ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2009 | ມີ 11 ຄຳເຫັນ ແລະ 0 trackback(s)

     ການຫຼິ້ນກິລາ ເປັນການເສີມສ້າງສຸຂະພາບທີ່ດີໃຫ້ແກ່ຜູ້ຫຼິ້ນ ແລະ ເປັນການໃຊ້ເວລາຫວ່າງໃຫ້ເກີດປະໂຫຍດຕໍ່ຕົວເຮົາເອງ. ການຫຼິ້ນກິລາເປັນການເສີມສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ ແລະ ເຮັດໃຫ້ຮ່າງກາຍແຂງແຮງ. ນອກນັ້ນ ກິລາກໍຍັງເປັນການສ້າງຄວາມບັນເທີງໃຫ້ແກ່ຜູ້ທີ່ເບິ່ງຜູ້ຊົມນຳອີກ ໂດຍສະເພາະແມ່ນກິລາບານເຕະ; ເຊິ່ງອາດຈະເວົ້າໄດ້ວ່າ ກິລາບານເຕະເປັນກິລາທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດຂອງຄົນໃນທົ່ວໂລກ. ແຕ່ໄດ້ມີກຸ່ມຄົນຈຳນວນໜຶ່ງໄດ້ສວຍໃຊ້ກິລາບານເຕະເປັນຊ່ອງທາງໃນການຫາຜົນປະໂຫຍດທີ່ບໍ່ຖືກຕ້ອງກັບລະບຽບກົດໝາຍ, ໂດຍຈະມີການຮັບພະນັນບານໃນແຕ່ລະນັດທີ່ມີການແຂ່ງຂັນ ເຊິ່ງບັນຫານີ້ໄດ້ປະກົດມີໃຫ້ເຫັນໃນຫຼາຍປະເທດທົ່ວໂລກ ແລະ ມັນໄດ້ກາຍເປັນບັນຫາທີ່ຍາກຕໍ່ການແກ້ໄຂ. ບັນຫາການພະນັນບານໄດ້ສົ່ງກະທົບໃນແງ່ລົບຫຼາຍຢ່າງຕໍ່ຜູ້ທີ່ຫຼິ້ນ ແລະ ຄົນທີ່ຢູ່ອ້ອມຂ້າງ. ພ້ອມນັ້ນ ມັນກໍເປັນສາເຫດໜຶ່ງຂອງການເກີດປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມເຊັ່ນ: ການລັກຊັບ, ຊິງຊັບ, ທຳຮ້າຍຮ່າງກາຍ, ຢາເສບຕິດ ແລະ ອື່ນໆ ເນື່ອງຈາກວ່າ ຜູ້ທີ່ເສຍການພະນັນເວລາບໍ່ມີເງິນມາຈ່າຍຄ່າພະນັນກໍຈຳເປັນຕ້ອງກະທຳໃນສິ່ງທີ່ບໍ່ຖືກຕ້ອງເຫຼົ່ານັ້ນ ເພື່ອຫາເງິນມາໃຊ້ໜີ້ ຫຼື ມາໃຊ້ໃນການພະນັນແຕ່ລະຄັ້ງ.

ປັດຈຸບັນ ການພະນັນບານກຳລັງເຂົ້າມາມີບົດບາດຕໍ່ຄົນໃນສັງຄົມລາວ ເຊິ່ງຈະເຫັນໄດ້ວ່າມີການເປີດໂຕະບານ ຫຼື ໂຕະພະນັນບານເກີດຂຶ້ນຢ່າງກວ້າງຂວາງ ເຊິ່ງຜູ້ທີ່ຫຼິ້ນການພະນັນສ່ວນໃຫຍ່ຈະແມ່ນແມ່ນກຸ່ມໄວໜຸ່ມ, ນັກຮຽນ, ນັກສຶກສາ. ໂດຍຈະມີຄົນກຸ່ມໜຶ່ງເປັນເຈົ້າມືໃນການຮັບພະນັນ ແລະ ມີການຈ່າຍຜົນຕອບແທນຕາມຜົນຂອງການເຕະບານໃນແຕ່ລະນັດ.

ບັນຫາການພະນັນບານ ຈຶ່ງເປັນອີກບັນຫາໜຶ່ງທີ່ຈະຕ້ອງໄດ້ມີວິທີການສະກັດກັ້ນ ແລະ ແກ້ໄຂໃຫ້ໝົດໄປ. ເນື່ອງຈາກວ່າ ບັນຫາດັ່ງກ່າວພວມເປັນອີກປະກົດການຫຍໍ້ທໍ້ໜຶ່ງທີ່ເປັນຜົນສະທ້ອນຕໍ່ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ຕໍ່ກັບບັນຫານີ້ ຄວນຈະມີແນວທາງໃນການແກ້ໄຂຢ່າງຖືກຕ້ອງ ແລະ ຖືກຈຸດ. ເພາະວ່າຖ້າປ່ອຍໃຫ້ບັນຫານີ້ລຸກລາມໄປສູ່ຊາວໜຸ່ມເຍົາວະຊົນແລ້ວ, ມັນກໍຈະກາຍເປັນບັນຫາໃຫຍ່ຂອງສັງຄົມ ແລະ ຍາກທີ່ຈະແກ້ໄຂໃຫ້ໝົດໄປໄດ້.  ຄືດັ່ງເຮົາຈະເຫັນພຶດຕິກຳຂອງໄວໜຸ່ມຢູ່ປະເທດເພື່ອນບ້ານ ເຊິ່ງເປັນພຶດຕິກຳຮຽນແບບທີ່ບໍ່ເໝາະສົມ ແລະ ບໍ່ສົມຄວນເອົາເປັນແບບຢ່າງ.

ຈະວ່າໄປແລ້ວ, ການພະນັນທຸກປະເພດກໍລ້ວນແລ້ວແຕ່ເປັນສິ່ງທີ່ຜິດກົດໝາຍ ແລະ ສົ່ງຜົນກະທົບໃນແງ່ລົບຕໍ່ຕົວຂອງຜູ້ຫຼິ້ນເອງ ແລະ ຄົນທີ່ຢູ່ອ້ອມຂ້າງ. ແຕ່ກໍຍັງມີຄົນຈຳນວນບໍ່ໜ້ອຍທີ່ຍັງຫຼົງໄຫຼໄປກັບການຫຼິ້ນພະນັນປະເພດຕ່າງໆໆ ໂດຍສະເພາະແມ່ນຊາວໜຸ່ມ, ນັກຮຽນ, ນັກສຶກສາ. ສະນັ້ນ ຄອບຄົວກໍຄວນເຂົ້າມາມີບົດບາດໃນການເບິ່ງແຍງລູກຫຼານຂອງຕົນຕື່ມອີກ ເພື່ອເປັນການປ້ອງກັນບັນຫາທີ່ອາດຈະເກີດຂຶ້ນຕາມມາ.

 

Delicious Digg Fark Twitter