ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 20, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ພາຍຫຼັງທີ່ຂ້ອຍສັນຍາວ່າຈະເຊົາເປັນນັກເລງ ຂ້ອຍກໍ່ໄປຂາຍປາຢູ່ຕະຫຼາດແຕ່ພວກຄູ່ອາລິເກົ່າທີ່ເຄີຍມີເລື້ອງກັນ

ພວກມັນຈຶ່ຂ້ອຍໄດ້ມັກມາຫາເລື້ອງກວນຂ້ອຍຕະຫຼອດ, ບາງມື້ພວກມັນກໍ່ພາກັນມາເບິ່ນລົດຢູ່ໜ້າບ້ານຂ້ອຍ

ແຕ່ຂ້ອຍກໍ່ອົດກັນເພາະຂ້ອຍບໍ່ຢາກກັບຄືນໄປເປັນຄືເກົ່າອີກ. ແຕ່ພວກມັນກໍ່ດ່າວ່າຂ້ອຍ. ຍິ່ງກວ່ານັ້ນສັງຄົມ

ຄົນຂ້າງບ້ານຂ້ອຍເຂົາກໍ່ຍັງເບິ່ງຂ້ອຍດ້ວຍທ່າທີ່ບໍ່ໄວ້ວາງໃຈ.

                ມີມື້ໜຶ່ງຂ້ອຍໄປນັ່ງຫຼີ້ນແຖວບ້ານພວກມັນພາກັນມາກວນຂ້ອຍພະຍາຍາມທຸບແກ້ວເຕະຕັ່ງໃສ່ຂ້ອຍ

ແຕ່ຂ້ອຍກໍ່ບອກໂຕເອງວ່າຂ້ອຍຈະບໍ່ໃຫ້ຊິວິດຂອງຂ້ອຍໄປຢູ່ໃນວົງວຽນຊິວິດນັ້ນອີກແລ້ວ ກ່ອນພວກມັນຈະ

ອອກຈາກຮ້ານໄປພວກມັນສາດຈອກເບຍມາໃສ່ຂ້ອຍໝູ່ຂ້ອຍລຸກຂື້ນຊິເອົາເລື້ອງແຕ່ຂ້ອຍດຶງບ່າໝູ່ຂ້ອຍໃຫ້

ນັ່ງລົງແລະບອກກັບໝູ່ວ່າ ຈັກມື້ໜຶ່ງພວກມັນກໍ່ຈະຕ້ອງໄດ້ມານັ່ງກົ້ມໜ້າຄືກັບເຮົານິແຫຼະ ຊິວິດຄົນມັນບໍ່

ຢຸດຢູ່ທີ່ເກົ່າສະເໝີໄປດອກ.

           ເມື່ອເຮົາລົ້ມໄດ້ເຮົາກໍ່ຕ້ອງຫາທາງລຸກໃຫ້ເປັນເມື່ອລຸກມາແລ້ວເຮົາຕ້ອງເຂັ້ມແຂງກວ່າເກົ່າແລະຈະບໍ່

ໃຫ້ມີວັນລົ້ມອີກ.

Delicious Digg Fark Twitter