ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 13, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

* ນັກວິ​ໄຈ​ທາງ​ການ​ແພດ ພົບ​ວ່າ ອາການ​ເລືອດ​ແຂງ​ຕົວ​ເປັນ​ກ້ອນ​ຂອງ​ຄົນ​ເຈັບ​ທີ່​ມີ​ອາການ​ໃກ້​ຈະ ​ເສຍ​ຊີວິດ​ລາຍ​ຫນຶ່ງ​ມີ​ສາ​ ເຫດ​ມາ​ ຈາກ​ການ​ທີ່​ໃຊ້​ເວ ລາ​ນັ່ງ ​ເຮັດ​ວຽກຢ່າງ​ຕໍ່​ເນື່ອງ​ກັບ​ຄອມ​ພິວ​ເຕີ​ດົນ​ນາ​ເກີນ​ໄປ ​ໂດຍ​ບໍ່​ໄດ້​ມີ​ການ​ເຄື່ອນ​ເຫນັງ​ຮ່າງກາຍ ຫລື ລຸກ​ອອກ​ໄປ​ ທາງ​ ໃດເລີຍ ທັງ​ນີ້​ກໍ່ເພາະວ່າ ຄອມ​ພິວ​ເຕີ​ ສາມາດ​ ເຮັດ ​ໃຫ້​ຄົນ​ຕາຍ​ໄດ້, ​ແຕ່​ກໍ​ບໍ່​ໄດ້​ຫມາຍ​ເຖິງ​ນັກ​ຫລິ້ນ​ເກ​ມ ທີ່​ຕາຍ​ຕໍ່ຫນ້າ​ເຄື່ອງ​ຄອມ​ ພິວ ​ເຕີ​ຫລັງ​ຈາກ​ອົດ​ອາຫານ​ແລະນ້ຳຕໍ່​ເນື່ອງ​ເປັນ​ເວລາ​ຫລາຍ​ວັນ,​ແຕ່​ຫມາຍ​ ເຖິງ​ຜູ້​ໃດ​ກໍ​ຕາມ ​ທີ່​ຈະ​ໄດ້​ຮັບ ​ຜົນ​ກະທົບ​ຈາກ​ ການ​ ໃຊ້​​ເວ ລາ​ຫລາຍ​ຊົ່ວ​ໂມງ ຢູ່​ຕໍ່ຫນ້າ​ໂຕະ​ຄອມ​ພິວ​ເຕີ.
ນັກວິ​ໄຈ​ ປະ​ເທດ​ນິວຊີ​ແລນ ພົບ​ເຫັນ​ວ່າການ​ນັ່ງ​ເຮັດ​ວຽກກັບ​ຄອມ​ພິວ​ເຕີ​ເປັນ​ເວລາ ​ຫລາຍ ຊົ່ວ​ໂມງ ອາດ​ຈະ​ເຮັດ​ໃຫ້​ເລືອດ​ແຂງ​ຕົວ ​ເປັນ​ກ້ອນ ຊຶ່ງ​ເປັນ​ອັນຕະ ລາຍ​ແລະ​ ສາ ມາດ ​ເສຍ​ຊິວິດ​ໄດ້ ຊຶ່ງ​ມີ​ລັກສະນະ​ຄ້າຍຄື​ກັນ​ກັບ​ການ​ເກີດ​ອາການ​ທີ່​ເອີ້ນກັນ​ວ່າ DEEP VEIN THROMBOSIS ທີ່​ເກີດ​ຈາກ​ການ​ນັ່ງ​ເຮືອບິນ​ ໃນ​ໄລຍະ​ທາງ​ໄກໆ​ໂດຍ​ ສະ ​ເພາະ ​ຊັ້ນທີ່​ນັ່ງ​ມີ​ລາຄາ​ປະຢັດ​ບາງທີ ເອີ້ນອາການ​ນີ້ ວ່າ ECONOMY CLASS SYSDROME. ຄວາມ​ເປັນ​ຈິງ​ກ່ຽວກັບ​ເລື່ອງ​ນີ້ ຖືກ​ ຄົ້ນພົບ​ໂດຍ ນັກວິ​ໄຈ​ທີ່​ໄດ້​ຂໍ້​ມູນ​ວ່າ ຜູ້​ຊາຍ​ໃນ​ໄວ​ອາຍຸ 32 ປີ ຄົນ​ຫນຶ່ງ ຊຶ່ງ​ໄດ້​ນັ່ງ​ເຮັດ​ວຽກຢູ່​ຕໍ່ຫນ້າ​ຄອມ​ພິວ​ເຕີ​ປະມານ 18 ຊົ່ວ​ໂມງ​ຕໍ່ວັນ ຊຶ່ງ​ມີ​ອາການ​ບໍ່ຮູ້ສຶກ​ຕົວ ​ເນື່ອງ​ຈາກ​ເກີດ​ມີອາການ​ເລືອດ ​ແຂງ​ຕົວ​ເປັນ​ກ້ອນ​ໂດຍ​ກ້ອນ​ເລືອດ​ທີ່​ເກີດ​ຂຶ້ນນີ້ຈະ​ຢູ່​ໃນ​ບໍລິ​ເວນ​ຂາ​ ຂອງ​ລາວເອງ ກ່ອນ​ທີ່​ ຈະ ​ແຕກ​ກະຈາຍ ​ແລະ ​ແລ່ນ​ໄປ​ໃສ່​ ປອດ​ທັງ​ສອງ​ເບື້ອງຂອງ​ລາວ​ອີກ​ເທື່ອ​ຫນຶ່ງ ຊຶ່ງ​ອາການ​ນີ້​ເອີ້ນວ່າ DEEP VEIN THROMBOSIS, ທັງ​ນີ້ ຈະ​ເກີດ​ ຂຶ້ນ​ເມື່ອ​ເວລາ​ມີ​ ເລືອດ​ ຂຸ້ນ​ຢູ່​ໃນ​ເສັ້ນ​ເລືອດ​ດຳ ຊຶ່ງ​ມັນ​ຈະ​ຄ່ອຍໆ ປ່ຽນຕົວ​ມັນ​ເອງ​ໄປ​ເປັນ​ກ້ອນ​ເລືອດ.
ຈະ​ສາມາດ​ສັງ​ເກດ​​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ຄື: ຂາຈະ​ເລີ່​ມມີ​ອາການ​ບວມ, ສ່ວນ​ອາການ​ທີ່​ອັນຕະລາຍ​ຈະ​ເກີດ​ຂຶ້ນ ​ເມື່ອ​ມີ​ເລືອດ​ແຕກ ​ອອກ ​ແລະ ​ແລ່ນ​ໄປ​ເຖິງ ​ຫົວ ​ໃຈ ຫລື ອະ​ໄວ​ຍະ​ວະ​ພາຍ​ໃນ​ທີ່​ສຳຄັນ ຂອງ​ຮ່າງກາຍ ຊຶ່ງ​ອາການ​ດັ່ງກ່າວ​ນີ້ບໍ່ສາມາດ​ຄາດ​ຄະ​ເນ​ ຫລື ເດົາ​ເອົາ​ໄດ້.
ມີ​ຂໍ້​ແນະນຳ​ຂອງ​ທາງ​ການ​ແພດ ຊຶ່ງນອກຈາກທີ່​ຈະ​ບໍ່ຄວນ​ນັ່ງ​ເຮັດ​ວຽກ ຫລື ຫລິ້ນຄອມ​ພິວ​ເຕີ​ດົນ​ນານ​ຈົນ​ເກີນ​ໄປ​ແລ້ວ, ຖ້າ​ຫລີກ ​ເວັ້ນ ບໍ່​ໄດ້ ໃນ​ຂະນະ ​ທີ່​ຮູ້​ສຶກ ວ່າ​ນັ່ງ​ດົນ​ນານ​ແລ້ວ ​ໃຫ້​ພະຍາຍາມ ​ເຫນັງ​ຕີງ ​ແລະ ​ເຄື່ອນ​ໄຫວ​ຂໍ້​ຕີນ​ຂໍ້ມື ພ້ອມ​ທັງ​ດື່ມນ້ຳ , ​ແຕ່​ບໍ່ຄວນ​ດື່ມ ​ເຫລົ້າ. ນອກຈາກ​ນີ້, ຜູ້​ທີ່​ໃຊ້​ຄອມ​ພິວ​ເຕີ​ທີ່​ນັ່ງ​ດົນ​ນານ ກໍ​ຄວນ​ຈະ​ລຸກຂຶ້ນ ແລະ ຢຽດຂາ ​ເທື່ອ​ລະ​ຊົ່ວ​ໂມງ. ການ​ນັ່ງ​ເຮັດ​ວຽກດ້ວຍ​ຄອມ ​ພິວ​ເຕີ ຢູ່​ໃນ​ທ່າ​ທາງ​ທີ່​ຖືກຕ້ອງ ຈະ​ເຮັດ​ໃຫ້​ສາມາດ​ຫລຸດຜ່ອນ​ຄວາມ​ສ່ຽງລົງ​ໄດ້, ​ແຕ່​ຊ່ຽວຊານ​ບາງ​ທ່ານ​ຍັງ​ໃຫ້​ຂໍ້​ສັງ​ເກດ​ວ່າ ຜູ້​ທີ່​ນຳ ​ໃຊ້​ຄອມ​ພິວ​ເຕີໂນ​ດບຸກ ຈະ​ມີ​ຄວາມ​ສ່ຽງຕໍ່ອາການ​ຜິດ​ປົກກະຕິ 2​ ​ເທື່ອ​ໂດຍ​ສະ​ເພາະ​ຜູ້​ທີ່​ຕ້ອງ​ ໄດ້​ນັ່ງ​ເຮັດ​ວຽກ ດ້ວຍ​ໂນດ ບູກ​ໃນ​ຊັ້ນທີ່​ນັ່ງ​ ລາຄາ​ປະຢັດ​ຢູ່ເທິງເຮືອບິນ./.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 25, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ຜົນການສຶກສາຄົ້ນຄວ້າ ໃນ ປະເທດ ອັງກິດ ພົບວ່າ ໂດຍທົ່ວ ໄປແລ້ວການກິນຜັກມັກມີຄວາມ ສ່ຽງເປັນມະເຮັງຫນ້ອຍກວ່າ ຜູ້ກິນ ຊີ້ນສັດ ແຕ່ພັດມີຄວມສ່ຽງ ເປັນ ພະຍາດມະເຮັງລຳໄສ້ເທົ່າກັັນ ແລະ ເປັນພະຍາດມະເຮັງປາກມົດລູກ ເພີ່ມຂຶ້ນ.
ວາລະສານພະຍາດມະເຮັງ ໄດ້ລົງພິມຜົນການສຶກສາຄົ້ນຄວ້າ ຂອງນັກວິທະຍາສາດ ມະຫາວິທະຍາໄລ ຂອງ ອັງກິດ ແລະ ນິວຊີ ແລນ ວ່າ ຈາກການຕິດ ຕາມ ການສຶກສາ ກັບຊາຍ-ຍິງ ອັງກິດ ລວມມີ 61.566 ຄົນ ປະກອ ບດ້ວຍຜູ້ກິນ ຊີ້ນສັດ, ຜູ້ກິນປາ ແຕ່ບໍ່ກິນຊີ້ນ ສັດອື່ນໆ ແລະ ຜູ້ກິນແຕ່ຜັກ ໂດຍ ລວມແລ້ວ ຈະມີ ຄົນເປັນ ມະ ເຮັງ 33 ໃນ 100 ຄົນ ເມື່ອແຍກພະ ຍາດມະເຮັງ ພົບວ່າ ຜູ້ທີ່ເປັນພະຍາດ ມະເຮັງຕ່ອມນ້ຳເຫລືອງ ແລະ ມະເຮັງ ຫລອດເລືອດຫນ້ອຍກວ່າ ຜູ້ ກິນຊີ້ນ ສັດ ເຖິງເຄິ່ງຫນຶ່ງເປັນມະ ເຮັງເມັດເລືອດຂາວ ຊະນິດມັນ ຕິເພິໄມອິໂລມາ ຫນ້ອຍກວ່າ ຜູ້ກິນຊີ້ນສັດ ເຖິງ 3/4. ສ່ວນຜູ້ກິນປາ ບໍ່ພົບວ່າ ມີຄວາມສ່ຽງເປັນພະ ຍາດມະເຮັງເຫລົ່ານີ້ ຫລຸດລົງ ຫລາຍກວ່າ. ສັນຕິຖານວ່າ ກົນໄກ ບາງຢ່າງເຊັ່ນ ເຊື້ອໄວຣັດ ແລະ ຢີນກາຍພັນ ອາດ ເຮັດໃຫ້ຊີ້ນສັດ ມີສານ ສ້າງມະເຮັງ ຫລືບໍ່ ກໍອາດ ເກີດ ຈາກການທີ່ຜັກມີສານປ້ອງກັນ ພະຍາດມະເຮັງ. ນັກວິໄຈພົບອີກວ່າ ຜູ້ມັກກິນຜັກ ແລະ ກິນປາ ມີ ຄວາມສ່ຽງເປັນມະເຮັງ ກະ ເພາະອາຫານ ພຽງ 1/3 ຂອງຜູ້ກິນຊີ້ນສັດ ຄາດວ່າ ເປັນເພາະສານອຸນຫະພູມສູງ ຫລາຍອາດເຮັດໃຫ້ເກີດສານກໍ່ພະຍາດມະເຮັງ.
ຂະນະດຽວກັນ ຜູ້ມັກກິນຜັກ ພັດມີຄວາມສ່ຽງ ເປັນມະເຮັງລຳໄສ້ ບໍ່ຕ່າງຈາກຜູ້ກິນຊີ້ນສັດ ແລະມີ ຄວາມສ່ຽງເປັນ ພະຍາດມະເຮັງ ປາກມົດລູກ 2 ເທົ່າ ຂອງຜູ້ ກິນຊີ້ນສັດ ເຊັ່ນດຽວກັນກັບຜູ້ກິນປາ ເຊິ່ງສັນນິຖານວ່າ ປັດໄຈດ້ານໂພຊະນາການ ອາດ ມີຜົນຕໍ່ເຊື້ອໄວຣັດ ທີ່ເປັນສາເຫດ ຂອງມະເຮັງ ປາກມົດລູກ. ຢ່າງໃດກໍ ຕາມ ຄະນະວິທະຍາສາດ ຂໍໃຫ້ຢ່າຟ້າວຫາຂໍ້ສະຫລຸບ ຈາກຜົນການສຶກສາຄົ້ນ ຄວ້າ ສະບັບນີ້ ເພາະເປັນພຽງຜົນການສຶກສາດຽວ ຈະຕ້ອງສ້າງການສຶກສາເພີ່ມ ຕື່ມ ແລະ ຂໍໃຫ້ຜູ້ທີ່ກິນ ອາຫານໄດ້ສົມດຸນຢູ່ແລ້ວ ຢາຟ້າວ ປ່ຽນ ແປງຮູບແບບ ການກິນອາຫານ./.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 15, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ໃນ​ປະ​ຈຸ​ບັນ​ການ​ປຸງ​ແຕ່ງ​ອາ​ຫານ​ທຸກ​ຊະ​ນິດ​ບໍ່​ວ່າ​ຈະ​ເປັນ​ການ​ປຸງ​ແຕ່ງ ​ອາ​ຫານ​ພາຍ​ໃນ​ຄອບ​ຄົວ​ ຫລື ຕາມ​ຮ້ານ​ຂາຍ​ອາ​ຫານ​ຕ່າງໆ​ ມັກ​ຈະ​ໃຊ້​ແປ້ງ​ນົວ​ເພາະ​ ເຊື່ອ​ວ່າ​ຈະ​ເພີ່ມ​ລົດ​ຊາດ​ຂອງ​ອາ​ຫານ ຫລາຍ​ຄົນ​ໃຫ້​ເຫດ​ຜົນ​ງ່າຍໆ​ວ່າ​ຕິດ​ໃຈ​ໃນ​ລົດ​ ຊາດ​ຂອງ​ອາ​ຫານ ​ທີ່​ໃສ່ ​ແປ້ງ​ ນົວ​ເລີຍ​ເຮັດ​ໃຫ້​ຕົນ​ເອງ​ກາຍ​ ເປັນ​ຄົນ​ທີ່​ຕິດ​ ແປ້ງ​ນົວ​ ໄປ​ຢ່າງ​ບໍ່​ຮູ້​ສຶກ​ຕົວ. ການ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ແປ້ງ​ນົວ​ໃນ​ການ​ປຸງ​ ແຕ່ງ​ອາ​ຫານ ​ທຸກ​ ​ເທື່ອຈົນ​ເບິ່ງ​ຄື​ວ່າແປ້ງ​ນົວ​ກາຍ​ເປັນ​ປັດ​​ໄຈ​ຫລັກ​ທີ່​ ເຮັດ​ໃຫ້​ອາ​ຫານ ​ນັ້ນ ​ແຊບ ແຕ່​ມີ​ໃຜ​ຄິດ​ບໍ່​ວ່າ​ແປ້ງ​ນົວ​ມີ​ປະ​ໂຫຍດ​ຕໍ່​ຮ່າງ​ກາຍ ​ເຮົາ​ ແທ້​ບໍ່?.
ແປ້ງ​ນົວ​ເປັນ​ສານ​ປຸງ​ແຕ່ງ​ອາ​ຫານ​ປະ​ເພດ​ໜຶ່ງ​ທີ່​ຜະ​ລິດ​ຈາກ​ແປ້ງ​ມັນ​ ຕົ້ນ ຫລື ກາກ​ນ້ຳ​ຕານ. ​ແປ້ງ​ນົວ​ຈະ​ມີ 3 ປະ​ເພດ​ຄື: ແປ້ງ​ນົວ​ແທ້​ ທີ່​ມີ​ລັກ​ສະ​ນະ​ເປັນ​ເມັດ​ສີ​ ຂາວ​ຂຸ່ນ​ມີ​ລົດ​ຊາດ​ຄ້າຍ​ຄື​ຊີ້ນ​ຕົ້ມ​ເມື່ອ​ນຳ​ລົງ​ໄປ​ປະ​ສົມ​ອາ​ຫານ​ຈະ​ ຊ່ວຍ​ໃຫ້​ອາ​ຫານ​ນັ້ນ​ນົວ​ຂຶ້ນ. ນອກ​ນັ້ນ​ຍັງ​ມີ​ແປ້ງ​ນົວ​ແບບ​ປະ​ສົມ ແລະ ແປ້ງ​ນົວ​ຊະ​ນິດ​ຝຸ່ນ ​ອີກ. ​ໂດຍ​ທົ່ວ​ໄປ​ແລ້ວປະ​ໂຫຍດ​ຂອງ​ແປ້ງ​ນົວ​ແມ່ນ ​ມີ​ພຽງ​ແຕ່ຊ່ວຍ​ເພີ່ມ​ລົດ​ ຊາດ​ຂອງ​ອາ​ຫານ​ເທົ່າ​ນັ້ນ, ​ແຕ່​ພວກ​ມັນ​ບໍ່​ແມ່ນ​ສິ່ງ​ຈຳ​ເປັນ​ສຳ​ລັບ​ຮ່າງ​ກາຍ​ເລີຍ; ​ໃນ​ທາງ​ກົງກັນຂ້າມ​ຖ້າ​ຮ່າງ​ກາຍໄດ້​ຮັບ​ແປ້ງ​ ນົວ ​ຫລາຍ​ເກີນ​ໄປ​ກໍ່​ຈະ​ເປັນ​ອັນ​ຕະ​ລາຍ​ໄດ້. ອັນ​ຕະ​ລາຍ​ຈາກ​ການ​ກິນ​ແປ້ງ​ນົວ​ໃນ​ປະ​ລິ​ມານ​ຫລາຍ​ນັ້ນ​ຈະ​ເຮັດ​ ໃຫ້​ ຜູ້ ກ່ຽວ​ມີ​ອາ​ການ​ປວດ​ຮາກ, ເຈັບ​ຫົວ, ອ່ອນ​ເພຍ ແລະ ອາດ​ເຮັດ​ໃຫ້​ລະ​ບົບ​ບາງ​ສ່ວນ​ຂອງ​ປະ​ສາດ​ໂດຍ​ສະ​ເພາະ​ປະ​ສາດ​ກ່ຽວ​ກັບ​ຄວາມ ​ ຮູ້​ສຶກ​ປະ​ຕິ​ບັດ​ໜ້າ​ທີ່​ຜິດ ​ພາດ​ ຊຶ່ງ​ເກີດ​ຜົນ​ບໍ່​ດີ​ຕໍ່​ສຸ​ຂະ​ພາບ ແຕ່​ອາ​ການ​ນີ້ອາດ​ຈະ​ເປັນ​ກັບ​ບາງ​ຄົນ​ເທົ່າ​ນັ້ນ​ທີ່​ຮ່າງ​ກາຍ​ມີ​ຄວາມ​ ຮູ້​ສຶກ​ໄວ​ຕໍ່​ສານ​ປະ​ເພດ​ນີ້.
ອາ​ຫານ​ຖ້າ​ຈະ​ກິນ​ໃຫ້​ແຊບ​ນັ້ນ​ແມ່ນ​ຕ້ອງ​ຂຶ້ນ​ກັບການ​ຄົວ​ກິນ, ​ການ​ປຸງ​ແຕ່ງ ແລະ ການ​ເລືອກ​ຊື້​ອາ​ຫານ​ທີ່​ສົດ​ໃໝ່ບໍ່ວ່າ​ຈະ​ເປັນ​ຜັກ ຫລື ຊີ້ນ. ​ຄວາມ​ແຊບ​​ແບບ ທຳ​ມະ​ ຊາດ​ເຮັດ​ໃຫ້​ອາ​ຫານ​ຊວນ​ກິນ​ ​ແລະ ​ປອດ​ໄພ​ ,​ ແຕ່​ບໍ່​ແມ່ນ​ຂື້ນ​ຢູ່​ກັບ​ແປ້ງ​ນົວ​ຊະ​ນິດ​ໃດ​ຊະ​ນິດ​ໜຶ່ງ​ຢ່າງ​ດຽວ. ສຳ​ລັບບາງ​ຄອບ​ຄົວ​​ທີ່​ຢາກ​ເຊົາ​ກິນ​ແປ້ງ​ນົວ​ ກໍ່​ຄ່ອຍໆ​ຫລຸດ​ຜ່ອນ​ປະ​ລິ​ມານ​ລົງ ​ແລ້ວ​ຄ່ອຍໆ​ກ້າວ​ສູ່​ການ​ເຊົາ​ກິນ​ຂາດ​ຕົວ. ຢ່າງ​ໃດ​ກໍ່​ດີ່ຖ້າຈຳເປັນຕ້ອງ​ຊື້ ແລະ ບໍ​ລິ​ໂພກ​ແປ້ງ​ນົວ​ກໍ​ຄວນ​ພິ​ຈາ​ລະ​ນາ​ໃຫ້​ຄັກ ​ແນ່​, ຖົງ​ທີ່​ບັນ​ຈຸ​ແປ້ງ​ນົວ​ຍັງ​ຢູ່​ໃນ​ສະ​ພາບ​ດີ ຫລື ບໍ່, ບໍ່​ຖືກ​ຈີກ​ຂາດ, ມີ​ສະ​ ຫລາກ​ບອກ​ຊື່​ຂອງ​ແປ້ງ​ນົວ, ສ່ວນ​ປະ​ກອບ​ໃນ​ການຜະ​ລິດ, ວັນ​ເດືອນ​ປີ​ທີ່​ຜະ​ລິດ​ທີ່​ຍັງ​ ຮັບ​ປະ​ ກັນ​ວ່າ​ບໍ່​ທັນ​ໝົດ ​ອາ​ຍຸ​ການ​ນຳ​ໃຊ້ ແລະ ສຳ​ຄັນ​ແມ່ນ​ເຄື່ອງ​ໝາຍ​ຮັບ​ຮອງ​ຄຸນ​ນະ​ພາບ​ຈາກ​ອາ​ຫານ ແລະ ຢາ ຂອງ​ປະ​ເທດ​ທີ່​ຜະລິດ./.

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 29, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ະນະນັກວິທະຍາສາດໃນ ສ.ອາເມລິກາ ໄດ້ສຶກສາຄົ້ນຄວ້າ ພົບວ່າ ການດື່ມກາເຟ 5 ຈອກຕໍ່ ວັນ ອາດຊ່ວຍຫລຸດບັນຫາດ້ານຄວາມຈື່ຈຳ ທີ່ເກີດຈາກພະ ຍາດຄວາມ ຈື່ຈຳເສື່ອມ(ອັນໄຊເມີໄດ້ດ້ານນັກ ວິໄຈ ອັງກິດ ພັດກ່າວເຕືອນ ວ່າ ຄົນເຈັບເປັນພະຍາດ ຄວາມ ຈຳ ເສື່ອມ ຍັງບໍ່ຄວນຫັນໄປດື່ມກາເຟ ເພື່ອຫວັງຜົນ ດັ່ງກ່າວນັ້ນ.
ຄະນະນັກວິທະຍາສາດ ຈາກມະຫາວິທະຍາໄລຟລໍຣິດາ ໄດ້ເຮັດການທົດລອງກັບຫນູຈຳນວນ 55 ໂຕທີ່ຖືກ ເຮັດ ໃຫ້ມີອາການ ຂອງ ພະຍາດສະຫມອງຄວາມ ຈຳເສື່ອມ ເຂົາເຈົ້າໄດ້ທົດລອງທາງພຶດຕິກຳ ກ່ອນ ເພື່ອໃຫ້ແນ່ໃຈ ວ່າ ຫນູ ມີ ບັນຫາດ້ານຄວາມຈຳ ເມື່ອ ອາຍຸ ໄດ້ 18-19 ເດືອນ ທຽບເທົ່າກັບ ຄົນອາຍຸ 70 ປີ ຈາກນັ້ນ ໃຫ້ຫນູ ເຄິ່ງຫນຶ່ງກິນນ້ຳປະສົມ ກາເຟອິນ ວັນລະ 500 ມິນລີ ກຣາມ ຫລື ເທົ່າກັບຄົນດື່ມກາເຟ 5 ຈອກ ຕໍ່ວັນ, ຫນູອີກ ເຄິ່ງຫນຶ່ງກິນນ້ຳ ລ້າໆ. ປະລິມານ ກາເຟອິນດັ່ງກ່າວ ທຽບເທົ່າກາເຟອິນ ໃນກາເຟປຸງ ແຕ່ງພິເສດເຊັ່ນ: ກາປູຊິໂນ ຫລື ອະລາເຕ 2 ຈອກ, ກາເຟອິນໃນຊາ 14 ຈອກ, ກາເຟອິນໃນນ້ຳອັດລົມ 20 ຈອກ ຜ່ານໄປ 2 ເດືອນທົດ ລອງ ອີກເທື່ອຫນຶ່ງ ພົບວ່າຫນູ ກິນນ້ຳປະສົມກາເຟອິນສ້າງແບບ ທົດລອງດ້ານຄວາມຈື່ຈຳ ແລະ ທັກສະການຄິດ ໄດ້ດີ ຂຶ້ນ ໄດ້ຜົນບໍ່ ຕ່າງຈາກ ຫນູໄວອາຍຸດຽວກັນທີ່ບໍ່ ມີອາການສະຫມອງເສື່ອມ. ສ່ວນ ຫນູ ທີ່ກິນນ້ຳລ້າໆຍັງຄົງສ້າງ ຄະ ແນນໄດ້ບໍ່ດີ.
ນອກຈາກນີ້, ການທົດລອງ ຍັງພົບວ່າ ສະຫມອງຂອງຫນູ ທີ່ກິນນ້ຳປະສົມກາເຟອິນ ມີລະ ດັບໂປຣຕິນ, ເບຕາອະມິລອຍຫລຸດ ລົງເກືອບເຄິ່ງຫນຶ່ງ ຊຶ່ງຕາມ ປົກ ກະ ຕິສຳລັບຄົນເຈັບຄວາມຈື່ຈຳ ເສື່ອມ ຈະມີໂປຣຕິນນີ້ ຈັບຕົວເປັນ ກ້ອນຢູ່ໃນສະຫມອງ ແລະ ເມື່ອ ທົດລອງກໍ່ໄປພົບວ່າ ກາເຟອິນ ສົ່ງຜົນຕໍ່ການຜະລິດ ເອັນ ໄຊ ທີ່ຈຳເປັນຕໍ່ການຜະລິດໂປຣຕິນ ເບຕາອະມິລອຍນຳດ້ວຍ. ຄະນະ ນັກວິໄຈ ສັນນິຖານວ່າ ກາເຟ ອິນ ໄປກົດຜົນຂອງການອັກເສບ ໃນສະຫມອງທີ່ເຮັດ ໃຫ້ ລະດັບ ໂປຣ ຕິນສູງເກີນປົກກະຕິ. ກ່ອນ ຫນ້ານີ້ ພວກເຂົາ ເຈົ້າເຄີຍ ທົດລອງກັບ ຫນູ ອາຍຸນ້ອຍທີ່ມີອາການ ອັນ ໄຊເມີ ດ້ວຍການໃຫ້ກາເຟອິນ ເມື່ອເລີ່ມໃຫຍ່ ພົບວ່າ ຊ່ວຍປ້ອງ ກັນການເກີດ ບັນຫາດ້ານຄວາມຈຳໄດ້. ຄະນະນັກວິໄຈ ເຫັນ ວ່າ ຈະເລີ່ມທົດລອງກັບຄົນໄດ້ໃນບໍ່ຊ້ານີ້ ແຕ່ຍັງບໍ່ ແນ່ໃຈວ່າ ການໃຫ້ກາເຟອິນ ປະລິ ມານຫນ້ອຍຈະ ໃຫ້ຜົນເຊັ່ນດຽວກັນກັບຫນູ ຫລືບໍ່. ຄົນສ່ວນໃຫຍ່ ສາມາດຮັບທາດກາເຟອິນ ໄດ້ຢ່າງປອດໄພສູງສຸດ 500 ມິນລີ ກຣາມຕໍ່ວັນ; ແຕ່ສຳ ລັບ ແມ່ ຍິງຖືພາ ຫລື ແມ່ມານ ແລະ ຜູ້ມີພະຍາດຄວາມດັນເລືອດສູງ ຄວນ ກິນກາເຟຢ່າງຈຳກັດ.
ດ້ານມູນນິທິວິໄຈ ພະຍາດຄວາມຈື່ຈຳສະຫມອງ ເສື່ອມ ເຫັນວ່າ ເຖິງວ່າເຫັນຜົນຈາກການທົດລອງ ກັບຫນູ, ແຕ່ໄວເກີນໄປ ທີ່ຈະ ແນະນຳໃຫ້ຄົນເຈັບ ຄວາມຈຳ ສະຫມອງເສື່ອມ ດື່ມກາເຟ ຫລື ກິນຜະລິດ ຕະພັນອາຫານເສີມປະເພດ ກາເຟອິນ ເພື່ອຫວັງເຮັດໃຫ້ ຄວາມ ຈື່ຈຳເສື່ອມດີຂຶ້ນ./.

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 25, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

* ນັກວິທະຍາສາດ ຈາກມະຫາວິ ທະຍາໄລ ອິສແອງເກລຍ ປະເທດ ອັງກິດ ຢືນຢັນວ່າ ດື່ມເຫລົ້າໃນປະລິມານເຫມາະສົມ ຫລື ພໍດ້າມພໍດີຊ່ວຍຫລຸດ ຄວາມ ສ່ຽງເປັນໜິ້ວໃນຖົງບີ ໄດ້.
ຈາກການວິເຄາະຂໍ້ມູນຂອງ ການທົດລອງກັບຜູ້ຊາຍ ແລະ ຍິງ 25.000 ຄົນ ຊຶ່ງມີອາຍຸລະຫວ່າງ 45-74 ປີ ພົບວ່າ ການດື່ມເບຍ, ດື່ມເຫລົ້າແວງ 250 ມິນ ລີ ລິດຕໍ່ວັນ ຈະຊ່ວຍຫລຸດຄວາມສ່ຽງເປັນໜິ້ວ ໃນຖົງບີ ໄດ້ເຖິງ 1/3. ໜິ້ວໃນຖົງບີ ເປັນພະ ຍາດ ທີ່ ພົບໄດ້ ທົ່ວໄປ, ແຕ່ຈະ ມີຢູ່ 3 ໃນ 10 ຄົນ ເຈັບເປັນພະຍາດນີ້ ແລ້ວສົ່ງຜົນໃຫ້ເກີດອາການອື່ນ ແຊກ ຊ້ອນຂຶ້ນມາ ເຊັ່ນ: ອາການ ເຈັບຫົວຮຸນ ແຮງ, ຕິດເຊື້ອ ຫລື ອັກ ເສບ.
ໜິ້ວຖົງບີ ເກີດຈາກປະລິມານ ໄຂມັນໃນຖົງບີ ຫລາຍເກີນໄປນັ້ນ ຈັບຕົວລວມກັນ ເປັນ ກ້ອນໜິ້ວ, ເຮັດໃຫ້ຄົນເຈັບມີອາການເຈັບ ທ້ອງ, ປວດຮາກ ແລະ ຮາກ ພົບ ຫລາຍ ໃນກຸ່ມ ຜູ້ອາຍຸສູງ. ສ່ວນ ແມ່ ຍິງ ຖືພາ, ຄົນຕຸ້ຍ ແລະ ຜູ້ທີ່ມີ ນ້ຳຫນັກຫລຸດລົງຢ່າງໄວວາ ຫລື ການ ໃຊ້ ຢາບາງຊະນິດກໍສົ່ງຜົນໃຫ້ ເປັນໜິ້ວຖົງບີ ໄດ້ເຊັ່ນ ດຽວກັນ.
ຫລ້າສຸດນັກວິໄຈ ພົບວ່າ ການດື່ມເຫລົ້າ ຫລືປະເພດ ເຄື່ອງດື່ມມຶນເມົາ ໃນປະລິ ມານທີ່ເ ຫມາະສົມ, ພໍດ້າມ ພໍດີ. ນອກຈາກຈະ ຊ່ວຍ ເພີ່ມ ຄໍເລສເຕີໂຣນ ຊະນິດ ທີ່ມີຜົນດີຕໍ່ ສຸ ຂະພາບ ຊຶ່ງຈະຊ່ວຍ ປ້ອງກັນພະ ຍາດຫົວໃຈ ແລະ ຫລອດເລືອດແລ້ວ, ເຫລົ້າຍັງ ຊ່ວຍ ປັບປ່ຽນ ອົງ ປະກອບຂອງ ຄໍ ເລສເຕີໂຣນ ໃນ ຖົງບີ ຈິ່ງສົ່ງ ຜົນໃຫ້ກ້ອນໜິ້ວໃນຖົງບີ ມີຂະ ຫນາດ ນ້ອຍລົງ./.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 22, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

ນັກ​ໂພ​ຊະນາ​ການ​ຢືນຢັນ​ວ່າ ຫມາກເຜັດ ​ເປັນ​ພືດ​ທີ່​ມີ​ປະ​ໂຫຍ​ດຈິງ​ແທ້ ເພາະວ່າ ຄວາມ​ເຜັດ​ຂອງມັນ ​​ມາ​ຈາກ​ສານ ແຄັບ​ໄຊ​ຊິນ ​ແລະ ​ແກ່ນ​ຂອງ ມັນກໍ່ມີ​ ວິຕາມີນ ​ເອ, ຊີ, ແຄວຊຽມ ​ແລະ ທາດ​ເຫລັກ​ອີກ​ດ້ວຍ. ຫມາກເຜັດ ຊຶ່ງ​ມີ​ຖິ່ນ​ກຳ​ເນີ​ດ​ ໃນ​ ທະ ວີບ ອາ​ເມ​ລິ​ກາ​ໃຕ້ ຊຶ່ງ ​ມີ​ຄົນ​ຕ່າງປະ​ເທດ​ນຳ​ເຂົ້າມາ​ໃນ​ຂົງ​ເຂດ​ອາຊີ ມາ​ແຕ່​ດົນ​ນານ ​ແລ້ວ.
ຫມາກເຜັດ​ ນັບ​ທັງ​ຫມາກເຜັດຂີ້ຫນູ, ເມື່ອ​ກິນ​ແລ້ວ​ເຜັດ​ຫລາຍ​ນັ້ນ ພວກມັນ​ມີ​ປະ​ໂຫຍ​ດ ຫລາຍ​ທີ່​ ສຸດ ຊຶ່ງ​ບໍ່ພຽງ​ແຕ່​ໃຫ້​ຄວາມ​ເຜັດ​ແຕ່​ຢ່າງ​ດຽວ, ​ແຕ່​ຍັງ​​ ເພີ່ມ​ສານ ​ແຫ່ງ​ຄວາມສຸກ “ເອັນ​ໂດຣຟີ​ນ”​ ໃຫ້ ແກ່ ຜູ້​ທີ່​ມັກ​ກິນ​ເຜັດ. ນອກ​ນັ້ນຍັງ ບັນ​ເທົາ​ອາການ​ເຈັບ​ປວດ, ​ໄຂ້ ຫວັດ, ຫລຸດຜ່ອນ​ການ​ມີນ້ຳມູກ. ຂະນະ​ດຽວກັນຍັງ​ສາມາດ​ລະລາຍ​ຂີ້ກະ​ເທີ່​ ນຳອີກ. ສຳ ລັບ​ຄົນທີ່​ ​ມີ​ອາການ​ຫອບ​ຫືດ, ກິນ​ຫມາກເຜັດ​ແລ້ວ​ຈະ​ດີ​ຫລາຍ ​ເພາະ​ຈະ​ເຮັດ​ໃຫ້​ຫ ລອດ ລົມ​ຂະຫຍາຍຕົວ​ໄດ້​ດີ ແລະ ບໍ່ຫົດ-​ເຄັ່ງ. ດັ່ງນັ້ນ, ຜູ້​ໃດ​ເປັນ​ພະຍາດ​ຫອບ​ຫື​ດ, ມີ​ອາການ ​ພູມ ​ແພ້ ຕ້ອງ​ ກິນ​ຫມາກເຜັດເປັນ​ປະຈຳ​ຈະ​ດີ​ຂຶ້ນ.
ຫມາກເຜັດ ຍັງ​ສາມາດ​ຫລຸດຜ່ອນ​ປະລິມານ ​ຄໍ​ເຣດສະເຕີຣອນ ໄດ້​ອີກ ຊຶ່ງຈາກ​ການ​ ວິ​ໄຈ​ ຂອງ​ນັກ ວິ​ທະຍາ​ສາດ​ເຫັນ​ວ່າ ຫມາກເຜັດ ສາມາດ​ເພີ່ມ​ອຸນຫະພູມ​ໃນ​ຮ່າງ ກາຍ​ຂອງ​ຄົນ​ເຮົາ​, ມີ​ປະ​ໂຫຍ​ດ​ໃນ ​ການ​ຄວບ​ຄຸມ​ນ້ຳຫນັກ. ເມື່ອ​ກິນ​ຫມາກ ເຜັດ ຈະ​ບໍ່​ເຮັດ​ໃຫ້​ຄົນ​ເຮົາ​ຮູ້ສຶກ ​ຢາກ​ເຄື່ອງ​ຫວານ, ຂະນະ​ດຽວກັນ​ກໍ​ຍັງ​ສາມາດ​ ຫລຸດຜ່ອນ​ຄວາມ​ ສ່ຽງ​ໃນ​ການ ​ເກີດ ​ພະຍາດ​ມະ​ເຮັງ​ອີກ​ດ້ວຍ./.ຈາກເວບwww.kplnet.net