ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 25, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

ຕອນທີສາມສິບເອັດ

ອາລົມປ່ຽນແປງຕະຫລອດ

 

 

 

 Aek Part

ທີ່ຮ້ານອາຫານໃນໂຮງຮຽນ

ສອງເດືອນຜ່ານໄປ ຫລັງຈາກທີ່ເກດບໍ່ໄດ້ເຂົ້າມາຫຍຸ້ງນຳພວກຂ້ອຍອີກ

 

                  "ເອກໄປສັ່ງອາຫານໃຫ້ເຂົາແດ່!!"

                  ອ໊າກ!! ຂ້ອຍຢາກຈະເອົາຫົວຟາດກຳແພງຈັກຮ້ອຍຮອບເດ ກະຕັ້ງແຕ່ທີ່ທີ່ຂ້ອຍກັບນ້າຄືນດີກັນຕັ້ງແຕ່ມື້ນັ້ນຫັ້ນແລະ.. ຂ້ອຍກໍ່ຖືກຈິກໃຊ້ ຖືກໃຊ້ຮ້າຍກ່ອນທາດຍິ່ງກວ່າໃນຍຸກໂຣມັນບູຮານ... ຂ້ອຍເຮັດຫຍັງບໍ່ຖືກໃຈນ້ອຍຫນຶ່ງ ນ້າກະໂວຍວາຍໃສ່ ເຮີ່ຍ... ຂ້ອຍບໍ່ຕ່າງຫຍັງກັບເຄື່ອງມືທີ່ມີສິດແຕ່ປາກໄດ້

  

ຫລາຍວັນກ່ອນຫນ້ານີ້ ວັນທີ່ຂ້ອຍຖືກບັກຄັບໃຫ້ແຕ່ງອາຫານໃຫ້ຍ່າແມ່ກິນ

 

ເອກເປັນຫຍັງປາມັນຄືເຄັມແທ້ວະ!!

ແນວມັນເປັນຈືນປາເຄັມເດເພິ່ນ...

ຫຶ ກ້າຂຶ້ນສຽງຫວາຫ໊ະ!! ແລ້ວຫມູທອດກະທຽມມັນຄືແຕ່ກະທຽມຢ່າງດຽວວະ ແລ້ວຫມູມັນໄປໃສ!!

ກະຊິ້ນຫມູມັນຢູ່ຈານເພິ່ນແລ້ວ ເຂົາຍັງບໍ່ທັນໄດ້ກິນເທື່ອຊ້ຳ

ເພິ່ນວ່າເຂົາຍາດເພິ່ນກິນຫວາ!!

ບໍ່ໃດ໋ ເຂົາຍັງບໍ່ໄວ້ເທື່ອຊ້ຳ

ຫຸບປາກ!! ເຂົາບໍ່ໄດ້ບອກໃຫ້ເພິ່ນອອກຄວາມເຫັນ ເພິ່ນມີຫນ້າທີ່ຟັງຢ່າງດຽວ!!

ໂດຍ

ດີ ຫຶ....

 

ກັບມາສູ່ປັດຈຸບັນ

 

 "ເອກ!! ນ້າຮ້ອງໃສ່ຫນ້າຂ້ອຍດັງພໍສົມຄວນທີ່ຈະເຮັດໃຫ້ສະຕິທີ່ເລື່ອນລອຍກັບເຂົ້າມາຄືນ "ຫູເພິ່ນຫນວກຫວາຫ໊ະ!! ເຂົາບອກໃຫ້ເພິ່ນໄປສັ່ງອາຫານມາໃຫ້ເຂົາ ຍັງມານັ່ງຊຶງຢູ່"

"ໂດຍ ໄປດຽວນີ້ແລະ... ແລ້ວຊິເອົາຫຍັງ" ຂ້ອຍພະຍາຍາມເວົ້າເອົາໃຈແລະຄວບຄຸມສະຕິໃຫ້ມັນເປັນປົກກະຕິທີ່ສຸດ

"ເອົາຫຍັງມາກະໄດ້ ເຂົາຫິວ ກິນໄດ້ຫມົດ ແຕ່ວ່າຫ້າມຊ້າເດັດຂາດ​!!"

"ໂດຍ"

ເມື່ອໄດ້ຮັບຄຳສັ່ງ ຂ້ອຍກໍ່ຫອບສັງຂານທີ່ເມື່ອຍລ້າໄປຕໍ່ແຖວທີ່ຍາວຢຽດ

ເຮີ່ຍ.. ບໍ່ຮູ້ຊ່ວງນີ້ຈັກວ່ານ້າເປັນຫຍັງ ບຶດດີບຶດຮ້າຍອາລົມຂຶ້ນໆລົງ (ຢ່າງທີ່ເຫັນ) ເອົາຈົນຂ້ອຍນຳບໍ່ທັນ...

ແຕ່ໃນເມື່ອຂ້ອຍສັນຍາວ່າຈະເບິ່ງແຍງດູແລຄົນທີ່ຂ້ອຍຮັກໄວ້ແລ້ວ (ເຖິງວ່ານາງຈະບໍ່ເຄີຍບອກຮັກຂ້ອຍກໍ່ຕາມເຖ໊າະ) ຈັງໃດຂ້ອຍກໍ່ຕ້ອງພະຍາຍາມເຮັດໃຫ້ໄດ້... ແຕ່ວ່າຂ້ອຍມີເລື່ອງແປກໃຈກວ່າຫັ້ນ ນ້າມັກມີອາການປວດຮາກ ວິນຫົວຄືແບບບໍ່ສະບາຍຕະຫລອດຊ່ວງນິ ແລະມັກກິນຂອງສົ້ມໆຂອງດອງ ຈົນຂ້ອຍຕ້ອງໄດ້ຊື້ໄວ້ຕະຫລອດ ໂດຍສະເພາະຕອນນີ້ຄືກັນ

ຫລັງຈາກທີ່ຕໍ່ຄິວມາເປັນເວລາດົນນານອາຫານທີ່ຂ້ອຍໄດ້ສັ່ງກໍໄດ້ຮັບ ແລ້ວກໍ່ຮີບກັບໄປບ່ອນເກົ່າທັນທີ ທີ່ມີລາຊິນິກຳລັງນັ່ງຖ້າຢູ່

"ຄືດົນແທ້ວະ!! ຮູ້ບໍ່ເຂົາຖ້າຈົນເມື່ອຍແລ້ວນິ!!"

"ກະຄົນມັນຫລາຍເດ ເພິ່ນກະເຫັນ"

"ຍັງມາຖຽງອີກ!!... ແລ້ວຊື້ຫຍັງມາແດ່ຫັ້ນ"

"ຊື້ເຂົ້າພັດ ຊື້ຫມາກມ່ວງ ລະກະແປັບຊີ້" ຂ້ອຍເວົ້າພ້ອມກັບວາງອາຫານລົງ

"ເຂົາບອກແລ້ວວ່າຫ້າມຊື້ເຂົ້າພັດມາ ເພິ່ນຊິຊື້ມາຫາພະແສງເລເຊີ້ຫຍັງເກ໊າະ"

"ພະ ເພິ່ນບອກຕອນໃດວະ....".

"ຕອນໃດກະຢ່າ!! ແຕ່ຕອນນີ້ເຂົາຢາກກິນເຂົ້າປຽກ ໄປຊື້ມາໃຫ້ເຂົາດຽວນີ້!!

"ແລ້ວເປັນຫຍັງເພິ່ນຄືບໍ່ບອກເຂົາຕັ້ງແຕ່ທຳອິດລະ...."

"ເພິ່ນກ້າຖຽງເຂົາຫວາ ຫ໊ະ!! ໃສວ່າເພິ່ນສັນຍາວ່າຊິສັນຍາວ່າຊິເບິ່ງແຍງເຂົາດີໆຫັ້ນ"

ອີກລະ ປະໂຫຍກນີ້ອີກແລະ ແນວບໍ່ຮູ້ວ່າຊິດູແລເບິ່ງແຍງຍາກໄດ້ຂະຫນາດນີ້ເດ ເຮີ່ຍ... ເວນກຳຫຍັງຂອງກູວະ!!

"ແລ້ວເປັນຫຍັງເພິ່ນຄືງຽບ!! ບໍ່ແມ່ນພິ່ນດ່າເຂົາໃນໃຈເບ໊າະ!!"

"ບໍ່ໃດ໋ ເຂົາບໍ່ກ້າດ່າເພິ່ນໃນໃຈດອກ ເພິ່ນຄິດໄປເອງຕ່າງຫາກ"

"ຮຶກ... ເພິ່ນຂຶ້ນສຽງໃສ່ເຂົາ ຮືໆ ເພິ່ນຄຽດໃຫ້ເຂົາແລ້ວແມ່ນ ເຂົາບໍ່ດີບ່ອນໃດ ຮືໆໆ" ເອົາເຂົ້າໄປ ຈາກທີ່ຮ້າຍມືກີ້ກໍ່ປ່ຽນໄຫ້ແທນ ...

"ໂອໆ... ໃຈເຍັນໆ ດຽວເຂົາຊິໄປຊື້ມາໃຫ້ ຖ້າເຂົາແປັບຫນຶ່ງ ດຽວມາ"

"ເອີ້!! ຮີບໄປລະຮີບມາ!!"

"ໂດຍ"

ສຸດຄວາມ ຂ້ອຍກໍ່ຮອບສັງຂານໂຕເອງອອກໄປຊື້ອາຫານຕາມທີ່ໄດ້ຮັບຄຳບັນຊາຂອງອີກຝ່າຍ

ເຮີ່ຍ.... ປົກກະຕິ ນ້າຈະບໍ່ເຄີຍເປັນນັ້ນມາກ່ອນ ໂດຍສະເພາະຕອນກຳລັງຮ້ອງກຳລັງໄຫ້ໃນເວລາທີ່ຂ້ອຍເຮັດຫຍັງບໍ່ພໍ່ໃຈຕົນເອງ

ແລ້ວຕອນນີ້ຂ້ອຍຕ້ອງຕໍ່ຄິວຍາວກວ່າມື້ກີ້ ບໍ່ຮູ້ວ່າມື້ນີ້ຄືວ່າມີຄົນເຂົ້າມາກິນຢູ່ໂຮງອາຫານຫລາຍແທ້ວະ ປົກກະຕິບໍ່ຄ່ອຍພາກັນມາຈັກຫນ້ອຍ...​ ຂ້ອຍກໍ່ເລີຍຕ້ອງຖ້າດົນອີກກວ່າເກົ່າ ກະຢ້ານແຕ່ຄົນທີ່ຖ້າຢູ່ໂຕະຫັ້ນແລະ ດຽວຊິໂວຍວາຍໃສ່ຂ້ອຍອີກ

ຜ່ານໄປຫລາຍນາທີ...... ເຂົ້າປຽກທີ່ຂ້ອຍສັ່ງກໍ່ຖືກວາງລົງຕໍ່ຫນ້າ ໂດຍທີ່ຂ້ອຍກຳລັງຊິນັ່ງລົງບ່ອນເກົ່າ

"ແວ໊ະ!! ເຂົ້າປຽກອີ່ຫຍັງເພິ່ນຄືບໍ່ເປັນຕາແຊບຈັກຫນ້ອຍ......" ວະ ເວົ້າແບບນີ້ຫມາຍຄວາມແນວໃດວະ

"ກະເປັນຕາແຊບຫັ້ນແລະ ເຂົາຍັງໄດ້ຍິນຄົນຂ້າງໆຍັງວ່າແຊບລະ" ຂ້ອຍພະຍາຍາມຍົວະເຍົາເພື່ອໃຫ້ນາງກິນ

"ແຕ່ຈັງໃດເຂົາກະວ່າບໍ່ແຊບ...... ເຂົາບໍ່ຢາກກິນ ຕອນນີ້ເຂົາປ່ຽນໃຈກິນເຂົ້າພັດແທນດີກວ່າ"

ສຸດຄວາມ ນາງກໍ່ລົງມືກິນທັນທີດ້ວຍທີ່ມີສີຫນ້າທີ່ສະແດງເຖິງຄວາມສຸກທີ່ສຸດ ໂດຍທີ່ບໍ່ສົນຂ້ອຍເລີຍວ່າໄປຍື່ນຖ້າດົນສ່ຳໃດ ໂອຍ!! ກູຢາກຈະບ້າຕາຍ!!

"ແລ້ວເຂົ້າປຽກນິເດ ບໍ່ຢາກກິນຫວາ" ຂ້ອຍເອີ່ຍຖາມອີກຝ່າຍທີ່ກຳລັງກົ້ມກິນເຂົ້າພັດຢ່າງເມົາມັນ

"ບໍ່!! ບໍ່ຢາກ.... ລະເພິ່ນເອົາໄປໃກໆເຂົາເລີຍ ເຂົາບໍ່ຢາກເຫັນ ດຽວຊິກິນເຂົ້າພັດບໍ່ລົງ"

"ຢ່າແລະ ເຂົາຊິກິນດີກວ່າ ເສຍດາຍຂອງ"

"ອື້ມ ຕາມໃຈ.........."

"ເຮີ່ຍ...." ໃນທີ່ສຸດຂ້ອຍກໍ່ໄດ້ຍິນຄຳໆນີ້ຈາກປາກນາງ..​.. ຂອບໃຈສະຫວັນທີ່ຫຍັງເມດຕາຄົນຕາດຳໆຄືຂ້ອຍ

"ເພິ່ນຖອນຫັນໃຈເຮັດຫຍັງ......" ອີ່ຫຍັງລະບາດນິ..... ຊິໃຫ້ຂ້ອຍຫາຍໃຈສະບາຍໆຈັກບາດໄດ້ບໍ່ວະ "ເພິ່ນຖອນຫັນໃຈໃສ່ເຂົາແມ່ນບໍ່ ຫ໊ະ!!"

"ບໍ່ແມ່ນໃດ໋... ເຂົາບໍ່ໄດ້ໃສເພິ່ນຈັກຫນ້ອຍ ເຂົາວ່າເພິ່ນຮີບກິນເຖາະ ເຂົາເຈົ້າຫລຽວເບິ່ງພວກເຮົາຫລາຍແລ້ວນິ"

ຂ້ອຍພະຍາຍາມເຕືອນໃຫ້ອີກຝ່າຍໃຈເຢັນ ເຊິ່ງວ່າມັນກໍ່ໄດ້ຜົນພໍສົມຄວນ ໃນເມື່ອນາງມິດແລ້ວກໍ່ລົງມືກິນອາຫານຕໍ່... ດ້ວຍສະພາບ ເອີ່ ແບບວ່າ ຂອງໆກູຫ້າມແຕະ ປະມານນີ້ແລະ... ແລ້ວຈາກນັ້ນ ນ້າກະຫຍິບກິນມາກມ່ວງ ທີ່ລົດຊາດມັນແບບເຫັນແລ້ວຂ້ອຍຍັງເຂັດແຂ້ວແທນ ຂ້ອຍກໍ່ເລີຍອົດບໍ່ໄດ້ທີ່ຈະເອີ່ຍປາກຖາມ

"ນ້າ... ບໍ່ສົ້ມແດ່ຫວາຫັ້ນ"

"ບໍ່ ກຳລັງແຊບພໍດີ... ລອງກິນເບິ່ງບໍ່" ນ້າຍື່ນໃຫ້ ແຕ່ຂ້ອຍຍົກມືຂຶ້ນປັດຕິເສດ

"ຢ່າແລະ ເຂົາຍັງບໍ່ຢາກ"

"ເພິ່ນຊິກິນຫລືບໍ່ກິນ......" ນ້າຂູ່ດ້ວຍສຽງແຂງ... ເອົາຈົນຂ້ອຍບໍ່ກ້າທີ່ຈະປັດຕິເສດ

"ໂດຍໆ" ມືໃຫຍ່ຂອງຂ້ອຍກໍ່ເລີຍເລືອກທີ່ຈະຍື່ນມືໄປຈັບ ແລ້ວຍັດເຂົ້າປາກ...

ແລະພໍແຕ່ຍ້ຳເທົ່ານັ້ນ ເກືອບທີ່ຂ້ອຍຈະຄາຍມັນຖິ້ມ ແຕ່ວ່າຂ້ອຍພະຍາຍາມເລືອກທີ່ຈະກືນມັນ ໃນເມື່ອນ້າສົ່ງສາຍຕາຄາດໂທດມາໃຫ້ ເຮ້ຍເອີ້ຍ!! ຮ້າຍກ່ອນຊົດຫມາກນາວເປັນຖັງ ເອົາຈົນຂ້ອຍຫລັບຕາແຈບ

"ສົ້ມແບບນີ້ກິນໄດ້ແນວໃດວະ!!"

"ບໍ່ເຫັນສົ້ມຈັກຫນ້ອຍ ແຊບຊິຕາຍ ລອງອີກແມະ!!"

ນ້າຍືນອີກປ່ຽງມາໃຫ້ອີກຄັ້ງຫນຶ່ງ ຄັນຊິປັດຕິເສດກະຢ້ານແຕ່ອີກຝ່າຍໂມໂຫໃສ່ ຂ້ອຍກໍ່ເລີຍຈະເປັນທີ່ຈະຕ້ອງກິນແລະພະຍາຍາມກືນມັນໄປອີກຄັ້ງ ບໍ່ຮູ້ວ່າອີກຝ່າຍຕັ້ງໃຈເຮັດໃສ່ຂ້ອຍຫລືບໍ່

"ກິນເຂົ້າແລ້ວພາເຂົາໄປເລາະຊື້ເຄື່ອງໄດ້ບໍ່ ພໍດີເຂົາຢາກໄດ້ກະເປົ໋ານະ... ເຫັນຫມູ່ພາກັນຊື້ຫມົດລະ ເຫລືອແຕ່ເຂົາຫັ້ນທີ່ບໍ່ມີນະ"

"ຄືຊິບໍ່ໄດ້ດອກ ພໍດີມື້ນີ້ເຂົາຊິໄປເຕະບານນຳຫມູ່ ຄືວ່າເລື່ອງນີ້ເຂົາກະບອກເພິ່ນລະໃດ໋"

"ຮຶກ... ເພິ່ນເຫັນບານສຳຄັນກວ່າເຂົາ ຮືໆໆ ເພິ່ນຊິແອບໄປຫາກິກແມ່ນບໍ່ ຮຶກ" ຄົນທີ່ຢູ່ຕໍ່ຫນ້າເລີ່ມຮ້ອງໃຫ້ອີກລະ

"ບໍ່ແມ່ນຈັກຫນ້ອຍ ເຂົາກະມີແຕ່ເພິ່ນຄົນດຽວນີ້ແລະ ຄັນເພິ່ນຊິໄປຊື້ກະເປົ໋ານະ ດຽວເຂົາຊິໂທບອກຍົກເລີກນຳພວກບັກພາດກະໄດ້"

ສຸດທ້າຍຂ້ອຍກໍ່ເລືອກທີ່ຈະເຮັດຕາຄຳສັ່ງ... ບໍ່ຢາກໃຫ້ເລື່ອງມັນລຸກລາມຫລາຍໄປກວ່ານີ້

"ໄດ້ຈັງໃດວະ!! ເພິ່ນຄືບໍ່ມີຄວາມຮັບຜິດຊອບຈັກຫນ້ອຍ... ເທົ່າໄປນັດພວກອ້າຍພາດລະ ຍັງມາປັດຕິເສດອີກ ນິໃສບໍ່ດີ!!....." ເອີ່ ສະຫລຸບຂ້ອຍເປັນຄົນຜິດອີກແລ້ວຕົວະນິ

"ໂອເຄໆ... ດຽວຈັກຫນ້ອຍເຂົາຊິໄປສົ່ງຢູ່ເຮືອນ... ວ່າແຕ່ເພິ່ນເຖ໊າະ ຊ່ວງນີ້ເປັນຫຍັງເກ໊າະ ຄືວ່າອາລົມຂຶ້ນລົງໆຕະຫລອດ ເອົາຈົນເຂົານຳບໍ່ທັນ"

"ເຂົາກະບໍ່ຮູ້ຄືກັນ ບໍ່ເຂົ້າໃຈໂຕເອງເລີຍຈັກຫນ້ອຍ ພະຍາຍາມຄວບຄຸມໂຕເອງເທື່ອໃດກະບໍ່ໄດ້ຈັກເທື່ອເລີຍນະ"

"ສົງໄສປະຈຳເດືອນບໍ່ມາປົກກະຕິ ຕິເບາະຫັ້ນ" ຂ້ອຍຖາມແບບກວນໆ ແຕ່ອີກຝ່າຍພັດເຮັດສີຫນ້າຈັງຈິງ ແລ້ວກໍ່ຕອບຂ້ອຍມາວ່າ

"ອື້ມ... ປະຈຳເດືອນເຂົາບໍ່ມາສອງເດືອນແລ້ວ" ຈຶກ ຂ້ອຍຢຸດທັນທີ ຈາກທີ່ຂ້ອຍເຮຮາກະປ່ຽນມາຫຸບປາກແທນ "ຮຶກເຂົາຢ້ານນະ ເຂົາຢ້ານມັນເປັນແບບນັ້ນ ຮືໆ"

"ລະ ແລ້ວເພິ່ນໄປຫາຫມໍລະ"

"ຍັງເທື່ອ ເຂົາບໍ່ກ້າ ຮຶກ ເຂົາຢ້ານ ເຂົາຢ້ານ ຮືໆໆ" ຄົນຢູ່ຕໍ່ຫນ້າຂ້ອຍຮ້ອງໃຫ້ຈົນໂຕສັ່ນ ເລີຍເຮັດໃຫ້ຂ້ອຍຕ້ອງລຸກອອກຈາກໂຕະໄປນັ່ງຂ້າງໆນ້າ ເພື່ອເປັນການປອບໃຈ

"ບໍ່ຕ້ອງຢ້ານເຂົາຢູ່ຂ້າງໆເພິ່ນທັງຄົນ..." ຂ້ອຍໃຊ້ມືນັ່ງເຊັດນ້ຳຕາໃຫ້ ສ່ວນອີກຂ້າງກໍ່ຈັບກຸມມືນາງໄວ້ເບົາ"

ແຕ່ຕອນນີ້ໄປໂຮງຫມໍນຳເຂົາບໍ່... ເລື່ອງນີ້ເຂົາກະສົງໄສແຕ່ດົນລະໃດ໋"

"ແຕ່ເຂົາຢ້ານນະ ຮຶກ"

"ເຂົາບອກແລ້ວວ່າເຂົາຊິຢູ່ຂ້າງໆເພິ່ນ"

"ແລ້ວຖ້າມັນເປັນຄືເຂົາຄິເດໄວ້ເດຊັນ...... ຮຶກ"

"ເຂົາກະຊິຢູ່ດູແລເພິ່ນນິແລະ..... ດີອີກ ຈະໄດ້ມີສິມາຊິກໃຫມ່ເພີ່ມ"

"ອະ ອື້ມ ຊັນເຮົາໄປ ອະ ອຶກ ອ໊ວກ....."

ພ໊ວດ ເຕັມໆຫນ້າຂ້ອຍເລີຍ ທັງຕອນຫມາກມ່ວງ ທັງເມັດເຂົ້າພັດ

ໂຄດອາຍເລີຍຕອນນີ້ ຄົນແນມເບິ່ງເຕັມຮ້ານເລີຍ

"ຊິຮາກຄືບໍ່ບອກກ່ອນແດ່"

"ແລະແມ່ນໃຜບອກໃຫ້ເພິ່ນຢູ່ໃກ້ໆເຂົາຊັນ!!" ເອີ້....... ສະຫລຸບຂ້ອຍຜິດອີກຄືເກົ່າ

"ເອີ້ໆ ຮີບໄປໂຮງຫມໍກ່ອນເຖາະ ຄົນແຮງເບິ່ງຢູ່ນິ"

:

 

 

 

:

ຕອນຕໍ່ໄປກະຊິຮູ້ແລ້ວວ່ານ້າຊິມີລູກຫລືບໍ່

ກຽມລຸ້ນໄວ້ເດີ້ ແຕ່ບາງເທື່ອອາດຈະມີການຫັກມຸມກະໄດ້

ຂໍພຽງແຕ່ໃຫ້ມີຄົນມາເມັ້ນກະພໍລະ

 

 

Delicious Digg Fark Twitter