ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 28, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ພໍດີ ບໍລິສັດຂ້ອຍ(ບໍລິສັດໄທມາລົງທຶນ 100%)ນຳລົດກົນຈັກໜັກ( ລົດດຸດ ແລະ ລົດຈົກ) ອອກຈາກລາວ ຍ້ອນໜ້າວຽກສິ້ນສຸດ ລົດຂອງບໍລິສັດຂ້ອຍນັ້ນ ນຳເຂົ້າມາດ້ວຍຮູບການຍົກເວັ້ນພາສີອາກອນ(ສົ່ງເສີມການລົງທຶນຕ່າງປະເທດ) ຈຳນວນ 4 ຄັນ  ມາດຳເນີນທຸລະກິດປູກຢາງພາລາ ແຕ່ພໍດີທີ່ດິນທີ່ທາງແຂວງອະນຸມັດໃຫ້ເປັນທີ່ດິນທະຫານ(ດິນຄວາມໝັ້ນຄົງເຂດຊາຍແດນ) ເລີຍສຶບຕໍ່ບໍ່ໄດ້ ສະນັ້ນເລີຍຢາກເອົາລົດເມືອຄືນປະເທດໄທ ຂ້ອຍເປັນຜູ້ເດີນເອກະສານນຳລົດອອກ ...ທຳອິດໄປຂໍອະນຸຍາດນຳອອກຄືນນຳ ຫ້ອງການພາສີເຂດ 4 (ພາກໃຕ້) ຫົວໜ້າພາສີເຂດໃຫ້ຄຳເຫັນວ່າ: ເຫັນດີໃຫ້ນຳອອກໄດ້ ເນື່ອງຈາກໝົດໜ້າວຽກ ໃຫ້ໄປພົວພັນເອກະສານນຳອອກຈາກພາສີດ່ານ ນ້ອງເອງກໍ່ໄປຫາຫົວໜ້າດ່ານ ທ່ານໃຫ້ຄຳເຫັນວ່າເອົາອອກໄດ້ ແຕ່ຕ້ອງມາແຈ້ງນຳພະແນກແຜນການ ແລະ ການລົງທຶນແຂວງກ່ອນ ຫຼັ້ງຈາກນັ້ນ ນ້ອງກໍ່ມາຫາພະແນກແຜນການ ແລະ ການລົງທຶນແຂວງ ທາງພະແນກແຜນການວ່າຕ້ອງຕີລາຄາມູນຄ່າຂອງລົດທີ່ຈະນຳລົດອອກ ຂ້ອຍເລີຍບອກວ່າຊິຕີມູນຄ່າເຮັດຫຍັງ ເພາະຂ້ອຍບໍ່ໄດ້ຕ້ອງການຂາຍ ຫຼື ມອບໂອນກຳມະສິດ ຫຼື ຕີມູນຄ່າລົດຄືນໃໝ່ ພຽງແຕ່ຢາກນຳອອກຄືນ ມູນຄ່າລົບລ້າງກໍ່ເທົ່າກັບມູນຄ່ານຳເຂົ້າເທົ່ານັ້ນ ສ່ວນການລົບລ້າງທາງດ້ານບັນຊີ ຫຼື ທຶນ ໃນບັນຊີ ກໍ່ຈະລົບລ້າງຕາມລະບຽບການບັນຊີ ເທົ່ານັ້ນ .....ແຕ່ພະແນກແຜນການບໍ່ຍອມ (ຍ້ອນຫຍັງຂ້ອຍບໍ່ຮູ້ ແລະ ເຂົາເຈົ້າກໍ່ບໍ່ຍອມອະທິບາຍໃຫ້) ຫຼື ວ່າຍ້ອນຂ້ອຍບໍ່ເອົາເງິນໃຕ້ໂຕະໃຫ້ເຂົາເລີຍບໍ່ຜ່ານບໍ?  ແຕ່ຂ້ອຍຄິດວ່າ ເລື່ອງພາສີອາກອນ ນັ້ນນະບໍ່ແມ່ນພະແນກລົງທຶນເກັບດອກຕ້ອງແມ່ນພາສີເກັບຕາມລະບຽບການຂອງພາສີ ສ່ວນລົງທຶນແຂວງເກັບແຕ່ຄ່າທຳນຽມຕາມລະບຽບເທົ່ານັ້ນ .........ສຸດທ້າຍ ມາຮອດຕອນນີ້ 3 ເດືອນ ແລ້ວຫຍັງບໍ່ມີຄຳຕອບຫຍັງ ຈາກລົງທຶນ ແລະ ກໍ່ບໍ່ເຫັນພວກເຂົາມາຕີມູນຄ່າລົດ ພ້ອມນັ້ນຂ້ອຍໄປຕາມເອົາເອກະສານນຳຂາອອກຂາເຂົ້າຂອງລົງທຶນກໍ່ບໍ່ມີເອກະສານຫຍັງພວກເຂົາບອກວ່າໃຫ້ໄປຖາມນຳວິຊາການ.....ແບບນີ້ກໍ່ຊວຍແລ້ວ ຕົກລົງເອກະສານຂ້ອຍເປັນເອກະສານທາງການ ຫຼື ສ່ວນຕົວກັນແນ່ ....ບໍ່ຮູ້ໄປຕາມເອກະສານນຳໃຜ? ລະບຽບກົດໝາຍລາວ ຍັງບໍ່ມີຂັ້ນຕອນ ແລະ ວິທີການປະຕິບັດທີ່ຊັດເຈນ ຢາກຖາມພີນ້ອງວ່າຂ້ອຍຈະເຮັດແນວໃດຕໍ່?

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 10, 2011 | ມີ 15 ຄຳເຫັນ ແລະ 0 trackback(s)

 ພີ່ນ້ອງພັນລາວ ມື້ນີ້ຈະເອົາເລື່ອງມາເລົ່າສູ່ຟັງ: ພໍດີບໍລິສັດ ທີຂ້ອຍເຮັດວຽກຢູ່ ມີພະນັກງານຂັບລົດຖອຍລົດໄປຕຳລົດຂອງເຈົ້າໜ້າທີ່ລັດທີ່ເຮັດວຽກຢູ່ຫ້ອງວ່າການປົກຄອງແຂວງ ແລ້ວກໍ່ໂທຫາປະກັນໄພມາເບິງ ປະກັນໄພຕົກລົງຈ່າຍສ່ວນທີ່ເສຍຫາຍຈາກອຸປະຕິເຫດ ມູນຄ່າ 20.500 ບາດ ແຕ່ກ່ອນ ປະກັນໄພຈະຕົກລົງສ້ອມແປງໃຫ້ ຕ້ອງໃຊ້ເວລາປະມານ 2 ອາທິດ ໃນການພິຈາລະນາລາຍລະອຽດເພາະສຳນັກງານໃຫ່ຍຂອງເຂົາຢູ່ວຽງຈັນ ແລ້ວພະນັກງານ ທີເປັນຜູ້ເສຍຫາຍ ເລີຍໄປເຊົ່າລົດຈາກບໍລິສັດໃຫ້ເຊົ່າລົດ ມາຂີ່ໄປວຽກໄປການແທນ ໂດຍວ່າຈະໃຫ້ຄູ່ກໍລະນີຈ່າຍໃຫ້ ແຕ່ລົດເຊົ່າເປັນລົດປ້າຍເຫຼືອງ   (ເຊົ່າ ຫຼື ບໍ່ເຊົ່າກໍ່ບໍ່ຮູ້) ພໍດີເມື່ອສ້ອມແປງລົດລາວແລ້ວກໍ່ປະມານ 15 ວັນ ສະແດງວ່າລາວຕ້ອງເຊົ່າລົດ 15 ວັນ ແລະ ກໍ່ຮຽກຮ້ອງໃຫ້ບໍລິສັດຈ່າຍມູນຄ່າ  15.000 ບາດ ສ່ວນຄ່າສ້ອມລົດຕົວຈິງບໍລິສັດຂ້ອຍໄດ້ສ້ອມແປງຕື່ມບາງລາຍການຕາມຄວາມພໍໃຈເຊັ່ນ: ທາສີລົດໃຫ້ໃໝ່ ສະຕິກເກີຮອບລົດ, ແວ່ນ 2 ຂ້າງ, ແຜນກັນແສງກະຈົກ ແລະ ລາຍກາຍຍ່ອຍອື່ນໆ ມູນຄ່າລວມ 47.000 ບາດ...ພາຍຫຼັງເອົາລົດອອກຈາກອູ່ສ້ອມລົດລາວກໍ່ເອົາບິນຄ່າເຊົ່າລົດມາໃຫ້ບໍລິສັດຈ່າຍແທນ ແຕ່ປະທານບໍລິສັດຂ້ອຍບໍ່ຈ່າຍ ບອກວ່າ ກ່ອນໄປເຊົ່າລົດມາຂີ່ຄືບໍ່ມາແຈ້ງໃຫ້ຄູກໍລະນີຮັບຮູ້ນຳ ແລະ ບໍລິສັດກໍຈ່າຍເກີນມູນຄ່າເສຍຫາຍໃຫ້ເຈົ້າແລ້ວ ຍັງບໍ່ພໍບໍ.  ສະຫຼຸບແລ້ວ ບໍລິສັດບໍ່ຈ່າຍຄ່າເຊົ່າໃຫ້ຄູ່ກໍລະນີ  ພໍດີໆ ອາທິດກ່ອນບໍລິສັດມີເລື່ອງກ່ຽວກັບການເດີນເອກະສານນຳລົດກົນຈັກໜັກ 4 ຄັນ ອອກຈາກລາວໄປໄທ ( ເພາະບໍລິສັດ ເປັນບໍລິສັດ ໄທມາລົງທຶນຢູ່ລາວ) ແລະ ພະນັກງານຄົນນັ້ນກໍ່ຢູ່ໃນຄະນະກຳມະການທີ່ຄົ້ນຄວ້າເລື່ອງນັ້ນ ລາວບອກວ່າຖ້າບໍລິສັດບໍ່ຈ່າຍຄ່າເຊົ່າລົດຄືນ ແມ່ນບໍ່ຕ້ອງຝັນທີ່ຈະເອົາລົດອອກ ແລະ ບໍ່ມີການພິຈາລະນາໃດໆທັງສິ້ນ ຢາກຖາມພີ່ນ້ອງພັນລາວວ່າ:

1. ບໍລິສັດຂ້ອຍຄວນເຮັດແນວໃດ, ຜິດຫຍັງ?

2. ບໍລິສັດເຊົ່າລົດມີລົດປ້າຍເຫຼືອງໃຫ້ເຊົ່າບໍ?

3. ການທີ່ສ້ອມແປງລົດຊັກຊ້າ ແມ່ນຍ້ອນບໍລິສັດຂ້ອຍ ຫຼື ບໍລິສັດປະກັນໄພ ຫຼື ລາຍການສ້ອມລົດຫຼາຍເກີນກວ່າສິ່ງທີ່ສົມຄວນ?

4. ການນຳອອກລົດກົນຈັກໜັກຂອງຂ້ອຍ ມັນກ່ຽວຂ້ອງກັບເລື່ອງສ່ວນຕົວບໍ?

5. ຖ້າລາວບໍ່ພໍໃຈເລື່ອງຄ່າເສຍຫາຍທີ່ບໍລິສັດບໍ່ຈ່າຍຄ່າເຊົ່າລົດໃຫ້ເປັນຫຍັງບໍໄປຟ້ອງສານ?

6. ຖ້າເລື່ອງນີ້ຖືກເປີດເຜີຍໄປໃຜຈະເປັນຄົນເສຍຫາຍ?

7. ຖ້າບໍພິຈາລະນາເອກະສານນຳລົດອອກ ຂ້ອຍຟ້ອງສານ ຫຼື ຂັ້ນຖັດໄປໄດ້ບໍ)

ຊ່ວຍແດ່ພີ່ນ້ອງພັນລາວ ແລະ ນັກກົດໝາຍທຸກຄົນ

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 16, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

ເປີດເທີມຮຽນໃໝ່ແລ້ວ ບັນດານັກຮຽນ, ນັກສຶກສາໄວລຸ້ນພາກັນໄປຮຽນໜັງສືຈົນບາງຄັ້ງຖະໜົນເອອັດສົນລະວົນຈົນການສັນຈອນຊັກຊ້າ ແລະ ເກີດອຸປະຕິເຫດໃນທີ່ສຸດ ເນື່ອງຈາກບັນດາລູກເຈົ້າຫຼານນາຍ ພາກັນອອກມາອວດໂຊລົດໃໝ່ , ລົດເຖື່ອນ ທີ່ບໍ່ມີປ້າຍ, ປອມປ້າຍ ດຶງຈອງກັນເປັນຖັນເປັນແຖວ ແຂ່ງລົດກັນບົນຖະໜົນຫຼວງ ແຕ່ເຈົ້າໜ້າທີ່ບໍ່ເວົ້າບໍ່ວ່າກັນ ເພາະຮູ້ໆຢູ່ແລ້ວວ່າເຂົາເປັນລູກຂອງໃຜຫຼານໃຜ ຢ່າແຕະຢ່າກວນດຽວຊັ້ນບໍ່ເລື່ອນເງິນບໍ່ຂື້ນ ຈຳເປັນຕ້ອງເຮັດຫູໜວກຕາບອດບໍ່ຮູ້ບໍເຫັນກັນ...ພະເຈົ້າເອີຍ ບັດຜູ້ທີ່ເຂົາຢາກຮຳ່ຢາກຮຽນ ຢູ່ຊົນນະບົດບ້ານນອກຄອກນາ ພັດບໍ່ມີເງິນ ບໍ່ໄດ້ທຶນການສຶກສາ ແລະ ແມ່ນແຕ່ຕັ່ງວ່າງໆຢູ່ໃນຫ້ອງຮຽນ ກໍ່ບໍ່ມີຮອດຊິໄດ້ນັ່ງຮຽນນຳເພິ່ນ ບາງຄົນເປັນຮອດນັກຮຽນດີ, ນັກຮຽນເກັ່ງຢູ່ສາຍສາມັນສຶກສາກໍ່ບໍ່ມີວີ່ແວວຈະໄດ້ໄປຮຽນນຳເພິ່ນ ຈົນສ້າງຄວາມນ້ອຍອົກນ້ອຍໃຈ ການເປັນຄວາມຊິ່ນເຄີຍກັນໄປແລ້ວທີ່ຊາວບ້ານຊ່າລືກັນວ່າ: ລູກເອີຍຢ່າໄປຮຳ່ໄປຮຽນເທາະ, ເຖິງແນວໃດກໍບໍໄດ້ໄປຮຽນຕໍ່ນຳເຂົາດອກ ເຮົາເກີດມາເປັນຊາວໄຮ່ຊາວນາຍອມຮັບສິ່ງທີ່ເປັນຢູ່ ມີແຕ່ລູກເຈົ້າຫຼານນາຍຄົນຮັ່ງຄົນມີເຂົາພຸ້ນລະທີ່ໄດ້ຮຽນ... ອັນນີ້ກຳລັງສ້າງຄວາມທົດຖອຍໃນສັງຄົມລາວ ນັບຕັ້ງແຕ່ຜູ້ຈະມາສຶບທອດໃນອະນາຄົດຂອງຊາດກໍໜ້າເປັນຫ່ວງເຫຼືອເກີນ ປະເທດເພື່ອນບ້ານໄປຮອດໃສກັນໝົດແລ້ວ ອັນໆໆ ຜູ້ທຸກຜູ້ຍາກກໍ່ບໍ່ຮູ້ຈັກຊິເຮັດຫຍັງ ຊິໄປຖາງປ່າເຮັດໄຮ່ກໍ່ຖືກຄຸກ, ປັບໃໝໃສ່ໂທດ ລັດຖະບານມີແຕ່ອ້າງວ່າໃຫ້ຫາອາຊີບຄົງທີ່ເຮັດ ແຕ່ເຮົາພັດບໍຮູ້ຊິເຮັດຫຍັງ ປູກຜັກປູກຫຍ້າກໍ່ບໍເປັນ ເງິນກໍບໍ່ມີເປັນທຶນ ຄວາມຮູ້ນຳໃຊ້ວິທະຍາສາດແຮ່ງບໍຕ້ອງເວົ້າເຖິງ ເພາະລູກຫຼານກໍ່ບໍໄດ້ຮຽນຕໍ່ ຈະເອົາຄວາມຮູ້ມາແຕ່ໃສ ສົງໃສຕ້ອງຫາວິທີລ້ຽງລູກລ້ຽງເມຍດ້ວຍການຂີ້ລັກງັກແງະ, ປຸ້ນຈີ້ ເຂົ້າປ່າລ່າສັດ ຂາຍຂອງເຖືອນ ໄປວັນໆ ເມື່ອໃດຖືກຈັບຈຶ່ງຈະໄປນອນຄຸກກິນເຂົ້າລັດຖະບານລ້ຽງພຸ້ນລະພີ່ນ້ອງ ຢ່າວ່າກັນເດີ ເມື່ອເສືອຫິວອີ່ຫຍັງມັນກໍເກີດຂຶ້ນໄດ້ ເໝືອນຄຳເວົ້າທີ່ວ່າ: ເສືອນອນຢ່າປຸກ ເສືອລຸກຢ່າກວນ ຍາມກິນປຸກເສືອກິນແດ່ ຖ້າບໍ່ຢາກເດືອດຮ້ອນ 5555

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 6, 2011 | ມີ 16 ຄຳເຫັນ ແລະ 0 trackback(s)

ເຮົາອາຍຸ 25 ປີ ເຮົາເປັນຄົນເຈົ້າຊູ້ ແຕ່ຍາກຈະບອກຜູ້ຍິງທຸກຄົນວ່າ ຜູ້ຊາຍຢ່າງຂ້ອຍບໍ່ໄດ້ເຫັນເລື່ອງການມີຫຍັງກັບຜູ້ຍິງເປັນເລື່ອງສະນຸກ ເປັນເຄື່ອງຫຼິ້ນ ແລະ ບໍ່ໄດ້ພູມໃຈທີ່ໄດ້ກິນຕັບເຈົ້າ ແຕ່ຂ້ອຍພູມໃຈ ແລະ ດີໃຈທີ່ສຸດທີ່ເຈົ້າເລືອກຂ້ອຍ ຍອມຮັບຂ້ອຍເປັນຜົວ   ການມີຫຍັງກັນ ອາດຈະເຮັດໃຫ້ເຮົາສອງຄົນສະໜິດກັນຂຶ້ນ  ແຕ່ຢ່ານະ ຢ່າໃຊ້ມັນເພື່ອໃຫ້ເຂົາຮັກເຮົາ, ເຂົາຢູ່ກັບເຮົາ ເພາະຖ້າຜູ້ຊາຍບໍ່ຮັກຈິງ ເຂົາກໍ່ຈະໄປຈາກເຈົ້າເພື່ອຫາຄົນໃໝ່ຢູ່ດີ ຂໍຮ້ອງນະ"ຮັກຕົວເອງໃຫ້ຫຼາຍໆຂຶ້ນ" ເຖິງວ່າສັງຄົມຈະເປັນແນວໃດ ເຖິງວ່າເຈົ້າຈະຜ່ານຜູ້ຊາຍມາເທົ່າໃດ ເຖິງວ່າເຈົ້າຈະອາຍຸເທົ່າໃດ ຢ່າທຳລາຍຕົວເອງເລີຍ ເພາະຜູ້ຊາຍຊົ່ວໆບໍ່ເທົ່ໃດຄົນນັ້ນ  ຄົນທີ່ຫວັງໃຫ້ເຈົ້າໄປເປັນເມຍຫຍັງມີຢູ່ຢ່າງແນ່ນອນ.... ຮັກ ແລະ ຖະໜອມຕົວເອງເອົາໄວ້ນະ  ແລ້ວເຈົ້າຈະເປັນຄົນທີ່ມີຄ່າສຳລັບເຮົາ

ຂອບໃຈທີພະເຈົ້າບັນດານເນລະມິດເຈົ້າມາຢຢູ່ດ້ວຍນະ

ແຕ່ບໍແມ່ນມາເພື່ອໃຫ້ກິນຕັບ

ແຕ່ມເປັນເພາະວ່າ: ເຮົາສຸກໃຈທີ່ມີເຈົ້າຢູ່ເປັນແຟນ, ເປັນເມຍ ຢູ່ຄຽງຂ້າງກັນຕະຫຼອດມາ ແລະ ຕະຫຼອດໄປ.....ແລະ ຈະຮັກເຈົ້າ.....ເຖິງວ່າເວລາແຫ່ງຊີວິດຈະນັບຖອຍຫຼັງໄປບໍ່ຮູ້ວ່າເມື່ອໃດ ແຕ່ຍັງຈະຢູ່ເພື່ອເຈົ້າຈົນວັນສຸດທ້າຍ.....

 

ຈາກ: ຄົນເຄີຍຮັກ ທີ່ອົກຫັກ, ສູນເສຍ ແລະ ຍັງຫວັງທີ່ຈະຮັກອີກຄັ້ງ ແລະ ຕະຫຼອດໄປ



 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ເຄີຍໄດ້ຍິນເຈົ້ານາຍຕ່າງປະເທດ ນິນທາພະນັກງານຄົນລາວວ່າ: ຈະຊິໃຫ້ເງິນເດືອນ ຄົນລາວສູງເຮັດຫຍັງ ອັນໆໆ ເງິນເດືອນສັນຍາຈ້າງຄົນລາວ ພຽງແຕ່ 158.000 ກີບ ເຮົາໃຫ້ 700.000 ພໍແລ້ວ ຖືວ່າບຸນມັນ ສ່ວນພະນັກງານຄົນໄທທີ່ເອົາມາຂັບລົດ ເດືອນລະ 10.000 ບາດ ສ່ວນວິຊາການລາວໄດ້ເດືອນລະ700.000 ກີບຕາມບອກນັ້ນລະ ບັກນີ້ເລື່ອງບໍ່ເປັນເລື່ອງໄປເວົ້າເຢີ້ຍວ່າມຶງກໍ່ສົມຄວນໄດ້ສຳ່ນີ້ລະ ແລ້ວລາວກໍ່ບໍ່ເວົ້າຫຍັງ ແລ້ວພະນັກງານໄທກໍຄິດວ່າເຂົາຄົງດີໃຈທີ່ໄດ້ເງິນເດືອນສູງ ສຸດທ້າຍໄຟໄໝ້ສວນບໍລິສັດພະນັກງານກໍ່ບໍ່ສົນໃຈ ບອກວ່າຂ້ອຍເງິນເດືອນສຳ່ນີ້ເຈົ້າຈ້າງມາເບິ່ງ... ຄົນໄທເດືອນລະ10.000 ບາດກໍ່ໄປດັບເອົາ ແລະ ແຖມນາຍບັນຊີກໍ່ບໍ່ປິດບັນຊີປະຈຳປີລົບຂໍ້ມູນບໍລິສັດໝົດ ບໍລິສັດແມ່ຢູ່ກຸງເທບໂທມາຕາມງານກໍ່ບໍ່ມີເພາະພະນັກງານລາວຮັບຜິດຊອບໝົດ ແລ້ວກໍ່ມາຕາມຄືນ ພະນັກງານບອກວ່າ ເງິນເດືອນຂ້ອຍ ເປັນເງິນເດືອນຮັບຈ້າງ ບໍ່ແມ່ນວິຊາການ ວິຊາການເປັນຄົນໄທ ຂໍ້ມູນຂ້ອຍເຮັດແລ້ວລຶບໝົດບໍ່ຮູ້ວ່າເປັນຫັຍງ ຄວາມຮູ້ກໍ່ເໝາະກັບເງິນເດືອນ ໃຫ້ໄປຕາມເອົານຳພວກວິຊາການທີ່ເຈົ້າຈ້າງມາເດືອນລະ10.000 ບາດ ພຸ້ນ...........ຫົວໜ້າພະນັກງານລາວອອກ 4 ຄົນບອກວ່າບໍ່ມີຄວາມຮັບຜິດຊອບ ສ່ວນພະນັກງານໄທກໍ່ຢູ່ຄືເກົ່າແຖມມີເງິນໂບນັສ ພວກພະນັກງານທີ່ຖືກໄລ່ອອກ ກໍ່ໄປຈູດສວນບໍລິສັດຕໍ່ ແລະ ລັກເອົາເຄື່ອງຈັກເຄື່ອງໃຊ້ໄປຂາຍ5555 ເຫັນບໍສຸດທ້າຍເປັນແນວໃດ....ບໍລິສັດຢ່າມາທຽບກັນທີ່ເງິນເດືອນ, ຄ່າຈ້າງຂອງປະເທດເຂົາ, ຢ່າຈຳແນກເຊື້ອຊາດ ຕ້ອງໃຫ້ຕາມຄວາມສາມາດ ຂອງຄົນງານ ແລະ ເສດຖະກິດການເງິນຂອງບໍລິສັດ ບໍ່ດັ່ງນັ້ນຈະຈິບຫາຍບໍ່ມີຄຳຕອບ ຄົນດີກໍ່ເປັນນັກເລງໄດ້ ເມື່ອຄວາມແຄ້ນເຖິງຂັ້ນວິກິດ 555 ມັນຈິງໆໆໆ ບໍ່ໄດ້ປະທ້ວງແຕ່ເຮັດຈິງ 

ສະຫຼຸບວ່າ:

ນັກເລງອົກຫັກມັນສູນ ບໍລິສັດຂອງຄຸນຕ້ອງມຸ່ນອຸ່ຍປຸ່ຍ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 2, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

ສຸດທ້າຍ, ກໍ່ຮູ້ສຶກເສຍດາຍເວລາລູກສາວ ໄປຮຽນຕໍ່ຢູ່ສະຫວັນ(ບໍ່ແມ່ນສະຫວັນນະເຂດ) ມີຄອບຄົວໜຶ່ງໆໆ ຢູ່ແຖວໆໆ ເມືອງ ປາກເຊນີ້ລະ ແຕ່ຄອບຄົວເປັນຄົນຈົນ ເວລາລູກຮຽນຈົບ ໄດ້ທຶນໄປຮຽນຕໍ່ຄູປະລິຍາຕີ ແຕ່ພໍ່ແມ່ບໍ່ໃຫ້ໄປຮຽນຕໍ່ອ້າງວ່າຮຽນຄູກໍ່ທຸກຄືເກົ່າ ແຖມຍັງບໍ່ມີເງິນສົ່ງເສີມລູກອີກ ຢາກໃຫ້ລູກໄປເຮັດວຽກຢູ່ໄທ ເພາະເຫັນຊາວບ້ານຊາວເມືອງເຂົາມີລົດມີລານຂີ່ເພາະລູກເພາະເຕົ້າທີ່ໄປເຮັດວຽກຢູ່ໄທ ລູກສາວເສຍໃຈແຮງໆໆຍອມໄປເຮັດວຽກຢູ່ຕ່າງປະເທດ ສຸດທ້າຍຖືກນາຍຈ້າງຂົ່ມຂືນ ທ້ອງ 3 ເດືອນ ລາວເສຍໃຈແຮງເລີຍຂ້າຕົວຕາຍ ເວລາຕໍ່ມາ ພໍ່ແມ່ຮູ້ເລື່ອງເຂົ້າກໍ່ວ່າລູກໂງ່ ແຕ່ຍັງໄປຂໍໂທດລູກຢູ່ວັດ ວ່າຖ້າໃຫ້ລູກຮຽນຕອນນີ້ຄົງບໍ່ເປັນຈັ່ງຊີ້ແຖມເງິນກໍ່ມີ ແຕ່ແມ່ມີແຕ່ເອົາໄປຫຼິ້ນໄພ້ ພໍ່ໄປກິນເຫຼົ້າ 555 ຕອນນີ້ລູກຮຽນຕໍ່ຢູ່ສະຫວັນພຸ້ນພໍ່ກັບແມ່ທຳບຸນສົ່ງເຂົ້າຕົ້ມເຂົ້າໜົມໄປໃຫ້ກິນເປັນຄ່າເທີມຈ່າຍບໍ່ອັ້ນ ມີຄວາມສຸກທີ່ສຸດເລີຍຄອບຄົວນີ້ ໜ້າເສົ້າສຸດໆໆໆສົງສານແບບເຊີຍໆໆໆ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 1, 2011 | ມີ 20 ຄຳເຫັນ ແລະ 0 trackback(s)

ຄົນໄທບາງຄົນລັງເກຄົນລາວ ເຫຼືອເກີນ ມັນຊ່າງບໍ່ຍຸດຕິທຳເລີຍພີ່ນ້ອງລາວທຸກຄົນ ຊ່ວຍມາຟັງທາງນີ້ຊິໄດ້ໄຫວຕົວທັນຖ້າບໍ່ທັນພົບກໍ່ຢ່າລົບລູ່ ດຽວກໍ່ຮູ້ເໝືອນກັນ ອັນໆໆໆ ຂ້ອຍເຮັດວຽກກັບບໍລິສັດໄທ ປູກຢາງພາລາ ຢູ່ປາກເຊ ເວົ້າກົງໆໆເລີຍ ບໍ່ຢ້ານຖືກໄລ່ອອກ ດອກເພາະຂ້ອຍຂຽນໃບລາອອກແລ້ວເທື່ອໜຶ່ງ ແຕ່ປະທານບໍລິສັດແມ່ຢູ່ ບາງກອກ(ກຸງເທບ) ບໍ່ໃຫ້ຂ້ອຍອອກ ວ່າຈະເພີ້ມເງິນເດືອນໃຫ້ 11.000 ບາດ (ປົກກະຕິແລ້ວຂ້ອຍໄດ້ 4.000 ບາດ).  ພໍດີມີບໍລິສັດ ຈີນ ເຂົາມາເປີດໃໝ່ ຂ້ອຍເລີຍໄປສະໝັກ ເຂົາຕົກລົງຮັບຂ້ອຍແລ້ວ ເງິນເດືອນເລີ້ມຕົ້ນ 350 ໂດລາ ຫຼື ປະມານ 10.500 ບາດ ແລ້ວຂ້ອຍກໍ່ຕົກລົງອອກຈາກບໍລິສັດເກົ່າ(ໄທ)ນີ້ໄປ ເພື່ອໄປເຮັດນຳບໍລິສັດໃໝ່(ຈີນ) ຂ້ອຍໂທໄປຫາພະແນກກວດສອບບັນຊີຂອງບໍລິສັດແມ່ຢູ່ກຸງເທບ ໃຫ້ເຂົາມາກວດກາ ແລະ ມອບໜ້າວຽກກ່ອນຂ້ອຍຈະອອກ ແຕ່ເຂົາບໍ່ໃຫ້ອອກ(ແຖມຍັງໃຫ້ປະທານໃຫ່ຍໂທຫາ ແລະ ຈະເພີ້ມເງິນເດືອນໃຫ້) ສຸດທ້າຍຄືບໍ່ໄດ້ອອກ (ເພາະຂ້ອຍກໍ່ຫວັງດີກັບເຂົາເໝືອນກັນ) ເລີຍໂທໄປຍົກເລີກບໍລິສັດຈີນ ວ່າໃຫ້ເຂົາຫານາຍບັນຊີຄົນໃໝ່....ຕອນນີ້ ເງິນເດືອນອອກແລ້ວ ເຂົາໃຫ້ແຕ່ 8.000 ບາດ ເທົ່ານັ້ນ ມັນບໍ່ຍຸດຕິທຳແລ້ວພີ່ນ້ອງ ແບບນີ້ສົງໃສຕ້ອງເຜົາບໍລິສັດຖີ້ມແລ້ວລະ...ຈະໄປເຮັດນຳບໍລິສັດຈີນເຂົາກໍ່ຮັບພະນັກງານໃໝ່ແລ້ວ ຊິເຮັດແນວໃດ ເຜົາບໍລິສັດບໍ? ພີ່ນ້ອງຊ່ວຍໃຫ້ຄຳເຫັນແນ່ເດີ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 24, 2011 | ມີ 15 ຄຳເຫັນ ແລະ 0 trackback(s)

ຜູ້ເຖົ້າຜູ້ແກ່ບອກວ່າ ເຂົ້າບ້ານຕາລິ່ວ ໃຫ້ລິ່ວຕາໄປນຳ ຖືກ ຫືຼ ຜິດ ບໍ່ຮູ້ ເພາະມີພະນັກງານຢູ່ບໍລິສັດ ຂ້ອຍ 1 ຄົນ ເປັນຄົນໄທ(ຜູ້ຍິງ) ລາວເປັນຜູ້ຮັບຜິດຊອບວຽກງານຄັງເງິນ ແລະ ແປເອກະສານ ສົງໃຫ້ບໍລິສັດແມ່ຢູ່ກຸງເທບ ແຕ່ລະມື້ລາວ ມາການບໍ່ເຄີຍ ນຸ່ງສີ້ນເລີຍ ອັນໆ ເລື່ອງບໍ່ເປັນເລື່ອງ ທາງ ພະແນກການຄ້າ ແລະ ອຸດສາຫະກຳແຂວງ ເຊີນໄປປະຊຸມ ແລ້ວ ພວກຂ້ອຍບອກວ່າໃຫ້ ເຂົານຸ່ງສີ້ນເພື່ອເປັນການຮັບສາມາລະຍາດ ແຕ່ລາວບອກວ່າຖ້ານຸ່ງໂສ້ງເຂົ້າບໍ່ໄດ ລາວກໍ່ບໍ່ເຂົ້າ ແລະ ລາວລາຍງານໃຫ້ ຫົວໜ້າວ່າເຂົາບໍ່ໃຫ້ເຂົ້າປະຊຸມ ໂອ້ຍ ປວດຫົວສຸດໆໆໆໆໆໆ ອັນຄົນບໍ່ຍອມນີ້ນາ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 16, 2011 | ມີ 19 ຄຳເຫັນ ແລະ 0 trackback(s)

ການຮຽນເປັນປັດໃຈ ອັນດັບ 1 ທີ່ຕັດສິນຄວາມຮູ້ ແລະ ຊີວິດຂອງຄົນເຮົາບໍ່ວ່າຈະຈາກປື້ມ, ຕຳລາ, ຄຳສອນ ຫຼື ປະສົບການ ລ້ວນແຕ່ແມ່ນການຮຽນຮູ້ທັງນັ້ນ ແຕ່ວ່າຢາກຂໍຄຳເຫັນນຳເພື່ອນໆໆໆໆໆໆທຸກຄົນວ່າຈະຮຽນຫຍັງດີ ລະຫວ່າງລັດ ແລະ ເອກະຊົນ, ພາຍໃນ ແລະ ຕ່າງປະເທດ ເຊິ່ງເລື່ອງຈະເລົ່າໃຫ້ຟັງວ່າ:

1 ຕອນນີ້ຈົບກຳລັງຈະຈົບປະລິນຍາຕີ(ຫວຽດນາມຢູ່ລາວ)

2 ຈະຮຽນຕໍ່ໂທຫຼືບໍ...

3 ຖ້າຮຽນ ຈະຮຽນນຳລັດ(ຫວຽດນາມ ມາສອນຢູ່ລາວ)ຫຼື ເອກະຊົນ(ລັດຕະນະ)ຄ່າໃຊ້ຈ່າຍ ແລະ ຜົນໄດ້ຮັບ

- ລັດ( ຫວຽດນາມສອນຢູ່ລາວ) ຄ່າເທີມປະມານ 20.ລ້ານກີບ ໄລຍະເວລາ 5 ເທີມ 1 ປີ ກວ່າ ແຕ່ລະເທີມຕ້ອງຂຽນບົດລາຍງານແປເປັນພາສາຫວຽດ ຕົກເປັນເງິນ 1.000.000 ກີບຕໍ່ເທີມ ຂຽນບົດວິທະຍານິພົນ ແປເປັນພາສາຫວຽດ 3.500.000 ກີບ ຄວາມຮູ້ຈາກເຂົາມີຫຼາຍອາຈານ ລາວແປ ເວລາບັຍລະຍາຍ

- ເອກະຊົນ(ລັດຕະນະ)ຄ່າເທີມປະມານ 25.ລ້ານກີບ ໄລຍະເວລາ 2 ປີ ກວ່າ ແຕ່ລະເທີມຕ້ອງໄດ້ຊື້ເອກະສານປະມານ 1 ແສນກວ່າຕໍ່ເທີມ ຂຽນບົດລາຍງານ ເປັນພາສາເຮົາເອງບໍ່ໄດ້ສີ້ນເປືອງ (ອາດຈະຈ່າຍຄ່າກວດຜ່ານນຳຄູອາຈານປະມານ 2-3ແສນຕໍ່ບົດ (ປະມານ 3-4 ບົດ) ທ້າຍເທີມຕ້ອງຂຽນບົດວິທະຍານິພົນເປັນພາສາລາວ ຂຽນເອງບໍ່ມີຄ່າໃຊ້ຈ່າຍ(ອາດຈ່າຍຄາກວດຜ່ານ ແລະ ປ້ອງກັນບົດປະມານ 5 ແສນ-1 ລ້ານກີບ)  ຄວາມຮູ້ເປັນພາສາລາວ ແລ້ວແຕ່ຄວາມສາມາດຂອງຜູ້ສອນ ແລະ ຜູ້ຮຽນເທົ່ານັ້ນ ທ່ານຄິດວ່າຮຽນຫຍັງດີ ຫຼືວ່າ ບໍ່ຕ້ອງຮຽນ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 11, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຕອນທີ່ເຮົາບໍ່ຢູ່ໃຜຊິເປັນຄົນຮັກເຂົາ ເຮົາຄິດເລື່ອງນີ້ມາຕັ້ງແຕ່ເມື່ອກ້າວອອກຈາກຮຽນຕໍ່ປະລິນຍາຕີ ເຂົາຊື່: ແດງ ເປັນຄົນທີ່ຮັກເຮົາ ແລະ ດູແລເຮົາມາຕະຫຼອດເວລາທີ່ຮຽນໜັງສື ແມ່ນແຕ່ການແຕ່ງຢູ່ຄົວກິນ, ຊັກເຄື່ອງລີດເຄື່ອງ ເຂົາເຮັດໝົດ ເຂົາເອີ້ນເຮົາເປັນແຟນ ນັບແຕ່ປີທີ 2 ທີ່ເຂົ້າຮຽນ ແຕ່ເຮົາຄິດພຽງວ່າເຮົາເປັນເພື່ອນກັນ ຈົນຄວາມຜູກພັນໃກ້ສິດກັນ ເຮັດໃຫ້ເຮົາຍອມຄົບກັບເຂົາ ແທນທີ່ຮູ້ຢູ່ແລ້ວວ່າ ຈັກວັນໜຶ່ງ ຈະຕ້ອງຈາກເຂົາໄປ( ເຮົາເຄີຍບອກເຂົາແລ້ວແຕ່ເຂົາບອກວ່າເຖິງວັນນັ້ນຈິ່ງຄ່ອຍເວົ້າກັນໃໝ່ ເຂົາບອກອີກວ່າເຂົາມີຄວາມສຸກທີ່ສຸດໃນຊີວິດທີ່ໄດ້ຢູ່ກັບເຮົາ) ທຸກໆຄັ້ງທີ່ຂ້ອຍກັບເມືອຢາມບ້ານເຂົາມັກເອົາເຄື່ອງຝາກເມືອໃຫ້ແມ່ ແລະ ນ້ອງ .... ແຕ່ເມື່ອຕອນທີ່ຂ້ອຍຮຽນຈົບ ຂ້ອຍກໍ່ກັບບ້ານອີ່ຫຼີ ແລະ ກໍ່ໄປມີອີກຄົນໜຶ່ງ ຊື່ ຫຼ້າ ພວກເຮົາເປັນແຟນກັນ ມີອີ່ຫຍັງກັນ ສຸດທ້າຍ ຫຼ້າບອກວ່າມີລູກ ກັບຂ້ອຍ ແຕ່ວ່າຈະແຕ່ງກັບອີກຜູ້ຊາຍຄົນໜຶ່ງທີ່ຈົບມາແຕ່ຫວຽດນາມ ເຊິ່ງຜູ້ຊາຍຄົນນີ້ຍັງບໍ່ທັນຮູ້ເລື່ອງຫຼ້າກັບຂ້ອຍ ແລະ ສາວຫູ້າກໍ່ບອກໃຫ້ຂ້ອຍວ່າຢ່າບອກເລື່ອງນີ້ໃຫ້ຜູ້ຊາຍຄົນນັ້ນ. ຕອນນີ້ລູກເຂົາເກີດແລ້ວເປັນຜູ້ຊາຍ ອາຍຸ 3 ເດືອນ. ສ່ວນ ສາວແດງ ຂ້ອຍບໍ່ໄດ້ຕິດຕໍ່ເລີຍ ນັບຈາກວັນນັ້ນ ແລະ ຂ້ອຍໄປເຮັດວຽກຢູ່ເມືອງ ຊົນນະບົດ ເມື່ອມື້ວານ ທີ່ຂ້ອຍກັບມາ ນ້ອງສາວຂ້ອຍບອກວ່າ: ສາວແດງ ຄົນທີ່ເປັນແຟນຂ້ອຍສະໄໝຮຽນ ສົ່ງເຄື່ອງມາໃຫ້ແມ່ ແລະ ນ້ອງ 3 ເທື່ອ ຕອນນີ້ເປັນໝູ່ກັບນ້ອງ ລາວຍັງບໍ່ທັນແຕ່ງງານ ແລະ ຢາກໃຫ້ນ້ອງຂ້ອຍໄປຮຽນຕໍ່ ຊັ້ນສູງ ແລະ ໄປພັກຢູ່ເຮືອນລາວ ຂີ່ລົດລາວໄປຮຽນ........... ຮູ້ບໍເຮົາເວົ້າຫຍັງບໍ່ໄດ້ເລີຍ ແລະ ເປັນຫຍັງ ສາວ ແດງ ຈຶ່ງບໍ່ຍອມແຕ່ງງານ  ສ່ວນເຮົາລະມີໃຜທີ່ຮັກເຮົາເໝືອນແດງຫຼືບໍໍ....ຕອນນີ້ຈຶ່ງຮູ້ວ່າ: ຄົນທີ່ເຮົາລອກລວງ ເປັນຄົນທີ່ດີທີ່ສຸດ ແມ່ນແຕ່ເຮົາ, ແມ່ ແລະ ນ້ອງ ( ຖ້າຕອນນັ້ນ ແລະ ຕອນນີ້ຍັງມີສາວແດງ ຢູ່ ພວກເຮົາຈະເປັນແນວໃດ..?  ແລະ ຕອນນີ້ໃຜຈະຮັກນ້ອງ ຖ້າບໍ່ມີອ້າຍແລ້ວ.........

ຂໍໂທດນະ   ແດງ    ອ້າຍບໍ່ກ້າໂທຫາ, ບໍ່ກ້າຝາກຄວາມໃຫ້ນ້ອງສາວ......ແຕ່ຢາກເວົ້າໃຫ້ທຸກຄົນຮູ້ວ່າ: ນ້ອງເປັນຄົນດີທີ່ສຸດໃນຊີວິດ.........ຢ່າພະຍາຍາມຕາມຫາອ້າຍເດີ ອ້າຍຕາຍແລ້ວ........!

ຄິດເຖິງທີ່ສຸດເລີຍ........ໄດ້ຍິນບໍ...

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 11, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ເຮົາໆໆໆ ບໍ່ຕ້ອງການ

ຄວາມສົງສານຈາກໃຜທັງສິ້ນ

ບໍ່ມັກມີຊີວິດຕິດແຜ່ນດິນ

ໂດຍຖືກມິ່ນສົມເພດເວດທະນາ

ບໍ່ຄິດງໍ້ຫາໃຫ້ໃຜຄອຍຊ່ວຍເຫຼືອ

ຄວາມຈຸນເຈືອ ຈາກໃຜບໍ່ເຄີຍຫາ

ບໍ່ມັກໃຫ້ໃຜກ່ອມຍ້ອມອຸຣາ

ເລື່ອງທີ່ພັກອາໃສ ບໍ່ຕ້ອງການ

ບໍ່ເຄີຍຫວັງກຳລັງຈາກໃຜໝົດ

ທັງສັກສີ,ຍົດ,ລາບໄພສານ

ບໍ່ຫວັງໃຫ້ໃຜໝູນບຸນບັນດານ

ມັກຜົນງານທຸກຢ່າງດ້ວຍຕົວ

ບໍ່ເຄີຍຫວັງພະລັງຈາກໃຜດ້ວຍ

ຍອມມອດມ້ວຍບໍ່ໃຫ້ໃຜຄຸ້ມຫົວ

ບໍ່ມັກໃຫ້ໃຜປະໝາດວ່າ ຫວາດກົວ

ວານຄົນຊົ່ວຊ່ວຍໃດບໍ່ເຄີຍຄິດ

ຂໍພູມໃຈໃນສັກສີຂອງນັກສູ້

ຂໍເປັນຜູ້ທະນົງຄວາມຊົງສິດ

ຂໍຈອງຫອງຜະຍອງ ສັກສີຍິ່ງຊິວິດ

ຂໍມີຈິດໂອຫັງກຳລັງຕົນ

ມີສອງຂາມາຢືນບົນພິພົບ

ມີຕາຄົບຄູ່ ສະໝອງມາເພື່ອຫົນ

ມີສອງມືຖືພິທັກ ຮັກຄ່າຕົນ

ມີເວດມົນ ມາເພື່ອເຊື່ອຕົນເອງ ນະໂວ້ຍ!!!!

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 3, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

 

ບໍລິສັດ ຊື່ຫຍໍ້ຂຽນວ່າ: ຈ ປ ລ (ຂໍສະຫງວນຊື່ໄວ້) ບໍລິສັດຕ່າງປະເທດ100%( ປະເທດ T L ) ເປັນບໍລິສັດ 1 ບໍລິສັດດຽວທີ່ຂ້ອຍໄດ້ສຳພັດ, ເຫັນ, ແລະ ຄິດວ່າເປັນບໍລິສັດທີ່ສຸດຍອດ ທີ່ສຸດໃນປະເທດລາວ ເລື່ອງມີຢູ່ວ່າ:

ບໍລິສັດນີ້ລົງທຶນ ໃນຂະແໜງກະສິກຳ-ປ່າໄມ້ ປູກຢາງພາລາໄດ້ຈົດທະບຽນນຳອຳນາດການປົກຄອງແຂວງ ປີ 2006 ມີທຶນທັງໝົດ 600,000 ໂດລາ, ທຶນຈົດທະບຽນ 600,000 ໂດລາ (ບໍ່ຮູ້ທຶນຄົງທີ່ ແລະ ທຶນປ່ຽນແປງ) ແມ່ນແຕ່ນາຍບັນຊີ ກໍ່ຍັງຢືນຢັນບໍ່ໄດ້ ເຊິ່ງມີໃບທະບຽນອາກອນ ປີດຽວຄື ປີ 2008 (ປະຈຸບັນຍັງບໍ່ທັນຕໍ່ໃບທະບຽນ) ( ຄິດວ່າຄົງໝົດສິດທິໃນການດຳເນີນທຸລະກິດໄປແລ້ວ ເພາະເກີນ 3 ປີ) ໄດ້ດຳເນີນທຸລະກິດມາຮອດປະຈຸບັນ ໃຊ້ທຶນໄປແລ້ວທັງໝົດ 3  ລ້ານກວ່າໂດລາ (ເງິນສ່ວນເກີນມາແຕ່ໃສບໍ່ຮູ້) ມີເນີ້ອທີ່ປູກຢາງ ປະມານ 600 ກວ່າ ເຮັກຕາ(ປົກກະຕິ ແຂວງ ອະນຸມັດຕາມກົດໝາຍ ບໍ່ເກີນ 150 ເຮັກຕາ)  ແລະ ມີເນື້ອທີ່ທີ່ຍັງມີຕົ້ນຢາງຢູ່ປະມານ 30 ກວ່າ ເຮັກຕາ, ຄ່າສຳປະທານທີ່ດິນກໍ່ຍັງບໍ່ທັນຈ່າຍຈັກກີບ  ແຖມທີ່ດິນກໍ່ບຸກເບີກເກີນອະນຸມັດ 400 ກວ່າເຮັກຕາ ພ້ອມທັງເຮັດໃຫ້ດິນກາຍເປັນດິນຫວ່າງເປົ່າ, ບໍ່ສາມາດນຳໃຊ້ໃຫ້ເກີດປະໂຫຍດໄດ້, ເຮັດໃຫ້ບໍລິສັດອື່ນທີ່ເຂົາມີຄວາມສາມາດບໍ່ມີທີ່ດິນສຳປະທານດ້ວຍ.

ທ່ານຄິດວ່າ: ບໍລິສັດນີ້ມາເພື່ອຫຍັງ...ເຂົາເຮັດຫຍັງ.... ລັດຖະບານຄິດແນວໃດກັບພວກເຂົາ 5555

ຂຽນເມື່ອ ຂຽນເມື່ອ: ກ.ລ.. 19, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ເວົ້າຖືກຂໍ້ ຂໍກິນກໍ່ບໍ່ຖີ່ ເວົ້າບໍ່ຖືກຂໍ້ ຂໍຊື້ກໍ່ບໍ່ຂາຍ ຂ້ອຍໄດ້ຍິນຄຳເວົ້າຂອງນັກທຸລະກິດເອກະລາດ(ສະມາຊິກຄັນເຊັນເກັນໂກ) ເວົ້າວ່າ: ຄົນໂຊກດີມັກຈະໄປຫາໂຊກ ແຕ່ຄົນໂຊກຮ້າຍ ມັກຈະໜີໂຊກສະເໝີ, ຊິລວຍເທົ່າໃດກໍ່ບໍ່ມີຄ່າ ຖ້າສຸຂະພາບບໍ່ແຂງແຮງ ok ຄຳຄົມເຈົ້າກໍ່ໃຊ້ໄດ້ ແຕ່ສິ່ງທີ່ໃຊ້ບໍ່ໄດ້ຄື: ລາວບອກວ່າ ມີມື້ໜຶ່ງທີ່ຂ້ອຍກຳລັງຈະສອບເສັງຈົບ ແຕ່ຂ້ອຍຍອມຂາດບໍ່ເສັງແລ້ວໄປປະຊຸມຄັນເຊັນເກັນໂກ Oh!.................ເປັນຫຍັງຈຶ່ງກ້າເວົ້າອອກມາ ມັນເປັນການເຊີນຊວນທີ່ຜິດພາດທີ່ສຸດ ຫຼື ອາດຈະຜິດກົດໝາຍດ້ວຍຊ້ຳໄປ ຮູ້ບໍບໍ່ມີຜູ້ໃດໃນໂລກທີ່ບໍ່ຮຽນແລ້ວຈະມີຊີວິດທີ່ດີຂື້ນ ຂ້ອຍຟັງແລ້ວ ມັນເປັນການເຊີນຊວນທີ່ຕິດລົບ ບໍ່ຢາກຟັງເສຍເວລາໄປຮຽນໜັງສື ຫຼື ພັກຜ່ອນດ້ວຍຊ້ຳໄປ ເອີຂ້ອຍຍອມຮັບວ່າຜູ້ເຮັດໄດ້ກໍ່ມີເງິນ ແຕ່ຜູ້ເຮັດນັ້ນກໍ່ຕ້ອງຊວນ ຫຼື ຂີ້ຕົວະຫາຜູ້ມາໜູນຫຼັງກ່ອນຈະໄດ້ ທ່ານກໍ່ຣູ້ສຶກໄດ້ເອງ(ຂໍໂທດສຳລັບຄວາມເຂົ້າໃຈແບບຜິດໆ) ຂ້ອຍຄິດວ່າຜິດ ທີ່ຕ້ອງຂາດເສັງໄປປະຊຸມຄັນເຊັນເກັນໂກ ມັນດີຂະໜາດນັ້ນບໍ...............ເອີຖ້າດີແທ້ ເປັນຫຍັງສຳນັກງານໃຫ່ຍຂອງຄັນເຊັນເກັນໂກ ປິດແລ້ວ

ຂ້ອຍຢາກຖາມ ແລະ ໃຫ້ຄວາມຄິດບັນດາທ່ານວ່າ:

1, ທຸລະກິດເຄືອຂ່າຍ(ຄັນເຊັນເກັນໂກ)ມີຜົນໄດ້ເສຍກັບສັງຄົມແນວໃດ?

ແຕ່ສຳລັບຄວາມຄິດໂງ່ໆ ຂອງຂ້ອຍຄິດວ່າ:

1, ເປັນບໍລິສັດທີ່ດີມີລາຍໄດ້

2, ເປັນບໍລິສັດທີ່ເຮັດໃຫ້ສັງຄົມຟຸມເຟືອຍ

3, ເປັນບໍລິສັດເຊີນຊວນທີ່ຜິດພາດ

4, ເປັນບໍລິສັດທີ່ເຮັດໃຫ້ຄົນອື່ນເສຍໂອກາດ(ສຶກສາຮຳຮຽນ)

5, ເປັນບໍລິສັດທີ່ເຮັດໃຫ້ຂາດຄວາມເປັນມິດໃນສັງຄົມ

ແນ່ນອນຜູ້ມີລາຍໄດ້ກໍ່ດີທີ່ສຸດ ແຕ່ຢ່າເວົ້າເລື່ອງນັ້ນດຽວໂດນຟ້ອງ

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 30, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

.........ຂ້ອຍມີໝູ່ຄົນໜຶ່ງໂທມາຫາຂ້ອຍວ່າ ຈະຮັກ ຫຼື ຈະເລີກດີກວ່າ ເລື່ອງມີຢູ່ວ່າ: ລາວໄດ້ພົບຮັກກັບຜູ້ຍິງຄົນໜຶ່ງເຊີ່ງຜູ້ຍິງຄົນນັ້ນ ເຄີຍມີແຟນມາແລ້ວ ແຕ່ແຟນຂອງລາວແຕ່ງງານແລ້ວ ປະມານ 3 - 4 ເດືອນ ກໍ່ພໍດີຕອນໝູ່ຂ້ອຍເປັນໝູ່ຂອງໝູ່ລາວທີ່ແນະນຳໃຫ້ໝູ່ຂ້ອຍ ຕອນແລກໝູ່ຂ້ອຍກໍ່ໂທໄປຫາທັກທາຍແບບຫຼີ້ນໆ ແຕ່ຜູ້ຍິງຄົນນັ້ນກໍ່ເຮັດເອົາຈິງເອົາຈັງໂທມາຫາລາວຕະຫຼອດ ແລະກໍ່ໄດ້ນັດພົບກັນພາຍຫຼັງ 1 ປີຜ່ານພົ້ນໄປ ຮູ້ສຶກວ່າທັງຄູ່ກໍ່ OK ກັນດີ ຜູ້ຍິງຄົນນັ້ນບອກວ່າ ສາເຫດທີ່ແຟນເກົ່າແຕ່ງງານເພາະ ລາວເສຍໃຈທີ່ຜູ້ຍິງຄົນນັ້ນໄປທ່ຽວນຳໝູ່ຢູ່ວຽງຈັນ ເປັນຫຼາຍອາທິດ ໂດຍບໍ່ບອກລາວ ແລະ ອີກຫຼາຍໆຢ່າງທີ່ເຮັດໃຫ້ຜູ້ຊາຍນ້ອຍໃຈປະມານນັ້ນລະ ແຕ່ໝູ່ຂ້ອຍບໍ່ສົນວ່າທີ່ຜ່ານມາຜູ້ຍິງຄົນນັ້ນຈະເຄີຍເປັນຫຍັງຂໍພຽງໃຫ້ເລີ່ມຕົ້ນໃໝ່ ແລະ ຮູ້ສຳນຶກຜິດກໍ່ໄດ້ແລ້ວ ............ໝູ່ຂ້ອຍ ແລະ ຜູ້ຍິງຄົນນັ້ນຄົບກັນມາ 2 ປີກວ່າ ແລ້ວຮູ້ສຶກວ່າເລື່ອງເດີມໆຂອງຜູ້ຍິງຄົນນັ້ນກໍ່ເລີ່ມປະກົດຕົວມາອີກຄັ້ງ ເຮັດໃຫ້ໝູ່ຂ້ອຍຈຳເປັນຕ້ອງອົດ ແລະ ເຕືອນຜູ້ຍິງຄົນນັ້ໜຕະຫຼອດມາ ແຕ່ກໍ່ບໍ່ໄດ້ຜົນ ໝູ່ຂ້ອຍທຸກໃຈ ເສຍໃຈ ອົດບໍ່ໄຫວ ເລີຍໂທມາຫາຂ້ອຍວ່າຄວນເຮັດແນວໃດດີ ຈະຮັກ ຫຼື ຈະເລີກດີກວ່າ ແລະ ທ່ານແດຄິດວ່າແນວໃດ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 29, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ໃຜຮູ້ບໍແດ່ວ່າຄວາມຮູ້ສຶກທີ່ເຮົາມີໃຫ້ກັບຄົນທີ່ເຮົາເອີ້ນວ່າ ແຟນ ຄືຫຍັງ...ຄື ຮັກ ຫຼື ວ່າພຽງແຕ່ເຮົາແນ່ໃຈແບບນັ້ນບໍ ...ແລະ ທົນໄດ້ບໍ ຖ້າເຈົ້າຕ້ອງເຫັນຄົນທີ່ຕົນເອງຮັກ ເດີນອອກໄປຈັກວັນໜຶ່ງ ເຈົ້າຈະມີນ້ຳຕານອງໜ້າເໝືອນ ທີ່ຂ້ອຍມີໃນຕອນນີ້ບໍ...ບາງຄັ້ງເຈົ້າອາດຈະກີດຂໍ້ມືຕົນເອງຈົນເລືອດອອກ ເໝືອນທີ່ຂ້ອຍເປັນຢູ່...ເພື່ອທີ່ເຈົ້າຈະໄດ້ຮູ້ວ່າຄວາມເຈັບປວດໃນຫົວໃຈມັນເຈັບເທົ່າໃດ.............ຕອນນັ້ນ, ທີ່ເຮົາເຄີຍມີ ເມື່ອເຈົ້າໃຫ້ຄວາມຮັກເຂົ້າມາຢ້ຽມຢາມໃນຫົວໃຈຂອງຂ້ອຍ ຂ້ອຍຮູ້ສຶກວ່າໂລກທັງໃບມັນຊ່າງສວຍງາມເຫຼືອເກີນ ເຈົ້າກໍ່ເປັນເຊັ່ນນັ້ນບໍ ຫຼື ວ່າພຽງແຕ່ເຮົາສອງຄົນຕ່າງກໍ່ແຕ່ເງົາທີ່ເປັນແຕ່ສິ່ງລວງຕາ ທີ່ທຸກຢ່າງກໍຍັງເໝືອນເດີມ ຫຼື ພຽງແຕ່ວ່າໃຈເຮົາບອກກັບເຮົາວ່າ ຄວາມຮັກຄືສິ່ງສວຍງາມ ທີ່ເຈົ້າເຂົ້າມາຜູກພັນ ແລະ ເຈົ້າເຄີຍຄິດເໝືອນກັບຄຳໆນີ້ບໍ ຫຼື ວ່າມັນບໍ່ເຄີຍຢູ່ໃນຫົວໃຈຂອງເຈົ້າເລີຍ ແລະ ຫົວໃຈຂອງເຈົ້າເຄີຍຕາມຫາສິ່ງທີ່ເອີ້ນວ່າຮັກ ຈາກຂ້ອຍບໍ ເຈົ້າເຄີຍຄິດແບບນັ້ນບໍ  ....ຫຼືວ່າ ໃນຄວາມຈິງແລ້ວ ຄວາມຮັກ ແລະ ຄວາມຜູກພັນມັນຢູ່ບໍ່ຫ່າງກັນ ແຕ່ທັງສອງຢ່າງນັ້ນບໍ່ແມ່ນສີ່ງດຽວກັນ.

ຮັກ ມີ2ດ້ານຄື: ຮອຍຍີ້ມ ແລະ ນ້ຳຕາ

ຄວາມຜູກພັນ ມີພຽງເຮົາສອງຄົນທີ່ເພີ້ມກໍ່ຫຼໍ່ລ້ຽງ ຄວາມຂົ່ມຂືນຂອງຫົວໃຈໃນບາງຄັ້ງໃຫ້ເປັນສຸກ ເຊິ່ງທຸກຄັ້ງທີ່ເຈົ້າຫັນໜ້າເຂົ້າມາ ຈະພົບແຕ່ຄວາມຜູກພັນທີ່ຕ່າງຄົນຕ່າງມີໃຫ້ກັນ ແລະ ຈະບໍ່ມີວັນສິ້ນສຸດ.

ໃນຂະນະທີ່ບາງຄັ້ງສາຍໃຍແຫ່ງຮັກ ຂາດສະບັ້ນ ບໍ່ເຫຼືອສິ້ນດີ ແຕ່ເຮົາສອງຄົນຍັງພົບກັນເປັນເພື່ອນກັນຢູ່ໄດ້ ເພາະ ຄວາມຜູກພັນ ແມ່ນບໍ

ເມື່ອອ່ານໝົດແລ້ວລອງຫັນມາແນມ ແລະ ຖາມຕົວເອງຊິວ່າ:  ຄວາມຮູ້ສຶກທີ່ເຈົ້າມີໃຫ້ຂ້ອຍ ແລະ ເຂົາຄົນນັ້ນ ຄືອີ່ຫຍັງ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ໂອ໋ຍ! ອຸກໃຈແດ່ພີ່ນ້ອງ ຂ້ອຍບໍ່ຮູ້ວ່າຊິຕັດສິນອະນາຄົດຕົວເອງຈັ່ງໃດດີ ............ບັນຫາກໍ່ມີຢູ່ວ່າ: ຂ້ອຍຈະເຮັດວຽກ ຫຼື ຈະຮຽນ ຫຼືວ່າທັງເຮັດວຽກທັງຮຽນ ແລະ ຈະເຮັດວຽກນຳລັດ ຫຼື ເອກະຊົນ ຫຼື ເລີ້ມທຸລະກິດຂອງຕົນເອງດີ

ຂ້ອຍຮຽນຈົບຊັ້ນສູງສາຍການບັນຊີ-ການເງິນ ປີ 2009 ຈາກວິທະຍາໄລການເງິນພາກໃຕ້ ຂ້ອຍໄດ້ເຮັດວຽກເປັນນາຍບັນຊີຢູ່ບໍລິສັດເອກະຊົນຕ່າງປະເທດ(ໄທ) ເງິນເດືອນ ຕຳ໋ຫຼາຍຖ້າທຽບໃສ່ໝູ່ທີ່ເຮັດວຽກໃນຂະແໜງດຽວກັນຈາກບໍລິສັດອື່ນເຊິ່ງພຽງແຕ່ 100 ກວ່າໂດລາ. ເງິນສະຫວັດດີການກໍ່ບໍ່ມີ ແຕ່ວ່າມັນຢູ່ໃກ້ຕົວເມືອງປາກເຊ ຂ້ອຍໄດ້ມີໂອກາດຮຽນຕໍ່ສາຍພາສາອັງກິດ ເສົາ-ອາທິດ ແລະ ເຊື່ອມຕໍ່ປະລິນຍາຕີຂອງມະຫາວິທະຍາໄລການຕະຫຼາດໂຮ່ຈີມິນຂອງຫວຽດນາມທີ່ເຂົາມາສອນຢູ່ປາກເຊ ເຊິ່ງທຸກໆ3 ເດືອນ ຮຽນເດືອນ 1 ຕອນພາກຄຳ່ ຈັນຫາສຸກ ແລະ ເສົາ-ອາທິດ ແລະ ທຸກໆ 2 ເດືອນໃດຂ້ອຍຕ້ອງປ່ຽນຂາດຮຽນ ສາຍພາສາອັງກິດ ແລະ ຫວຽດນາມທຸກໆເສົາອາທິດ ສ່ວນກາງເວັນຈັນຫາສຸກແມ່ນໄປວຽກບໍລິສັດປົກະຕິ ແຖມວຽກກໍ່ຫຼາຍລົ້ນມື ພະນັກງານຫຼາຍຄົນຫວ່າງງານເພາະເຮັດບໍ່ເປັນ ຂ້ອຍເລີຍຕ້ອງເປັນຄົນຮັບຜິດຊອບແທນພວກເຂົາ ບັນຫາຫຍຸ້ງຫຼາຍກັບວຽກພົວພັນນຳພາກລັດອີກ.ຂ້ອຍເບື່ອແລ້ວ ເບື່ອທັງຮຽນທັງເຮັດວຽກ ທ່ານຄິດວ່າຄວນຈະເຮັດແນວໃດດີຊ່ວຍຕັດສິນໃຈຊ່ວຍແດ່ວ່າ:

1) ຂ້ອຍຈະຢູ່ແບບນີ້ຕໍ່ໄປບໍ

2) ໃຫ້ຂ້ອຍອອກຈາກວຽກແລ້ວຮຽນກ່ອນບໍ

3) ຂ້ອຍອອກຮຽນ ແລ້ວໄປເຮັດວຽກນັ້ນບໍ

4) ຂ້ອຍອອກຈາກ 2 ຢ່າງຂ້າງເທິງແລ້ວໄປເຮັດວຽກນຳລັດ( ມີບ່ອນລໍຖ້າຂ້ອຍຢູ່ ເປັນພະນັກງານອາກອນ ແຕ່ຢູ່ເມືອງຊົນນະບົດ)ບໍ

5) ໄປເຮັດວຽກນຳບໍລິສັດຂຸດຄົ້ນບໍ່ຄຳ(ມີບ່ອນລໍຖ້າຂ້ອຍຢູ່ ເປັນຜູ້ຊ່ວຍນາຍບັນຊີ)ເງິນເດືອນ 300 ກວ່າໂດລາ ແຕ່ຢູ່ຊົນນະບົດນັ້ນບໍ

6) ມີຜູ້ໃຫ້ທຶນໃຫ້ຂ້ອຍສ້າງຕັ້ງ ແລະ ເປັນຜູ້ບໍລິຫານໂຮງງານນ້ຳດື່ມແຕ່ຢູ່ຊົນນະບົດເອົາບໍ

ທັງໝົດນີ້ຂ້ອຍຄວນເຮັດແນວໃດດີຊ່ວຍບອກແດ່....

ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ຢາຝິ່ນເໝືອນຜີດູດເລືອດມະນຸດ ຂ້ອຍໃຊ້ມັນຢ່າງກຸ້ມຄ່າ ຍົກເວັ້ນຄົນອື່ນ.... ກ່ອນປີ 1995 ຂ້ອຍ ແລະ ປູ່ ປູກຢາຝິ່ນຂາຍປີລະປະມານ 2 ກິໂລ ລາຍຮັບຈາກການຂາຍຢາຝິ່ນ ປີລະ10 ກວ່າລ້ານ ມັນກຸ້ມຄ່າຫຼາຍສຳລັບຄົນຊົນນະບົດແບບຂ້ອຍ ທີ່ຕ້ອງການທຶນການສຶກສາຕໍ່ ທຸກຢ່າງຕ້ອງເປັນເງິນໝົດສຳລັບສັງຄົມໃນເມືອງທີ່ຂ້ອຍຕ້ອງປະເຊີນ ເງິນທີ່ຂ້ອຍ ແລະ ປູ່ສະສົມໄວ້ ປະມານ30 ກວ່າລ້ານຈາກການປູກຢາຝິ່ນ ຂ້ອຍເອົາໄປຮຽນຕໍ່ປະລິນຍາຕີ 5 ປີ ຈົນຈົບ ຕອນນີ້ຂ້ອຍມີອາຊີບເປັນພະນັກງານຢູ່ສູນບຳບັດຄົນຕິດຢາຝິ່ນແຖວໆບ້ານຂ້ອຍ ຂ້ອຍຕັດສິນໃຈທໍລະຍົດປູ່ດ້ວຍການບຳບັດປູ່ທີ່ຕິດຢາຝິ່ນ ແລະ ກວດລ້າງຄົນປູກຢາຝິ່ນທັງໝົດຂອງບ້ານ 555555555 ມັນສະໃຈອີ່ຫຼີ ກັບການທໍລະຍົດ ສຸດທ້າຍປູ່ກໍ່ຫາຍ ແລະ ເຊົາຕິດຢາຝິ່ນ ລາວຕຸ້ຍຂື້ນມີສຸຂະພາບແຂງແຮງ ຕອນນີ້ລາວອາຍຸ 85 ປີແລ້ວ ແຕ່ຍັງໄປປູກໝາກໂມ ຂາຍເສີຍ ສະນຸກອີ່ຫຼີ ....................ເອີແຕ່ຂ້ອຍສົງສານຄົນອື່ນທີ່ຢູ່ຊົນນະບົດທີ່ບໍ່ມີຄວາມຮູ້ຫາເງິນແບບອື່ນ ນອກຈາກຂາຍຢາຝິ່ນ ທີ່ຂ້ອຍມີສ່ວນຮ່ວມໃນການປາບປາມ.....

ຂຽນເມື່ອ ຂຽນເມື່ອ: ກ.ພ.. 10, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ລະບອບປະຊາທິປະໄຕປະຊາຊົນ ແມ່ນລະບອບທີ່ຮັບໃຊ້ປະຊາຊົນ ເພື່ອປະຊາຊົນ ແລະ ສິດຜົນປະໂຫຍດເປັນຂອງປະຊາຊົນ ໂອ່ຍ...! ຟັງແລ້ວບາງຄັ້ງກໍ່ໜ້າຕື່ນເຕັ້ນ ບາງຄັ້ງກໍ່ເປັນເລື່ອງທຳມະດາ ຈົນຕ້ອງລຳຄານໃນທີ່ສຸດ ຂ້ອຍໄດ້ຍິນເຖົ້າແກ່ແນວໂຮມບ້ານຄົນໜຶ່ງ ຈົມເວລາກັບມາແຕ່ປະຊຸມ.........ເງິນເດືອນກໍ່ບໍ່ມີ ຄິດວ່າເຮັດວຽກເພື່ອປະຊາຊົນ ແຕ່ຍັງຖືກປະຊາຊົນດ່າວ່າທຸກມື້ທຸກວັນທີ່ຫ້າມບໍ່ໃຫ້ປະຊາຊົນຖາງປ່າເຮັດໄຮ່ ທີ່ບໍ່ສາມາດຊ່ວຍເຫຼືອພວກເຂົາເຮັດຫຍັງໄດ້ ລັດຖະບານຂີ້ຕົວະ ຫຼື ວ່າແນວໃດກະບໍ່ຮູ້ ປະຊາຊົນຂ້ອຍຊິຕາຍໝົດແລ້ວທີ່ພວກເຂົາບໍ່ມີເຂົ້າກິນ ແລະ ຖ້າພວກເຂົາບໍ່ມີເຂົ້າກິນຕໍ່ຈາກນີ້ໄປຄວາມຄິດຂອງພວກເຂົາຈະເປັນຫຍັງ ອາດເປັນໂຈນເປັນພານກໍ່ໄດ້ເພື່ອປົກປ້ອງຊີວິດຂອງຕົນເອງ ເອີແຕ່ວ່າມີທີ່ດິນປະມານເກືອບ 10,000 ເຮັກຕາ ທີ່ລັດຖະບານມາດຸດໃຫ້ປະຊາຊົນເພື່ອເຮັດນາ ແຕ່ປີ 1998 ພຸ້ນແຕ່ເຖິງດຽວນີ້ຍັງບໍ່ມີວີ່ແວວຫຍັງຈະມາສ້າງຊົນລະປະທານໃຫ້ ມີແຕ່ອ້າງວ່າໃຫ້ເຮັດນາ ບໍ່ໃຫ້ຖາງໄຮ່,  ແລ້ວນາຢູ່ໃສ ແຖມຍັງມີໂຄງການບໍ່ຄຳຢູ່ທາງຍອດແມ່ນ້ຳທີ່ມີມົນລະພິດເຮັດໃຫ້ປາຕາຍງົວຄວາຍຕາຍເປັນ 10 ເປັນ 100 ໂຕ ແລະ ຍັງເປັນທາງຜ່ານຂອງໂຄງການໄຟຟ້ານ້ຳເທີນ 2 ທີ່ເຮັດໃຫ້ເສັ້ນທາງໄປມາເປ່ເພຈົນເກືອບໃຊ້ບໍ່ໄດ້. ການໄປມາຄ້າຂາຍຍາກລຳບາກ ໂອ້ຍ....ຄິດແລ້ວປວດຫົວ ລັດຖະບານຢູ່ໃສຄືບໍ່ແນມເບິ່ງປະຊົນຂອງຕົນເອງແດ່............ອ໋າວ........ຕໍ່ຈາກນີ້ປະຊາຊົນຈະເຮັດຫຍັງຂ້ອຍກໍ່ບໍ່ຫ້າມແລ້ວ ຈະຂາຍຂອງເຖື່ອນ, ຕັດໄມ້ທຳລາຍປ່າ ຈູດປ່າ ໄປເຮັດວຽກທີ່ຜິດກົດໝາຍຢູ່ຕ່າງປະເທດທີ່ຜິດກົດໝາຍກໍ່ຢ່າຫົວພວກເຂົາ ຂ້ອຍອາດເປັນຜູ້ນຳ ແລະ ປົກປ້ອງພວກເຂົາບໍ່ໄດ້ດອກເພາະມີແຕ່ 2 ມື 2 ຕີນ ມີປາກທ້ອງທີ່ຫິວໂຫຍຄືກັນກັບເຂົາເທົ່ານັ້ນ.  ພວກເຮົາອາດບໍ່ມີລັດຖະບານ ອາດບໍ່ມີຜູ້ຊ່ວຍເຫຼືອ ຕ້ອງເຮັດທຸກຢ່າງເພື່ອວັນນີ້ສ່ວນມື້ອື່ນມີຫຍັງຈິ່ງຄ່ອຍຄິດ ເພາະບໍ່ມີເວລາຄິດເຖິງມື້ອື່ນແລ້ວ..............ຊ່ວຍດ້ວຍ ມາຊ່ວຍສ້າງ ຊົນລະປະທານແດ່ ກ່ອນປະຊາຊົນຈະຕັດສິນໃຈຢ່າງອື່ນທີ່ທ່ານຄວບຄຸມບໍ່ໄດ້............

 

ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ນັກປາດຄົນໜຶ່ງເວົ້າວ່າ: ປະຢັດໄດ້ 1 ກີບເທົ່າກັບຫາໄດ້ 1 ກີບ ແມ່ນບໍ ຕອນແລກໆຂ້ອຍງົງ ເດົາບໍ່ອອກ ແຕ່ຕອນນີ້ເຂົ້າໃຈແລ້ວໜ້ອຍໜຶ່ງ ການທີ່ເຮົາປະຢັດບໍ່ໝາຍເຖິງການທີ່ບໍ່ໃຊ້ຈ່າຍຫຍັງເລີຍ ເພາະການທີ່ບໍ່ໃຊ້ຈ່າຍຫຍັງເລີຍເປັນການທີ່ບໍ່ຮັກຊີວິດຂອງຕົນເອງ ແຕ່ການໃຊ້ຈ່າຍເພື່ອຄວາມສຸກຂອງຊີວິດແມ່ນການທີ່ບໍ່ຮັກອະນາຄົດຂອງຕົນເອງ ບໍ່ຮູ້ຊິເຮັດແນວໃດດີ ແຕ່ການໃຊ້ຈ່າຍເພື່ອສຸຂະພາບ ແລະ ການສຶກສາເປັນຫົນທາງສູ່ການຕັ້ງທ່າແກ້ໄຂບັັນຫາຂອງຊີວິດຕົນເອງໃນອະນາຄົດ,,,,,,ຫຼາຍໆຄົນອາດຄິດຂ້າມໄປວ່າເງິນ 10,000 ກີບ ທີ່ເຕີມບັດໂທລະສັບໂທຫາໝູ່ຫາແຟນ ຫຼືເງິນ 7ຫາ8 ພັນກີບທີ່ຊື້ເບຍແຕ່ລະແກ້ວ ແລະ ອື່ນໆນັ້ນເປັນຄວາມສຸກຂອງຊີວິດທີ່ເຮົາເກີດມາຊາດໜຶ່ງຕ້ອງມີນຳເຂົາ ຕ້ອງມ່ວນນຳເຂົາ ມັນຄົງເປັນຄວາມຊິນເຄີຍ ຫຼື ຂໍ້ອ້າງຂອງຄົນມັກມ່ວນ ເຊິ່ງບໍ່ເຄີຍຄິດເສຍດາຍມັນ ຫຼື ບາງຄັ້ງອາດເສຍດາຍແຕ່ເຮັດຫຍັງບໍ່ໄດ້ ແຕ່ເວລາທີ່ເສຍດາຍທີ່ສຸດຄືເວລາບໍ່ມີເງິນຈັກກີບໃນກະເປົາ ເພື່ອທີ່ຈະຊື້ສິ່ງຈຳເປັນຂອງຊີວິດ ຫຼື ແມ່ນແຕ່ ເຂົ້າປາອາຫານ,,,,,,,,,,,,,ຕອນນີ້ຜູ້ອ່ານຄິດອອກບໍວ່າເລື່ອງການໃຊ້ຈ່າຍຂອງຕົນເອງເປັນແນວໃດ,,,ແມ່ນບໍເວລາປະຢັດໄດ້ 1 ກີບເທົ່າກັບໄດ້ 1 ກີບ,,,,,,ສະນັ້ນເຮົາຄວນເຮັດຫຍັງຫຼັງຈາກນີ້,,,,,,

ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2011 | ມີ 15 ຄຳເຫັນ ແລະ 0 trackback(s)

ລະບຽບກົດໝາຍ ແລະ ຄວາມເປັນຈິງຂອງປະເທດລາວ ໃນແງ່ມູມມອງຂອງຂ້ອຍ,  ສາເຫດທີ່ປະເທດລາວພັດທະນາຊ້າກວ້າປະເທດອື່ນຍ້ອນ: ການຄຸ້ມຄອງ ແລະ ນຳໃຊ້ບຸກຄະລາກອນຂອງອຳນາດລັດ

1) ການນຳໃຊ້ລະບຽບກົດໝາຍຂອງລັດ ແມ່ນຖືກນຳໃຊ້ບໍ່ເຖິງ 10% ຂອງລະບຽບທີ່ລັດວາງອອກ: ມາດຕະການຕໍ່ພະນັກງານລັດ ແລະ ອົງການຈັດຕັ້ງລັດ ທີ່ສວຍໃຊ້ໜ້າທີ່ຕຳແໜ່ງແມ່ນ 0% ທີ່ນຳໃຊ້ ເພາະວ່າ ພະນັກງານ ແລະ ອົງການຈັດຕັ້ງສວຍໃຊ້ໂອກາດໜ້າທີ່ຕຳແໜ່ງ ແມ່ນບໍ່ເຄີຍປະຕິດບັດວິໄນແຕ່ຍັງຍ້າຍໄປເຮັດວຽກບ່ອນອື່ນ ຫຼື ຍ້າຍຕຳແໜ່ງທີ່ດີກວ່າ, ອັນເປັນສາເຫດຫຼັກຂອງການຄຸ້ມຄອງທີ່ບໍ່ໜ້າເຊື່ອຖືຈາກສາກົນ

2) ການຄຸ້ມຄອງໂດຍໃຊ້ເຄື່ອງມື IT ຂອງລັດເກືອບບໍ່ເຄີຍມີ ເຮັດໃຫ້ເສຍເວລາໃນການເຮັດວຽກ ຕ້ອງເຮັດວຽກຊ້ຳຊ້ອນ ແລະ ບໍ່ຕໍ່ເນື່ອງ ເຊັ່ນວ່າ: ການຄຸ້ມຄອງການເກັບພາສີອາກອນ ຕ້ອງມີລະບົບແບບອອນໄລບໍ່ໃຫ້ມີການເສຍຊ້ຳຊ້ອນ, ເຊື່ອງອຳ ແລະ ເສຍເວລາໃນການກວດສອບ ຕົວຢ່າງ: ບໍລິສັດໜຶ່ງກ່ອນທີ່ພວກເຂົາຈະຂື້ນ ຫຼື ທະບຽນດຳເນີນທຸລະກິດໄດ້ ຕ້ອງມີເງິນໃຕ້ໂຕະ, ຈ່າຍບ່ອນນັ້ນບ່ອນນີ້ ເຮັດໃຫ້ຄ່າໃຊ້ຈ່າຍສູງທັງເສຍເວລາເປັນປີ ແທນທີ່ຈະຈ່າຍບ່ອນດຽວແບບອອນໄລ ທີ່ອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງສາມາດເບິ່ງເຫັນ,

3) ການຄຸ້ມຄອງພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ຕ້ອງແບບອອນໄລ ສາມາດໃຫ້ຄົນຕ່າງແຂວງ ຕໍ່ ຫຼື ຂຶ້ນທະບຽນໄດ້ ໂດຍບໍ່ຕ້ອງມີເອກະສານຢັ້ງຢືນຈາກອຳນາດການປົກຄອງທີ່ເຂົາຢູ່ ເພາະສາມາດເບິ່ງເຫັນປະຫວັດຂອງບຸກຄົນນັ້ນຈາກອອນໄລ

4) ຄ່າແຮງງານຂັ້ນຕຳ່ຍັງຕໍ່າຫຼາຍເຮັດໃຫ້ລັດບໍ່ໄດ້ບຸກຄົນທີ່ເກັ່ງມາເຮັດວຽກກັບລັດ ຫຼື ປະເທດຂອງຕົນເອງ ພວກເຂົາຈະໄປເຮັດວຽກຢູ່ຕ່າງປະເທດ  ອີກຢ່າງໜຶ່ງກໍ່ຈະເຮັດໃຫ້ພວກເຂົາມີຄວາມຄິດ ສໍ້ໂກງລັກໂລບລາຍໄດ້ຂອງລັດຖະບານ

5) ຄວາມຮູ້ທີ່ນັກສຶກສາລາວຮຽນຮູ້ມາບໍ່ໄດ້ນຳໃຊ້ເພາະບໍ່ມີເສັ້ນສາຍເພື່ອທີ່ຈະເຂົ້າເຮັດວຽກນຳລັດ

6) ລັດຖະບານບໍ່ລົງຮາກຖານຕົວຈິງບໍ່ຮູ້ຮອດຊີວິດການເປັນຢູ່ຂອງພົນລະເມືອງ ເຮັດໃຫ້ວິທີການວາງແຜນການພັດທະນາປະເທດຜິດພາດ,,,,,,,,

ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ຮຽນເອົາຄວາມຮູ້ ເສັງເອົາຄະແນນ ມັນເປັນເລື່ອງຈິງທີ່ທຸກຄົນຮັບຮູ້ຍອມຮັບ ແລະ ເຄີຍໄດ້ຍິນ ແລະ ເຄີຍປະຕິບັດມາແລ້ວຂອງຄົນບາງຄົນ ບາງໂຮງຮຽນ ບາງສະຖາບັນ ແຕ່ມາມື້ນີ້ ມີບາງຄົນ ບາງໂຮງຮຽນ ບາງສະຖາບັນກໍ່ເຮັດກົງກັນຂ້າມກັນ ຮຽນເພື່ອໃຫ້ຄົນອື່ນຮູ້ວ່າຕົນເອງຮຽນ ສອນເພື່ອໃຫ້ຄົນອື່ນຮູ້ວ່າຕົນເອງເປັນອາຈານ ເສັງໃຫ້ຄະແນນດີໆ ເພື່ອໃຫ້ຄົນອື່ນຮູ້ວ່າໂຮງຮຽນ ຫຼື ສະຖາບັນນັ້ນສອນດີສອນເກັ່ງ ແຕ່ຄວາມເປັນຈິງແລ້ວ ມັນມີອີ່ຍັງທີ່ບໍ່ມີໃຜຮູ້ດອກ ຖ້າບໍ່ໄດ້ໄປສຳພັດ,,,ຕົວຢ່າງ: ມີວິທະຍາໄລໜຶ່ງ(ວິທະຍາໄລຂອງລັດທີ່ສະໜອງຄວາມຮູ້ທາງດ້ານການເງິນການບັນຊີການທະນາຄານ) ເປັນສະຖາບັນສະໜອງຄວາມຮູ້ເພື່ອສ້າງເສດຖະກິດແຫ່ງຊາດໂດຍກົງກໍ່ວ່າໄດ້ ເລື່ອງ ມີຢູ່ວ່າ: ນັກສຶກສາເສັງຈົບຊັ້ນສູງ ແບບເສັງປາກເປົ່າໂດຍໃຫ້ບົດເສັງທັງໝົດ 50 ຂໍ້ ໃຫ້ນັກຮຽນເອົາໄປເລົ່າ ເວລາເສັງນັກຮຽນຈົກຖືກຂໍ້ໃດເອົາຂໍ້ນັ້ນ ແນ່ນອນຢູ່ແລ້ວຜູ້ທີ່ບໍ່ເຄີຍມາຮຽນແຕ່ໄດ້ເສັງ ມັນກໍ່ຕ້ອງເລົ່າໄດ້ ອັນໆ 50 ຂໍ້ ປະມານ 5 ໜ້ານັ້ນນາ ໃບປະກາດ ແລະ ໃບຄະແນນທີ່ໄດ້ມາດີຄະແນນເຕັມ ເກຣດ A ແຕ່ຄວາມຮູ້ບໍ່ໄດ້ຫຍັງ ຜົນເສຍຫາຍທີ່ຕາມມາຄື:

1) ເສຍສະຖາບັນສອນບໍ່ໄດ້ຄຸນນະພາບ ຫຼື ວ່າຄູສອນບໍ່ເປັນ

2) ສ້າງໃຫ້ຜູ້ຮຽນຂີ້ຄ້ານບໍ່ຕ້ອງຮຽນຮອດຍາມເສັງເລົ່າເອົາກໍ່ໄດ້

3) ເຮັດໃຫ້ຜູ້ຮຽນຕ້ອງຮຽນຮູ້ແບບຄຳພີຈຳເອົາເໝືອນເດັກນ້ອຍຈຳຄວາມ ບໍ່ມີຄວາມຄິດໃໝ໋ທີ່ພັດທະນາຂຶ້ນ

4) ເສຍໂອກາດການຮຳ່ຮຽນຂອງຜູ້ຮຽນເປັນເວລາຫຼາຍປີ

5) ເສຍປຽບຜູ້ທີ່ຮຽນຈາກໂຮງຮຽນອື່ນທີ່ເກັ່ງແຕ່ໄດ້ຄະແນນຕຳ່

6) ເສຍໂອກາດຜູ້ຈ້າງງານທີ່ຕ້ອງເລືອກເອົາຜູ້ທີ່ໄດ້ ຄະແນນສູງ ແຕ່ບໍ່ມີຄວາມຮູ້

7) ເຮັດໃຫ້ປະເທດຊາດຕ້ອງມີບຸກຄະລາກອນທີ່ບໍ່ມີຄຸນນະພາບ,

( ຂໍໂທດເດີ ຈຸດດີຂອງການສອບເສັງແບບນີ້ ຂ້າພະເຈົ້າບໍ່ຮູ້ກໍ່ເລີຍບໍ່ໄດ້ເອົາມາສະເໜີເພື່ອຮ່ວມຄວາມຄິດເຫັນ ) ແຕ່ຄິດວ່າສາກົນເຂົາບໍ່ເຄີຍເຮັດດອກທີ່ຈະໃຫ້ນັກສຶກສາຈົບວິທະຍາໄລມາເສັງປາກເປົ່າເອົາໃບປະກາດ ລອງສຳຫຼວດ ແລະ ຫາຂໍ້ມູນເບິ່ງເດີ