ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 28, 2011 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 ອະລິຍະສັດ 4 ກ່ຽວກັບມັກ ໃນຫຼັກສາຣານີຍະທຳ 6

        ສາຣານີຍະທຳ 6 (States of conciliation)

          ສາຣານີຍະທຳ ໝາຍເຖິງ ທຳເປັນທີ່ຕັ້ງແຫ່ງຄວາມລະເລິກເຖິງ ໝາຍເຖິງ ມີຄວາມປາດຖະໜາດີຕໍ່ກັນ ເອື້ອເຟື້ອເກື້ອກູນກັນ ດັ່ງນີ້

          1.  ເມດຕາກາຍະກຳ ໄດ້ແກ່ ການເຂົ້າໄປຕັ້ງກາຍະກຳ ປະກອບດ້ວຍ ເມດຕາ ນັ້ນຄື ການຢູ່ດ້ວຍກັນດ້ວຍການກະທຳທີ່ດີຕໍ່ກັນ ບໍ່ບຽດບຽນທຳຮ້າຍກັນ ບໍ່ກໍ່ສົງຄາມ ແຕ່ມຸ້ງເນັ້ນການສ້າງຄວາມຮ່ວມມືກັນ ເພື່ອຄວາມຜາສຸກຂອງມວນມະນຸດເປັນຕົ້ນ

            2.  ເມດຕາວະຈີກຳ ໄດ້ແກ່ການເຂົ້າໄປຕັ້ງວະຈີກຳປະກອບດ້ວຍເມດຕາ ຄື ໃຊ້ຫຼັກການທູດ ໂດຍການເຈລະຈາໃຫ້ເຂົ້າໃຈກັນ ບໍ່ກ່າວຮ້າຍສຽດສີ ເປັນຕົ້ນ

            3.  ເມດຕາມະໂນກຳ ໄດ້ແກ່ການເຂົ້າໄປຕັ້ງມະໂນກຳປະກອບດ້ວຍເມດຕາ ຄື ການບໍ່ຄິດທຳຮ້າຍເຊິ່ງກັນແລະກັນ ມີຄວາມຊື່ສັດເຄົາລົບໃນຄວາມຄິດເຫັນຊຶ່ງກັນແລະກັນ ມີຈິດເມດຕາຕໍ່ກັນ ເປັນຕົ້ນ

            4.  ແບ່ງປັນຜົນປະໂຫຍດທີ່ໄດ້ມາດ້ວຍຄວາມຊອບທຳແກ່ເພື່ອນມະນຸດ ໄດ້ແກ່ ການແບ່ງປັນຊ່ວຍເຫຼືອເຊິ່ງກັນແລະກັນ ທາງໃນດ້ານອາຫານ ເຄື່ອງອຸປະໂພກບໍລິໂພກ ເຄື່ອງມືການກະເສດຕະຫຼອດຈົນວິທະຍາການຄວາມຮູ້ຕ່າງ ໆ ໃຫ້ແກ່ ເພື່ອນມະນຸດຕະຫຼອດເຖິງການຮູ້ຈັກໃຊ້ຊັບພະຍາກອນທຳມະຊາດຮ່ວມກັນ ບໍ່ທຳລາຍລະບົບນິເວດ ສິ່ງແວດລ້ອມທີ່ກໍ່ໃຫ້ເກິດຜົນກະທົບຕໍ່ມວນມະນຸດ ເປັນຕົ້ນ

            5.  ຮັກສາຄວາມປະພຶດ(ສິລ) ສະເໝີກັນ ໄດ້ແກ່ ການດຳເນິນນະໂຍບາຍຕ່າງ ໆ ຕ້ອງເປັນໄປໃນທິດທາງດຽວກັນກັບມະຕິສາກົນ ຫຼື ຫຼັກອົງການສະຫະປະຊາຊາດ ຫຼື ອົງການລະຫວ່າງປະເທດບໍ່ຝ່າຝືນມະຕິ ຫຼື ຫຼັກການນັ້ນອັນຈະກໍ່ໃຫ້ເກີດຄວາມຫວາດລະແວງ ບໍ່ໄວ້ເນື້ອເຊື່ອໃຈກັນ

            6.  ມີຄວາມເຫັນຮ່ວມກັນ ບໍ່ວິວາດເພາະມີຄວາມເຫັນຜິດກັນ ໄດ້ແກ່ ການຢູ່ຮ່ວມກັນຈະຕ້ອງຍອມຮັບໃນກົດກະຕິກາທາງສັງຄົມທີ່ກຳໜົດໄວ້ ບໍ່ກະທຳຕົນສະເໝືອນວ່າເປັນການຝ່າຝືນມະຕິຂອງສັງຄົມໂລກ ບໍ່ເອົາລັດເອົາປຽບກັນ ຫຼື ຂົ່ມເຫັງກີດກັນຜູ້ອື່ນ ມີແຕ່ຈະສ້າງຄວາມເດືອດຮ້ອນໃຫ້ແກ່ຕົນເອງ ແລະ ສັງຄົມທີ່ຕົນອາໃສຢູ່ດ້ວຍ

 

ຄະຕິທັມຝາກໃຫ້ຄິດ

ຖ້າຜູກໃຈເຈັບຈະເຈັບໃຈເຮົາ       ຖ້າເມດຕາເຂົາໃຈເຮົາສະບາຍ

Delicious Digg Fark Twitter