ຕອນທີ
ລອງເລີ່ມຕົ້ນໃຫມ່
ທີ່ມະຫາວິທະຍາໄລ ຫລັງເລີກຮຽນ
"ຕຶກໆໆ"
ແລະນັ້ນມັນກໍ່ແມ່ນສຽງຝາຕີນຂອງເອກທີ່ກຳລັງຍ່າງຕາມຂ້ອຍມາຕິດໆ ຕັ້ງແຕ່ເກີດເລື່ອງຈົນມາຮອດມືນີ້ມັນກໍ່ຜ່ານມາສາມວັນແລ້ວ ເຊິ່ງມັນກໍ່ເຂົ້າມາວຸ້ນວາຍນຳຂ້ອຍແບບນີ້ທຸກມື້ ໄລ່ມັນໄປເທື່ອໃດ ມັນກໍ່ນຳມາຂ້ອຍຕະຫລອດ
"ນ້າ ເພິ່ນຟັງເຂົາອະທິບາຍໄດ້ບໍ່" ມັນທັງເວົ້າທັງກ້າວຂາຍາວເຂົ້າມາຫາ ຈົນໃນທີ່ສຸດມັນມາຢຸດຢູ່ຂ້າງໆໂຕຂ້ອຍ
"ບໍ່ຈຳເປັນ ແລະເພິ່ນຄວາມຈຳເສື່ອມຫວາ ຫ໊ະ!! ວ່າບໍ່ຕ້ອງມຫາເຂົາອີກ" ຂ້ອຍບັນດານໂທສະຢ່າງບໍ່ຢັບຢັ້ງ
"..................."
"ເຂົາບໍ່ຢາກຈະຫາຍໃຈຮ່ວມເພິ່ນຊ້ຳ"
"..................."
"ແລະເທື່ອຫນ້າ ກະບໍ່ຕ້ອງມາຫາເຂົາອີກ ເຂົາເບື່ອ ເຂົາລຳຄານ!!"
ສຸດຄວາມຂ້ອຍກໍ່ຮີບກ້າວຂາອອກໄປຈາກບ່ອນນີ້ທັນທີ ເພື່ອທີ່ຈະມຸ່ງໄປທີ່ບ່ອນຈອດລົດຢ່າງໄວ... ໂດຍທີ່ມັນກໍ່ຮີບກ້າວຂາຍາວໆມາຂວາງທາງຂ້ອຍໄວ້ກ່ອນ
"ດຽວກ່ອນ... ຢ່າຟ້າວໄປໄດ້ບໍ່ ເຂົາມີເລື່ອງຈະເວົ້ານຳເພິ່ນຫລາຍຢ່າງນະ"
"ແຕ່ເຂົາບໍ່ມີຫຍັງຈະເວົ້າຫຍັງນຳເພິ່ນ!!.... ເຂົາເວົ້ານຳຄົນໃດ໋ ບໍ່ແມ່ນຄວາຍ!!" ດ່າມັນອອກໄປຢ່າງເຫລືອອົດ ແຕ່ເຫມືອນວ່າມັນຈະບໍ່ສະທົກສະທ້ານຫຍັງ ເຮ້ຍເອີ່ຍ!! ຄົນຫນ້າດ້ານ ມັນກະເປັນແບບນີ້ແລະ
"ນ້າ....ເພິ່ນລອງຟັງເຂົາຈັກບາດໄດ້ບໍ່.... ເຂົານະ ນອນບໍ່ຫລັບ ກິນເຂົ້າບໍ່ລົງ ຍ້ອນຄິດແຕ່ເລື່ອງທີ່ເກີດຂຶ້ນລະຫວ່າງເຂົາກັບເພິ່ນຕະຫລອດ... ແຖມເລື່ອງຂອງເຮົາມັນຍັງຂ້າງຄາແບບນີ້ຢູ່ ເຂົາຢາກຈະຕົກລົງນຳເພິ່ນໃຫມ່ອີກເທື່ອຫນຶ່ງ ໄດ້ບໍ່"
"ບໍ່... ແລະຖ້າເພິ່ນຊິບອກວ່າຮັບຜິດຊອບເຂົານະ ມັນບໍ່ຈຳເປັນ!!"
"ບໍ່ໄດ້ດອກນ້າ..... ເຂົາເຮັດໃຫ້ເພິ່ນເສຍຫາຍ... ຄັນເຂົາປະໄວ້ແບບນີ້ ເທົ່າກັບວ່າເຂົາບໍ່ແມ່ນລູກຜູ້ຊາຍ" ມັນບອກດ້ວຍສີຫນ້າທີ່ຈິງຈັງ ໂດຍທີ່ຂ້ອຍກໍ່ບໍ່ເຄີຍເຫັນມັນໃນໂຫມດນີ້ປານໃດ
"ເຊົາເຖາະເອກ... ເລື່ອງທັງຫມົດເຂົາຊິທຳໃຈລືມມັນໃຫ້ໄດ້... (ທັງທີ່ຄວາມຈິງມັນບໍ່ແມ່ນແບບນັ້ນ) ແຕ່ວ່າເລື່ອງນີ້ ເພິ່ນຫ້າມເອົາໄປບອກໃຜເດັດຂາດ!!"
ເຂົາບໍ່ບອກໃຜດອກ... ເຂົາສັນຍາ....
"ດີ... ຊຳນີ້ແມ່ນບໍ່ເລື່ອງທີ່ຈະເວົ້ານະ"
"ບໍ່ ເຂົາມີຫຍັງຫລາຍກວ່າຫັ້ນ.... ຖ້າເພິ່ນເປີດໂອກາດໃຫ້ເຂົາໄດ້ເວົ້າອີກນະ"
ວ່າລະ ຖາມໄປມັນກໍ່ຕ້ອງຕອບກັບມາແບບນີ້ ຂ້ອຍກໍ່ເລີຍຕັດສິນໃຈ ຮີບຕັດບົດມັນໄປກ່ອນເລີຍ
"ໂອກາດຂອງເພິ່ນມັນບໍ່ມີອີກຕໍ່ໄປແລ້ວ....
"ແຕ່" ມັນກຳລັງຊິເວົ້າອອກມາ ແຕ່ພັດມີສຽງໂທລະສັບຂ້ອຍດັງຂຶ້ນກ່ອນ ຂ້ອຍເລີຍບໍ່ປ່ອຍໂອກາດໃຫ້ມັນເວົ້າ ແລ້ວກົດຮັບໂທລະສັບແທນ
"ຮະໂຫລ"
(ນ້າຢູ່ໃສ) ປາຍສາຍແມ່ນອ້າຍຂ້ອຍ
"ຢູ່ມະຫາວິທະຍາໄລ ອ້າຍມີຫຍັງ"
(ອ້າຍວ່າຊິຊວນນ້ອງມາກິນເຂົ້ານຳ ມາຫາອ້າຍໄດ້ບໍ່)
"ອື້ມໄດ້ ແລ້ວອ້າຍຢູ່ໃສຊັນ"
(ຢູ່ຮ້ານເກົ່າແຖວຫ້າງນິແລະ ມາຫາອ້າຍໄວໆເດີ້ ພໍດີມີຫລາຍເລື່ອງຈະລົມນຳ)
ຄືຊິຫນີບໍ່ພົ້ນກັບເລື່ອງຂອງຂ້ອຍກັບເອກ
(ອື້ມ ດຽວໄປຫາ ເທົ່ານິແລະ) ຫລັງຈາກສິ້ນການສົນທະນາ ຂ້ອຍກໍ່ວາງສາຍບລົງ ແລ້ວກໍ່ເຫງີຍຫນ້າເບິ່ງມັນຕໍ່
"ເຂົາບໍ່ມີວຽກຫຍັງນຳເພິ່ນອີກລະ... ຂໍໂຕ ພໍດີອ້າຍເຂົາໂທມາບອກໃຫ້ໄປຫາ" ສຸດຄວາມ ຂ້ອຍກໍ່ຢ່າງຫນີມັນທັນທີ ແຕ່ມັນກໍ່ຍ່າງຕາມຂ້ອຍມາຕິດໆ
"ດະ ດຽວກ່ອນ ນ້າ ເຂົາ ຊື້ເຂົ້າຫນົມທີ່ເພິ່ນມມັກມາໃຫ້" ມັນເວົ້າພ້ອມກັບຢື່ນຂອງມາໃຫ້ ເຊິ່ງຂ້ອຍກໍ່ເລື່ອນມືໄປຮັບເອົາຖົງເຂົ້າຫນົມມາ ເລີຍເຮັດໃຫ້ມັນຍິ້ມອອກມາຫນ້ອຍຫນຶ່ງ
"ຂອບໃຈ ແຕ່ເທື່ອຫນ້າບໍ່ຈຳເປັນ"
ຟິ້ວ!! ຂ້ອຍກໍ່ແກວ່ງຂອງທີ່ມັນໃຫ້ມາ ໄປຖິ້ມຫ້ຫມາກິນແທນ...
ຈາກນັ້ນກໍ່ພາຮາງກາຍໂຕເອງອອກໄປຈາກມັນ ໂດຍທີບໍ່ສົນອີກຝ່າຍກຳລັງຫນ້າເສຍຫລາຍສ່ຳໃດ........
ຫຶ ຢ່າຄິດເດີ້ວ່າເຂົ້າຫນົມຖົງດຽວຊິເຮັດໃຫ້ຂ້ອຍໃຈອ່ອອນກັບມັນໄດ້... ເຖິງແມ່ນວ່າບາງຄັ້ງຂ້ອຍຈະຫວັນໄຫວກໍ່ຕາມເຖ໊າະ
ທີ່ຮ້ານອາຫານ
ອ້າຍຂ້ອຍນັດອອກມາກິນເຂົ້າໃນເວລາທີ່ຂ້ອຍຫາກໍ່ເລີກຮຽນ... ເຊິ່ງລາວໄດ້ເລືອກບ່ອນທີ່ບໍ່ຄ່ອຍຈະມີຄົນກາຍໄປກາຍມາ ໂຕະຂອງພວກຂ້ອຍກໍ່ຢູ່ບ່ອນໃກຈາກສາຍຕາຜູ້ຄົນ
ສ່ວນອາຫານຫລາຍຈານທີ່ວາງຢູ່ຕໍ່ຫນ້າຂ້ອຍ ມັນບໍ່ໄດ້ຖືກສຳພັດຈາກບ່ວງຈາກຊ້ອມເລີຍຈັກຫນ້ອຍ ໃນເມື່ອຂ້ອຍໄດ້ແຕ່ນັ່ງເຫມີລອຍ ແລ້ວກໍ່ຄຽດກັບປັນຫາທີ່ຫາກໍ່ເກີດຂຶ້ນລະຫວ່າງຂ້ອຍກັບເອກ
"ຄິດຫຍັງຢູ່ ຄືນັ່ງຊຶມແທ້" ອ້າຍຂ້ອຍເອີ່ຍຖາມ ໃນຂະນະທີ່ລາວກຳລັງນັ່ງຢູ່ຕໍ່ຫນ້າຂ້ອຍ
"ກະຄິດຫຍັງໄປເລື່ອຍເປື່ອຍຫັ້ນແລະ ບໍ່ມີຫຍັງດອກ"
"ແນ່ໃຈ໊"
"ອື້ມ......"
"ເຮີ່ຍ..... ຖ້າອ້າຍເກັບເລື່ອງຄຽດໆໄວ້ຄົນດຽວຄືນ້ານະ... ພໍດີເອິກແຕກຕາຍແນ່ນອນ"
"ແລ້ວຊິໃຫ້ນ້ອງເຮັດແນວໃດຊັ້ນ" ຂ້ອຍຖາມເອົາຄຳເຫັນຈາກລາວ
"ກະປົດປ່ອຍມັນມາກະໄດ້.... ຢູ່ນີ້ມັນກະມີແຕ່ອ້າຍກັບນ້າແຕ່ສອງຄົນເທົ່ານັ້ນ"
ແມ່ນແລະ ຢູ່ນີ້ມັນມີແຕ່ຂ້ອຍກັບລາວ ມີຄົນທີ່ຂ້ອຍໄວ້ໃຈທີ່ສຸດໃນຊີວິດທີ່ກຳລັງນັ່ງຢູ່ຕໍ່ຫນ້າ ບາງເທື່ອການປົດປ່ອຍສິ່ງທີ່ຢູ່ໃນໃຈອອກມາ ອາດຈະເຮັດໃຫ້ທຸກຢ່າງມັນດີຂຶ້ນ
"ເຮີ່ຍ.. ນ້ອງລະຄຽດກັບເລື່ອງມື້ນັ້ນຂະຫນາດ..... ຄັນອີ່ພໍ່ອີ່ແມ່ຮູ້ເລື່ອງນີ້ນະ... ພໍດີເຂົາເຈົ້າເອົານ້ອງຕາຍແນນ່ອນ"
"ອື່ມ......ແຕ່ເລື່ອງນີ້ ນ້າບໍ່ຕ້ອງເປັນຫ່ວງດອກ.... ດຽວອ້າຍຊິຈັດການໃຫ້ເອງ... ແຕ່ວ່າຕອນນນີ້ນະ ນ້າມີເລື່ອງໃຫ້ຫ່ວງຫລາຍກວ່າຫັ້ນ ລະມັນກໍ່ແມ່ນເລື່ອງຂອງນ້າກັບເອກນີ້ແລະ... ວ່າຊິເອົາແນວໃດຕໍ່ໄປ"
"ກະບໍ່ຮູ້ຄືກັນ ຂ້ອຍບອກອອກໄປທັນທີ ນ້ອງຍັງບໍ່ທັນໄດ້ຄິດຫຍັງເທື່ອ"
"ຊັ້ນນ້າກໍ່ຄວນຈະຄິດຕັ້ງແຕ່ດຽວນີ້ສາ....ເຮີ່ຍ... ກະຈັງຊັ້ນແລະ ທຸກຢ່າງເລີ່ມຕົ້ນຈາກຄວາມແຄ້ນ ແຕ່ກໍ່ລົງທ້າຍດ້ວຍຄວາມຮັກ"
"ບໍ່ແມ່ນຈັກຫນ້ອຍ!!" ຂ້ອຍຕອບອອກໂດຍທີ່ບໍ່ທັນໄດ້ຄິດກ່ອນ
"ຍັງຊິມາຖຽງອີກ... ຂະຫນາດເດັກປະຖົມເຂົາຍັງເບິ່ງອອກແລ້ວວ່ານ້າມັກເອກ.... ນ້າ ເລື່ອງມັນກະມາຮອດສ່ຳນິລະ... ອ້າຍລະຢາກໃຫ້ປ່ອຍວາງເລື່ອງຄວາມແຄ້ນນັ້ນຊະ... ອ້າຍຮູ້ວ່ານ້າກຳລັງສັບສົນເລື່ອງນິ້ຢູ່"
"ບໍ່ມີທາງ.... ໂດຍສະເພາະຕອນນີ້ ຕອນທີ່ມັນທຳລາຍນ້ອງຈົນຊິເປັນບ້າຕາຍແລ້ວນິ"
"ກະຍ້ອນນ້າໄປເຈົ້າຄິດເຈົ້າແຄ້ນກັບເອກຫັ້ນແລະ... ເລື່ອງມັນກະເລີຍໂກລະໂຫນແບບນີ້.... ສ່ວນເລື່ອງທີ່ເກີດຂຶ້ນລະຫວ່າງເອກກັບນ້ານະ... ມັນບໍ່ແມ່ນເລື່ອງເລັກໆນ້ອຍໆຈັກຫນ້ອຍ ແຕ່ມັນເປັນເລື່ອງສຳຄັນໃນຊີວິດຂອງນ້າເລີຍໃດ໋!!"
"ແຕ່ຈັງໃດ ພວກເຮົາກະເຂົ້າກັນບໍ່ໄດ້ດອກ... ຖ້າເອກມັນຮູ້ເລື່ອງທີ່ນ້າວາງແຜນນະ ມັນກະຄືຊິກັບມາແກ້ແຄ້ນນ້າຄືນອີກຫັ້ນແລະ"
"ເຮີ່ຍ...." ອ້າຍຂ້ອຍຖອນຫັນໃຈຢ່າງເບື່ອຫນ່າຍ "ແຕ່ວ່າອ້າຍບໍ່ຢາກໃຫ້ນ້າຢູ່ໃນສະພາບນີ້ຄືກັນ.... ຜູ້ຍິງກັບຜູ້ຊາຍມີຄວາມສຳພັນທີ່ເກີນເລີຍ ມັນບໍ່ແມ່ນເລື່ອງຫລິ້ນໆ...." ແມ່ນລະ ມັນບໍ່ແມ່ນເລື່ອງຫລິ້ນໆຄືລາວເວົ້າ... ແຕ່ຊິໃຫ້ຂ້ອຍເຮັດຈັງໃດລະ ຊີວິດຂ້ອຍກັບມັນບໍ່ຕ່າງຍັງກັບໂຊກສະຕາໄດ້ຂີດໄວ້ໃຫ້ເປັນເສັ້ນຂະຫນານກັນ
"ລະເອກກະບອກແລ້ວວ່າຊິຂໍຮັບຜິດຊອບເລື່ອງທັງຫມົດ... ອ້າຍວ່ານ້າຄວນຍຸດຕິເລື່ອງທັງຫມົດແລ້ວມາເລີ້ມຕົ້ນໃຫມ່ດີກວ່າ.... ສ່ວນເລື່ອງຄວາມແຄ້ນຂອງນ້າຫັ້ນ ບາດແລ້ວຈຶ່ງຫາໂອກາດທີ່ເຫມາະສົມບອກເອກກະໄດ້.. ອ້າຍເຊື່ອວ່າເອກພ້ອມທີ່ຈະໃຫ້ອະໄພລາວສະເຫມີ"
"ບໍ່ມີທາງດອກ....ຄົນແບບເອກຊັງຄົນທີ່ຂີ້ຕົວະທີ່ສຸດ ລະອີກຢ່າງຫນຶ່ງ ຕອນນີ້ມັນຍັງບໍ່ເລີກກັບເກດເທື່ອຊ້ຳ... ແບບນີ້ນິມັນຊິມາຜິດຊອບນ້ານະ.... ລະທີ່ມັນເວົ້າໄປທັງຫມົດ ຍ້ອນວ່າມັນເຫັນອ້າຍຢູ່ໃນເຫດການນຳຊື່ໆ... ຜູ້ຊາຍແຕ່ລະຄົນນະຖ້າມັນໄດ້ໃຜງ່າຍໆ ມັນບໍ່ມີທາງຮັບຜິດຊອບນ້າດອກ"
"ອັນນັ້ນມັນກະແມ່ນແຕ່ຜູ້ຊາຍເຮ້ຍໆບາງຄົນເທົ່ານັ້ນຫັ້ນແລະ... ແຕ່ກັບເອກ ມັນບໍ່ແມ່ນເລີຍ"
"ແລ້ວອ້າຍສັງເກດຈາກອີ່ຫຍັງເລີຍສະຫລຸບເອົາເອງວ່າມັນເປັນຄົນແບບນັ້ນ"
"ກະສັງເກດຈາກ ສາຍຕາ, ຄຳເວົ້າ ແລະການກະທຳ..... ທຸກຢ່າງທີ່ເອກເຮັດນະມັນຊັດເຈນທຸກຢ່າງນ້າ... ມີແຕ່ນ້າຫັ້ນແລະທີ່ບໍ່ສັງເກດ ແນວເອົາຄວາມແຄ້ນກັບເອົາຄວາມຄິດອະຄະຕິມາບັງຫນ້າໄວ້... ອ້າຍລະຢາກໃຫ້ນ້າລອງເປີດໃຈໃຫ້ເອກເຂົ້າມາເບິ່ງ... ອ້າຍວ່າເອກຮັກນ້າຈະຕາຍ... ສ່ວນເລື່ອງຂອງເກດນະ ດຽວອ້າຍຊິບອກໃຫ້ເອກຈັດການໃຫ້ມັນຈົບສິ້ນເລີຍ!!"
ຍິ່ງລາວເວົ້າຂ້ອຍຍິ່ງລັງເລກັບໂຕເອງ... ຕັ້ງເຕ່ເກີດມາຂ້ອຍບໍ່ເຄີຍມີຫຍັງໃຫ້ຕ້ອງຕັດສິນໃຈຢ່າງເດັດຂາດແບບນີ້ມາກ່ອນ.... ຖ້າຖາມຈາກໃຈສ່ວນເລີກຂອງຂ້ອຍ ຂ້ອຍກໍ່ຈະຕອບຕົກລົງໃຫ້ເຈົ້າໂຕມາຮັບຜິດຊອບ ແຕ່ໃນສະຫມອງຂອງຂ້ອຍ ພັດຄິດເລື່ອງແກ້ແຄ້ນ....
ເຮີ່ຍ...... ແຕ່ຈັງໃດເລື່ອງມັນກະລາມປາມມາຮອດຊຳນີ້ລະ ຂ້ອຍກໍ່ເລີຍຢາກຈະສຶກສາມັນເປັນເບິ່ງກ່ອນ ຖ້າເປັນໄປໄດ້ ຂ້ອຍຊິຢຸດຕິເລື່ອງລາວທຸກຢ່າງໃຫ້ມັນຈົບລົງ
"ອະ ອື້ມ ....ແຕ່ນ້ອງກະຢາກຂໍເວລາທຳໃຈກັບເລື່ອງທັງຫມົດກ່ອນ"
"ດີແລະຊັນ ... ໃຫ້ເວລາມັນເປັນການຕັດສິນແທນ... ບາງເທື່ອທຸກຢ່າງມັນອາດຈະດີຂຶ້ນ"
ແມ່ນຄວາມ ບາງເທື່ອທຸກຢ່າງມັນອາດຈະດີຂຶ້ນ
ໃນເມື່ອຂ້ອຍກະບໍ່ສາມາດຈະປັດຕິເສດໄດ້ວ່າໂຕເອກກຳລັງມີຮູ້ສຶກດີໆນຳອີກຝ່າຍແທ້ໆ
.
.
ຄອມເມັ້ນຫາຍໄປໃສນະ
ມິດງຽບປານປ່າຊ້າ ເອົາສາມຕອນມາລົງລະ
ບໍ່ເຫັນຈະມີຄົນເຂົ້າມາເລີຍນະ ຮືໆ
ສ່ວນເລື່ອງທີ່ເຄີຍຖາມໄວ້ນະ ຝາກໃຫ້ຕອບແດ່ເດີ້