![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ກ.ຍ.. 12, 2011
| ມີ
25 ຄຳເຫັນ
ແລະ
0 trackback(s)
### ວິທີຮຽນໃຫ້ເກັ່ງ ຮັບຮອງເກັ່ງຂື້ນທັນທີ : ຄົງມີຫລາຍຄົນທີ່ມັກສົງໃສ ເປັນຫຍິງຫມູ່ຄົນນັ້ນເກັ່ງແທະ ຄົນນີ້ເກັ່ງແທະ ພວກເຮົາມີເທັກນິກມາຝາກ.
![](http://punlao.com/uploads_user/25000/24380/265911.jpg)
## ວິທີຮຽນເກັ່ງ ລອງອ່ານແລະເອົາໄປປະຍຸກໄຊ້ ເຮັດຈັ່ງໃດຈື່ງຮຽນເກັ່ງ ເຊິ່ງມີ 11 ວິທີດ້ວຍກັນຄື:
1. ຕັ້ງໃຈຮຽນໃນຫ້ອງຮຽນ ແອບຫລັບແດ່ບາງຄັ້ງກາບໍ່ເປັນຫຍັງ ແຕ່ຢ່າຕະຫຼອດ.
2. ອ່ານຫນັງສືລ່ວງໜ້າແລະມັ່ນທົບທວນບົດຣຽນ.
3. ດຸໝັ່ນເຮັດບົດເຝິກຫັກທີ່ຮຽນມາແລ້ວ.
4. ຫາແຮງຈູງໃຈໃນການຮຽນ ອ່ານຫນັງສີ ເຮັດບົດເຝິກຫັດ.
5. ໃຫ້ລາງວັນໂຕເອງໃນບາງຄັ້ງ.
6. ບໍ່ຄວນອ່ານໜັງສືດົນຕິດຕໍ່ກັນເກີນກ່ວາ 40 - 45 ນາທີ ຄວນຈະມີການພັກຈັກ 5 - 10 ນາທີ ເພຶ່ອຜ່ອນຄາຍສະໝອງ ຫຼັງຈາກທີ່ເມື່ອຍໃນການຮຽນ ເພາະຖ້າເກີນກ່ວານີ້ສະໝອງຂອງຄົນເຮົາຈະບໍ່ຄ່ອຍຮັບຮູ້ເລື້ອງອື່ນອີກແລ້ວ(ຈື່ຈຳໜ້ອຍ).
7. ຢ່າຫັກໂຫມແລະບັງຄັບຕົວເອງຫຼາຍຈົນເກີນໄປ ເພາະຈາກຕອນທີ່ດີຈະເປັນຜົນເສຍແທນ.
8. ຫາກິດຈະກຳໃນຍາມວ່າງແດ່ ເຊັ່ນ ອອກກຳລັງກາຍ ຫລີ້ນກິລາ ກິດຈະກຳອື່ນຯ.
9. ເມຶ່ອມີເລື້ອງທຸກໃຈຫຼືບໍ່ສະບາຍໃຈ ບໍ່ຄວນອ່ານໜັງສື ເພາະຈະເຮັດໃຫ້ຫງຸດຫງິດຫຼາຍຂື້ນລ້າຯ.
10. ນັ່ງສະມາທິເຮັດຈິດໃຈໃຫ້ສະຫງົບກ່ອນແລະຫຼັງການອ່ານໜັງສືທຸກຄັ້ງ ຫຼືອາກຈະເຮັດໃນຍາມວ່າງກໍໄດ້.
11. ຕັ້ງຈຸດມຸ່ງໝາຍໃນຊິວິດທີ່ເຮົາຕ້ອງການໃຫ້ມີແຮງໃຈເຮັດໃຫ້ສິ່ງນັ້ນສຳເຫຼັດ.
*********ລອງເອົາໄປປະຕິບັດຕາມລອງເບິ່ງ ອາດຈະເຮັດໃຫ້ທຸກຄົນຮຽນເກັ່ງຂື້ນກໍເປັນໄດ້.**********