ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

ຄືນໜຶ່ງຂ້ອຍໄປຫຼີນ ມາລີໂອ ກັບໝູ່ ສາມຄົນ ບັງເອີນໄປມີເລື້ອງກັບພວກນັກເລງບໍ່ໂອ

ຈຸຂ້ອຍຈະອອກມາພວກມັນພາກັນມາລັດທາງ. ພວກມັນມີປະມານ5 ຄົນ ຈຸຂ້ອຍ

ໜ້ອຍກວ່າພວກມັນເລີຍໂທບອກໃຫ້ໝູ່ມາຊ່ວຍອີກ ສອງຄົນ ພໍໝູ່ຂ້ອຍມາຮອດຄົບ

ກັນຈຸຂ້ອຍກໍ່ເລີ່ມເຂົ້າໄປຫາພວກມັນ ແລ້ວກໍ່ຊັດກັນປະມານ 5 ນາທີ ໝູ່ຂ້ອຍສອງຄົນ

ທີ່ນຳມາຊ່ວຍນັ້ນຖືກພວກມັນເອົາມີດແທງຂ້ອຍກໍ່ຟ້າວແລ່ນເຂົາໄປຊ່ວຍໝູ່ຂ້ອຍ

ພວຫມັນເຫັນໝູ່ຂ້ອຍລົ້ມລົຝຈົມກອງເລື່ອດ ພວກມັນກໍ່ພາກັນແລ່ນຂື້ນລົດໜີໄປ

ຈຸຂ້ອຍໄດ້ນຳໝູ່ຂ້ອຍມາໂຮງໝໍເມືອງຫາດຊາຍຟອງ. ທ່ານໝໍບອກວ່າທາງໂຮງໝໍ

ປົວບໍ່ໄດ້ຈຶ່ງນຳສົ່ງໂຮງໝໍເສດຖາກໝູ່ຂ້ອຍສອງຄົນເຈັບສາຫັດ.ຄົນໜຶ່ງໃສ້ຂາດສອງທ່ອນ

ອີກຄົນນຶ່ງຖືກແທງທາງດ້ານຫຼັງເລື່ອດອອກຫຼາຍ.ພາຍຫຼັງສົ່ງໝູ່ເຂົາໂຮງໝໍທາງໂຮງໝໍ

ກໍ່ຮ້ອງຈຸຂ້ອຍໄປໃຫ້ປາກຄຳກັບຕໍ່າຫຼວດ.ຈຸຂ້ອຍໃຫ້ການວ່າຖືກລັດຕີໂດຍບໍ່ຮູ້ສາຍເຫດ

ຈາກນັນຕໍ່າຫຼວດກໍ່ໃຫ້ພາໄປເບິ່ງບ່ອນເກີດເຫດແລ້ວກໍ່ສອບຖາມຄົນແຖວນັ້ນ

ຫຼັງຈາກນັ້ນ1ມື້ຕໍ່າຫຼວດກໍ່ເຂົ້າມາຈັບຂ້ອຍຢູ່ບ້ານ.ໃນຂໍ້ຫາທະເລາະວິວາດກັນ

ເຮັດໃຫ້ຄົນອື່ນເກີດອັນຕະລາຍ.

ຂ້ອຍໄດ້ນອນຄຸກຄືນ,ຍວພໍ່ຂ້ອຍກໍ່ໄປປະກັນຕົວມາຂ້ອຍສັນຍາກັບພໍ່ແລະແມ່

ຂ້ອຍວ່າຂ້ອຍຈະເຊົາເປັນນັກເລງແລະຈະຫາເງິນໃຊ້ດ້ວຍຕົນເອງ.ເນື່ອງວ່າ

ແມ່ຂ້ອຍເປັນແມ່ຄ້າຂາຍປາຢູ່ຕະຫຼາດຂ້ອຍຈຶ່ງຢາກລອງເຮັດທຸລະກິດ

ກ່ຽວກັບປາເຊິ່ງພໍ່ຂ້ອຍຈະລົງທຶນໃຫ້.ສ່ວນໝູ່ຂ້ອຍພວກມັນກໍ່ຈະເລີ່ກ

ແລ້ວກັບໄປຮຽນໜັງສື,ບາງຄົນກໍ່ໄປເຮັດວຽກຢູ່ໂຮງງານ.

Delicious Digg Fark Twitter