
ຂຽນເມື່ອ: ມິ.ຖ.. 13, 2011
| ມີ
10 ຄຳເຫັນ
ແລະ
0 trackback(s)
ຄັນຢາກໄດ້ຄູ່ຊ້ອນ ໃຫ້ຫາບ່ອນປຶກສາ
ໃຫ້ຄ່ອຍຈາດອມຂຸນ ໝູ່ພົງພັນເຊື້ອ
ໃຫ້ປຶກສານຳເຖົ້າ ລຸງຕາພໍ່ແມ່
ຄັນຫາກເພິ່ນບໍ່ພ້ອມ ເຊົາທ້ອນຢ່າສູ່ເອົາ
ອັນວ່າຝູງຄົນເຖົ້າ ຜ່ານຊີວິດມານານ
ເພິ່ນຮູ້ຄອງເຮືອນຊານ ເບິ່ງເຂີຍຊອມໃພ້
ຄັນໃຜໝາຍໃຈສ້າງ ຄອງເຮືອນໃຫ້ໝັ້ນແກ່ນ
ຄັນເຖົ້າແກ່ຮາກບ້ານ ເຫັນດີແລ້ວຈຶ່ງຄ່ອຍເອົາ ແທ້ເນີ !