
ຂຽນເມື່ອ: ຕ.ລ.. 12, 2011
| ມີ
6 ຄຳເຫັນ
ແລະ
0 trackback(s)
ປະໂຫຍດທີ່ຈະໄດ້ຣັບຈາກການທຳພິທີ ວັນອອກພັນສາ ຈະມີດັງຕໍ່ໄປນີ້
- ເຕືອນສະຕິເຮົາວ່າເວລາທີ່ຜ່ານພ້ົນໄປອີກພັນສາຫນຶ່ງແລ້ວໄດ້ກືນກິນຊີວິດມະນຸດ ໃຫ້ຜູ້ຄົນນັ້ນດຳລົງຢູ່ໃນຄວາມບໍ່ປະຫມາດແລະຫັນມາສ້າງບຸນກຸສົນ
- ການທຳບຸນອອກພັນສາຈະເປິດໂອກາດໃຫ້ຜູ້ອື່ນຊຳລະຄວາມຜິດຂອງຕົນໄດ້ ຄືຫລັກປະວາຣະນາ ປົກກະຕິຄົນເຮົາຄົບກັນນານໆ ກໍ່ຈະເຜີຍ "ສັນດານ" ທີ່ແທ້ອອກມາ ອາດຈະບໍ່ດີເທົ່າໃດ ແຕ່ຕົນເອງບໍ່ຮູ້ຕົວແລ້ວເບິ່ງບໍ່ເຫັນ ແຕ່ຜູ້ຢູ່ຂ້າງໆ ເບິ່ງເຫັນແຕ່ບໍ່ກ້າເຕືອນ ດັ່ງນັ້ນຕົນເອງຕ້ອງປະວາຣະນາຕົວໃຫ້ຜູ້ອື່ນຊີ້ແນະໄດ້ ຄວາມສັມພັນກໍ່ຈະດີຂຶ້ນແລະຢັ່ງຢືນ
- ໄດ້ຂໍ້ຄິດທີ່ວ່າ ຄົນເຮົາສ່ວນໃຫຍ່ມັກຈະລຳອຽງເຂ້ົາຂ້າງຕົນເອງເປັນຝ່າຍຖືກ ຄວາມຜິດຂອງຄົນອື່ນເຫັນງ່າຍສ່ວນຕົນເອງນັ້ນຄວາມຜິດນັ້ນເຫັນຍາກ ນີ່ແຫລະສັນຊາດຕະຍານຂອງຄົນເຮົາ
- ເປັນການໃຫ້ຮູ້ເຖິງການມີມະນຸດສຳພັນທີ່ດີໃນການເປິດໃຈເຊິ່ງກັນແລະກັນ ໂດຍບໍ່ມີເລ້ຫລ່ຽມລັບລົມຄົມໃນໃດໆ ຕໍ່ໃນການຄົບຫາຫລືຢູ່ຮ່ວມກັນຢ່າງມີຄວາມສຸກ
ດັງນັ້ນໃຜທີ່ຢາກຈະປ່ຽນນແປງຕົວເອງ ວັນອອກພັນສາ ຈິ່ງນ່າຈະເປັນຊ່ວງເວລາທີ່ເຫມາະສົມ ສຳລັບການຢ້ອນມອງເບິ່ງຕົວເອງວ່າໄດ້ທຳສິ່ງໃດຜິດພາດປະການໃດຫລືບໍ່ ເພື່ອທີ່ຈະໄດ້ປັບປຸງແລະບໍ່ທຳຜິດຊ້ຳໃນເລື່ອງເດິມອີກ