ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 10, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 

ຕອນທີສິບຫ້າ

first kiss

 

ທີ່ຫ້ອງຮັບແຂກ

 

ຕອນນີ້ ຂ້ອຍນັ່ງເບິ່ງນັ່ງເກົາຫລີເລື່ອງດັງທີ່ກຳລັງສາຍຢູ່ໃນໂທລະທັດ.... ແລ້ວມັນກໍ່ຕາມມາດ້ວຍຄຳຖາມ...ທີ່ຂ້ອຍສົງໄສມາແຕ່ດົນແລ້ວ ເຊິ່ງຄຳຖາມມັນກໍ່ມີຢູ່ວ່າ... ເປັນຫຍັງວະ ນາງເອກເກົາຫລີແຕ່ລະເລື່ອງທ່າທາງເຕິເຊິຕະຊະ  ຂີ້ລືມຫນ້ອຍຫນຶ່ງ ບໍ່ຕ້ອງງາມຄືນາງຮ້າຍກະຂາຍອອກ...​ ເຊິ່ງຂ້ອຍກໍ່ມີຄຸນສົມບັດແບບນັ້ນຄົບທຸກຢ່າງ ເປັນຫຍັງຄືຂາຍບໍ່ອອກວະ 

ເຮີ່ຍ... ບາງເທື່ອໃນຫນັງມັນມີພຽງແຕ່ສອງຊົ່ວໂມງກວ່າໆ ມັນກະຫນ້າຮັກຢູ່ດອກ ແຕ່ວຈັງໃດມັນບໍ່ຄືກັບຊີວິດຈິງ ເພາະວ່າຄືຊິມັນຫນ້າເບື່ອ ຫນ້າລຳຄານຂະຫນາດ

ປິບ   ອາລົມກຳລັງມ່ວນໆຈາກການເບິ່ງຫນັງເກົາຫລີມັນຫາຍໄປນຳພິບຕາ ເມື່ອມີມືສາກໆຂອງມັນຍຈັບລີໂມດຂື້ນມາແລ້ວກົດປ່ຽນລາຍການໃຫມ່... ແຖມມັນຍັງມາບຽດຂ້ອຍນັ່ງອີກ ກຣີ້ດ!!

"ເຮີ້ຍ!! ຄົນກຳລັງເບິ່ງຫນັງຢູ່ ຊິປ່ຽນຫາວິມານຫຍັງເກາະ ຫ໊ະ!!"

"ແຕ່ຂ້ອຍຢາກເບິ່ງເຕະບານ ມື້ນີ້ແຮງຊິງແຊ້ມອີກ ເຂົ້າໃຈບໍ່"

"ບໍ່ ຂ້ອຍບໍ່ເຂົ້າໃຈ ລະນັ້ນມັນໂທລະທັດຂອງຂ້ອຍ ອີກຢ່າງຫນຶ່ງມື້ນີ້ແຮງເປັນຕອນຈົບອີກ" ເວົ້າພ້ອມກັບເລື່ອນມືຕົນເອງໄປຈັບລີໂມດທີ່ມັນຖືຢູ່ ແລ້ວກໍ່ບີບມາເບິ່ງຊ້ອງຫນັງເກົາຫລີຄືນ

"ແຕ່ຫນັງຂອງເຈົ້າມັນບໍ່ໄດ້ຖ່າຍທອດສົດຄືເຕະບານ ບາດແລ້ວເຈົ້າກະໄປຫາເບິ່ງຢູທູບກະໄດ້"

ຈາກນັ້ນມັນກໍ່ໃຊ້ມືມາຍາດເອົາໄປອີກ ປ່ຽນຊ່ອງໄປເບິ່ງເຕະບານຄືເກົ່າ

"ບໍ່ ຂ້ອຍບໍ່ມີເວລາຫວ່າງປານນັ້ນດອກ ສະນັ້ນເອົາລີໂມດມາດຽວນີ້"

ມືນ້ອຍໆຂອງຂ້ອຍຫວັງທີ່ຈະໄປຈັບລີໂມດ ແຕ່ມັນກໍ່ເດົາສະຖານະການໄດ້ທັນ ຈາກນັ້ນມືຂອງມັນກໍ່ເລື່ອນມາຈັບໄວ້ຄືກັນ ເລີຍເຮັດໃຫ້ພວກຂ້ອຍທັງສອງຈັບລີໂມດໄວ້ຄົນລະດ້ານ ສົ່ງສາຍຕາຂົ່ມອີກຝ່າຍຢ່າງບໍ່ມີໃຜຍອມໃຜ

"ປ່ອຍ!!" ຂ້ອຍພົ້ນຄຳຂູ່ອອກໄປກ່ອນ

"ບໍ່" ແລ້ວມັນກໍ່ຕອບດ້ວຍສີຫນ້າທີ່ຈິງຈັງ

"ປ່ອຍ" ຂ້ອຍບອກມັນອີກຄັ້ງ ແຕ່ຫມືອນຄຳຂູ່ຂອງຂ້ອຍມັນບໍ່ມີອານາດພໍຈະເຮັດໃຫ້ມັນຍອມງ່າຍໆ ແຖມຍັງດຶງໄປອີກ

"ບໍ່ ຂ້ອຍຊິເບິ່ງເຕະບານ"

"ແຕ່ຂ້ອຍຊິເບິ່ງຫນັງ ລະຂ້ອຍບໍ່ມີທາງເອົາລີໂມດໃຫ້ເຈົ້າເດັດຂາດ!!

"ຫຶ ຂ້ອຍກະບໍ່ມີທາງຍອມເຈົ້າຄືກັນ!! ອ໊າກ!!"

ສຸດຄວາມຈາກນັ້ນສົງຄາມຍາດລີໂມດກໍ່ຂຶ້ນ ຂ້ອຍໃຊ້ແຮງທີ່ມີດຶງລິໂມດກັບຄືນມາ ແຕ່ອີກຝ່າຍກະບໍ່ຍອມເຊັນດຽວກັນ ເຊິ່ງໃນຂະນະທີ່ແຮງມະຫານຂອງມັນຖືກນຳເອົາມາໃຊ້ນັ້ນແຮງຕ້ານຂອງຂ້ອຍທີມີມັນພໍພຽງພໍທີ່ຈະດຶງເອົາໄວ້

ອ໊າກ!!/ເຮີ້ຍ!! ມັນກໍ່ເລີຍເຮັດໃຫ້ຮ່າງກາຍນ້ອຍໆຂອງຂ້ອຍເອງລົ້ມລົງໄປໂຄມໂຕມັນແບບອັດຕະໂນມັດ ແລະທີ່ສຳຄັນຂ້ອຍ ປາກຂອງຂ້ອຍລົງໄປບົດບຽດຢູ່ປາກຂອງມັນຈະໆ

ຂ້ອຍເບີກຕາຂຶ້ນທັນຫລັງຈາກທີ່ mouth to mouth ກັບມັນ ຄວາມຮູ້ສຶກມັນຍັງອຶ້ງຈົນແຂັງໄປຫມົດທັງໂຕ ແຖມຍັງບໍ່ມີແຮງພໍທີ່ຈະຊ່ວຍໂຕເອງຂຶ້ນມາໄດ້ ຈົນກະທັ້ງມີສຽງໂທລະສັບຂອງອີກຝ່າຍດັງຂຶ້ນມາຂັດຈັງວະ ເລີຍເຮັດໃຫ້ສະຕິຂອງພວກຂ້ອຍກັບຄືນມາ ຈາກນັ້ນມັນກໍ່ດັນໂຕຂ້ອຍອອກຄ່ອຍໆ ກ່ອນຈະເລື່ອນມືໄປກົດຮັບໂທລະສັບແລ້ວ "ຕິ໊ດ...​" ຕັດສາຍຖິ້ມ

"ເອີ່ ມະ ແມ່ນໃຜໂທມາ" ຂ້ອຍພະຍາຍາມຖາມມັນເຖິງປາຍສາຍດ້ວຍສຽງທີ່ປົກກະຕິທີ່ສຸດ ປານກຳລັງຊິບໍ່ນຶກເຖິງເຫດການທີ່ເກີດຂຶ້ນມື້ກີ້ນີ້

ອ້າຍຂ້ອຍໂທມາ ມັນຕອບດ້ວຍສຽງທຳມະດາປານບໍ່ໄດ້ຄິດຫຍັງທັງນັ້ນ ສົງໄສມັນຄືຊິຈູບຄົນມາຫລາຍຕິເບາະ ກະເລີຍບໍ່ຮູ້ສຶກຮູ້ສາຫຍັງ ...ເຊິ່ງຄວາມຮູ້ສຶກຂອງມັນຕ່າງກັບຂ້ອຍປານຟ້າກັບເຫວ ໃນເມື່ອຫົວໃຈເຈົ້າກຳມັນຍັງເຕັ້ນແຮງຈົນຊິຫລຸດອອກຈາກເອິກຢູ່ແບບນັ້ນ

"ອະ ອື່ມ .. ເອີ້ ດະ ດຽວ ຂ້ອຍ ເອີ່ ຂຶ້ນໄປໃນດີກວ່າ"

"ບໍ່ເບິ່ງໂທລະທັດລະຫວາ... ຍັງມາຖາມອີກ!!" ເປັນຍ້ອນຍາດກັນເບິ່ງໂທລະທັດຫັ້ນແລະ ເຮັດໃຫ້ຕ້ອງມີສະພາບເປັນແບບນີ້ນະ

"ອຶ" ຂ້ອຍແກວ່ງຫົວກ່ອນຈະຮີບພາໂຕເອງອອກຈາກຈຸດເກີດເຫດເພື່ອມຸ້ງຫນ້າໄປຫ້ອງນອນຂອງຂ້ອຍທັນທີ

 

"ປັ໊ງ!!"

ສຽງປະຕູດັງກະທົບໃສ່ວົງກົບດັງແຮງພໍສົມຄວນ... ຂານ້ອຍໆຂ້ອຍກໍ່ກ້າວໄປເທິງຕຽງ ແລ້ວກໍ່ງາຍໂຕລົງນອນ... ຂ້ອຍໃຊ້ມືຕົນເອງມາວາງໄວ້ເຖິງນຳເອິກເພື່ອທີ່ຈະຄວບຄຸມໃຫ້ມັນເຊົາເຕັ້ນແຮງ ແລະແທນທີ່ຂ້ອຍຈະຮ້ອງຫລືແຂກໃສ່ມັນ ແຕ່ມັນພັດເຮັດໃຫ້ຂ້ອຍສັບສົນກັບໂຕເອງໄປຫມົດ

"ກຣີ້ດໆ!!" ໃນທີ່ສຸດຂ້ອຍກໍ່ແຂກອອກມາ

"ເຮົາຕ້ອງບ້າໄປແລ້ວແທ້ໆ... ເປັນຫຍັງຫົວໃຈຕ້ອງເຕັ້ນແຮງວະ ອ໊າກ!!" ຂ້ອຍທັງເວົ້າທັງດິ້ນໄປມາປານຄົນເສຍເສັ້ນຢູ່ເຖິງຕຽງ ແນວພະຍາຍາມສະບັດເຫດການທີ່ຫາກໍ່ເກີດຂຶ້ນອອກໄປຈາກຫົວບໍ່ໄດ້

"ນອນດີກວ່າ ເຮົາຕ້ອງນອນ.... ເຮົາຕ້ອງນອນ" ຂ້ອຍບອກກັບໂຕເອງກ່ອນຈະເລື່ອນມືໄປປິດໄຟແລ້ວກໍ່ຫລັບຕາລົງຫລັງຈາກນັ້ນ...

ຍິ່ງພະຍາຍາມທີ່ຈະຂົ່ມຕາລົງລວມທັງຈະຕັດຊິລືມເລື່ອງມື້ກີ້ນີ້ແຕ່ເຫດການດັ່ງກາວມັນກໍ່ລອຍຂຶ້ນມາວົນໃນຫົວຂ້ອຍທັນທີ... ສະຫລຸບແລ້ວ ຈູບຄັ້ງທຳອິດຂອງຂ້ອຍ ມັນເຮັດໃຫ້ຂ້ອຍກາຍເປັນບ້າແລ້ວແທ້ໆ ຮືໆ

 

 

ຫນຶ່ງຊົ່ວໂມງ

 

 

ສອງຊົ່ວໂມງ

 

 

ສາມຊົ່ວໂມງ

 

 

ສີ່ຊົ່ວໂມງຜ່ານໄປ

 

ຈົນໃນທີ່ສຸດມັນກໍ່ຂ້າມຜ່ານມາເປັນມື້ໃຫມ່ແທນ ແຕ່ວ່າຂ້ອຍຍັງມືນຕາຄ້າງຢູ່ຄືເກົ່າ ພິກຊ້າຍພິກຂວາ ປີ້ນຫນ້າປີ້ນຫລັງ ປ່ຽນທ່ານອນໃຫ້ສະບາຍເພື່ອທີ່ຕົນເອງຈະໄດ້ນອນຫລັບ... ແຕ່ວ່າມັນກໍ່ບໍ່ເປັນຜົນດັ່ງໃຈຫວັງ ເຮີ່ຍ~~ ສຸດທ້າຍຂ້ອຍກໍ່ເລີຍເອົາມືຂຶ້ນກ່າຍຫນ້າຜາກແທນ

"ກ໊ອກໆໆ/ແອ໊ດ........."

ສຽງປະຕູດັງຂຶ້ນພ້ອມກັບສຽງໄຂ ເຜີຍໃຫ້ເຫັນໃບຫນ້າຂອງອາເລັກ ເມື່ອແສງຂອງພະຈັນເຕັມດວງສ່ອງມາໃສ່ມັນ

"ຍັງບໍ່ນອນເທື່ອຫວາ" ມັນຖາມໃນຂະນະທີ່ພາຮ່າງກາຍໃຫຍ່ໆຂອງມາຢູ່ເທິງຕຽງ

"ຍັງ ນອນບໍ່ຫລັບ"

"ຫວາ ຂ້ອຍກະຄືກັນ" ສຸດຄວາມໂຕຂອງມັນກໍ່ມຸດເຂົ້າຜ້າຫົ່ມນຳຂ້ອຍ ຈົນຮ່າງກາຍຂອງຂ້ອຍກັບມັນຕິດກັນ

"ເຮີ້ຍ!! ຊິເຮັດຫຍັງນິ"

"ກະບໍ່ມີຫຍັງດອກ ຂ້ອຍນອນບໍ່ຫລັບ ກະເລີຍຢາກມີຫມູ່ລົມນຳ

ແຕ່ບໍ່ຕ້ອງຍັບເຂົ້າມາໃກ້ກະໄດ້ (ຮູ້ບໍ່ຫົວໃຈຂ້ອຍມັນເຕັ້ນແຮງ)

"ເຈົ້າຊິຢ້ານຫຍັງ ຂ້ອຍບໍ່ເຮັດຫຍັງເຈົ້າດອກ"

"ເອີ້ໆ" ຂ້ອຍບອກພ້ອມກັບຫັນຫລັງໄປອີກຝາກ ບໍ່ຢາກຈະຫລຽວຫນ້າມັນ ບໍ່ຢາກຈະມີອາການຫວັ່ນໄຫວ ແລະອີກຢ່າງຫນຶ່ງທີ່ສຳຄັນ ບໍ່ຢາກຈະຄິດໄປໃກເກີນກວ່າ ເພາະມັນບໍ່ເຫມາະສົມ

ຈາກນັ້ນກໍ່ບໍ່ມີໃຜເວົ້າຫຍັງອອກມາດົນເຕີບ ຈົນກະທັ້ງມັນເປັນຄົນເລີ່ມເວົ້າຂຶ້ນມາ ບັນຍາກາດງຽບໆກໍ່ຖືກທຳລາຍລົງທັນທີ

"ຂ້ອຍຖາມຫຍັງນຳເຈົ້າໄດ້ບໍ່"

"ແມ່ນຫຍັງ ຂ້ອຍຕອບທັງທີ່ຍັງຫັນຫລັງໃຫ້ມັນຢູ່

"ຮູ້ສຶກແນວໃດທີ່ຈູບນຳຂ້ອຍ"

ຈຶກ ຂ້ອຍຢຸດທັນທີ... ຄຳຖາມລຽບໆທີ່ມັນຍິງມາ ເອົາຈົນຂ້ອຍເກືອບຫາຍໃຈບໍ່ທັນ ເຮ້ຍເອີ້ຍ!! ຄົນກຳລັງຈະລືມຢູ່ນິມັນ ຊິເອົາມາຮື້ຟື້ນຫາຕະເຂັບຊາຍແດນຫຍັງວະ!!

"ບອກຂ້ອຍໄດ້ບໍ່"

ມັນປ່ຽນເປັນສຽງທີ່ອ່ອນລົງຈົນເຮັດໃຫ້ຂອຍຫັນຫນ້າໄປຫາມັນ ເຊິ່ງຂອງພະຈັນທີ່ສອງລົງຜ່ານທາງປ່ອງຢ້ຽມຂ້າງໆຕຽງກໍ່ສະຫວ່າງພໍທີ່ຈະແນມໃຫ້ໃບຫນ້າຂາວໆຂອງມັນ

"ເອີ່... ຂ້ອຍ ກະ ບໍ່ຮູ້ຄືກັນ ແລ້ວເຈົ້າເດຊັນ"

"ກະອະທິບາຍບໍ່ໄດ້ຄືກັນນະ....​ເອີ່ ລະເຈົ້າເຄີຍຮູ້ສຶກພິເສດນຳໃຜບໍ່"

ກະເຄີຍ ລະຂ້ອຍຄິດວ່າເຈົ້າກະຄືຊິຮູ້ເລື່ອງນີ້ດີ

"ຫມາຍເຖິງອ້າຍສິນຫັ້ນຕົວະ" ເອີ່ຍຖາມດ້ວຍສຽງປົນເສົ້າ....  ເຫມືອນຈະເສຍໃຈກັບເລື່ອງທີ່ຂ້ອຍກຳລັງບອກມັນ... ແຕ່ ຂ້ອຍວ່າ ມັນບໍ່ມີທາງທີ່ຈະເປັນແບບນັ້ນດອກ ຂ້ອຍອາດຈະຄິດໄປເອງຫລາຍກວ່າ

"ອະ ອື່ມ ແຕ່ວ່າມັນເປັນເລື່ອງອະດີດໄປແລ້ວ ລະຕອນນີ້ມັນມີບາງສິ່ງບ່າງຢ່າງເຂົາມາທົດແທນໃຫມ່... ແຕ່ວ່າຄວາມຮູ້ສຶກ ຂ້ອຍຍັງບໍ່ທັນຫມັ້ນໃຈວ່າຄິດແນວໃດກັບມັນກັນແທ້ ໂດຍສະເພາະກັບຄົນໆນັ້ນ... ດຽວຂ້ອຍຊິລອງຖາມເຈົ້າຄືນກ່ອນຊັນ... ລະເຈົ້າເດ ຮູ້ສຶກພິເສດກັບຜູ້ຍິງຄົນໃດຊັນ"

ຖາມໄປທັງທີ່ຫົວໃຈມັນຫວັ່ນໆ ລໍຖ້າຄຳຕອບຈາກມັນຢ່າງໃຈຈົດໃຈຈໍ່ ພໍດີຂ້ອຍບໍ່ເຫັນມັນໄປພົວພັນນຳຜູ້ຍິງຄົນໃດເທື່ອຊ້ຳ ມີແຕ່ຜູ້ຍິງຫລຽວເບິ່ງແຕ່ມັນຢ່າງດຽວ

"ກະບໍ່ຮູ້ຄືກັນນະ"

"ຫມາຍຄວາມວ່າແນວໃດ" ຂ້ອຍຖາມທັນທີ

"ກະຖ້າຊິຕອບຕາມຄວາມຈິງ... ຂ້ອຍອາດຈະບໍ່ໄດ້ຮູ້ສຶກຫຍັງກັບຜູ້ຍິງເປັນພິເສດ"

"ຮະ ເຮີ້ຍ!! ເວົ້າປານໂຕເອງບໍ່ໄດ້ມັກຜູ້ຍິງນິແລະ...​ ລະຂ້ອຍກະບໍ່ເຊື່ອວ່າຄົນຄືເຈົ້າຊິແມ່ນເກດອກ"

"ຖ້າຖາມຂ້ອຍ ຂ້ອຍກະບໍ່ຫມັ້ນໃຈໂຕເອງນະ ຍ້ອນຫົວໃຈຂ້ອຍມັນເຕັ້ນແຮງເວລາທີ່ຢູ່ໃກ້ຜູ້ຊາຍຄົນຫນຶ່ງ..."

ມັນຫມາຍເຖິງໃຜວະ ຢາກຮູ້ ແຕ່ບໍ່ກ້າຖາມ

"ຫວາ ເອີ່... ແລ້ວເຈົ້າຊິຢູ່ນີ້ດົນບໍ່" ຂ້ອຍປ່ຽນເລື່ອງໃຫມ່ທັນທີຫລັງຈາກທີ່ໄດ້ຄຳຕອບ... ບໍ່ຮູ້ວ່າແມ່ນໃຜໄປນັ່ງໃນໃຈຂອງມັນວະ

"ມື້ອື່ນກະຊິກັບແລ້ວ"  ມະ ມື້ອື່ນຫວາ ຮູ້ສຶກໃຈຫາຍແນວໃດກະບໍ່ຮູ້ "ພໍດີມື້ກີ້ອ້າຍຂ້ອຍໂທມາຫາຂ້ອຍອີກ... ແລະຂ້ອຍກະບອກໃຫ້ລາວມາຮັບຂ້ອຍມື້ອື່ນ"

"ອະ ອື່ມ ດີແລ້ວຊັ້ນ ເຈົ້າຈະບໍ່ຕ້ອງຂາດໂຮງຮຽນອີກ...​ ເຮີ່ຍ...​ ລະຂ້ອຍຫວັງວ່າກັບໄປບ້ານ ແລ້ວເຈົ້າຄືຊິຄົບສາມສິບສອງເດີ້"

"ມັນເປັນຄຳອວຍພອນຫວາຫັ້ນ"

ກະອວຍພອນລະເນາະ... ກະບໍ່ຢາກໃຫ້ເຈົ້າຖືກຕີຈົນຫນີອອກຈາກບ້ານແບບນີ້ອີກ (ເພາະວ່າຂ້ອຍເປັນຫ່ວງ)

"ອື້ມ"

"ລະຮີບນອນໄດ້ແລ້ວ ມັນເດິກລະນິ ດຽວຊິຕື່ນສວາຍ good night" ຂ້ອຍບອກໃນຂະນະທີ່ກຳລັງຫັນຫລັງໃຫ້ມັນ...

ເຮີ່ຍ...... ມື້ນີ້ມັນມີເລື່ອງຫລາຍຢ່າງເກີດຂຶ້ນພ້ອມກັນໂດຍທີ່ຂ້ອຍບໍ່ທັນຄາດເຖິງ... ໂດຍສະເພາະເລື່ອງຫົວໃຈຂອງຂ້ອຍ ທີ່ຕອນນີ້ມັນກຳລັງຈະປ່ຽນໄປແລ້ວ

.

 

.

.

ເອົາແລ້ວສອງຄົນນີ້ມີອາການຫວັ່ນໄຫວຕໍ່ກັນລະ.....

ສ່ວນນິຍາຍເລື່ອງຕໍ່ໄປຈະອອກມາເປັນແນວຊາຍກັບຍິງລ້ວນຄືບົວກັບເກັ່ງຫັ້ນ

ຫລືວ່າເຮົາຊິແຕ່ງບົວກັບເກັ່ງເປັນພາກສອງບໍ່ເນາະ!!

ແຮງສອງຄົນນັ້ນຈົບດ້ວຍແບບຄ້າງໆຄາ...

ຈັງໃດກະຝາກເມັ້ນແດ່ເດີ້

......... ລືມໄປ ຝາກເມັ້ນເປັນສອງຢ່າງໄດ້ບໍ່ ເມັ້ນໃຫ້ໂຕ ລະຄອນກັບເມັ້ນຕອບ

ຄຳຖາມ writer ນະ ຈະໄດ້ແຍກອອກແລ້ວສົ່ງຄຳຖາມໄປຫາ

Delicious Digg Fark Twitter