ຂຽນເມື່ອ: ສ.ຫ.. 6, 2009
| ມີ
11 ຄຳເຫັນ
ແລະ
0 trackback(s)
ການຫຼິ້ນກິລາ ເປັນການເສີມສ້າງສຸຂະພາບທີ່ດີໃຫ້ແກ່ຜູ້ຫຼິ້ນ ແລະ ເປັນການໃຊ້ເວລາຫວ່າງໃຫ້ເກີດປະໂຫຍດຕໍ່ຕົວເຮົາເອງ. ການຫຼິ້ນກິລາເປັນການເສີມສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ ແລະ ເຮັດໃຫ້ຮ່າງກາຍແຂງແຮງ. ນອກນັ້ນ ກິລາກໍຍັງເປັນການສ້າງຄວາມບັນເທີງໃຫ້ແກ່ຜູ້ທີ່ເບິ່ງຜູ້ຊົມນຳອີກ ໂດຍສະເພາະແມ່ນກິລາບານເຕະ; ເຊິ່ງອາດຈະເວົ້າໄດ້ວ່າ ກິລາບານເຕະເປັນກິລາທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດຂອງຄົນໃນທົ່ວໂລກ. ແຕ່ໄດ້ມີກຸ່ມຄົນຈຳນວນໜຶ່ງໄດ້ສວຍໃຊ້ກິລາບານເຕະເປັນຊ່ອງທາງໃນການຫາຜົນປະໂຫຍດທີ່ບໍ່ຖືກຕ້ອງກັບລະບຽບກົດໝາຍ, ໂດຍຈະມີການຮັບພະນັນບານໃນແຕ່ລະນັດທີ່ມີການແຂ່ງຂັນ ເຊິ່ງບັນຫານີ້ໄດ້ປະກົດມີໃຫ້ເຫັນໃນຫຼາຍປະເທດທົ່ວໂລກ ແລະ ມັນໄດ້ກາຍເປັນບັນຫາທີ່ຍາກຕໍ່ການແກ້ໄຂ. ບັນຫາການພະນັນບານໄດ້ສົ່ງກະທົບໃນແງ່ລົບຫຼາຍຢ່າງຕໍ່ຜູ້ທີ່ຫຼິ້ນ ແລະ ຄົນທີ່ຢູ່ອ້ອມຂ້າງ. ພ້ອມນັ້ນ ມັນກໍເປັນສາເຫດໜຶ່ງຂອງການເກີດປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມເຊັ່ນ: ການລັກຊັບ, ຊິງຊັບ, ທຳຮ້າຍຮ່າງກາຍ, ຢາເສບຕິດ ແລະ ອື່ນໆ ເນື່ອງຈາກວ່າ ຜູ້ທີ່ເສຍການພະນັນເວລາບໍ່ມີເງິນມາຈ່າຍຄ່າພະນັນກໍຈຳເປັນຕ້ອງກະທຳໃນສິ່ງທີ່ບໍ່ຖືກຕ້ອງເຫຼົ່ານັ້ນ ເພື່ອຫາເງິນມາໃຊ້ໜີ້ ຫຼື ມາໃຊ້ໃນການພະນັນແຕ່ລະຄັ້ງ. ປັດຈຸບັນ ການພະນັນບານກຳລັງເຂົ້າມາມີບົດບາດຕໍ່ຄົນໃນສັງຄົມລາວ ເຊິ່ງຈະເຫັນໄດ້ວ່າມີການເປີດໂຕະບານ ຫຼື ໂຕະພະນັນບານເກີດຂຶ້ນຢ່າງກວ້າງຂວາງ ເຊິ່ງຜູ້ທີ່ຫຼິ້ນການພະນັນສ່ວນໃຫຍ່ຈະແມ່ນແມ່ນກຸ່ມໄວໜຸ່ມ, ນັກຮຽນ, ນັກສຶກສາ. ໂດຍຈະມີຄົນກຸ່ມໜຶ່ງເປັນເຈົ້າມືໃນການຮັບພະນັນ ແລະ ມີການຈ່າຍຜົນຕອບແທນຕາມຜົນຂອງການເຕະບານໃນແຕ່ລະນັດ. ບັນຫາການພະນັນບານ ຈຶ່ງເປັນອີກບັນຫາໜຶ່ງທີ່ຈະຕ້ອງໄດ້ມີວິທີການສະກັດກັ້ນ ແລະ ແກ້ໄຂໃຫ້ໝົດໄປ. ເນື່ອງຈາກວ່າ ບັນຫາດັ່ງກ່າວພວມເປັນອີກປະກົດການຫຍໍ້ທໍ້ໜຶ່ງທີ່ເປັນຜົນສະທ້ອນຕໍ່ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ຕໍ່ກັບບັນຫານີ້ ຄວນຈະມີແນວທາງໃນການແກ້ໄຂຢ່າງຖືກຕ້ອງ ແລະ ຖືກຈຸດ. ເພາະວ່າຖ້າປ່ອຍໃຫ້ບັນຫານີ້ລຸກລາມໄປສູ່ຊາວໜຸ່ມເຍົາວະຊົນແລ້ວ, ມັນກໍຈະກາຍເປັນບັນຫາໃຫຍ່ຂອງສັງຄົມ ແລະ ຍາກທີ່ຈະແກ້ໄຂໃຫ້ໝົດໄປໄດ້. ຄືດັ່ງເຮົາຈະເຫັນພຶດຕິກຳຂອງໄວໜຸ່ມຢູ່ປະເທດເພື່ອນບ້ານ ເຊິ່ງເປັນພຶດຕິກຳຮຽນແບບທີ່ບໍ່ເໝາະສົມ ແລະ ບໍ່ສົມຄວນເອົາເປັນແບບຢ່າງ. ຈະວ່າໄປແລ້ວ, ການພະນັນທຸກປະເພດກໍລ້ວນແລ້ວແຕ່ເປັນສິ່ງທີ່ຜິດກົດໝາຍ ແລະ ສົ່ງຜົນກະທົບໃນແງ່ລົບຕໍ່ຕົວຂອງຜູ້ຫຼິ້ນເອງ ແລະ ຄົນທີ່ຢູ່ອ້ອມຂ້າງ. ແຕ່ກໍຍັງມີຄົນຈຳນວນບໍ່ໜ້ອຍທີ່ຍັງຫຼົງໄຫຼໄປກັບການຫຼິ້ນພະນັນປະເພດຕ່າງໆໆ ໂດຍສະເພາະແມ່ນຊາວໜຸ່ມ, ນັກຮຽນ, ນັກສຶກສາ. ສະນັ້ນ ຄອບຄົວກໍຄວນເຂົ້າມາມີບົດບາດໃນການເບິ່ງແຍງລູກຫຼານຂອງຕົນຕື່ມອີກ ເພື່ອເປັນການປ້ອງກັນບັນຫາທີ່ອາດຈະເກີດຂຶ້ນຕາມມາ.
|
ຂຽນເມື່ອ: ພ.ພ.. 19, 2009
| ມີ
28 ຄຳເຫັນ
ແລະ
0 trackback(s)
ເຈົ້າໜ້າທີ່ ປກສ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໄດ້ກັກຕົວຜູ້ຕ້ອງຫາຊື່ວ່າທ້າວ ແສງອາລຸນ ອາຍຸ ປີ ຢູ່ບ້ານ ເມືອງ ນະຄອນຫຼວງວຽງຈັນ ໃນຂໍ້ຫາຂົ່ມຂືນທຳສຳເລົາເດັກ. ຜ່ານ ການສືບສວນ-ສອບສວນຂອງເຈົ້າໜ້າທີ່, ຜູ້ກ່ຽວໃຫ້ການຮັບສາລະພາບວ່າ: ໃນໄລຍະເດືອນຕຸລາ 2008 ໄດ້ມີທ້າວ ຄຳພັນ ຢູ່ບ້ານຕານ ເມືອງຊຳ ແຂວງຜົ້ງສາລີ ເຊິ່ງເປັນຫຼານຂອງຜູ້ກ່ຽວ ໄດ້ໂທມາບອກທ້າວ ແສງອາລຸນ ຂຶ້ນເມືອປຸກເຮືອນໃຫ້ທ້າວ ຄຳພັນ. ແລ້ວທ້າວ ແສງອາລຸນ ກໍໄດ້ຂຶ້ນໄປຫາທ້າວ ຄຳພັນ ຢູ່ບ້ານຕານ ເມືອງຊຳ ແຂວງຜົ້ງສາລີ. ພາຍຫຼັງທ້າວ ແສງອາລຸນ ໄດ້ປຸກເຮືອນໃຫ້ທ້າວ ຄຳພັນ ສຳເລັດແລ້ວ, ຕົກມາຮອດວັນທີ 4 ທັນ ວາ 2008 ທ້າວ ຄຳພັນ ກັບເມຍຊື່ວ່ານາງ ວອນ ກໍພາກັນລົງມາສົງສະການພໍ່ຢູ່ບ້ານໄຜ່ລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ສ່ວນທ້າວ ແສງອາລຸນ ແລະ ຫຼານ 3 ຄົນແມ່ນເຝົ້າເຮືອນ ຄື ນາງ ນ້ອຍ, ທ້າວ ຕ້ອມ ເຊິ່ງເປັນລູກຂອງທ້າວ ຄຳພັນ ແລະ ນາງ ກໍ (ນາມສົມມຸດ) ນ້ອງສາວຂອງ ນາງ ວອນ. ມື້ຕໍ່ມາ, ໃນວັນທີ 5 ທັນວາ 2009 ເວລາປະມານ 24 ໂມງ 30 ນາທີ, ທ້າວ ແສງອາລຸນ ໄດ້ເຫັນນາງ ກໍ ກັບມານອນ ແລະ ໄດ້ຍິນສຽງພວກຜູ້ຊາຍແຊວໆຄື ຜິດກັນ, ແລ້ວທ້າວ ແສງອາລຸນ ຈຶ່ງຖາມນາງ ກໍ ວ່າເປັນຫຍັງກັນ? ນາງ ກໍ ຈຶ່ງຕອບວ່າ ຜິດ ກັນກັບພວກຜູ້ຊາຍລາວສູງ. ເມື່ອນາງຕອບຄືແນວນັ້ນ, ທ້າວ ແສງອາລຸນ ຈຶ່ງບອກນາງ ກໍ ວ່າ ຖ້າເຈົ້າຢ້ານ ມານອນນຳພໍ່ເຖົ້າກໍໄດ້. ແລ້ວນາງ ກໍ ກໍເຂົ້າໄປນອນນຳທ້າວ ແສງອາລຸນ ຢູ່ໃນບ່ອນນອນ. ຈາກນັ້ນ ທ້າວ ແສງອາລຸນ ກໍໄດ້ທຳການຂົ່ມຂືນທຳສຳເລົານາງ ກໍ ຜູ້ເປັນ ຫຼານສາວຈົນສຳເລັດ 1 ຄັ້ງ. ພໍຕື່ນເຊົ້າມາ, ທ້າວ ແສງອາລຸນ ບອກໃຫ້ນາງ ກໍ ວ່າ ຫ້າມບໍ່ ໃຫ້ບອກເອື້ອຍອ້າຍເດັດຂາດ. ເມື່ອເປັນເຊັ່ນນັ້ນ, ນາງ ກໍ ກໍໜີອອກຈາກເຮືອນມາຢູ່ນຳພີ່ນ້ອງຢູ່ບ້ານໂນນຫວາຍ ເມືອງ ໄຊເຊດຖາ ນະຄອນຫຼວງວຽງຈັນ ແລະ ໄດ້ເລົ່າເຫດການທີ່ຖືກທ້າວ ແສງອາລຸນ ຂົ່ມຂືນ ທຳສຳເລົາຢູ່ເຮືອນອ້າຍເຂີຍ. ຫຼັງຈາກນັ້ນ, ພີ່ນ້ອງຂອງນາງ ກໍ ຈຶ່ງເຂົ້າມາແຈ້ງຄວາມຕໍ່ເຈົ້າ ໜ້າທີ່ ປກສ ເມືອງໄຊເຊດຖາ. ຕົກມາໃນວັນທີ 7 ພຶດສະພາ 2009 ທ້າວ ແສງອາລຸນ ຈຶ່ງຖືກ ເຈົ້າໜ້າທີ່ກັກຕົວມາດຳເນີນຄະດີຕາມລະບຽບກົດໝາຍ
|
ຂຽນເມື່ອ: ພ.ພ.. 5, 2009
| ມີ
7 ຄຳເຫັນ
ແລະ
0 trackback(s)
ທ່ານເຊຄົຟ ນັກປະພັນຣັດເຊຍເຄີຍເວົ້າວ່າ: ຄົນເຮົາມີ 3 ສະໝອງ, ຄື ສະໝອງທີ່ໄດ້ມາແຕ່ເກີດ, ສະໝອງທີ່ໄດ້ມາຈາກປື້ມໜັງສື, ແລະສະໝອງທີ່ໄດ້ມາຈາກຊີວິດການເປັນຢູ່.
ຄົນເຮົາເກີດມາ ແຕ່ລະຄົນກໍຕ່າງກັນ. ດຳລາບອກສອນຂອງຄອບຄົວຕະກຸນອຽນຊຶ່ງເປັນໜັງສືບູຮານຈີນຂຽນວ່າ: ຜູ້ສະຫຼາດ, ບໍ່ສອນກໍ່ເປັນ, ຜູ້ໂງ່, ສອນກໍ່ບໍ່ເປັນ, ສ່ວນຄົນປານກາງນັ້ນ, ບໍ່ສອນແມ່ນບໍ່ຮູ້. ຢູ່ໃນຊີວິດຕົວຈິງ, ຜູ້ເກັ່ງທີ່ມີພອນສະຫວັນມາແຕ່ເກີດແລະຄົນປັນຍາອ່ອນແມ່ນມີໜ້ອຍ ທີ່ສຸດ. ພວກເຮົາສ່ວນຫຼາຍແມ່ນຄົນທຳມະດາທີ່ມີປັນຍາທຳມະດາ. ສະໝອງທີ່ພໍ່ແມ່ໃຫ້ມານັ້ນແມ່ນປ່ຽນແປງບໍ່ໄດ້ແລ້ວ, ແຕ່ວ່າ, ກໍຄືທ່ານເຊຄົຟເວົ້ານັ້ນວ່າ, ນອກຈາກສະໝອງທີ່ໄດ້ມາຈາກພໍ່ແມ່ຕັ້ງແຕ່ເກີດແລ້ວ, ຄົນເຮົາຍັງສາມາດຮັບເອົາທາດບຳລຸງຈາກປື້ມໜັງສຶແລະຊີວິດການເປັນ ຢູ່ຢ່າງບໍ່ຢຸດຢັ້ງໄດ້, ພວກເຮົາສາມາດຍົກສູງຄວາມຮູ້ແລະສ້າງຕົນເອງໃຫ້ສົມບູນຂຶ້ນເລື້ອຍໆ ດ້ວຍຄວາມພະຍາຍາມໃນພາຍລຸນ.
ບູຮານຈີນມີຄວາມເວົ້າຄວາມໜຶ່ງ ວ່າ: ອ່ານປື້ມໝື່ນເຫຼັ້ມ, ເດີນທາງໝື່ນລີ້. ຄວາມເວົ້າສອງຄວາມນີ້ກໍ່ແມ່ນລະດົມໃຈໃຫ້ຄົນທັງຫຼາຍອ່ານປື້ມຫຼາຍໆ , ດຳລົງຊີວິດຢ່າງຕັ້ງໜ້າ, ຊອກຫາຄວາມຮູ້ຈາກການອ່ານປື້ມແລະໃນຊີວິດຕົວຈິງ, ຍົກຄຸນນະທາດຂອງຕົນໃຫ້ສູງຂຶ້ນ.
ກ່ອນອື່ນ, ຂໍລົມເລື່ອງກ່ຽວກັບການອ່ານປື້ມ. ທ່ານເຊັກສເປຍ ນັກວັນນະຄະດີຜູ້ຍິ່ງໃຫຍ່ຂອງອັງກິດເວົ້າວ່າ: ປື້ມໜັງສືແມ່ນສິ່ງໃຫ້ທາດບຳລຸງແກ່ມວນມະນຸດ.
ປື້ມໜັງສື ແມ່ນການບັນທຶກປະຫວັດສາດປະຈຳປີຂອງມວນມະນຸດ, ແມ່ນການສະສົມບົດຮຽນອຸດົມສົມບູນຈົນນັບບໍ່ຖ້ວນຂອງມວນມະນຸດ, ແລະໄດ້ຮັກສາໄວ້ໃນຖານເປັນຊັບສົມບັດຂອງມວນມະນຸດ, ປື້ມໜັງສືທີ່ດີເລີດແມ່ນນ້ຳນົມອັນປະເສີດທີ່ຫຼໍ່ລ້ຽງບຸກຄົນຜູ້ມີ ພູມປັນຍາດີເດັ່ນ, ຮັບໃຊ້ການພັດທະນາຂອງມວນມະນຸດ, ກໍ່ຄື່ານມັກຊິມ ກອກກີ ນັກວັນນະຄະດີຜູ້ມີຊື່ສຽງຂອງຣັດເຊຍເວົ້າວ່າ: ປື້ມໜັງສືແມ່ນຂັ້ນໃດແຫ່ງການກ້າວໜ້າຂອງມວນມະນຸດ.
ອ່ານປື້ ມເຮັດໃຫ້ຄົນກ້າວໜ້າ, ອຸດົມໄປດ້ວຍສະຕິປັນຍາ, ແຕ່ອ່ານປື້ມກໍ່ຕ້ອງມີວິທີ. ສັງຄົມມະນຸດວິວັດທັດທະນາມາຮອດປະຈຸບັນ, ໄດ້ມີປື້ມໜັງສືຫຼາຍຈົນນັບບໍ່ຖ້ວນ, ຄົນຜູ້ໜຶ່ງໃຊ້ຊີວິດທັງໝົດອ່ານໄດ້ແຕ່ສ່ວນນ້ອຍໆທໍ່ນັ້ນ, ສະນັ້ນ, ອ່ານປື້ມຕ້ອງເລືອກອ່ານ. ກ່ອນອື່ນ, ຄວນເລືອກອ່ານປື້ມທີ່ນຳເອົາຄວາມມ່ວນຊື່ນມາໃຫ້ຕົວເອງ, ອ່ານປື້ມທີ່ໃຫ້ຄວາມມ່ວນຊື່ນແກ່ຕົນ, ການອື່ານປື້ມຈຶ່ງເປັນເລື່ອງມ່ວນຊື່ນ, ແລະຈຶ່ງສາມາດເຮັດໃຫ້ພວກເຮົາໄດ້ຮັບສິ່ງທີ່ເປັນປະໂຫຍດຢ່າງແທ້ ຈິງຈາກປື້ມອ່ານ. ສອງ, ຕ້ອງເລືອກອ່ານປື້ມທີ່ເໝາະກັບຕົນເອງ, ບົດນິພົນທີ່ມີຊື່ລືນາມທີ່ຄົນທັງຫຼາຍຍ້ອງຍໍນັ້ນບໍ່ແນ່ວ່າຈະ ເໝາະສຳລັບເຈົ້າເອງ, ຕ້ອງເລືອກເອົາປື້ມທີ່ເໝາະກັບອົງປະກອບຄວາມຮູ້ແລະລະດັບຄວາມ ເຂົ້າໃຈຂອງຕົນເອງ, ນີ້ກໍ່ຄືກັບການຂະຫຍາຍຕົວຂອງແມ່ນ້ຳ, ຕອນຢູ່ຍ່ານເໜືອ, ມັນຍ່ອມເປັນສາຍນ້ຳນ້ອຍໆ, ແຕ່ເມື່ອຮອດຍ່ານກາງແລະຍ່ານໃຕ້ແລ້ວດ ມັນຈະກວ້າງອອກປັນຈຸໄດ້ຫຼາຍສິ່ງຫຼາຍຢ່າງກວ່າ. ນອກນີ້, ຈຸດໜຶ່ງທີ່ສຳຄັນຫຼາຍແມ່ນ: ຕ້ອງເລືອກເອົາປື້ມດີທີ່ມີລັກສະນະຄຳພີ, ອ່ານປື້ມໜ້ອຍຫຼືຫຼາຍປານໃດບໍ່ໄດ້ພິສູດຫຍັງໝົດ, ມີແຕ່ປື້ມດີໆທີ່ໄດ້ບັນທຶກແນວຄິດອັນດີເລີດຂອງມວນມະນຸດ ເຫຼົ່ານັ້ນ, ຈຶ່ງສາມາດເຮັດໃຫ້ຄົນກ້າວໜ້າ, ປື້ມທີ່ບໍ່ດີບໍ່ພຽງແຕ່ບໍ່ສາມາດເຮັດໃຫ້ຄົນສະຫຼາດຮູ້ເຫດຮູ້ຜົນ, ບາງເທື່ອ, ຍັງອາດຈະພາໃຫ້ໄດ້ຜົນກົງການຂ້າມອີກຊ້ຳ.
ຄ່ຳວ່າ ໃຫ້ "ອ່ານປື້ມໝື່ນເຫຼັ້ມ" ແມ່ນຄຳເຕືອນໃຫ້ຄົນທັງຫຼາຍອ່ານປື້ມໃຫ້ຫຼາຍ, ສ່ວນຄຳວ່າ "ຍ່າງທາງໝື່ນລີ້" ກໍ່ແມ່ນໃຫ້ໄປທ່ຽວຊົມຫຼາຍໆບ່ອນ, ນີ້ແມ່ນສອງດ້ານທີ່ຂາດດ້ານໃດກໍບໍ່ໄດ້ໃນການສະແຫວງຫາຄວາມຮູ້. ພຽງແຕ່ອ່ານປື້ມແມ່ນບໍ່ພໍເທື່ອ, ຍັງຕ້ອງດຳລົງຊີວິດຢ່າງຕັ້ງໜ້າດ ເປີດຫູເປີດຕາ, ເພີ່ມຄວາມຮູ້ເຫັນ, ຮໍ່າຮຽນໃນຊີວິດການເປັນຢູ່. ຊີວິດກໍ່ແມ່ນພຶດຕິກຳ, ເອົາສິ່ງຮຽນຮູ້ຈາກປື້ມໃຊ້ເຂົ້າໃນພຶດຕິກຳ, ສາມາດພິສູດຄວາມຮູ້ທີ່ຮຽນໄດ້ຈາກປື້ມ, ພ້ອມກັນນັ້ນ, ກໍເອົາຄວາມຮູ້ທີ່ຮຽນໄດ້ຈາກປື້ມອ່ານມາພິຈາລະນາການປ່ຽນແປງແລະ ມູນເຫດຂອງເລື່ອງລາວ, ປັບຕົນເອງເລື້ອຍໆ, ຄ່ອຍໆກາຍເປັນໂລກະທັດຂອງຕົນເອງ, ມີແຕ່ຜູ້ທີ່ໄດ້ພຽບພ້ອມໄປດ້ວຍຄວາມຮູ້ອັນພຽງພໍແລະປະສົບການ ອຸດົມສົມບູນທໍ່ນັ້ນ, ຈຶ່ງຈະມີສາຍຕາອັນກວ້າງຂວາງ, ເປັນຄົນໃຈກວ້າງ. ເມື່ອມີພື້ນຖານແບບນີ້ແລ້ວ, ກໍເອົາຄວາມຮູ້ແລະທິດສະດີທີ່ຮຽນມາໄດ້ໃຈຊີວິດນັ້ນໄປໃຊ້ເຂົ້າ ໃນພຶດຕິກຳ, ແນ່ນອນຍ່ອມສາມາດປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ສັງຄົມ, ພ້ອມທັງບັນລຸຄຸນຄ່າຂອງຕົນແລະໄດ້ຮັບຜົນງານຢ່າງໃດຢ່າງໜຶ່ງ
|
ຂຽນເມື່ອ: ພ.ພ.. 4, 2009
| ມີ
22 ຄຳເຫັນ
ແລະ
0 trackback(s)
Normal 0 false false false MicrosoftInternetExplorer4 /* Style Definitions */ table.MsoNormalTable {mso-style-name:"Table Normal"; mso-tstyle-rowband-size:0; mso-tstyle-colband-size:0; mso-style-noshow:yes; mso-style-parent:""; mso-padding-alt:0cm 5.4pt 0cm 5.4pt; mso-para-margin:0cm; mso-para-margin-bottom:.0001pt; mso-pagination:widow-orphan; font-size:10.0pt; font-family:"Times New Roman"; mso-ansi-language:#0400; mso-fareast-language:#0400; mso-bidi-language:#0400;} ບັນຫາອຸບັດຕິເຫດບົນທ້ອງຖະໜົນນັ້ນ, ຖືວ່າເປັນປະກົດການຫຍໍ້ທໍ້ໜຶ່ງທີ່ເກີດຂຶ້ນໃນສັງຄົມ ແລະ ເປັນບັນຫາທີ່ຮຽກຮ້ອງໃຫ້ຕ້ອງມີການແກ້ໄຂຢ່າງຮີບດ່ວນ. ເພາະວ່າ ຈາກຕົວເລກສະຖິຕິການເກີດອຸບັດຕິເຫດຢູ່ຕາມເສັ້ນທາງຫຼວງ ປີ 1975-2008 ເຫັນວ່າ ຕົວເລກຂອງການເກີດອຸບັດຕິເຫດແມ່ນເພີ່ມຂຶ້ນທຸກປີ ແລະ ຜົນເສຍຫາຍທີ່ຕາມມາກໍຄື ການສູນເສຍຊີວິດ ແລະ ຊັບສິນ. ສາເຫດຂອງການເກີດບັດຕິເຫດແມ່ນມາຈາກຫຼາຍປັດໄຈເຊັ່ນ: ເມົາແລ້ວຂັບ, ຂັບຂີ່ລົດດ້ວຍໄວສູງ, ບໍ່ເຄົາລົບກົດລະບຽບຈະລາຈອນ, ຂັບຂີ່ລົດດ້ວຍຄວາມປະໝາດ, ການດັດແປງສະພາບເຕັກນິກລົດ…ໂດຍປັດໄຈຕົ້ນຕໍແມ່ນມາຈາກຕົວຂອງຜູ້ຂີ່ເອງ. ການດັດແປງສະພາບເຕັກນິກລົດ ກໍເປັນອີກປັດໄຈໜຶ່ງທີ່ພາໃຫ້ເກີດຄວາມສ່ຽງຕໍ່ການເກີດອຸບັດຕິເຫດ ເຊິ່ງເຈົ້າໜ້າທີ່ຕຳຫຼວດຈະລາຈອນກໍໄດ້ໃຫ້ຄວາມສຳຄັນຕໍ່ການແກ້ໄຂບັນຫາດັ່ງກ່າວຢ່າງເອົາຈິງເອົາຈັງ. ໂດຍຈະມີການຕັ້ງຈຸດກວດຕາມເສັ້ນທາງ ແລະ ລົງກວດກາຕາມສະຖານທີ່ຕ່າງໆເຊັ່ນ: ໂຮງຮຽນ, ຮ້ານບັນເທີງ, ຮ້ານອາຫານ, ໂຮງແຮມ, ບ້ານພັກ ແລະ ສະຖານທີ່ອື່ນໆ ເຊິ່ງເຫັນວ່າສາມາດແກ້ໄຂ ແລະ ຫຼຸດຜ່ອນບັນດາລົດທີ່ປ່ຽນສະພາບເຕັກນິກລົດໄດ້ຜົນເປັນທີ່ໜ້າພໍໃຈ. ແຕ່ວ່າ, ບັນຫາລົດແຕ່ງ ຫຼື ລົດດັດແປງສະພາບເຕັກນິກ ແມ່ນຍັງເປັນບັນຫາທີ່ຈະຕ້ອງແກ້ໄຂໃຫ້ໝົດໄປ ເພາະວ່າ ປັດຈຸບັນ ກໍຍັງປະກົດເຫັນລົດທີ່ດັດແປງສະພາບເຕັກນິກຢູ່ເປັນຈຳນວນຫຼາຍ ໂດຍສະເພາະແມ່ນໃນກຸ່ມຂອງນັກຮຽນນັກສຶກສາ. ທັງໆທີ່ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ກໍໄດ້ໃຊ້ມາດຕະການເດັດຂາດຕໍ່ຜູ້ທີ່ຜ່າຝືນເຊັ່ນ: ການຕັກເຕືອນ, ການປັບໃໝ, ການສຶກສາອົບຮົມ ແລະ ອື່ນໆ. ແຕ່ບັນຫາດັ່ງກ່າວກໍຍັງປະກົດມີໃຫ້ເຫັນ ແລະ ນັບມື້ນັບຈະເພີ່ມຂຶ້ນ. ຈຶ່ງເກີດມີເກີດມີຄຳຖາມຕາມມາວ່າ ”ການແກ້ໄຂບັນຫາລົດດັດແປງສະພາບເຕັກນິກ ຫຼື ລົດແຕ່ງ ຄວນຈະແກ້ໄຂຢູ່ປາຍເຫດຫຼືບໍ່?”. ຜ່ານມາ, ທາງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ກໍໄດ້ໃຊ້ມາດຕະການທີ່ເດັດຂາດຕໍ່ຜູ້ສັນຈອນຂັບຂີ່ທີ່ຜ່າຝືນກົດລະບຽບຈະລາຈອນ ແລະ ກໍໄດ້ມີການຕັ້ງຈຸດກວດຕາມເສັ້ນທາງຕ່າງໆ ເພື່ອກວດກາບັນດາລົດທີ່ຜິດກົດໝາຍ ແລະ ລົດທີ່ດັດແປງສະພາບເຕັກນິກ ຫຼື ລົດແຕ່ງ. ແຕ່ເປັນຫຍັງບັນຫາລົດແຕ່ງກໍຍັງປະກົດມີໃຫ້ເຫັນຢູ່? ເຮົາມາລອງຄິດເບິ່ງວ່າ ຖ້າບໍ່ມີອຸປະກອນ ແລະ ອາໄຫຼ່ໃນການດັດແປງສະພາບລົດແລ້ວ, ພວກທີ່ດັດແປງສະພາບລົດຈະຊອກຫາອຸປະກອນ ແລະ ເຄື່ອງມືຢູ່ໃສມາດັດ ຫຼື ແຕ່ງສະພາບລົດ. ສະນັ້ນ ການແກ້ໄຂບັນຫາທີ່ປາຍເຫດມັນບໍ່ແມ່ນທາງອອກທີ່ດີ ເພາະວ່າຕໍ່ໃຫ້ມີການກວດກາ ຫຼື ໃຊ້ມາດຕະການທີ່ເຄັ່ງຄັດກວ່ານີ້, ກໍບໍ່ສາມາດແກ້ໄຂບັນຫາລົດດັດແປງສະພາບເຕັກນິກໃຫ້ໝົດໄປໄດ້. ນອກຈາກຈະມີການກວດກາບັນດາລົດທີ່ສັນຈອນຕາມທ້ອງຖະໜົນແລ້ວ, ກໍຄວນຈະມີການກວດກາຕາມບັນດາຮ້ານສ້ອມແປງ, ຮ້ານຂາຍເຄື່ອງອາໄຫຼ່ລົດຕ່າງໆ ບໍ່ໃຫ້ມີການຈຳໜ່າຍອຸປະກອນ ຫຼື ເຄື່ອງມືທີ່ໃຊ້ໃນການດັດແປງສະພາບເຕັກລົດ. ຖ້າພົບວ່າຮ້ານໃດມີການຈຳໜ່າຍ ອຸປະກອນ ຫຼື ອາໄຫຼ່ທີ່ໃຊ້ໃນການດັດແປງສະພາບລົດ ກໍຄວນຈະມີການຕັກເຕືອນ, ສຶກສາອົບຮົມ ແລະ ປັບໃໝ. ຖ້າຮ້ານໃດຍັງມີການຜ່າຝືນອີກ ກໍຄວນຈະມີການໃຊ້ມາດຕະການຂັ້ນເດັດຂາດ. ແຕ່ທັງນີ້ທັງນັ້ນ, ກໍຈຳເປັນຕ້ອງໄດ້ມີການຮ່ວມມື ແລະ ປະສານສົມທົບກັບຫຼາຍພາກສ່ວນ ເພາະວ່າຖ້າຫາກເຮົາບໍ່ແກ້ບັນຫາທີ່ຕົ້ນເຫດແລ້ວ, ບັນຫາລົດດັດແປງສະພາບ ຫຼື ລົດແຕ່ງກໍຈະຍັງຄົງເປັນບັນຫາທີ່ບໍ່ສາມາດແກ້ໄຂໃຫ້ໝົດໄປໄດ້. ເຖິງຢ່າງໃດກໍດີ, ເພື່ອຄວາມປອດໄພຕໍ່ຊີວິດ ແລະ ຊັບສິນໃນການສັນຈອນຕາມທ້ອງຖະໜົນ ຈຶ່ງຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນຈົ່ງມີສະຕິຕໍ່ການຂັບຂີ່ ແລະ ເຄົາລົບກົດລະບຽບຈະລາຈອນ ເພື່ອປ້ອງກັນເຫດຮ້າຍ ແລະ ຜົນເສຍຫາຍທີ່ອາດຈະຕາມ.
|
ຂຽນເມື່ອ: ມ.ສ.. 28, 2009
| ມີ
20 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ຄວາມຮັກ
ບາງຄັ້ງຄວາມຮັກກໍບໍ່ໄດ້ດີຢ່າງທີ່ເຮົາຄິດ, ຄືເຂົາເວົ້າຫັ້ນລະ“ຫົນທາງບໍ່ໄດ້ໂຮຍດ້ວຍກີບກຸຫຼາບສະເໝີໄປ“ ຊີວິດຂອງຄົນເຮົາຍ່ອມຈະມີສອງດ້ານຢູ່ແລ້ວ (ແມ່ນບໍລະ). ຫຼາຍຄົນພະຍາຍາມຈະດິ້ນລົນຊອກຫາ ຄວາມຮັກ, ແຕ່ພໍໄດ້ພົບກັບຄວາມຮັກຫຼາຍຄົນພັດຄິດວ່າມັນບໍ່ເປັນຢ່າງທີ່ເຮົາຄິດໄວ້ໃນເບື້ອງຕົ້ນ ສຸດທ້າຍກໍເຮັດໃຫ້ບໍ່ສາມາດປະຄັບປະຄອງຄວາມຮັກຕໍ່ໄປໄດ້. ຕ້ອງເຂົ້າໃຈວ່າຄວາມຮັກມັນບໍ່ພຽງແຕ່ເປັນ ເລື່ອງຂອງຄົນສອງຄົນເທົ່ານັ້ນ ພຽງຄຳວ່າ“ຂ້ອຍຮັກເຈົ້າ“, “ເຈົ້າຮັກຂ້ອຍ“ເທົ່ານັ້ນດອກ ເພາະວ່າ ມັນຍັງຕ້ອງປະກອບດ້ວຍຫຼາຍປັດໄຈໂດຍສະເພາະແມ່ນສະພາບແວດລ້ອມອ້ອມຂ້າງຕົວເຮົາ. ຄົນສອງຄົນ ເວລາໃຊ້ຊີວິດຮ່ວມກັນແລ້ວມັນຍ່ອມຕ້ອງພົບກັບຫຼາຍບັນຫາເປັນທຳມະດາຢູ່ແລ້ວ ສຳຄັນພຽງວ່າທັງສອງຄົນຈະສາມາດຜ່ານຜ່າບັນດາອຸປະສັກຕ່າງໆນຳກັນໄດ້ຫຼາຍໜ້ອຍສ່ຳໃດ. ສະນັ້ນ ໃນເວລາທີ່ເຮົາ ກຳລັງຄົບກັນຢູ່ກໍຄວນຈະຕ້ອງໄດ້ມີການຮຽນຮູ້ເຊິ່ງກັນ ແລະ ກັນໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, ຕ້ອງໃຫ້ເວລາເປັນເຄື່ອງພິສູດ ເພື່ອຈະເບີ່ງວ່າຄົນສອງຄົນຈະສາມາດໃຊ້ຊີວິດຮ່ວມກັນໄດ້ຫຼືບໍ່? ແຕ່ສິ່ງສຳຄັນສຸດ ເຮົາສອງຄົນຕ້ອງຮູ້ຈັກໃຫ້ກຽດ, ຮູ້ຈັກໃຫ້ອະໄພ, ຮູ້ໃຊ້ເຫດ ແລະ ຜົນໃນການຕັດສິນບັນຫາທີ່ເກີດຂຶ້ນລະຫວ່າງເຮົາສອງຄົນ... ນອກນັ້ນ ກໍບໍ່ຄວນຈະກ້າວກ່າຍເລື່ອງສ່ວນຕົວຂອງອີກຝ່າຍຫຼາຍຈົນເກີນໄປ ເພາະມັນອາດຈະເປັນການຈູດຊະນວນໃຫ້ເກີດຄວາມແຕກແຍກໄດ້. ເວົ້າແບບນີ້ກໍບໍ່ໄດ້ໝາຍຄວາມວ່າ “ຄວາມຮັກ“ ຕ້ອງເປັນແບບນີ້ສະເໝີໄປ. ນີ້ເປັນພຽງອີກມຸມໜຶ່ງຂອງຄວາມຮັກເທົ່ານັ້ນ ກໍເລີຍຢາກຂຽນ ມາເລົ່າສູ່ຟັງ, ແຕ່ ຂພຈ ຄິດວ່າສິ່ງທີ່ຂຽນມານັ້ນມັນເປັນພຽງຄວາມຄິດອີກແງ່ໜຶ່ງກ່ຽວກັບຄວາມຮັກເທົ່ານັ້ນ.
|
ຂຽນເມື່ອ: ມ.ສ.. 28, 2009
| ມີ
20 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ຄວາມຮັກ
ເພື່ອນໆຫຼາຍຄົນກໍຄົງຈະເຄີຍແອບຮັກໃຜຄົນໜຶ່ງມາແລ້ວແມ່ນບໍ? ຄົງຈະເຂົ້າໃຈຄວາມຮູ້ສຶກທີ່ເຮົາຕ້ອງຢູ່ກັບຄາມວ່າ ”ແອບຮັກ” ໂດຍສະເພາະແມ່ນການທີ່ແອບຮັກເພື່ອນ. ຂພຈ ເອງກໍເຄີຍແອບຮັກເພື່ອນຄົນໜຶ່ງເຊັ່ນດຽວກັນ, ມັນເປັນຄວາມຮູ້ສຶກທີ່ທໍລະມານສຸດໆເພາະວ່າເຮົາຕ້ອງເກັບຄວາມຮູ້ສຶກນີ້ໄວ້ກັບຕົວເອງຕະຫຼອດເວລາ, ຫຼາຍຄັ້ງທີ່ຢາກຈະບອກໃຫ້ເຂົາຮູ້ວ່າເຮົາຮູ້ສຶກແບບໃດກັບເຂົາ ແຕ່ວ່າສຸດທ້າຍກໍຕ້ອງຄ້າງຄາຢູ່ກັບຄຳວ່າ ”ບໍ່ກ້າ” ອາດຈະເປັນເພາະວ່າຖ້າເຮົາບອກກັບເຂົາໄປແລ້ວ ເຂົາອາດຈະປະຕິເສດເຮົາກັບມາ. ທ້າຍທີ່ສຸດເຮົາກໍຕ້ອງເກັບຄວາມຮູ້ສຶກນັ້ນໄວ້ກັບຕົວເອງ. ແຕ່ເຖິງວ່າເຮົາຈະບໍ່ສາມາດບອກຄວາມຮູ້ສຶກທີ່ເຮົາມີຕໍ່ເຂົານັ້ນໄດ້ເພື່ອແລກກັບການທີ່ໄດ້ຢູ່ກັບເຂົາໃນຖານະຂອງເພື່ອນຄົນໜຶ່ງມັນກໍຄົງຈະດີກວ່າ ຖ້າເຮົາບອກເຂົາໄປແລ້ວບາງທີເຮົາອາດໄປບໍ່ໄດ້ຢູ່ຂ້າງໆເຂົາແບບນີ້ (ອັນນີ້ເປັນຄວາມຄິດທີ່ຄິດເອງເອີເອງ) ມີຫຼາຍໆຄັ້ງທີ່ພະຍາຍາມລອງທຳໃຈກ່ອນທີ່ຈະບອກ ແຕ່ພໍເຖິງເວລາຊິເວົ້າມັນບໍ່ຮູ້ວ່າເປັນຫຍັງຄື ມີແນວເຮັດບໍ່ກ້າເວົ້າອີກຕາມເຄີຍ. ຖ້າຢ້ອນເວລາໄດ້ ຂພຈ ກໍຢາກກັບໄປບອກກັບເຂົາວ່າ ”ຂ້ອຍຮັກເຂົາ”, ແຕ່ວ່າມັນກໍຄົງຈະຊ້າເກີນໄປແລ້ວ ເພາະວ່າຊີວິດຂອງຄົນເຮົາຕ້ອງກ້າວເດີນໄປຂ້າງໜ້າ. ແຕ່ເຖິງແນວໃດກໍຕາມ ເຮົາກໍຈະຂໍເກັບຄວາມຮູ້ສຶກນີ້ໄວ້ຕະຫຼອດໄປກໍແລ້ວກັນ ຢ່າງນ້ອຍເຮົາກໍຮູ້ວ່າໃນຊີວິດຂອງເຮົາກໍຍັງມີຄົນທີ່ເຮົາ “ແອບຮັກ“.
|
|
|