ຕອນທີສາມສິບສີ່
ຊ້າງຕາຍທັງໂຕເອົາໃບໂພປິດກໍ່ບໍ່ຢູ່
ບັນຍາຍກາດພາຍໃນຫ້ອງຮັບແຂກ..
ຂ້ອຍຮູ້ສຶກບໍ່ຕ່າງຫຍັງກັບຢູ່ໃນສານ ໂດຍທີ່ຂ້ອຍມີພະຍາຍສອງຄົນທີ່ນັ່ງຂ້າງໆຂ້ອຍແມ່ນເອກ ທີ່ກຳລັງຢູ່ຟາກຂວາ ແລະ ອ້າຍເລ້ທີ່ຟາກຊ້າຍ ສ່ວນອະຍະການສູງສຸດທີ່ກຳລັງນັ່ງເຮັດຫນ້າຂຶມໆຢູ່ຕໍ່ຫນ້າພວກຂ້ອຍສາມຄົນ ກໍ່ຄືພໍ່ຂອງຂ້ອຍ
ສະຖານະການຕອນນີ້ບອກໄດ້ຄຳດຽວ ບໍ່ມີໃຜກ້າທີ່ຈະຍິ້ມຈະຫົວ ເຊິ່ງຄວາມງຽບກໍ່ປົກຄຸມໄປທົ່ວບໍລິເວນ ແມ້ນແຕ່ສຽງແມງໄມ້ສຽງຍຸງຈັກໂຕກໍ່ບໍ່ໄດ້ສົ່ງສຽງຫຍັງມາທັງນັ້ນ ຂ້ອຍກໍ່ເລີຍອົດບໍ່ໄດ້ທີ່ຈະເປັນຄົນເອີ່ຍຂຶ້ນເປັນຄົນທຳອິດ ເພື່ອທຳລາຍຄວາມງຽບລົງ
"ເອີ່... ອີ່ພໍມີຫຍັງຈະຖາມເຮົາແມ່ນບໍ່..." ຂ້ອຍພະຍາຍາມເວົ້າອອກໄປໃຫ້ເປັນປົກກະຕິທີ່ສຸດ ແຕ່ຂ້ອຍກໍ່ຄວບຄຸມສຽງບໍ່ໃຫ້ສັ່ນບໍ່ໄດ້ຢູ່ດີ
"ມີ!!... ແລະກະມີຫລາຍຢ່າງ!!" ລາວເກືອບຈະະຮ້ອງໃສ່ຫນ້າຂ້ອຍຊ້ຳ... ເອົາຈົນຂ້ອຍຕື່ນຍຸບບາດຫນຶ່ງ ແຕ່ໄຄທີ່ຍັງມີມືຂອງເອກທີ່ກຳລັງກຸມມືຂ້ອຍໄວ້ເພື່ອເປັນກຳລັງໃຈ
"ແຕ່ ກ່ອນທີ່ພໍ່ຈະຖາມ ລອງບອກພໍ່ມາເບິ່ງ ວ່າຜູ້ຊາຍທີ່ຢູ່ຂ້າງລູກແມ່ນໃຜ"
ສາຍຕາຄາດໂທດຂອງພໍ່ຂ້ອຍແນມເບິ່ງເອກຢ່າງບໍ່ວາງຕາ... ຂ້ອຍລະຢ້ານແທນເອກຊ້ຳ
"ເອີ່.... ລູກຊື່ເອກ ເປັນແຟນຂອງນ້າ" ເອກເອີ່ຍບອກຊ້າໆ
"ຂ້ອຍມີລູກຄົນດຽວ!!.... ຜູ້ອື່ນບໍ່ແມ່ນ!!" ລາວເອີ່ຍບອກຢ່າງຊັດຖ້ອຍຊັດຄຳ... ເອົາຈົນເອກເສຍຫນ້າຈົນໄປເກືອບບໍ່ເປັນ
ແລະສິ່ງເວົ້າອອກມາມື້ກີ້ ລາວກໍ່ຫມາຍເຖິງອີກຄົນທີ່ຢູ່ຂ້າງໆຂ້ອຍຄືກັນ...ແຕ່ອ້າຍຂ້ອຍກໍ່ບໍ່ໄດ້ສະທົກສະທ້ານຕໍ່ປະໂຫຍກຮ້າຍໆຂອງລາວປານໃດ... ໃນເມື່ອອ້າຍຂອງຂ້ອຍເຂັ້ມແຂງພໍທີ່ຈະເພີກເສີຍ ແລະມີສີຫນ້າທີ່ສະບາຍອາລົມ...
"ແລ້ວຜູ້ຊ້າຍຄົນນີ້ແມ່ນແຟນຂອງລູກແທ້ຫວາ" ລາວຖາມເພື່ອຟັງຄຳຢືນຈາກປາກຂອງຂ້ອຍ
ອື້ມ ແລ້ວຂ້ອຍຕອບໄປທັນທີ... ເຖິງວ່າຄວາມຈິງມັນຈະບໍ່ແມ່ນແບບນັ້ນກໍ່ຖາມເຖ໊າະ ແຕ່ວ່າສະຖານະການມັນບັງຄັບໃຫ້ຂ້ອຍກຈຳເປັນຕ້ອງເວົ້າໄປຕາມນັ້ນ
"ຈົບຄຳຖາມອີ່ພໍ່ແລ້ວແມ່ນບໍ່... ຄັນມີຫຍັງຢາກຖາມກະຖາມທະແມ໋" ສຽງນິ່ງຂອງອ້າຍຂ້ອຍເອີ່ຍຖາມຂຶ້ນ..
ໃນເມື່ອລາວສຸດແສນຢາກຈະຮູ້ຄຳຖາມຂອງພໍ່ຂ້ອຍ... ຖ້າມັນເປັນດັ່ງທີ່ໄດ້ຄາດໄວ້.. ພວກຂ້ອຍທັງສາມກໍ່ຈະໄດ້ກຽມໂຕກຽມໃຈໄວ້ ກ່ອນທີ່ຈະອະທິບາບຍເລື່ອງທັນ
"ມີແທ້... ຫຶ ຖ້າບໍ່ມີຄົນບອກພໍ່ເລື່ອງມື້ນີ້ ຊິພາກັນປິດບັງໄວ້ດົນສ່ຳໃດ ຫ໊ະ!!" ລາວບັນດານໂທສະຈົນເລືອດຂຶ້ນຫນ້າ ຂ້ອຍຮູ້ວ່າສິ່ງທີ່ລາວຖາມມາມື້ກີ້ ລາວຫມາຍເຖິງຫຍັງ ແຕ່ຂ້ອຍເລືອກທີ່ຈະບໍ່ຍອມຮັບຄວາມຈິງແລ້ວກໍ່ຕອບຄຳຖາມທີ່ຫລີກລ້ຽງຈາກປະເດັນແທນ
"ລະ ເລື່ອງ ອີ່ຫຍັງ ຮະ ເຮົາ ບໍ່ໄດ້ມີຫຍັງປິດບັງອີ່ພໍ່ຈັກຫນ້ອຍ"
"ຍັງມີຫນ້າມາທຳທ່າບໍ່ຮູ້ອີກ!!"
"ແຕ່ນ້ອງມັນກະບໍ່ຮູ້ອີ່ຫລີເດ" ອ້າຍຂ້ອຍພະຍາຍາມທີ່ຈະຊ່ວຍ
"ຫຸບປາກ! ຈົນປານນີ້ຍັງບໍ່ພາກັນເວົ້າຄວາມຈິງອອກມາອີກ... ຫຶ ນ້າ ພໍ່ອຸດສາຄາດຫວັງນຳລູກທີ່ຫຍັງເຫລືອພຽງຄົນດຽວ ສຸດທ້າຍກະເຮັດໂຕເອງເສຍຄົນ ຈົນໂຕເອງຕ້ອງຖືພາແບບນີ້!!"
"ຮຶກ ຫນ້າຕາແຮງຄວາມເສຍທີ່ຂ້ອຍພະຍາຍາມຈະອົດກັ້ນໄວ້ ສຸດທ້າຍມັນກໍ່ໄຫລມາເປັນສາຍ.. ໃນທີ່ສຸດລາວກໍ່ຮູ້ເລື່ອງນີ້"
"ຮຶກ ອະ ອີ່ພໍ່ ຮະ ຮູ້ໄດ້ແນວໃດ" ຂ້ອຍຖາມລາວທັງນ້ຳຕາ
"ເພາະວ່າພໍ່ບໍ່ໂງ່ຄືລູກເດ!! ຄລີນິກທີ່ລູກໄປມັນເປັນຄລີນິກຂອງຫມູ່ພໍ່!!... ຫຶ ມັນໂທມາລາຍບອກພໍ່ຫມົດແລ້ວ ລະທີ່ປອມຊື່ໂຕເອງແບບນັ້ນ ຄິດວ່າຄົນອື່ນບໍ່ຈື່ຫວາ ຫ໊ະ!!"
"ຮຶກ ແຕ່ລູກບໍ່ໄດ້ຕັ້ງໃຈ ຮຶກ ມື້ນັ້ນລູກເມົາ"
"ພໍ່ບໍ່ຢາກຟັງຄຳແກ້ໂຕໂງ່ໆຂອງລູກ... ເຂົ້າໃຈບໍ່!!
"ອີ່ພໍ່ ເຮົາວ່າໃຈເຢັນກ່ອນເຖ໊າະ ຈັງໃດເລື່ອງນີ້ມັນກະເກີດຂຶ້ນແລ້ວ... ຊິໃຫ້ພວກເຮົາໄປແກ້ໄຂອະດີດກະເປັນໄປບໍ່ໄດ້... ສ່ວນເອກກະຊິຂໍຮັບຜິດຊອບເລື່ອງທັງຫມົດ"
"ຜູ້ຊາຍແບບນີ້ຊິມາຮັບຜິດຊອບນ້າ... ຊີ້ນິ້ວຮ້າຍເອກຢ່າງບໍ່ໄວ້ຫນ້າ ຂະຫນາດມີຫນ້າຮຽນກະຍັງຮຽນບໍ່ຈົບລະ... ແລ້ວແບບນີ້ ຊິໃຫ້ຂ້ອຍເຊື່ອວ່າຊິຮັບຜິດຊອບລູກເມຍຂອງໂຕເອງໄດ້!!"
"ແຕ່ເຮົາສັນຍາວ່າຊິເຮັດໃຫ້ໄດ້ ເອກເວົ້າຂຶ້ນດ້ວຍຄວາມມຸ້ງຫມັ້ນ...." ພໍເຫັນຈາກສາຍຕາຂອງມັນແລ້ວ ເຮັດໃຫ້ຂ້ອຍເຊື່ອວ່າເອກຕ້ອງເຮັດໄດ້ແນ່ນອນ
"ຫຶ ສັນຍາຫວາ.... ຂະຫນາດຄຳຕອບຂອງເຈົ້າມັນຍັງບໍ່ແນ່ນອນລະ... ຈັງໃດຂ້ອຍກະບໍ່ມີທາງຍົກລູກສາວໃຫ້ເຈົ້າໄດ້ຂາດ!!"
"ແລ້ວຊິໃຫ້ເຮົາກັບນ້າເຮັດແນວໃດຊັນ... ແນວເລື່ອງມັນກະເກີດຂຶ້ນລະ... ຄືແບບອ້າຍເລ້ເວົ້າມື້ກີ້ຫັ້ນແລະ... ພວກເຮົາກັບໄປແກ້ອະດີດບໍ່ໄດ້ອີກແລ້ວ"
"ເຖິງຈະໄຂອະດີດບໍ່ໄດ້... ແຕ່ຕອນນີ້ມັນແກ້ໄຂໄດ້!!... ຫຶ ຂ້ອຍຊິໃຫ້ເຈົ້າເລືອກສອງທາງ... ທາງທຳອິດ ໃຫ້ເລີກຫຍຸ້ງກັບລູກສາວຂ້ອຍໄປຕະຫລອດຊີວິດ ...ສ່ວນທາງທີ່ສອງ ຂ້ອຍອະນຸຍາດຄົບກັບລູກຂ້ອຍຕໍ່ໄດ້ ແຕ່ເຈົ້າຕ້ອງພານ້າໄປເອົາລູກອອກ!!"
"ບໍ່ມີທາງ!! ເອກລຸກຂຶ້ນບັນດານໂທສະທັນທີ..." ບໍ່ສົນອີກແລ້ວວ່າຄົນທີ່ຢູ່ຕໍ່ຫນ້າຕົນເອງແມ່ນໃຜ... ເຊິ່ງຂ້ອຍກໍ່ບໍ່ມີສະຕິພໍທີ່ຈະຫ້າມອີກຝ່າຍ ໃນເມື່ອ ແມ້ນແຕ່ອ້າປາກຂ້ອຍຍັງບໍ່ກ້າລະ
"ຈັງໃດເຮົາກະບໍ່ມີທາງຍອມເດັດຂາດ"
"ເຈົ້າມີຫນ້າທີ່ເລືອກບໍ່ແມ່ນມີຫນ້າທີ່ຖາມ"
"ກະໄດ້ ເຮົາເລືອກກະໄດ້ ຫຶ ແຕ່ພໍດີເຮົາເປັນຄົນໂລກມາກໂລພາ ເຮົາເລີຍບໍ່ຂໍເລືອກອີ່ຫຍັງຈັກຢ່າງ ຖ້າຊິໃຫ້ເຮົາຂ້າລູກເຮົານະ ຂ້າເຮົາໃຫ້ຕາຍກ່ອນດີກວ່າ!!... ແລະອີກຢ່າງຫນຶ່ງ ນີ້ມັນລູກເມຍຂອງເຮົາ ເຮົາມີປັນຍາລ້ຽງໄດ້!!."
ສຸດຄວາມເອກກໍ່ດຶງແຂນຂ້ອຍອອກໄປຈາກສະຖານະການທີ່ອຶດອັດນີ້ທັນທີ ໂດຍທີ່ບໍ່ສົນວ່າພໍ່ຂອງຂ້ອຍກຳລັງຈະຮ້ອງໃສ່ທາງຫລັງ ເພື່ອໃຫ້ທີ່ຈະໄດ້ກັບໄປອະທິບາຍໃຫ້ລາວຟັງອີກ
ທັນວາ Part
ຂ້ອຍເຮັດໄດ້ແຕ່ແນມເບິ່ງເອກກຳລັງຈູງນ້າອອກໄປ ໃນຂະນະທີ່ພໍ່ຂ້ອຍກຳລັງຮ້ອງບອກໃຫ້ທັງສອນຢຸດຢ່າງຫົວເສຍ ແຕ່ຜົນສຸດທ້າຍເຂົາເຈົ້າກໍ່ໄດ້ໃສ່ໃຈປະໂຫຍກບອກຫ້າມຂອງລາວເລີຍ
"ເຮົາວ່າອີ່ພໍ່ໃຈເຢັນໆດີກວ່າ..." ຂ້ອຍຫັນໄປເວົ້ານຳຜູ້ເປັນພໍ່
"ມິດ... ຂ້ອຍບໍ່ໄດ້ຂໍຄວາມເຫັນນຳຈົ້າ" ລາວຫັນມາບັນດານໂທສະໃສ່ຂ້ອຍ ເປັນຜົນໃຫ້ຂ້ອຍກາຍເປັນທີ່ລະບາຍຂອງລາວແທນ...ແຕ່ຂ້ອຍບໍ່ເຄີຍສົນໃນຄຳຮ້າຍລາວຈັກເທື່ອໃນເມື່ອໂຕເອງກໍ່ຖືກຮ້າຍທຸກຄັ້ງທີ່ພວກຂ້ອຍທັງສອງເຫັນຫນ້າກັນ
"ອີ່ພໍ່ກະຟັງຄວາມເຫັນເຮົາແດ່ກະໄດ້" ຂ້ອຍພະຍາຍາມຍົວະເຍົ້າອີກຄັ້ງ.... ບາງເທື່ອລາວອາດຈະໃຈອ່ອນລົງ... ເພາະວ່າ ຈັງໃດມືນີ້ຂ້ອຍຕ້ອງຈັດການເລື່ອງທັງຫມົດໃຫ້ມັນຈົບສິ້ນຊະ!!
"ຫຸບປາກ!! ແລ້ວອອກຈາກບ້ານຂ້ອຍໄປດຽວນີ້" ຊີ້ນິ້ວໄປທີ່ປະຕູຢ່າງຫົວເສຍ ແຕ່ມີຫວາວ່າຂ້ອຍຊິຍອມ
"ບໍ່!! ເຮົາບໍ່ກັບ ເຮົາຢາກຈະຈັດການເລື່ອງຂອງນ້າໃຫ້ມັນຈົບ.... ລວມທັງເລື່ອງຂອງເຮົານຳ"
"ຊິໃຫ້ຂ້ອຍເວົ້າຈັກເທື່ອວ່າຂ້ອຍບໍ່ຢາກຟັງ!!"
"ແຕ່ອີ່ພໍ່ລອງຟັງລູກຊົ່ວຄືເຮົາຈັກບາດໄດ້ບໍ່!!..." ຂ້ອຍອົດບໍ່ໄດ້ທີ່ຈະຂຶ້ນສຽງໃສ່ຜູ້ເປັນພໍ່... ເຖິງມັນຈະແມ່ນເລື່ອງທີ່ບາບຫນັກຫນາ ແຕ່ຂ້ອຍກໍ່ບໍ່ສາມາດຄວບຄຸມອາລົມໂຕເອງບໍ່ໄດ້ຢູ່ດີ
"ເຮົາຮູ້ວ່າພວກເຮົາເຮັດຜິດຕໍ່ອີ່ພໍ່... ແຕ່ຈັງໃດເລື່ອງທີ່ເກີດຂຶ້ນມາທັງຫມົດ ບໍ່ມີໃຜຢາກໃຫ້ມັນເປັນແບບນັ້ນ... ເຮົາຢາກໃຫ້ອີ່ພໍ່ເຂົ້າໃຈໃນສິ່ງທີ່ລູກໂຕເອງເປັນ... ແລະເຮົາຢາກໃຫ້ອີ່ພໍ່ປ່ອຍໃຫ້ລູກເປັນອິດສະລະແດ່.!!.. ໂດຍສະເພາະປັນຫາຂອງນ້າ ອີ່ພໍ່ຮູ້ບໍ່ ເລື່ອງນີ້ມັນແມ່ນເລື່ອງສຳຄັນທີ່ສຸດໃນຊີວິດຂອງນ້ອງມັນ ແຕ່ເບິ່ງສິ່ງທີ່ອີ່ພໍ່ເຮັດແມ່ ມັນເທົ່າກັບທຳຮ້າຍລູກຂອງໂຕເອງແບບບໍ່ອ້ອມຄ້ອມເລີຍ... ແລ້ວຖ້າສົມມຸດເອກຍອມຕອບຕົກລົງທີ່ອີ່ພໍ່ບອກໃຫ້ເອົາລູກອອກແທ້ໆ ມັນກໍ່ເທົ່າກັບວ່າອີ່ພໍ່ໄດ້ຂ້າຊີວິດຂອງຫລານໂຕເອງຢ່າງເລືອດເຢັນ!! ໂດຍທີ່ເດັກມັນບໍ່ໄດ້ເລື່ອງຮູ້ລາວຫຍັງ!!...ຫຶ ແຕ່ດີທີ່ເອກບໍ່ແມ່ນແບບນັ້ນ ເອກເປັນລູກຜູ້ຊາຍພໍ ຫລາຍກວ່າອີ່ພໍ່ຊ້ຳ!!... ເຮົາລະຫຍັງດີໃຈແທນນ້າຊິຕາຍ ທີ່ຍັງມີຄົນດີໆທີ່ສຸດທີ່ພ້ອມຈະປົກປ້ອງແລະບິ່ງແຍງຊີວິດຂອງນ້ອງມັນໄປຈົນຕາຍ!!"
ລາວຢຸດງຽບແລ້ວຫັນຫນ້າໄປທາງອື່ນ ເຫມືອນຈະຮູ້ສຶກຜິດທີ່ຕົນເອງທຳຮ້າຍຈິດໃຈລູກຢ່າງຮຸນແຮງ ມັນກໍ່ເລີຍເປີດໂອກາດໃຫ້້ຂ້ອຍມີສິດທີ່ຈະບອກລາວອີກຕໍ່
"ເລື່ອງນີ້ ເຮົາຂໍໄດ້ບໍ່ ໃຫ້ໂອກາດພວກເຮົາອີກເທື່ອຫນຶ່ງ.." ຂ້ອຍຜ່ອນສຽງລົງຕາມອາລົມຂອງລາວ "ເຮົາເຊື່ອວ່າເອກຮັກນ້າແທ້...ແລະຈະເຮັດທຸກຢ່າງເພື່ອໃຫ້ອີ່ພໍ່ຍອມຮັບ ພຽງແຕ່ອີ່ພໍ່ໃຫ້ໂອກາດເທົ່ານັ້ນ"
"ພະ ພໍແລ້ວ ຂ້ອຍບໍ່ຢາກຟັງອີກ" ລາວຍົກມືຂຶ້ນຫ້າມ ແຕ່ມີຫວາວ່າຂ້ອຍຊິຍອມຢຸດ
"ເຮົາຮູ້ວ່າອີ່ພໍ່ຍັງລັງເລຢູ່... ແຕ່ຈັງໃດເຮົາກະຢາກໃຫ້ອີ່ພໍ່ເອົາເລື່ອງນີ້ໄປຄິດທົບທວນອີກ ບາງເທື່ອເວລາມັນອາດຈະແມ່ນຂໍ້ພິສູດວ່າອີ່ພໍ່ເຂົ້າໃຈເລື່ອງທັນຫມົດ ແລະຖ້າອີ່ພໍ່ຕັດສິນໃຈໄດ້ ບາດແລ້ວຄ່ອຍໂທມາຫາເຮົາ ເຮົາຊິຖ້າ
ຂ້ອຍບອກອອກໄປເທົ່ານັ້ນ ກ່ອນຈະຫມຸນໂຕແລ້ວຍ່າງອອກຈາກລາວໄປ
"ດຽວ!!" ຂ້ອຍຢຸດຈຶກທັນທີ ຫລັງຈາກທີ່ໄດ້ຍິນສຽງທຸ້ມໃຫຍ່ຂອງຜູ້ເປັນຮ້ອງຫ້າມ...
"ມີຫຍັງນຳເຮົາອີກຫວາ" ຂ້ອຍຫັນຫນ້າໄປຖາມລາວແບບຫລີກລ້ຽງບໍ່ໄດ້
"ອື້ມ ມີ"
"ຫວາ ດຽວເຮົາຊິຢູ່ກ່ອນຊັນ"
ຂ້ອຍບອກລາວແບບບໍ່ລັງເລໃຈ ໃນເມື່ອມັນເປັນໂອກາດທີ່ດີທີ່ສຸດທີ່ຂ້ອຍຈະຈັດການເລື່ອງລາວທີ່ມັນຂ້າງຄາໃຫ້ມັນຈົບສິ້ນຈັກເທື່ອ
.
.
.
ກວ່າຊິຄິດແຕ່ງຕອນດຣາມານີ້ໄດ້ເກືອບຕາຍ
ພະຍາຍາມແກ້ໃຫ້ດີທີ່ສຸດແລ້ວ
ເວລາທີ່ຈະຂຽນຈະແມ່ນມັນມີຫນ້ອຍ
ຈັງໃດກະຝາກອ່ານແດ່ເດີ້