1: ອະທີ່ບາຍທາງສາຍ ທີ່ 1
ຄຳວ່າ ( ອະບາຍ ) ແປວ່າຊົ່ວ ຕໍ່າ ເລວ ປາສະຈາກຄວາມຈະເຣີນມີຢູ່ 4 ຢ່າງ ຄື່ ນະຣົກ, ເປຕະ, ອະສຸຣະກາຍ, ແລະ ສັດດີຣັດສານ.
1. ນະຣົກ ແປວ່າ: ປະເທດທີ່ປາສະຈາກຄວາມສຸຂ ມີແຕ່ຄວາມທຸກມີ່ຢູ່ 457 ຂູມ ຄື່ ຂຸມໃຫຍ່ໆມີ 8 ຂຸມ ນັບຕັ້ງແຕ່ສັນຊິວະນະຣົກ ກາລະສຸດຕະນະຣົກ ເປັນຕົ້ນໄປ ຖັດນະຣົກໃຫຍ່ແຕ່ລະຂຸມອອກໄປ ໃນທີດທາງ 4 ແຕ່ຣະທີດສະມີ ອຸສະສຸທະນະ ຣົກ ທີ່ສລະ 4 ຂຸມ ຮວມເປັນ 128 ຂຸມ ຖັດອອກໄປອີກ ມີຍົມໂລກກິຍະຕະນະຣົກຢູ່ທີ່ ສລະ 10 ຂຸມ ຮວມເປັນ 320 ສ່ວນຊຸມໃຫຍ່ທີ່ສຸດນັ້ນຂື່ວ່າ ໂລກັນຕະນະຣົກລວມທັງສື້້ນຈື່ງເປັນ 457 ຂຸມ ຄື່ 1: ນະຣົກໃຫຍ່ 8 ຂຸມ 2 ອຸສະສຸທະນະຣົກ 182 ຂຸມ 3 ຍົມໂລກີຍະນະຣົກ 320 ຂຸມ 4 ໂລກັນຕະນະຣົກ 1 ຂຸມ ໂທເສນະ ຫີ ຈັນດະຊາຕີຕາຍະ ໂທສະສະທີສັງ ນີຣເຍ ອຸປັດສັນຕີ ເພາະໂທສະ ນັ້ນເອງເປັນເຫດ ສັດທາງຫລາຍຈື່ງໄປຕົກນະຣົກ ຊື່ງມີລັກສະນະເຊັ່ນດຽວ ກັບໂທສະ ເພາະໂທສະ ມີຊາຕີ ຫຍາບຫລາຍ ເມື່ອສັດໄປຕົກນະຣົກເຫຼົ່ານີ້ ຍ່ອມຈະໄດ້ຮັບແຕ່ຄວາມທຸກ ຝ່າຍດຽວ ເພາະບາບກາມທີ່ຕົນ ທຳໄວ້ນັ້ນເອງເປັນເຫດ ເພາະສະນັ້ນນະຣົກ ຈື່ງໄດ້ຊື່ວ່າ ອະບາຍ ຄື່ດັ່ງ ທີ່ໄດ້ບັນຍາຍມາແລ້ວນັ້ນ.
2: ເປຕະ ມີຢູ່ 12 ຈຳພວກ ມີ ນີຊະຊາມະຕັນຫີກະເປດ ປະຣະທັດຕູປະຊີວີເປດ ເປັນຕົ້ນ ບາງຈຳພວກມີປາກເທົ່າຮູເຂັມກໍມີ ບາງຈຳພວກຖື່ກໄຟເຜົາຢູ່ເປັນນີດກໍມີ ບາງຈຳພວກອາໄສທານ ທີ່ບຸກຄົນອຸທີດໃຫ້ກໍມີ
3: ອະສຸຣະກາຍ ມີຮ່າງກາຍໃຫຍ່ໂຕກ່ວາເປດ ຊອບຢູ່ໃນທີ່ເຍື່ອກເຢັນ ເຊັ່ນ: ພູເຂົາເປັນຕົ້ນ.
4: ສັດດີຣັດສານ ມີຫລາຍເຊັ່ນ: ຊ້າງ, ງົວ, ຄວາຍ, ມ້າ, ໝູ, ເປັດ, ໄກ່, ກຸ້ງ, ຫອຍ, ປູ, ປາ.ເປັນຕົ້ນ ໂດຍສ່ວນຫລາຍ ໂມຫະ ເປັນຜູ້ນຳໄປ
ສະຫຼຸບຄວາມວ່າ ທາງສາຍທີ່ 1 ນີ້ ໄປອະບາຍພູມີ ທັງ 4 ໄດ້ແກ່ ນະຣົກ ເປດ, ອະສຸຣະກາຍ ແລະ ສັດດີຣັດສານ ມີໂລພະ ໂທສະ ໂມຫະ ເປັນຜູ້ນຳໄປ ຄື່ :
ໂລພະ ນຳໄປເກີດເປັນເປດ
ໂທສະ ນຳໄປຕົກນະຣົກ
ໂມຫະ ນຳໄປເກີດເປັນສັດດີຣັດສານ.
2: ອະທີ່ບາຍທາງສາຍ ທີ 2
ຄຳວ່າ " ມະນຸສຍ' " (ມະນຸດ) ນີ້ຕາມຮູບສັບບາລີແລ້ວ ແປໄດ້ຫລາຍຢ່າງ ເຊັ່ນ: ແປວ່າ ຜູ້ມີໃຈສູງກໍໄດ້ ແປວ່າ: ຜູ້ຮູ້ສີ່ງທີ່ເປັນປະໂຫຍດ ແລະ ບໍ່ເປັນປະໂຫຍດ ມະນຸດແບ່ງອອກເປັນ 5 ຈຳພວກ ຄື່:
1: ມະນຸສສະເທໂວ ມະນຸດເທວະດາ ໄດ້ແກ່ມະນຸດຜູ້ມີສີລ 5 ປະຈຳຢູ່ເປັນນິດແລ້ວ ແລະ ພະຍາຍາມບຳເພັນກຸສົລຟັງ
ທັມໃຫ້ທານມີ ຫີຣີ ຄື່ ຄວາມລະອາຍຕໍ່ບາບ ມີໂອດຕັບປະ ຄື່ ຄວາມສະດຸ້ງຢ້ານຕໍ່ບາບຢູ່ສະເໝີ ເອີ້ນວ່າຜູ້ມີໃຈສູງດັ່ງ
ເທວະດາ ເພາະປະກອບດ້ວຍເທວະທັມ 7 ປະການ ຄື່:
1: ບຳຣຸງບິດາ ມາຣດາ.
2: ປະພື່ດຖ່ອມຕົນຕໍ່ບຸກຄົນຜູ້ຈະເຣີນໃນຕະກຸນ.
3: ເວົ້າຈາອ່ອນຫວານມ່ວນຫູ.
4: ລະຄວາມສໍ່ສຽດ.
5: ລະຄວາມຂີ້ຖີ່ໜຽວແນ່ນ.
6: ຮັກສາຄຳສັຕຍ.
7: ບໍ່ໂກທະ (ໂກດ).
2: ມະນຸສສະພູໂຕ ມະນຸດແທ້ໆ ຄື່ ເປັນຄົນເຕັມຄົນ ໄດ້ແກ່ບຸກຄົນຜູ້ທີ່ເກີດມາ ເປັນຄົນແລ້ວໄດ້ຮັກສາສີລ 5 ປະຈຳ
ເປັນນິດບໍ່ໄດ້ຂາດ ເພາະຖື່ວ່າເປັນມະນຸສສະທັມ ຄື່ ທັມປະຈຳມະນຸດ ທັມທີ່ທຳໃຫ້ເປັນຄົນ ແຕ່ບໍ່ໄດ້ບຳເພັນກຸສົລ ຈະຣີ
ຍາຢ່າງອື່ນອີກ ເຊັ່ນ: ບໍ່ໄດ້ໃຫ້ທານ ຫລື ຟັງທັມເປັນຕົ້ນ ມະນຸດຢ່າງນີ້ ທ່ານຂະນານນາມວ່າ ມະນຸສສະພູໂຕ ແປວ່າ:
ມະນຸດແທ້ໆ ເພາະມີ່ຄຸນທັມຂອງຄົນ.
3: ມະນຸສສະຕິຣັດສາໂນ. ມະນຸດສັດດີຣັດສານ. ໄດ້ແກ່ມະນຸດທີ່ມີໂມຫະຫຼາຍ ບໍ່ຮູ້ຈັກບາບບຸນ ຄຸນໂທດ ບໍ່ຮູ້ຈັກຄຸນ
ຂອງທ່ານຜູ້ມີຄຸນ ເຊັ່ນ: ບິດາ, ມາຣດາ ຄຣູບາອາຈານ ເປັນຕົ້ນ ໄຣ້ສີລລະທັມ ດື່ມເຫຼົ້າ ເມົາສຸຣາ ທຳອັນໃດທາງກາຍ
ວາຈາໃຈ ກໍຂວາງໆທຳນອງຄອງທັມ ມະນຸດຢ່າງນີ້ທ່ານຂະນານນາມວ່າ ມະນຸສສະຕິຣັດສາໂນ ແປວ່າ ຜູ້ໄປຂວາງ ຄື:ໄປ
ທອດຕົວ ບໍ່ຕັ້ງຕົວເໝື່ອນຄົນທຳຜືດ ໄຣ້ສີລລະທັມສະເໝີ.
4: ມະນຸສສະເປໂຕ. ມະນຸດເປດ. ໄດ້ແກ່ມະນຸດຜູ້ຫຼາຍໄປດ້ວຍຄວາມໂລບຫຼາຍ ໄປດ້ວຍຕັນຫາ ໂລບເອົາຂອງຜູ້ອື່ນ
ມາເປັນຂອງຕົນເອງ ຕິຊິງວິ່ງຣາວເປັນຕົ້ນ ແມ່ນພວກທີ່ທ່ຽວຂໍທານ ມີບາດແຜ ກະຕຸດກະຕິດ ທົ່ວຮ່າງກາຍ ກໍຈັດເຂົ້າປະເພດນີ້ດ້ວຍ.
5: ມະນຸສສະເນຣະຍິໂກ. ມະນຸດສັດນະຣົກ. ໄດ້ມະນຸດຜູ້ດຸຮ້າຍຫຍາບຄາຍ ທ່ຽວຂ້າສັດຕັດຊີວິດ ປຸ້ນເອົາສັບສົມບັດຂອງ
ຄົນອື່ນ ດ້ວຍການທາຣຸນດຸຮ້າຍນາໆປະການບໍ່ມີສີລ 5 ປະຈຳຕົວເລີຍ ມະນຸຸດເຊັ່ນນີ້ ທ່ານຂະນານນາມວ່າ ມະນຸສສະເນ ຣະຍິໂກ ແປວ່າ: ເປັນມະນຸດແຕ່ຊື່ ສ່ວນຄວາມປະພື່ດທາງກາຍ ວາຈາໃຈ ນັ້ນຊົ່ວຊາມ ດຸຮ້າຍຫຍາບຄາຍເໝື່ອນ ກັບ ສັດນະຣົກ.
3: ອະທີ່ບາຍທາງສາຍ ທີ່ 3.
ຄຳວ່າ " ສວັຣຄ " (ສວັນ) ນີ້ຕາມຮູບຂອງສັບບາລີ ແປວ່າ: ເລີສ (ເລີດ) ດ້ວຍດີກໍໄດ້. ແປວ່າ: ອັນສັບພະສັດ ເພີ່ງ ເຖີ່ງດ້ວຍກັມອັນດີງາມກໍ່ໄດ້ ລວມຄວາມວ່າ: ສວັຣຄ' (ສວັນ) ແປວ່າ: ໂລກທີ່ຢູ່ຂອງເທວະດາ ມີແຕ່ຮູບສຽງ ກິ່ນ ຣົສ ອັນດີງາມ ຄື່ ເປັນຂອງທີບປະເສີດກ່ວາເມື່ອງມະນຸດຫຼາຍເທົ່າ ໃນກາມາວະຈອນມີ 6 ຊັ້ນ ຄື່:
1: ສວັຣຄ' (ສວັນ) ຊັ້ນ ຈະຕຸມມະຫາຣາຊິກາ
2: ສວັຣຄ' ຊັ້ນ ດາວະດຶງສ'
3: ສວັຣຄ' ຊັ້ນ ຍາມາ
4: ສວັຣຄ' ຊັ້ນ ດຸສິດ
5: ສວັຣຄ' ຊັ້ນ ນິມມານະຣະດີ
6: ສວັຣຄ' ຊັ້ນ ປະຣະນິມມິຕະວະສະວັສດິ
ຫາກຖາມວ່າ: ອັນໃດເປັນຜູ້ນຳສັດໄປໃນສວັຣຄ' (ສວັນ) ຕອບວ່າ: ມະຫາກຸສົລ ໝາຍຄວາມວ່າ ກຸສົລຫຼາຍ ເຊັ່ນ:
ໃຫ້ທານ, ຟັງທັມ, ຮຽນທັມ, ທອດກະຖິນ, ສ້າງສີມາ, ວິຫານ, ສ້າງໂຮງຮຽນ, ສ້າງກຸຕິ, ຕັກບາດ, ບູຊາດ້ວຍດອກໄມ້,
ທູບທຽນ, ຂອງຫອມ, ເຫຼົ້ານີ້ເປັນຕົ້ນ ເອີ້ນວ່າ: ມະຫາກຸສົລທັງນັ້ນ ເມື່ອສະຫຼຸບລົງມາຍໍ່ໆແລ້ວມີ 8 ປະການ ດັ່ງຕົວຢ່າງ
ເຊັ່ນ: 1: ໃນເວລາທຳບຸນ ມີຄວາມດີໃຈປາຖນາໃຫ້ໄດ້ມັກຜົນ ນິບພານ ຄິດທຳເອງ ບໍ່ມີໃຜມາຊັກຊວນໃຫ້ທຳ ຜູ້ທີ່ທຳບຸນເຊັ່ນນີ້: ໄດ້ຜົນດີຫຼາຍ ຄື່: ສາມາດຈະນຳໃຫ້ໄປເກີດ ເປັນມະນຸດກໍໄດ້, ຖ້າໄປເກີດເປັນມະນຸດຈະຣໍ່າຣວຍ ມັ່ງ
ມີສີສຸຂ ມີປັນຍາມາກ ຫາກອອກຈະເຣີນສະມະຖະກັມມະຖານ ຈະໄດ້ບັນລຸຊານ ຫາກອອກຈະເຣີນວິປັດສະນາກັມມະ ຖານ ກໍຈະໄດ້ບັນລຸມັກຜົນ ນິບພານ ມີພຣະໂສດາບັນເປັນຕົ້ນ.
4: ອະທີບາຍທາງສາຍ ທີ 4.
ທາງທີ່ 4 ຄື່ ທາງໄປພົມມະໂລກ ທາງໄປພົມມະໂລກນັ້ນໄດ້ແກ່ອາລົມ 40 ແບ່ງອອກເປັນ 7 ໝວດ ຄື່:
1: ກະສິນະ 10 ມີປະຖະວີກະສີນະ, ເຕໂຊກະສີນະ, ວາໂຍກະສີນະ. ເປັນຕົ້ນ
2: ອະສຸພະ 10 ມີຊາກສົບ ທີ່ມີສີຂຽວຂື້ນເອງ ຊາກສົບທີ່ມີໜອງໄຫລອອກ ຊາກສົບທີ່ຂາດເຄິ່ງຕົວ.
3: ອະນຸສສະຕິ 10 ມີ ພຸດທານຸສສະຕິ, ທັມມານຸສສະຕິ, ສັງຄານຸສສະຕິ, ສີລານຸສສະຕິ, ຈາຄະນຸສສະຕິ. ເປັນຕົ້ນ.
4: ພຣົມວິຫານ 4 ຄື່: ເມດຕາ, ກະຣຸນາ, ມຸທີຕາ, ອຸເບກຂາ.
5: ອະຣູປຊານ 4 ມີ ອາກາສານັນຈາຍະຕະນະ ເປັນຕົ້ນ.
6: ອາຫາເຣປະຕິກູລະສັນຍາ ພິຈາຣະນາອາຫານ ໂດຍຄວາມເປັນປະຕິກູຣະ.
7: ຈຕຸທາຕຸວະວັດຖານ ກຳນົດທາຕຸທັງ 4 ຄື່: ດິນ ນໍ້າ ລົມ ໄຟ.
ທັງ 40 ນີ້ ເປັນອາລົມຂອງສະມະຖະກັມມະຖານ ຜູ້ທີ່ຈະເຣີນກັມມະຖານເຫຼົ້ານີ້ ຂໍ້ໃດ ຂໍ້ໜຶ່ງ ເຊັ່ນ ເພັ່ງດິນ, ເພັ່ງນໍ້າ ຈົນໄດ້ບັນລຸ ປະຖະມະຊານ ທຸຕິຍະຊານ ໆລໆ ເມື່ອຕາຍແລ້ວຍ່ອມໄດ້ໄປເກີດໃນພົມມະໂລກຊັ້ນ ໜຶ່ງ ຕາມສົມຄວນແກ່
ຊານຂອງຕົນ ຖ້າຜູ້ໃດຕ້ອງການໄປເກີດໃນພົມະໂລກກໍຕ້ອງ ຈະເຣີນສະມະຖະກັມມະຖານ ຈົນໄດ້ ຊານກ່ອນ ຜູ້ນັ້ນຈະ ໄດ້ໄປເກີດໃນພົມມະໂລກຕາມປະສົງຄ'.
ທາງສາຍທີ່ 1 ເຖິ່ງສາຍທີ່ 4 ນີ້ ມີຢູ່ກ່ອນພຣະພຸດທະເຈົ້າເກີດຂື້ນໃນໂລກ ພາຍໃນພຣະພຸດທະສາສນາກໍມີ ເຊັ່ນ: ອາລາຣະດາບົດ, ອຸທະກະດາບົດ, ຜູ້ເປັນອາຈານຂອງພຣະພຸດທະເຈົ້າເປັນຕົ້ນ ໄດ້ດຳເນີນໄປທາງສາຍນີ້ມາແລ້ວ ເຖິ່ງ
ແມ່ນວ່າຈະໄດ້ຊານແລ້ວ ໄປເກີດໃນພຣົມມະໂລກກໍຕາມຍັງບໍ່ພົ້ນທຸກໄດ້ ຖ້າໝົດບຸນແລ້ວ ຍັງຈະກັບມາສູ່ອະບາຍ
ພູມີໄດ້ອີກ ເພາະກີເລສະຍັງມຮຢູ່ພຽງແຕ່ ຂົ່ມໄວ້ຊົ່ວຄາວເທົ່ານັ້ນ.
5: ອະທີບາຍທາງສາຍ ທີ 5.
ທາງສາຍທີ່ 5 ຄື່ ທາງໄປນິບພານ ໄດ້ແກ່ການຈະເລີນສະຕິມາດຖານ 4 ດັ່ງບາຣີ ທີ່ໄດ້ຍົກຂື້ນເປັນຫົວຂໍ້ໃນເບື້ອງຕົ້ນ ນັ້ນວ່າ: ເຍເນວະ ຍັນຕິ ນິພພານັງ ພຸດທະເຕສັນ ຈສາວະກາ ເອກະຍະເນນະ ມັຄເຄນະ ສະຕິປັດຖານະສັນຍີນາ ແປວ່າ:
ພຣະພຸດທະເຈົ້າ ແລະ ເຫຼົ້າ ພຣະສາວົກທາງຫຼາຍ ໄດ້ດຳເນີນໄປແລ້ວ ສູ່ພຣະນິບພານ ດ້ວຍຫົນທາງສາຍໃດ ທາງສາຍ ນັ້ນເປັນທາງສາຍເອກ ອັນນັກປາດຮູ້ເຖິ່ງການແລ້ວວ່າ ສະຕິປາດຖານ ທັງ 4 ດັ່ງນີ້ ການຈະເຣີນສະຕິປາດຖານ 4 ກໍຄື່:
ການຈະເຣີນວິປາດສະນາກັມມະຖານນັ້ນເອງ ໄດ້ແກ່ວິປາດສະນາພູມີທັງ 6 ຄື່:
1: ຂັນ 5
2: ອາຍະຕະນະ 11
3: ທາຕຸ 17
4: ອີນທຣີຍ (ອິນຊິ) 22
5: ອະຣິຍະສັຈຈ (ສັດ) 4
6: ປະຕິຈຈະສະມຸປະບາທ (ປະຕິດຈະສະມຸປະບາດ) 12 ຕາມທຳມະດາຂອງຊາວໂລກ ໂດຍທົ່ວໆໄປແລ້ວ ເວລາຈະມອດ ໄຟ ຕ້ອງເອົານໍ້າໄປຖອກໃສ່ ຫຼື່ ເທລົງບ່ອນທີ່ໄຟໄໝ້ນັ້ນໄຟຈື່ງຈະມອດໄດ້ ເຊັ່ນ: ໄຟກຳລັງໄໝ້ສະຖານທີ່ ຕ້ອງເອົານໍ້າ ໄປເທລົດໃນສະຖານທີນັ້ນ ໄຟຈື່ງຈະມອດໄດ້ສັນໃດ. ຜູ້ທີ່ຈະດັບກິເລສ ກໍສັນນັ້ນ ກິເລສ ເກີດຂື້ນ ທາງຕາ ຫູ, ດັງ, ຫລີ້ນ, ກາຍ, ໃຈ ກໍໃຫ້ດັບກິເລສ ທີ່ກົງ ຕາ ຫູ ເຊັ່ນກັນ ວິທີທີ່ຈະດັບນັ້ນ ຕ້ອງພ້ອມດ້ວຍອົງ 3 ຄື່:
1. ອາຕາປິ ມີຄວາມ ພຽນເຜົາກິເລສ ໃຫ້ຮ້ອນທົ່ວໄດ້ແກ່ ດຸໝັ່ນຂະຍັນ ປະຕິບັດ ກັມມະຖານ ບໍ່ໃຫ້ຂາດ
2. ສະຕິມາ ມີສະຕິ ກຳໜົດຮູບນາມ ຢູ່ສະເໝີ.
3. ສັມປະຊາໂນ ມີ ສັມປະຊັນຍະ ຄື່ ຮູ້ ຮູບນາມຢູ່ທຸກໆຂະນະ ເມື່ອປະຕິບາດຖຶກຕ້ອງຕາມອົງເຊັ່ນນັ້ນ.ຕິດຕໍ່ກັນຈື່ງຈະສາ ມາດລະກິເລສ ຄື່ : ຄວາມໂລບ ຄວາມໂກທະ ຄວາມຫລົງໄດ້ ແລະ ເມື່ອຜ່ານການປະຕິບາດຕາມທາງສາຍນີ້ ໂດຍພິສະ ດານ ຈະໄດ້ພົນເປັນຂັ້ນໆ ເປັນຜູ້ຢູ່ຈົບພຣົມະຈັຣຍ (ຈັນ) ເປັນອັນວ່າບໍ່ຕ້ອງມາວຽນວ່າຍຕາຍເກີດ ໃນວັດຕະສົງສານ ອີກຕໍ່ໄປແລ້ວ.
ສົມເດັດພຣະສັມມາສັມພຸດທະເຈົ້າ.
ຊົງຕັດສະຣູ້ ອະຣິຍະສັຈ (ສັດ) 4 ປະການ.
1: ທຸກ ໄດ້ແກ່ຄວາມບໍ່ສະບາຍກາຍ ບໍ່ສະບາຍໃຈຕ່າງໆ ເພາະເປັນເຫຕຸທົນໄດ້ຍາກ.
2: ສະມຸທັຍ (ສະມະໄທ) ຄື່ ເຫດທີ່ທຳໃຫ້ເກີດທຸກ. ໄດ້ແກ່ຕັນຫາ.
3: ນິໂຣທ (ນິໂຣດ) ຄື່ ຄວາມດັບທຸກ ໄດ້ແກ່ດັບຕັນຫາໄດ້ໝົດສີ້ນ.
4: ມັຄ (ມັກ) ຄື່ ຂໍ້ປະຕິບັດໃຫ້ຖຶ່ກຄວາມດັບທຸກ ໄດ້ແກ່ ມັຄ ມີອົງ 8.
ຂໍຂອບໃຈທຸກໆທ່ານທີ່ເປີດອ່ານ
ຂໍໃຫ້ທຸກທ່ານທຳໄດ້ຕາມບົດເລື່ອງໂດຍສີ້ນຊີ່ງ.
ອະນຸໂມທະນາສາທຸກັນແກ່ທຸກໆທ່ານ ຂໍໃຫ້ຢູ່ດີ ມີສຸກ ປາສຈາກໂລກໄພໄຂ້ເຈັບ ສາທຸ,ສາທຸ,ສາທຸ