ຂຽນເມື່ອ: ມ.ນ.. 29, 2014
| ມີ
7 ຄຳເຫັນ
ແລະ
0 trackback(s)
ຄືດັ່ງຫຼາຍຄົນເຂົ້າໃຈແລ້ວວ່າ ວັດທະນະທຳມີບົດບາດສຳຄັນໃນການປະກອບສ້າງຄົນໃຫ້ກາຍເປັນຄົນກ້າວໜ້າສິວິໄລຢ່າງຕໍ່ເນື່ອງ ໃນປະຫວັດສາດການ ຂະ ຫຍາຍຕົວຂອງສັງຄົມອື່ນໆ ພັກ-ລັດ ສປປ ລາວ ຖືວ່າວັດທະນະທຳເປັນຮາກຖານທາງສັງທີ່ຄໍ້າຊູໃຫ້ຊາດຍືນຍົງຄົງຕົວ ແລະ ຂະຫຍາຍຕົວທັງເປັນກຳ ລັງທີ່ຊຸກຍູ້ ທີ່ສຳ ຄັນ ແລະ ເປັນຈຸດໝາຍຂອງການພັດທະນາສັງຄົມ.ພື້ນຖານວັດທະນະທຳແຕ່ລະຊາດ ຍາມໃດກໍ່ມີລັກສະນະສະເພາະຂອງຕົນ ແລະ ມັນກໍ່ເປັນມາດຖານອັນ ໜຶ່ງທີ່ ຈຳແນກ ຄວາມແຕກຕ່າງລະຫວ່າງຊາດນີ້ກັບຊາດອື່ນ.ສະນັ້ນການປົກປັກຮັກສາ ແລະ ເສີມຂະຫຍາຍເອກະລັກທາງດ້ານວັດທະນະທຳແຫ່ງ ຊາດ.ແມ່ນບັນຫາ ໜື່ງທີ່ ມີລັກສະນະ ຕັດສິນການຄົງຕົວ ແລະ ການຂະຫຍາຍຕົວຂອງຊາດໜຶ່ງໆ.ອາດເວົ້າໄດ້ວ່າວັດທະນະທຳຂອງສັງຄົມໜຶ່ງໝາຍເຖິງເຄື່ອງໝາຍ ຫຼື່ ເອກະລັກຄວາມເປັນ ຊາດໜຶ່ງ ດັ່ງຄຳເວົ້າທີ່ວ່າ " ພາສາບອກຊາດ, ມາລະຍາດບອກຕະກຸນ " .
ນອກຈາກວັດທະນະທຳມີຄວາມໝາຍອັນສຳຄັນ ທີ່ບອກເອກະລັກຂອງຄວາມເປັນຊາດໜຶ່ງແລ້ວ, ວັດທະນະທຳຍັງມີຄວາມສຳຄັນໃນການພັດທະນາໂລກມະນຸດ ໃຫ້ມີຄວາມກ້າວໜ້າສິວິໄລ,ມີຄວາມຈົບງາມ ແລະ ສັນຕິສຸກອີກດ້ວຍ.ເຖິງວ່າການພັດທະນາຂອງບັນດາປະເທດຕ່າງໆໃນໂລກ ນີ້ໃນໄລຍະຜ່ານມາຈົນມາ ເຖິງປັດຈຸ ບັນຈະເຮັດໃຫ້ສັງຄົມມີຄວາມກ້າວໜ້າທາງວັດຖຸຢ່າງຫຼວງຫຼາຍກໍ່ຕາມ,ການພັດທະນາດັ່ງກ່າວ, ຍັງຈະກໍໃຫ້ເກີດມົນລະພາວະເສຍຫາຍຫຼາຍທີ່ສຸດເຊັ່ນ: ພາວະດິນເສຍ, ນໍ້າເສຍ,ອາກາດເສຍ,ຊັບພະຍາກອນທຳມະຊາດຫຼດໜ້ອຍຖອຍລົງ, ປ່າໄມ້ຖືກທຳລາຍ,ເກີດມີຝົນກົດ,ສັດນໍ້າ,ສັດບົກນາໆພັນຄ່ອຍໝົດ ຫຼື ສູນພັນໄປເທື່ອລະເລັກ ລະ ໜ້ອຍ,ຊັ້ນອາກາດມີການປ່ຽນແປງໄປໃນທາງທີ່ເປັນອັນຕະລາຍ.ເວົ້າລວມແລ້ວກໍ່ຄືລະບົບນິເວດກຳລັງພັງທະລາຍຈາກມົນລະພຶດ ແລະ ສານເຄມີຕ່າງໆ.
ນອກຈາກນີ້, ບັນຫາສັງຄົມກໍເກີດມີຫຼາຍບັນຫາຂຶ້ນເຊັ່ນ: ມີການອິດສາບັງບຽດເອົາລັດເອົາປຽບຊຶ່ງກັນ ແລະ ກັນມີການປະທະກັນຢ່າງຮຸນ ແຮງຂຶ້ນ.ຊ່ອງຫວາງ ທາງເສດທະກິດ ແລະ ສັງຄົມຂະຫຍາຍຕົວກ້ວາງອອກ.ບັນຫາຄວາມທຸກຈົນກໍເປັນບັນຫາທີ່ແກ້ໄຂບໍ່ຕົກ,ບັນຫາເຍົາວະຊົນ,ອະບາຍຍະມຸກ,ອະຊະຍະກຳ,ຢ່າເສບຕິດ,ຄວາມຂັດແຍ່ງລະຫວ່າງກູ່ມ,ລະຫວ່າງປະເທດເກີດຂຶ້ນຍ້ອນການເສື່ອມໂຊມທາງສິນລະທຳປະຈຳໃຈ, ສິ່ງສຳຄັນອີກອັນໜຶ່ງກໍ່ຄື:ຊີວິດຈິດ ໃຈຂອງມວນມະນຸດເອງ ກໍ່ ເກີດມີບັນຫາເພີ່ມຂຶ້ນທາງດ້ານຈິດໃຈ ແລະ ຮ່າງກາຍ.ຍ້ອນສະພາບແວດລ້ອມທາງທຳມະຊາດ ແລະສັງຄົມສັບສົນນັບມື້ນັບເພີມ ຂືຶ້ນມະນຸດທາງຫຼາຍກໍເກີດ ຄວາມ ໂຫດຮ້າຍຍ້ອນສະພາບຈິດເສື່ອມໂຊມ,ໂລກຫົວໃຈ ໂດຍສະເພາະໃນປະເທດທີ່ພັດທະນາແລ້ວໂລກມະເຮັງ,ໂລກອັກເສບຕັບ,ໂລກແພ້ອາກາດຈົນຮອດໂລກເອດສ'.ສ່ວນ ໃນຈິດໃຈກໍ່ມີບັນຫາມາກມາຍຄື:ຈິດໃຈຂອງຄົນ,ປະເທດທີ່ພັດທະນາແລ້ວມີຄວາມຮ້ອນຮົນກະວົນກະວາຍ,ເຖິງວ່າເງື່ອນໄຂທາງດ້ານວັດຖູ ຈະພຽບພ້ອມແຕ່ເຂົາ ເຈົ້າ ກໍບໍ່ມີຄວາມສຸກໃຈ, ເກີດມີຄວາມງຽບເຫງົາເປົ່າປ່ຽວ ຄົນເປັນໂລກຈິດ ແລະ ຂ້າຕົວຕາຍຫຼາຍຂຶ້ນ
ຈາກບັນຫາທີ່ເກີດຂຶ້ນດັ່ງກ່າວໂດຍສະເພາະຍ້ອນຄວາມຜິດຜ້ຽນທາງສິລທຳ,ອົງການຢູແນັດສະໂກ ( UNESCO ) ຈິ້ງໄດ້ພິຈາລະນາວ່າສິ່ງທີ່ມະນຸດ ທາງຫຼາຍຂາດ ເສຍໄປນັ້ນຄືການພັດທະນາທາງດ້ານວັດທະນະທຳ.ຖ້າຫາກຂາດປັດໄຈດັ່ງກ່າວ.ການພັດທະນາໂລກມະນຸດກໍຈະນັບມື້ນັບກ້າວເຂົ້າສູ່ຈຸດທະລາຍຊື່ງກັນ ແລະ ກັນກໍ່ ຄື ການທຳລາຍໂລກມະນຸດສະນັ້ນອົງການຢູແນັດສະໂກໄດ້ກຳນົດ:ທົດສະວັດໂລກເພື່ອການພັດທະນາວັດທະນະທຳຂຶ້ນ ( 1988 - 1987 ) ໂດຍເໜັ້ນໜັກການ ພັດທະນາ ໃນຕໍ່ໜ້າແມ່ນຈະຕ້ອງໃຫ້ວັດທະນະທຳເປັນຈຸດໃຈກາງຂອງການພັດທະນາກໍຄືໃຫ້ເຫັນຄຸນຄ່າຂອງມະນຸດ ແລະ ວັດທະນະທຳເປັນຫົວ ໃຈສຳຄັນຂອງການ ພັດທະນາ ເສດຖະກິດ ແລະ ເຕັກໂນໂລຊີ...ດັ່ງນັ້ນ,ຄວາມສຳຄັນອີກຢ່າງໜຶ່ງຂອງວັດທະນະທຳກໍຄືເປັນປັດໄຈສຳຄັນຍິ່ງໃນການສ້າງຄວາມງາມທາງດ້ານຈິດໃຈຂອງມະນຸດ ແລະ ເຮັດໃຫ້ມະນຸດບໍ່ເຫັນແກ່ສິດຜົນປະໂຫຍດທາງດ້ານເສດຖະກິດພຽງດ້ານດຽວ. ຈາກນັ້ນ, ມະນຸດກໍມີການແລກປ່ຽນພົວພັນແບບທີ່ ດີບໍ່ມີການຂັດແຍ່ງ,ບໍ່ມີການ ອິດ ສາບັງບຽດ,ບໍ່ເອົາລັດເອົາປຽບກັນ ແລະ ຮ່ວມກັນດຳລົງຊີວິດໃນໂລກມະນຸດຢ່າງມີສັນຕີສຸກ.