ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 25, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ຕອນທີສາມສິບ

ຂອງສຳຄັນ

 

ທີ່ຮ້ານອາຫານ

 ຫລັງຈາກທີ່ຂ້ອຍເລີກວຽກແລ້ວໆ

 

 

ອາເລັກຊວນຂ້ອຍມາຮັບປະທານອາຫາແບບທົ່ວໄປ (ພໍດີຕ້ອງໃຊ້ຄຳວ່າຮັບປະທານຖ້າເປັນຂ້ອຍ ແຕ່ຖ້າເປັນອີກຝ່າຍ ລະແມ່ນສະແຕກ ມັນຈຶ່ງສົມນ້ຳສົມເນື້ອ) ທີ່ຮ້ານອາຫານແຫ່ງຫນຶ່ງ ດ້ວຍບັນຍາກາດທີ່ແສນສະບາຍ ແຕ່ລະໂຕຈພຈັດຢູ່ໃນສາລາຂອງໃຜຂອງມັນ ມີວົງດົນຕີເສບເພງຊຶ້ງ ໃຫ້ແຂກທັງຫລາຍໄດ້ຟັງ ພ້ອມກັບຮັບປະທານຢ່າງມີຄວາມສຸກ ບໍ່ຄິດເລີຍວ່າອາເລັກຊິຮູ້ຈັກຮ້ານອາຫານທີ່ໂຄດແສນຈະໂຣແມນຕິກ

ເຊິ່ງໂຕະຂອງພວກຂ້ອຍຢູ່ໃນມຸມທີ່ບໍ່ຄ່ອຍຈະມີຄົນພໍປານໃດ

ດີເວີ້ຍທີ່ມັນເລືອກບ່ອນງຽບໆຈະບໍ່ໄດ້ມີໃຜກາຍໄປກາຍມາໃຫ້ລຳຄານຕາ... ​ເພື່ອທີ່ຂ້ອຍກັບມັນຈະໄດ້ຫຍັງກັນສະດວກຂຶ້ນ ອິໆໆ (ທີ່ເຮັດຫຍັງກັນນະ ຫມາຍເຖິງສົນທະນາເດີ້)

"ຢາກກິນຫຍັງກະສັ່ງໂລດ ດຽວມື້ນີ້ຂ້ອຍລ້ຽງ"

"ຫຶ ຊິລ້ຽງ?" ຂ້ອຍຖາມອີກຝ່າຍດ້ວຍສີຫນ້າງຸນງົງ ປົກກະຕິມັນຈະຊວນຂ້ອຍໃຫ້ເຮັດກິນຢູ່ທີ່ບ້ານຫລາຍກວ່າ ແຕ່ມື້ນີ້ມາແປກເວີ້ຍ

"ອື້ມ ຂ້ອຍຫາກະໄດ້ເງິນເດືອນນະ ພໍດີມື້ຄືນລັກອອກໄປຫລິ້ນດົນຕີໄດ້ ເງິນເດືອນກະຫລາຍແສນເຕີບ"

"ກະດີລະຊັນ

"ສັ່ງເລີຍແມະ" ອາເລັກບອກພ້ອມກັບຢື່ນເມນູມາໃຫ້

"ອື້ມ.... ນ້ອງ!" ຂ້ອຍຮ້ອງໃສ່ເດັກເສີບຍິງທີ່ຢູ່ໃກ້ໆໂຕະ ພ້ອມກັບກົ້ມຫນ້າເລືອກເມນູ

"ເຈົ້າໆ"

"ເອີ່...​ ເອົາເຂົ້າພັດຈາຫນຶ່ງລະກະເອົານ້ຳເແອັບເປີ້ນຈອກຫນຶ່ງ ເຈົ້າເດຊິເອົາຫຍັງ" ຂ້ອຍເຫງີຍຖາມອີກຝ່າຍ

"ອື່ມ... ເອົາສະເຕັກຫມູ່ຈານຫນຶ່ງ ກັບນ້ຳແປັບຊີ້ແກ້ວຫນຶ່ງ"

"ອື້ມ ເອົາຊຳນີ້ແລະນ້ອງ

ໂດຍ ຫລັງຈາກທີ່ເດັກເສີບຈົດເມນູໄວ້ ບາດແລ້ວກໍ່ຍ່າງເຂົ້າໄປໃນຮ້ານ ເຫລືອຖິ້ມໄວ້ແຕ່ຂ້ອຍກັບອາເລັກທີ່ນັ່ງຢູ່ນຳກັນຕາມລັງພັງພຽງສອງຕໍ່ສອງ ຂ້ອຍກໍ່ເລີຍມີໂອກາດໄດ້ລົມເລື່ອງຫລາຍຢ່າງໆ ໂດຍສະເພາະເລື່ອງນີ້

"ວ່າແຕ່ລັກອອກມາໄດ້ແນວໃດຫັ້ນ..." ຂ້ອຍຖາມຄົນທີ່ນັ່ງຢູ່ຕໍ່ຫນ້າ ເພື່ອເປັນຂ້າເວລາທີ່ກຳລັງລໍຖ້າອາຫານ...

ພໍດີຂ້ອຍຮູ້ມາວ່າເວລານີ້ພໍ່ມັນຄຸມມັນຈະຕາຍ ລວມທັງມື້ນີ້ນຳ ບໍ່ຮູ້ລັກອອກມາໄດ້ແນວໃດ ສ່ວນຫລາຍອີກຝ່າຍຈະນັດຂ້ອຍຍອອກມາເວລາຕອນເຊົ້າຫລືຕອນສວາຍເທົ່ານັ້ນ

"ແລ້ວພໍ່ເຈົ້າບໍ່ຮູ້ຫວາ"

"ບໍ່... ດຽວນີ້ລາວກຳລັງຄາວຽກຢູ່ຕ່າງປະເທດ ປະມານອີກສອງສາມເດືອນລາວກະກັບ ຂ້ອຍກະເລີຍເຮັດຫຍັງໄດ້ສະບາຍ"

"ສົມພໍລະ ແມວບໍ່ຢູ່ຫນູລ່າເລີງ"

"ຊິວ່າແບບນັ້ນກະໄດ້...​ ຂ້ອຍກະເລີຍຕ້ອງການໃຊ້ເວລາຢູ່ນຳເມຍ ເອີ້ຍ ແຟນໃຫ້ຄຸ້ມຄ່າທີ່ສຸດ "

"ອື້ມ..." ຂ້ອຍງຶກຫົວພ້ອມກັບສົ່ງຮອຍຍິ້ມໃຫ້ອີກຝ່າຍຫວານໆ....   ມີເວລາເປັນອິດສະລະ ຫນຶ່ງອາທິດຫວາ....  ກະດີຄືກັນ ຂ້ອຍກໍ່ຢາກຈະໃຊ້ເວລາທີເຫລືອຢູ່ໃຫ້ຄຸ້ມຄືທີ່ມັນເວົ້າຫັ້ນແລະ...

"ຊັນຫລັງຈາກກິນເຂົ້າລະ ເຮົາເລີ່ມຈາກຂັບລົດເລາະຫລິ້ນຕໍ່ເລີຍເບ໊າະ"

"ບໍ່!!" ຂ້ອຍຢົກມືຫ້າມທັນທີ... "ຢ່າເດັດຂາດ!!"

"ອ້າວ ເປັນຫຍັງ"

"ຍັງມີຫນ້າມາຖາມອີກ!!......".

"ແຕ່ຈັງໃດມືນີ້ຂ້ອຍກະເອົາລົດມາຮັບມາສົ່ງເຈົ້າ... ລະມື້ເຊົ້າກະຍັງບັງຄັບບໍ່ໃຫ້ຂັບອີກ... ໂຕເອງຂັບລົດຊ້າຮ້າຍກ່ອນເຕົ່ານິ ຂ້ອຍລະໃຈຊິຂາດຍ້ອນ"

"ແນວຂ້ອຍຫ່ວງຊີວິດຂອງເຈົ້າລວມທັງໂຕຂ້ອຍນຳເດ...​ ອີກຢ່າງ ເຈົ້າກະຍັງບໍ່ທັນມີໃບຂັບຂີ່ເທື່ອຊ້ຳ ຂ້ອຍບໍ່ຢາກໃຫ້ຕຳຫລວດກັກ ດຽວຊິເປັນເລື່ອງ"

"ແຕ່"

"ຢຸດ!!" ຂ້ອຍຢົກມືຫ້າມອີກຄັ້ງ... ຖ້າເຈົ້າຖຽງຂ້ອຍອີກ ຂ້ອຍຊິຈ້າງລົດກັບດຽວນີ້ເລີຍ"  ຂ້ອຍຂູ່ດ້ວຍສຽງແຂັງໆ ເຊິ່ງມັນກະໄດ້ຜົນ ໃນເມື່ອມັນເລືອກທີ່ຈະມິດ ແລະຍອມທີ່ຈະເຊື່ອຟັງຂ້ອຍແຕ່ໂດຍດີ... ເຖິງວ່າອີກຝ່າຍຈະເຮັດສີຫນ້າບໍ່ເຕັມໃຈກໍ່ຕາມເຖາະ ແຕ່ຈັງໃດເລື່ອງແບບນີ້ຂ້ອຍຕ້ອງຄຸມມັນໃຫ້ໄດ້.... ຂັບລົດໃຈຮ້ອນຄືມັນ ດຽວຊິຖືກອຸບັດຕິເຫດພໍດີ

"ເອີ້ໆ ກະໄດ້ ຈະແມ່ນເອົາແຕ່ໃຈຕົນເອງ...."

"ໃຜວະ!! ທີ່ເອົາແຕ່ໃຈຕົນເອງນະ.... ບັງຄັບນັ້ນບັງຄັບນີ້ ເຮັດຫຍັງກະຕ້ອງແມ່ນໂຕເອງນຳຫນ້າຕະຫລອດ"

"ແນວເປັນເມຍຕ້ອງເຊື່ອຟັງຄວາມຜົວ...." ເບິ່ງມັນເວົ້າເເມ໊ະ!! ໂຄດຫນ້າຕາເສີຍເລີຍ ອັນຜູ້ທີ່ຖືກກ່າວຫາຫັ້ນຕິ ມາອາລົມຈີ໊ດຂຶ້ນມາທັນທີ

"ເຮີ້ຍ!! ຂ້ອຍບອກແລ້ວບໍ່ໃຫ້ເວົ້າເຂົ້າໃຈບໍ່ ໂດຍສະເພາະທີ່ສາທາລະນະແບບນີ້ນະ"

"ຕອນນີ້ມັນບໍ່ມີຄົ"ນ ເອີ້ແມ່ນຄວາມມັນຢູ່

ແຕ່ຈັງໃດ.... ຂ້ອຍກະບໍ່ມັກນະ ເຂົ້າໃຈບໍ່

"ບໍ່ເຂົ້າໃຈອີ່ຫຍັງທັງນັ້ນ ແລະທີ່ເຈົ້າວ່າມາມື້ກິນະ ເປັນຍ້ອນບໍ່ຢາກໃຫ້ຂ້ອຍເປັນເຈົ້າຂອງເຈົ້າ... " ອາເລັກເວົ້າດ້ວຍສຽງນ້ອຍໃຈ ຫນ້າທີ່ເຄີຍຫັນມາຫາຂ້ອຍກໍ່ປ່ຽນໄປທິດທາງອື່ນແທນ ແລະແນ່ນ່ອນ ເປັຮຫນ້າທີ່ຂ້ອຍຈະຕ້ອງເປັນຝ່າຍງໍ້ມັນ

"ເຮີ້ຍ ບ່ອນແມ່ນແບບນັ້ນຈັກຫນ້ອຍ" ຮີບອະທິບາຍທັນທີ

ແຕ່ກັບມາຄິດອີກບາດຫນຶ່ງ ມັນກະຖືກແລ້ວເບ໊າະວະ ທີ່ອາເລັກຈະເປັນຄົນຄຽດ ທັງໆທີ່ມັນເປັນຄົນເລີ່ມເລື່ອງກ່ອນ...

"ຂ້ອຍບໍ່ຢາກໃຫ້ໃຜມາເຫັນເຈົ້າເວົ້າແບບນີ້ ດຽວຊິເອົາໄປນິນທາໃນທາງທີ່ບໍ່ດີ ອີກຢ່າງເຈົ້າກະອາຍຸຍັງນ້ອຍ ບໍ່ຄືຂ້ອຍ ອາຍຸຊາວຫ້າແລ້ວ"

"ຂ້ອຍບໍ່ສົນ!!" ຫັນຫນ້າມາລົມຂ້ອຍ ແຕ່ກໍ່ຍັງຄົງຮັກສາສີຫນ້າອາລົມຮ້ອນຮົນຄືເກົ່າ... "ຂ້ອຍຄົບກັບເຈົ້າເປັນແຟນແລ້ວ (ເຖິງແມນວ່າຄວາມຈິງມັນຈະເກີນເລີຍກວ່າຫັ້ນ) ຂ້ອຍກະຢາກບອກໃຫ້ຄົນອື່ນຮູ້ວ່າເຈົ້າເປັນຄົນຮັກຂອງຂ້ອຍ... "

ບອກອອກມາດ້ວຍຄວາມຈິງຈັງ ຂ້ອຍກໍ່ເລີຍໄດ້ແຕ່ແກວ່ງຫົວກັບຄວາມດື້ຂອງມັນ ຄິດຖືກຫລືຄິດຜິດວະ ທີ່ເອົາມັນເປັນແຟນນະ

      "ໂອເຄຊັນ... ຊິເວົ້າຫຍັງກະເວົ້າໄປເຖ໊າະ ຈັງໃດຂ້ອຍກະບັງຄັບເຈົ້າບໍ່ໄດ້ຢູ່ດີ...".

      "ດີ!!..."

"ເອີ້!! ຂ້ອຍຮູ້ຈັກນິໄສເຈົ້າດີຢູ່ດອກ.... ເລື່ອງເອົາແຕ່ໃຈຕົນເອງລະແມ່ນອຳດັບຫນຶ່ງ"

"ເອົາແຕ່ໃຈ ແລ້ວຮັກບໍ່ຫັ້ນ" ມັນຖາມດ້ວຍຄວາມຢາກຮູ້

"ກະຮັກຫັ້ນແລະ ຄັນບໍ່ຮັກແລ້ວຊິຍອມເຈົ້າໄດ້ສ່ຳນີ້ບໍ່ລະ" ຂ້ອຍຕອບແບບປັດໆ ສ່ວນມັນກໍ່ຍິ້ມຈົນປາກຊິຈີກ

"ດີໆ... ເອີ່...​ ຂ້ອຍມີຂອງຂວັນຈະໃຫ້ເຈົ້ານະ"

      "ແມ່ນຫຍັງ..." ປ່ຽນເປັນຂ້ອຍ ທີ່ຖາມດ້ວຍຄວາມຢາກຮູ້ ເຫັນວ່າອີກຝ່າຍມີນ້ຳສຽງທີ່ຈິງຈັງ...

      ຈາກນັ້ນອາເລັກກໍ່ປົດສາຍຄໍທີ່ມີຈີ້ທີຂຽນເປັນພາສາອັງກິດວ່າ Love... ອອກຈາກຄໍຂາວໆຂອງມັນ...

ເຊິ່ງຂ້ອຍກໍ່ເຫັນມັນໃສ່ຕິດໂຕຕະຫລອດໃດ ພຽງແຕ່ບໍ່ເຄີຍຄິດຈະຖາມມັນຈະເທື່ອແນວມັນກະແມ່ນເລື່ອງທຳດາທີ່ທຸກຄົນຈະມີສາຍຄໍຕິດໂຕ

"ຂ້ອຍຢາກໃຫ້ສາຍຄໍເຈົ້າ"

"ອື້ມ" ຂ້ອຍງຶກຫົວຕອບແທນຄຳຖາມຂອງອີກຝ່າຍ

ຈາກນັ້ຍອາເລັກກໍ່ລຸກອອກຈາກໂຕະ ອ້ອມມາຢຸດທີ່ທາງຫລັງຂ້ອຍ ບາດແລ້ວມັນກໍ່ວາງສາຍຄໍລົງຫນ້າເອິກພ້ອມກັບໃສ່ມັນໃຫ້ຂ້ອຍເປັນຢ່າງດີ

"ຂອບໃຈ"

"ບໍ່ເປັນຫຍັງ" ມັນບອກໃນຂະນະທີ່ກຳລັງຍ່າງໄປນັ່ງບ່ອນເກົ່າປະຈຳທີ່ "ຮູ້ບໍ່ສ້ອຍນີ້ມັນສຳຄັນສຳຫລັບຂ້ອຍໃດ໋"

"ສຳຄັນແນວໃດ?"

"ກະສຳຄັນກວ່າຊີວິດທີ່ບໍ່ມີຄ່າຂອງຂ້ອຍຫັ້ນແລະ.... ພໍດີສາຍຄໍເສັ້ນນີ້ ແມ່ຂ້ອຍເອົາໄວ້ເປັນຂອງຂວັນສຸດທ້າຍກ່ອນລາວຊິເສຍ... ຕອນນີ້ລາວບອກວ່າ ໃຫ້ຂ້ອຍຮັກສາມັນໄວ້ດີໆ ເພື່ອທີ່ຂ້ອຍໃຫຍ່ຂຶ້ນມາແລ້ວຈະໄດ້ມອບໃຫ້ຄົນທີ່ສຳຄັນ ແລະພ້ອມຈະໃຊ້ຊີວິດໄປນຳກັນຕະຫລອດໄປ"

ອາເລັກອະທິບາຍດ້ວຍສາຍຕາທີ່ເລິກເຊິ່ງ... ທຸກໆຄຳຂອງມັນຕ່າງຫາກ ທີ່ມີຄ່າກວ່າຄົນແບບຂ້ອຍຊ້ຳ ຮຶກ ໃນທີ່ສຸດນ້ຳແຫ່ງຄວາມດີໃຈຢ່າງສຸດຊຶ້ງມັນກໍ່ໄຫລລົງອາບແກ້ມສອງຂ້າງ

"ຮຶກ ຂະ ຂອບໃຈ...​"  ຂ້ອຍບອກອອກໄປທັງນ້ຳຕາ... ບໍ່ຄິດເລີຍວ່າອີກຝ່າຍຊິເຮັດຊຶ້ງໄດ້ຂະຫນາດນີ້ ແລະທີ່ສຳຄັນ ມັນເຮັດໃຫ້ຂ້ອຍໄດ້ຮູ້ວ່າ ບໍ່ເຄີຍເສຍໃຈທີ່ໄດ້ຮັກກັບຄົນທີ່ຢູ່ຕໍ່ຫນ້າ

"ອື້ມ ແນວເຈົ້າກະມີຄ່ານຳຂ້ອຍແທ້ໆເດ ເຮີຍ.... ແຕ່ຂ້ອຍກະເຄີິຍບອກເຈົ້າຫລາຍເທື່ອລະວ່າຢ່າໄຫ້ ຮູ້ບໍ່ວ່າມັນເຈັບນະ" ອາເລັກເອື້ອມມືມາເຊັດນ້ຳຕາໃຫ້ຂ້ອຍຢ່າງອ່ອນໂຍນ

"ອະ ອື້ມ" ຂ້ອຍຊິບໍ່ໄຫ້ອີກແລ້ວ ຂ້ອຍຢຸດໃຫ້ແລ້ວປ່ຽນເປັນສົ່ງຍິ້ມໃຫ້ອີກຝ່າຍແທນ

"ວ່າແຕ່ເຈົ້າບໍ່ຢ້ານຂ້ອຍເຮັດເສຍຫວາ ມາຝາກຂ້ອຍແບບນີ້ນະ ຂ້ອຍແຮງເປັນເຊີຊ້າ ມັກລືມນັ້ນລືມຕະຫລອດ"

"ກະຈັງຊີ້ແລະແຮງດີນະ"

"ຮຶ ດີ ດີແນວໃດວະ"

"ກະດີບ່ອນທີ່ຂ້ອຍເອົາຂອງສຳຄັນໃຫ້ເຈົ້າ ເພື່ອທີ່ຈະຮັກສາໄວ້ມັນດີໆ... ຍ້ອນວ່າມັນຊິເຮັດໃຫ້ຄົນມັກລືມຄືເຈົ້າ ຈະໄດ້ໃສ່ໃຈນຳມັນວ່າ ຕອນນີ້ເຈົ້າກຳລັງຮັບຜິດຊອບອີ່ຫຍັງຢູ່ ລະອີກຢ່າງເຈົ້າຈະໄດ້ຄິດຮອດຂ້ອຍທຸກຄັ້ງທີ່ເຫັນມັນ"

"ອື້ມໆ....... ເອີ່...... ຖ້າ ຂ້ອຍເຮັດເສຍເດຊັນ"

"ຂ້ອຍເອົາເຈົ້າຕາຍແນ່ນອນ!!" ມັນເວົ້າດ້ວຍສີຫນ້າຈິງຈັງ ຮ໊ວຍ!! ຢ້ານໃດ໋ນິ

"ຊັນເຈົ້າກະເອົາຂອງຂອງເຈົ້າໄປຄືນເຖ໊າະ!!" ບອກພ້ອມຊິກຽມປົດສາຍຄໍ

"ຖ້າເຈົ້າສົ່ງຂ້ອຍຄືນ ຂ້ອຍກະເອົາເຖິງຕາຍຄືກັນ"

ຂ້ອຍວາງມືລົງຈາກສາຍຄໍທັນທີ ແນວມັນສົ່ງສາຍຕາເປັນຕາຍຢ້ານມາໃຫ້ຂ້ອຍເດ

"ຫມາຍຄວາມວ່າຂ້ອຍບໍ່ມີທາງເລືອກເລີຍແມ່ນບໍ່ນິ"

"ມີ... ທາງເລືອກນັ້ນກໍ່ຄື ຮັກສາມັນໄວ້ໃຫ້ດີ"

"ແລ້ວມັນກ່ຽວກັນບ່ອນໃດວະ"

"ບໍ່ກ່ຽວ... ແຕ່ມັນເປັນທາງເລືອກອື່ນທີ່ດີທີ່ສຸດ ເຂົ້າໃຈບໍ່"

"ເອີ້!! ເຂົ້າໃຈກະເຂົ້າໃຈ..... ເລື່ອງບັງຄັບຜູ້ອື່ນນິຈັງແມ່ນຊາດວ່າເກັ່ງ!!"

ຂໍອະນຸຍາດເສີບອາຫານ....... ເດັກເຊີບຄົນເກົ່າເວົ້າແຊກການສົນທະນາ ພ້ອມກັບວາງອາຫານລົງທີ່ໄດ້ສັ່ງເທິງໂຕະ

"ເອີ່ ຂໍໂທດທີ່ເຮັດໃຫ້ຖ້າດົນ"

"ບໍ່ເປັນຫຍັງ ພໍດີພວກຂ້ອຍບໍ່ໄດ້ຖ້າດົນປານໃດ!!"

 

.

.

.

ມື້ນີ້ກວ່າຊິໄດ້ເອົາມາລົງຊ້າຂະຫນາດ

ພໍດີຊ່ວງນີ້ຄິດຫຍັງບໍ່ອອກແຕ່ງໄປແຕ່ງມາກະລຶບຖິ້ມຕະຫລອດ

ສ່ວນເລື່ອງນິຍາຍຕໍ່ໄປນະ ກຳລັງຈະຂຽນຂຶ້ນມາແລ້ວ

ພຽງແຕ່ຢາກຮູ້ວ່າຊິມີຄົນອ່ານອີກບໍ່

ຖ້າຢາກອ່ານລະຊິໃຫ້ແຕ່ງໃນໄວໃດ

ໄວມັດທະຍົມ ຫລື ມະຫາວິທະຍາໄລ ຈັງໃດກະຝາກຂໍ້ຄວາມໄວ້ແດ່ເດີ້

ຊິກັບເອົາໄປພິຈາລະນາ

Delicious Digg Fark Twitter