
ຂຽນເມື່ອ: ກ.ພ.. 21, 2010
| ມີ
16 ຄຳເຫັນ
ແລະ
0 trackback(s)
ຂ່າວຈາກວາລະສານ Wanderlust Travel Award ປະຈຳປີ 2010 ເຊິ່ງຜົນປະກົດວ່າ ເມືອງຫຼວງພະບາງໄດ້ຖືກຈັດຢູໃນຕຳແໜ່ງອັນດັບໜຶ່ງມີຄະແນນ 94.75%, ທີສອງແມ່ນເມືອງ ເຊຍນ້າ ປະເທດ ອີຕາລີ ມີຄະແນນ 94.67% ແລະ ທີສາມເປັນຂອງເມືອງ ແບັກແລັງ ປະເທດເຢຍລະມັນ. ຫຼວງພະບາງເຄີຍໄດ້ຮັບຕຳແໜ່ງນີ້ມາແລ້ວ ອັນດຳໜຶ່ງມາ ຕັ້ງແຕ່ປີ 2006 ແຕ່ຕ້ອງຕົກໄປເປັນທີ 5 ເມື່ອປີ 2009 ໂດຍທີ່ແຊ້ມໃນປີນັ້ນເປັນຂອງເມືອງກຽວໂຕ ເມືອງຫຼວງເກົ່າຂອງປະເທດຍິປຸ່ນ ແລະ ປີນີ້ຫຼວງພະບາງກໍ່ສາມາດທວງເອົາແຊ້ມກັບຄືນມາໄດ້