີ່ໃຈເຈັບຄົງລຸ້ມຫລົງຄົງບໍ່ມີ               ພໍກັນທີຄວາມຮັກນີ້ທີ່ກ້ຳກືນ

* ແຕ່ຄວາມຈິງທີ່ເປັກເຊັ່ນທຸກມື້ນີ້        ພວກດູດີແຕ່ໃຈຫມົ່ນຕ້ອງທົນຝືນ  

ຈົນອ່ອນແອຂາດແຮງຍັງຈະຢືນ           ທຸກວັນຄືນຜ່ານໄປບໍ່ເຄີຍລືມ