ຕອນທີສາມສິບສອງ
ຮູ້ຜົນ
ຂ້ອຍປ່ຽນໃຫ້ເອກພາມາຄລີນິກແທນທີ່ຈະໄປໂຮງຫມໍ ຍ້ອນຂ້ອຍບໍ່ຢາກຈະໄປບ່ອນຜູ້ທີ່ມີຄົນຫລາຍຄົນ ຖ້າເຂົາກວດວ່າ ເອີ່ ວ່າໂຕເອງຖືພາແທ້ຫລືບໍ່...
ເຊິ່ງຫລາຍວັນທີ່ມາ ຂ້ອຍຍອມຮັບເລີຍວ່າໂຕເອງເອົາແຕ່ໃຈຂຶ້ນ ອາການຂຶ້ນໆລົງຕະຫລອດ ແບບອາການຄົນມີລູກຫັ້ນແລະ ທີ່ມັກອາລົມໂມໂຫ ຫມຸດຫມັດ ບໍ່ມັກໃຫ້ໃຜມາຂັດໃຈ ຂ້ອຍກໍ່ເລີຍຕ້ອງກາຍເປັນພາລະໃຫ້ເອກຫນ້ອຍຫນຶ່ງ (ບໍ່ຫນ້ອຍເລີຍ ແຕ່ມັນມະຫາສານ: ເອກ)
ໂດຍສະເພາຕອນນີ້ ຕອນທີ່ເອກຈູງມືຂ້ອຍເຂົ້າໄປທາງໃນຄລີນິກ ເພື່ອທີ່ຈະກວດຫາຄວາມຈິງທັງຫມົດ ວ່າທີ່ພວກຂ້ອຍພາກັນສົງໄສມາແຕ່ດົນມັນຈະແມ່ນຄວາມຈິງຫລືບໍ່
ຫລັງຈາກທີ່ໄດ້ສອບຖາມພະຍາບານໃນຄລີນິກ ລາວກໍ່ບອກໃຫ້ຂ້ອຍຕ້ອງເຂົ້າໄປກວດທາງໃນພຽງຄົນດຽວ ລວມທັງໃຫ້ຂຽນຊີວະປະຫວັດນຳ ໂດຍທີ່ຂ້ອຍເລືອກປ່ຽນຊື່ອື່ນແທນ ພໍດີ ບໍ່ຢາກໃຫ້ໃຜຮູ້ຈັກຊື່ທີ່ແທ້ຈິງ ຈາກນັ້ນກໍ່ຕ້ອງລໍຖ້າຄຳຕອບອີກຄັ້ງ.......
"ມືຄືສັ່ນໆແທ້...." ມັນຖາມໃນຂະນະທີກຳລັງຈັບມືຂ້ອຍ" ຕື່ນເຕັ້ນແຮງຫວາ"
"ອື້ມ... ຫົວໃຈມັນຊິຫລຸດອອກຈາກເອິກແລ້ວນິ"
"ໃຫ້ເຂົາເນັ່ນໄວ້ໃຫ້ບໍ່ ອິໆໆ"
"ຫນ້າສິ່ວຫນ້າຂວານແບບນີ້ ຍັງມີຫນ້າມາກວນປະສາດເຂົາອີກເນາະ!!"
"ແນວບໍ່ຢາກໃຫ້ເພິ່ນຄຽດເດ ວ່າແຕ່ຄົນທີ່ຊື່ອາລີ້ແມ່ນໃຜຫັ້ນ" ເອກຊີ້ນິ້ວໃສ່ຊອງເອກະສານສີນ້ຳຕານຂອງຂ້ອຍ
"ຊື່ເຂົານິແລະ ພໍດີເຂົາໃຊ້ຊື່ປອມ ບໍ່ຢາກໃຫ້ຄົນອື່ນຈື່ເຂົາ"
"ຫຶ ປານນັ້ນພຸ້ນ"
"ອື້ມ..... ກະເຂົາບໍ່ຢາກໃຫ້ໃຜຮູ້ຊື່ເດ ກະເລີຍຕ້ອງປ່ຽນ"
"ໂອເຄ ກະແລ້ວແຕ່ເພິ່ນຊັນ..."
"ເອກ ຖ້າຜົນມັນອອກມາວ່າເຂົາຖືພາແທ້ເດ ເຮົາຊິເຮັດໃດຕໍ່ໄປຊັນ ເອີ່ ຊິໃຫ້ເຂົາເອົາອອກບໍ່"
"ຢ່າເດັດຂາດ!!" ມັນຮ້ອງສຽງດັງຂຶ້ນທັນທີ ເອົາຈົນຄົນທີ່ຢູ່ພາຍໃນຄລີນິກແນມເບິ່ງດຽວ ເຮັດໃຫ້ມັນຕ້ອງກົ້ມຫນ້າງຶກຫົວ ເປັນການຂໍໂທດ "ເຂົາບໍ່ໃຫ້ເພິ່ນເອົາອອກເດັດຂາດ... ລູກເຂົາທັງຄົນ ເຂົາບໍ່ຍອມດອກ ອີກຢ່າງເຂົາກະສັນຍານຳເພິ່ນແລ້ວວ່າຊິເບິ່ງແຍງຮັບຜິດຊອບເພິ່ນເປັນຢ່າງດີ ແລະຖ້າເປັນແບບນັ້ນແທ້ນະ ເຂົາກະຊິໃຫ້ພໍ່ເຂົາມາຂໍເພິ່ນເລີຍ...."
"ຂະ ຂອບໃຈ..." ບໍ່ເຄີຍຄິດເລີຍວ່າຄົນເຈົ້າຊູ້ຫລາຍໃຈແບບມັນຈະຍອມເຮັດທຸກຢ່າງເພື່ອຂ້ອຍພຽງຄົນດຽວ
ແລະຖ້າຕອນນີ້ ມີຄົນມາຖາມຂ້ອຍວ່າຮູ້ສຶກແນວໃດກັບເອກ ຂ້ອຍກໍ່ຊິກ້າຕອບເລີຍຕອນນີ້ ຂ້ອຍຮັກເອກແທ້ໆແລ້ວ
"ເຂົາຕ່າງຫາກທີ່ຈະຕ້ອງຂອບໃຈເພິ່ນ ທີ່ເຮັດໃຫ້ເຂົາຮັກເພິ່ນ ແລະເຮັດໃຫ້ເຂົາມີຄວາມສຸກທີ່ໄດ້ເບິ່ງແຍ່ງເພິ່ນ"
"ນະ ແນ່ໃຈ?"
"ອື້ມ ເຖິງບາງຄັ້ງອາລົມເພິ່ນຈະຂຶ້ນໆລົງຈົນເຂົານຳບໍ່ທັນກໍ່ຕາມເຖາະ ... ແຕ່ເມື່ອເຮົາເຮັດທຸກຢ່າງສຳຫລັບຄົນທີ່ເຮົາຮັກແລ້ວ ມັນກະເຮັດໃຫ້ເຮົາມີຄວາມສຸກ"
ສຸດຄວາມ ຂ້ອຍກໍ່ພາຮ່າງກາຍນ້ອຍໆຂອງຂ້ອຍເຂົ້າໄປໂອບກອດໂຕມັນໄວ້ ບໍ່ຮູ້ແລະ ເປັນຫຍັງຢາກຈາກກອດເອກໄວ້ ຂ້ອຍອະທິບາຍບໍ່ໄດ້ເລີຍ
"ຮຶກ ຂອບໃຈ ຮຶກ ຂອບໃຈທີ່ຮັກຄົນແບບເຂົາ" ຂ້ອຍບອກທັງນ້ຳຕາທີ່ມັນກຳລັງໄຫລແນບເອິກຂອງອີກຝ່າຍ....
"ອື້ມ... ເອກລູບຜົມຂ້ອຍຄ່ອຍໆ ເຫມືອນຈະເປັນການໃຫ້ກຳລັງໃຈໄປໃນໂຕ
ເຊິ່ງຂ້ອຍກໍ່ສາມາດສຳພັດຄວາມອົບອຸ່ນຈາກເອກໄດ້..... ເຊິ່ງມັນເປັນຄວາມຮູ້ສຶກທີ່ຂ້ອຍໄດ້ຮັບຈາກອີກຝ່າຍຕະຫລອດ... ຈັງໃດກະຂອບໃຈສະຫວັນທີ່ສົ່ງຄົນແບບເອກມາໃຫ້ຂ້ອຍໃນທຸກໆເວລາທີ່ຂ້ອຍມີຄວາມທຸກແລະຄວາມສຸກ... ໃນຊີວິດຂ້ອຍຕ້ອງການສ່ຳນີ້ ຕ້ອງການສ່ຳນີ້ແທ້ໆ
"ຄົນຕໍ່ໄປ ນາງອາລີ້......" ຂ້ອຍດັນເອິກເອກອອກມາຄ່ອຍໆ ເມື່ອໄດ້ຍິນສຽງພະຍາບານປະກາດຊື່ຂ້ອຍ ຈາກນັ້ນກໍ່ພະຍາຍາມເຊັດນ້ຳຕາໃຫ້ແຫ້ງເພື່ອທີ່ຈະກຽມໂຕເຂົ້າໄປທາງໃນ
"ດຽວເຂົາເຂົ້າໄປກ່ອນ... ຖ້າເຂົາແປັບຫນຶ່ງເດີ້ ດຽວອອກມາ"
"ອື້ມ... ມັນງຶກຫົວແທນຄຳຕອບ" ຈາກນັ້ນຂ້ອຍກໍ່ສູບລົມຫາຍໃຈເຂົ້າເລິກໆເພື່ອລວບລວມກ້າ ແລ້ວກໍ່ຍ່າງເຂົ້າໄປທາງໃນຫ້ອງຂອງຫມໍ
Writer part
ອາລິນ້າ ພາຕົນເອງເຂົ້າມາກວດເຊັກເບິ່ງວ່າທີ່ຕົນເອງສົງໄສມາຕະຫລອດວ່າຄວາມຈິງມັນແມ່ນແບບນັ້ນບໍ່... ໂດຍທີ່ນ້າໄດ້ຖືກເຈາະເລືອດ ແລ້ວກໍ່ກວດນັ້ນກໍ່ນີ້ ພວກຊອກຫາຂໍ້ເທັດຈິງ
"ຫມໍ ກວດແລ້ວຫມົດລະບໍ່..." ນ້າຖາມໃນຂະນະທີ່ຫມໍກຳລັງຂຽນບາງຢ່າງທີ່ນາງກໍ່ອ່ານບໍ່ອອກປານໃດ ກ່ອນທີ່ຈະຍັດເອກະສານເຂົ້າໄປທາງໃນຄືນ
"ກວດແລ້ວໆ ມີແຕ່ເຈົ້າໃຫ້ເອົາເອກະສານນີ້ໄປທີ່ຫ້ອງຖັດໄປ ເພື່ອໃຫ້ຫມໍອີກຄົນບອກສາເຫດທີ່ແທ້ຈິງ:
"ໂດຍຂອບໃຈຫມໍ" ນ້ານົບຕາມມາລະຍາດ ກ່ອນຈະພາໂຕເອງອອກຈາກຫ້ອງນີ້ໄປຕາມຄຳສັ່ງຂອງຫມໍ
ຫລັງຈາກທີ່ອອກມາ ນາງກໍ່ຕ້ອງໄດ້ຖ້າຄິວທີ່ບ່ອນນັ່ງແລ້ວກໍ່ວາງເອກສານລົງຂ້າງໆໂຕ ໂດຍທີ່ມີຜູ້ຍິງຄົນຫນຶ່ງໃນໄວດຽວກັນກໍ່ເຂົ້າມາກວດ ນາງກໍ່ເລີຍອົດບໍ່ໄດ້ທີ່ຈະຖາມ ເພື່ອເປັນການຂ້າເວລາ
"ເອີ່... ເຈົ້າກະມາກວດ ເອີ່ ເບິ່ງວ່າໂຕເອງກະຖືພາຄືກັນວ່າ"
"ແມ່ນລະ... ເຈົ້າເດ"
"ຄືກັນ...
"ຄົນຕໍ່ໄປ ນາງອາລີ້" ທັງສອງລຸກຂຶ້ນພ້ອມກັນ ຫລັງຈາກທີ່ນາງພະຍາບານເອີ້ນຊື່
"ເອີ່... ເຈົ້າກະຊື່ອາລີ້ຫວາ" ອາລິນ້າຖາມຄົນທີ່ຢູ່ທາງຂ້າງ
"ແມ່ນລະ ຂ້ອຍຊື່ອາລີ້.... ເຈົ້າກະຊື່ອາລີ້ຫວາ
"ອື້ມ...ແຕ່ວ່າເຈົ້າມາຖ້າກ່ອນ ເຈົ້າເຂົ້າໄປກ່ອນເຖາະ" ນ້າຫລີກທາງໃຫ້ອີກຝ່າຍຕາມຄິວເພື່ອທີ່ຈະຮັກສາມາລະຍາດ
"ອຶ້ມ ຂ້ອຍເຂົ້າໄປກ່ອນຊັນ" ນາງບອກພ້ອມກັບກົ້ມລົງໄປຈັບຊອງເອກະສານທີ່ວາງໄວ້ເທິງຕັງນັ່ງໃກ້ໆ ໂດຍທີ່ບໍ່ຮູ້ເລີຍວ່າມັນກຳລັງສະຫລັບກັນ ຈາກນັ້ນນາງກໍ່ມຸ້ງຫນ້າເຂົ້າໄປຫ້ອງກວດທັນທີ
ເວລາຜ່ານໄປບໍ່ດົນ... ອາລີ້ກໍ່ອອກມາດ້ວຍທ່າທາງດີໃຈ ໃນຂະນະທີ່ກຳລັງລົມໂທລະສັບຢູ່
"ຂ້ອຍມີຂ່າວດີຊິບອກ ຂ້ອຍບໍ່ໄດ້ຖືພາແລ້ວ... ດຽວຂ້ອຍຊິໄປຫາເຈົ້າດຽວນິແລະ"
ຕິ໊ດ ນາງໂທລະສັບລົງ ຈາກນັ້ນກໍ່ຫັນມາເວົ້ານຳອາລິນ້າ
"ເອີ່ ດຽວຂ້ອຍກັບກ່ອນເດີ ພໍດີຂ້ອຍຮູ້ຜົນລະ ບ໊າຍໆ"
"ບ໊າຍ"
ອາລິນ້າ part
ຂ້ອຍໂບກມືລາໃຫ້ກັບອາລີ້ທີ່ຫາກໍ່ກວດແລ້ວ..... ຖ້າສົມມຸດຜົນອອກມາຄືແບບນາງກະຄືຊິດີເນາະ ໃນເມື່ອຂ້ອຍຍັງບໍ່ພ້ອມທີ່ຈະມີລູກ ແລ້ວຂ້ອຍຍັງບໍ່ຍັງສາມາດທີ່ຈະລ້ຽງໄດ້ຫລືພ້ອມຈະກຽມເປັນແມ່ຄົນເທື່ອຊ້ຳ...... ແຕ່ຖ້າສົມມຸດ ຜົນອອກມາວ່າຂ້ອຍກຳລັງຖືພາຢູ່... ຂ້ອຍກໍ່ຄົງຕໍ່ທຳໃຈ ແລະພະຍາຍາມທີ່ຈະກຽມເຮັດຫນ້າທີ່ເປັນແມ່ທີ່ດີທີ່ສຸດ
"ຄົນຕໍ່ໄປນາງອາລີ້" ພະຍາບານເອີ້ນຊື່ແຝງຂອງຂ້ອຍ ຈາກນັ້ນກໍ່ພາໂຕເອງເຂົ້າໄປໃນຫ້ອງທັນທີ
ເມື່ອເຫັນຫມໍຜູ້ຍິງທ່າທາງໃຈດີຄົນຫນຶ່ງກຳລັງນັ່ງຢູ່ຕໍ່ຫນ້າ ຂ້ອຍກໍ່ເລີຍນົບໄຫວ້ຕາມມາລະຍາດ
"ສະບາຍດີຫມໍ"
"ສະບາຍດີ" ອີກຝ່າຍຮັບນົບຂ້ອຍແລ້ວກໍ່ສົ່ງຍິ້ມອອກມາຫນ້ອຍຫນຶ່ງ
"ເອີ່ ຫມໍ ນີ້ເອກະສານ" ຂ້ອຍຍື່ນເອກະສານໃຫ້ຫມໍໃນຂະນະທີ່ຂ້ອຍກຳລັງນັ່ງລາວ ສ່ວນຫມໍກໍ່ກຳລັງເປີດເອກສານຂຶ້ນມາແລ້ວກໍ່ອ່ານຢ່າງລະອຽດ.....
ຫລັງຈາກນັ້ນບໍ່ດົນ ຫມໍກໍ່ຍັດເອກະສານເຂົາຊອງຄືນ ກ່ອນຈະຫລຽວມາເບິ່ງຫນ້າຂ້ອຍແທນ
"ເປັນຈັງໃດແດ່ຫມໍ ຂ້ອຍເອີ່ຖືພາແທ້ຫລືບໍ່"
ຫລັງຈາກທີ່ຫມໍໄດ້ອ່ານເບິ່ງຂໍ້ມູນທັງຫມົດແລ້ວວ່າ ຕອນນີ້ເຈົ້າກຳລັງຖືພາໄດ້ ປະມານແປດອາທິດແລ້ວ
"ຖະ ຖືພາ ແປດອາທິດ" ຂ້ອຍທວນຄຳຖາມແບບບໍ່ເຊື່ອຫູໂຕເອງ ເມື່ອກັບມາຄິດເຖິງເລື່ອງຄືນນັ້ນຈົນມາຮອດມື້ນີ້ມັນກະເກືອປານສອງເດືອນ
"ແມ່ນແລ້ວ ຈັງໃດຫມໍກະຂໍສະແດງຄວາມຍິນດີນຳ"
"ດະ ໂດຍ" ຂ້ອຍອອກໄປດ້ວຍສຽງສັ່ນໆ... "ລະ ແລ້ວຂ້ອຍຕ້ອງເຮັດຫຍັງແດ່ຫມໍ"
"ກະໃນຊ່ວງປະມານແປດອາທິດທຳອິດຫາສິບຫົກອາທິດ ຄົນຖືພາມັກຈະມີອາການແຫນ້ນທ້ອງ ປວດຮາກເປັນເວລາຖີ່ໆກັນ ເຊິ່ງຫມໍກະມີຄຳແນະນຳທີ່ດີ ເຊັ່ນເວລາກິນເຂົ້າຈະຕ້ອງກິນຄັ້ງນ້ອຍ ແຕ່ຫລາຍຄັ້ງໃນມື້ຫນຶ່ງ ເພື່ອຮ່າງກາຍຈະໄດ້ສານອາຫານພຽງພໍ ຍ້ອນຄົນຖືພາໃນໄລຍະນີ້ມັກຈະເບື່ອອາຫານ ມີອາການຊຶມໆ ຫລືອາດຈະໂມໂຫໄດ້ງ່າຍຖ້າມີເລື່ອງມາກະທົບໃຈ...ແລະທີ່ສຳຄັນ ເລື່ອງນີ້ຕ້ອງໃຫ້ພໍ່ຂອງເດັກເປັນຄົນເບິ່ງແຍ່ງຢ່າງລະອຽດ"
"ດະ ໂດຍ" ຂ້ອຍຂານຮັບຫມໍ ຫລັງຈາກທີ່ລາວອະທິບາຍຢ່າງລະອຽດເຊິ່ງຂ້ອຍກໍ່ມີອາການແບບນັ້ນທັງຫມົດ....
"ທີ່ຫມໍຈະແນະນຳໃນຊ່ວງນີ້ກະມີແຕ່ສ່ຳນິແລະ... ແຕ່ວ່າເດືອນຕໍ່ໄປຈົນຮອດເດືອນທີເກົ້າ ເຈົ້າຕ້ອງມາຝາກທ້ອງນຳຫມໍຕະຫລອດ... ຊິມານີ້ຫລືໂຮງຫມໍກະໄດ້"
"ໂດຍ... ຊັນ ຂ້ອຍຂໍລາ"
"ໂດຍ ໂຊກດີ" ຂ້ອຍຍົກມືລາ ກ່ອນທີ່ຈະພາຮ່າງກາຍທີ່ປານຄົນກຳລັງຈະຫມົດແຮງອອກມາຈາກຫ້ອງກວດ ຈົນກະທັ້ງມາຢຸດຢູ່ຕໍ່ຫນ້າຂອງເອກ
"ເປັນແນວໃດແດ່ນ້າ......" ເອກຖາມຂ້ອຍທັນທີ ແຕ່ຂ້ອຍພັດບໍ່ເວົ້າຫຍັງອອກມາ ນອກຈາກຢືນເອກສານທີ່ຖືຢູ່ໃຫ້ເອກເບິ່ງ... ບັດແລ້ວເອກກໍ່ເປີດຊອງແລ້ວກໍ່ພະຍາຍາມອ່ານລາຍມືຫມໍຢ່າງລະອຽດ ຈາກນັ້ນເອກກໍ່ເຫງີຍຫນ້າມາເບິ່ງຂ້ອຍ
"ນ້າ ພະ ເພິ່ນ"
"ຮຶກ" ໃນທີ່ສຸດນ້ຳຕາແຫ່ງຄວາມເສຍໃຈຂອງຂ້ອຍມັນກໍ່ໄຫລອາບແກ້ມ "ຮຶກ ແມ່ນ ແລ້ວ ເຂົາຖືພາ ຮືໆໆ"
"ມັບ" ເອກດຶງຂ້ອຍເຂົ້າໄປກອດໄວ້ແຫນ້ ຍິ່ງເຮັດໃຫ້ຕ້ອງປ່ອຍນ້ຳຕາອອກຫລາຍກ່ວາເກົ່າ
"ໂດຍ... ເຂົາຂໍໂທດທີ່ເຮັດໃຫ້ມັນເລື່ອງມັນລຸກລາມແບບນີ້... ແຕ່ຄົນສັນຍາວ່າຈະຮັບຜິດຊອບຫມົດທຸກຢ່າງ..."
"ອື້ມ... ຮຶກ ເຂົາເຊື່ອເພິ່ນ ແລ້ວ ຮຶກ ເຮົາຊິເຮັດແນວໃດຕໍ່ໄປດີ ຮືໆໆ"
"ເລື່ອງນີ້ເຮົາຕ້ອງການຄົນປຶກສາ.... ແລະຄົນນັ້ນຕ້ອງແມ່ນຄົນທີ່ເຮົາໄວ້ໃຈທີ່ສຸດ"
.
.
.
ຜົນກວດມັນກໍ່ອອກມາແລ້ວວ່າອາລິນ້າ.......
ເອົາເປັນວ່າຝາກຕິດຕາມກະແລ້ວກັນ