ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 28, 2009 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ບາງຄັ້ງຄວາມຮັກກໍບໍ່ໄດ້ດີຢ່າງທີ່ເຮົາຄິດ, ຄືເຂົາເວົ້າຫັ້ນລະ“ຫົນທາງບໍ່ໄດ້ໂຮຍດ້ວຍກີບກຸຫຼາບສະເໝີໄປ“ ຊີວິດຂອງຄົນເຮົາຍ່ອມຈະມີສອງດ້ານຢູ່ແລ້ວ (ແມ່ນບໍລະ). ຫຼາຍຄົນພະຍາຍາມຈະດິ້ນລົນຊອກຫາ ຄວາມຮັກ, ແຕ່ພໍໄດ້ພົບກັບຄວາມຮັກຫຼາຍຄົນພັດຄິດວ່າມັນບໍ່ເປັນຢ່າງທີ່ເຮົາຄິດໄວ້ໃນເບື້ອງຕົ້ນ ສຸດທ້າຍກໍເຮັດໃຫ້ບໍ່ສາມາດປະຄັບປະຄອງຄວາມຮັກຕໍ່ໄປໄດ້. ຕ້ອງເຂົ້າໃຈວ່າຄວາມຮັກມັນບໍ່ພຽງແຕ່ເປັນ ເລື່ອງຂອງຄົນສອງຄົນເທົ່ານັ້ນ ພຽງຄຳວ່າ“ຂ້ອຍຮັກເຈົ້າ“, “ເຈົ້າຮັກຂ້ອຍ“ເທົ່ານັ້ນດອກ ເພາະວ່າ ມັນຍັງຕ້ອງປະກອບດ້ວຍຫຼາຍປັດໄຈໂດຍສະເພາະແມ່ນສະພາບແວດລ້ອມອ້ອມຂ້າງຕົວເຮົາ. ຄົນສອງຄົນ ເວລາໃຊ້ຊີວິດຮ່ວມກັນແລ້ວມັນຍ່ອມຕ້ອງພົບກັບຫຼາຍບັນຫາເປັນທຳມະດາຢູ່ແລ້ວ ສຳຄັນພຽງວ່າທັງສອງຄົນຈະສາມາດຜ່ານຜ່າບັນດາອຸປະສັກຕ່າງໆນຳກັນໄດ້ຫຼາຍໜ້ອຍສ່ຳໃດ. ສະນັ້ນ ໃນເວລາທີ່ເຮົາ ກຳລັງຄົບກັນຢູ່ກໍຄວນຈະຕ້ອງໄດ້ມີການຮຽນຮູ້ເຊິ່ງກັນ ແລະ ກັນໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, ຕ້ອງໃຫ້ເວລາເປັນເຄື່ອງພິສູດ ເພື່ອຈະເບີ່ງວ່າຄົນສອງຄົນຈະສາມາດໃຊ້ຊີວິດຮ່ວມກັນໄດ້ຫຼືບໍ່? ແຕ່ສິ່ງສຳຄັນສຸດ ເຮົາສອງຄົນຕ້ອງຮູ້ຈັກໃຫ້ກຽດ, ຮູ້ຈັກໃຫ້ອະໄພ, ຮູ້ໃຊ້ເຫດ ແລະ ຜົນໃນການຕັດສິນບັນຫາທີ່ເກີດຂຶ້ນລະຫວ່າງເຮົາສອງຄົນ... ນອກນັ້ນ ກໍບໍ່ຄວນຈະກ້າວກ່າຍເລື່ອງສ່ວນຕົວຂອງອີກຝ່າຍຫຼາຍຈົນເກີນໄປ ເພາະມັນອາດຈະເປັນການຈູດຊະນວນໃຫ້ເກີດຄວາມແຕກແຍກໄດ້. ເວົ້າແບບນີ້ກໍບໍ່ໄດ້ໝາຍຄວາມວ່າ “ຄວາມຮັກ“ ຕ້ອງເປັນແບບນີ້ສະເໝີໄປ. ນີ້ເປັນພຽງອີກມຸມໜຶ່ງຂອງຄວາມຮັກເທົ່ານັ້ນ ກໍເລີຍຢາກຂຽນ ມາເລົ່າສູ່ຟັງ, ແຕ່ ຂພຈ ຄິດວ່າສິ່ງທີ່ຂຽນມານັ້ນມັນເປັນພຽງຄວາມຄິດອີກແງ່ໜຶ່ງກ່ຽວກັບຄວາມຮັກເທົ່ານັ້ນ.

Delicious Digg Fark Twitter