ຕອນທີສາມສິບເຈັດ
ລະອາຍໃຈ
ທີ່ໂຕະຫີນໃນມະຫາວິທະຍາໄລ
ບໍ່ຄິດເລີຍວ່າຂ່າວທີ່ຂ້ອຍກຳລັງຖືພາໄດ້ສອງເດືອນ ມັນຈະເຂົ້າຫູພວກແກ້ງຂອງຂ້ອຍໄວຂະຫນາດ ຂ້ອຍອຸດສາເກັບເລື່ອງນີ້ໃຫ້ເປັນຄວາມລັບລະໃດ໋ນິ ແຕ່ກະຈັ່ງວ່າຫັ້ນແລະ ເລື່ງໃດທີ່ເປັນປະເດັນສຳຄັນ ອີ່ພວກນີ້ມັນຮູ້ດີ
"ມຶງຄິດຫວາຊິປິດພວກກູໄດ້ດົນເທົ່າໃດຫັນ" ອີ່ສຸວັນນີຊັກສາຍຕາຄາດໂທດມາໃສ່ຂ້ອຍກ່ອນຫມູ່ ໂດຍທີ່ມັນກຳລັງເຮັດຫນ້າຊີລຽສຢູ່ຕໍ່ຫນ້າຂ້ອຍ ລວມທັງອີ່ຈຽບນຳ
"ແມ່ນແລະ ຫຶ"
"ເອີ່ວ່າແຕ່ອີ່ເຜິ້ງກັບບັກໂດ້ໃສລະ" ຂ້ອຍລາກອອກນອກປະເດັນທັນທີ ໃນເມື່ອພວກມັນສອງຄົນຍົກປະເດັນແບບຄຽດຖາມຂ້ອຍເດ ເປັນໃຜກະອຶດອັດທັງນັ້ນ
"ບໍ່ຕ້ອງມາປ່ຽນເລື່ອງມຶງ" ທັງສອງເວົ້າຂຶ້ນພ້ອມກັນ
"ກະບໍ່ໄດ້ປ່ຽນເລື່ອງ ກູກະຢາກຮູ້ຊື່ໆ ແນວເຫັນແຕ່ຫນ້າສູສອງຄົນ ແລ້ວສູຊິບອກກູໄດ້ບໍ່ນິ"
"ເອີ້ໆ ອີ່ເຜິ້ງກະກັບໄປສອນແບັ້ງ ສ່ວນບັກໂດ້ ກະຄືເກົ່າສາມີມາຮັບພາໄປກິນເຂົ້າ"
"ອຶ້ມ" ຂ້ອຍງຶກຫົວຕາມປະໂຫຍກຄຳຕອບກັບຂອງອີ່ກະເທີຍຟາຍ
"ແລ້ວບາດນີ້ກູຊິຖາມມຶງຄືນ..."
"ຖາມຫຍັງວະ"
"ກະຖາມທີ່ມຶງກຳລັງຖືພາຕອນນີ້ແລະ!!... ມຶງຖືພາກັບເອກແມ່ນບໍ່"
"ອຶ້ມ... ຂ້ອຍບອກໄປຕາມຄວາມຈິງ"
"ກູວ່າລະ... ແລ້ວສູສອງຄົນ ໄປເອົາກັນຕອນໃດຫັ້ນ??" ຫຶ ວ່າລະພວກມັນຕ້ອງຖາມແບບນີ້
ກະຕອນກິນເບຍເມົາວັນເກີດອ້າຍຫັ້ນແລະ ພໍດີຈັກມີອີ່ໃດບຸແລະຫາມກູຂຶ້ນໄປຜິດຫ້ອງ ອີ່ຈຽບມັນຕື່ນຫຍຸບບາດຫນຶ່ງ ແນວເລື່ອງນີ້ມັນກ່ຽວຂ້ອງນຳມັນໂດຍກົງ!! ອ້"າຍກູບອກໃຫ້ພວກມັນພາກູໄປຫ້ອງເບື້ງຊ່້າຍ ແຕ່ພວກມັນເສືອຫາມກູໄປເບື້ອງຂວາ... ສ່ວນເອກກະເມົາຄືກັນ ແລະອ້າຍກູກະຫາມມັນໄປນອນຟາກນັ້ນ ເພາະລາວຄິດວ່າກູນອນຢູ່ຟາກຊ້າຍແລ້ວ!!"
"ມຶງກັບເອກກະເລີຍ" ສຸວັນນີຖາມຕໍ່
"ເອີ້... ເປັນແບບນັ້ນແລະ ກູລະຢາກບີບຄໍອີ່ຄົນມັນຫາມກູຂຶ້ນຜິດຫ້ອງຊິຕາຍ!! ຂ້ອຍເອີ່ຍດ້ວຍສຽງເຂັ້ມໆ ເອົາຈົນຝ່າຍກໍລະນີ ຫນ້າເສຍທັນທີ"
"ເອີ່d.... ກູວ່າ ບາງເທື່ອຄົນທີ່ຫາມມຶງໄປມື້ນັ້ນ ເຂົາເຈົ້າອາດຈະບໍ່ຮູ້ກະໄດ້ວ່າເລື່ອງມັນຊິເປັນແບບນັ້ນ ກູວ່າ ມຶງບໍ່ຕ້ອງໄປໂມໂຫໃສ່ເຂົາເຈົ້າກະໄດ້"
"ຍັງມີຫນ້າມາເວົ້າອີກເນາະມຶງ ອີ່ຈຽບ... ທີ່ກູຕ້ອງຖືພາ ຕ້ອງຮາກຫມົດມື້ຫມົດຄືນ ອາລົມຂຶ້ນໆລົງໆ ກະຍ້ອນມຶງຫັ້ນແລະ!!... ຄິດວ່າກູບໍ່ຮູ້ຫວາ!!"
"ແຮໆ" ອີ່ຈຽບມັນໄດ້ແຕ່ຍິ້ມແຫ້ງໆ... ເຮັດຜິດແລ້ວກະເປັນແບບນີ້ຕະຫລອດ "ແນວຫ້ອງໂຕນັ້ນມັນລັອກເດ ແລະອີ່ເຜິ້ງຕ່າງຫາກ ທີ່ບອກໃຫ້ກູ ກັບ ບົວພາມຶງໄປນອນຢູ່ຫັ້ນ... ມຶງກະຢ່າຄຽດໃຫ້ພວກກູເທາະ ພວກກູບໍ່ໄດ້ຕັ້ງໃຈອີ່ຫລີ" ອີ່ຈຽບເຮັດສີຫນ້າສີຕາແບບອ້ອນວອນ ຫາກະຊິເຫັນປວກເຮັດຫນ້າແບບນີ້ເປັນເທື່ອທຳອິດ
"ເອີ້ໆ.... ວ່າແຕ່ສູຮູ້ເລື່ອງນີ້ໄດ້ແນວໃດວະ"
"ກະຄີລະນິກມຶງໄປຫັ້ນນະ ລູກເຈົ້າຂອງຄີລະນິກເປັນຫມູ່ອ້າຍກູ ລາວເຮັດວຽກຢູ່ໂຮງຫມໍນຳກັນ ສ່ວນພໍ່ຂອງລາວກະເປັນຫມູ່ພໍ່ມຶງນຳ"
"ແປວ່າລູກເຈົ້າຂອງຄລີນິກບອກເລື່ອງນີ້ກັບອ້າຍໂຈ້ ສ່ວນອ້າຍໂຈ້ກະມາບອກມຶງຕໍ່" ຂ້ອຍຖາມ
"ບໍ່ ພໍດີກູເຂົ້າໄປຫາລາວຢູ່ໂຮງຫມໍ ເຫັນເຂົາເຈົ້າລົມກັນ ກູກະເລີຍຮູ້ເລື່ອງ ບາດແລ້ວກູກະບອກ ອີ່ເຜິ້ງ ກັບບັກໂດ້ນຳ..."
"ແລະກະແປອີກວ່າ ທຸກຄົນຮູ້ເລື່ອງຫມົດແລ້ວແມ່ນບໍ່"
"ເອີ້ ພວກມັນຕອບພ້ອມກັນ"
"ຫຶ ກູວ່າລະ ອັນໃດທີ່ເຂົ້າຫູສູນິ ກະຈາຍອອກໄປຢ່າງໄວວາ"
"ແນ່ນອນ... ເຖິງເລື່ອງນີ້ອີ່ຈຽບບໍ່ຮູ້ເລື່ອງນະ ແຕ່ດົນໆໄປທ້ອງມຶງກະໃຫຍ່ຂຶ້ນ ເຂົາເຈົ້າກະຮູ້ຢູ່ດີ"
"ກະວ່າແລະ ວ່າແຕ່ເລື່ອນີ້ນະ ເອກຊິຮັບຜິດຊອບບໍ່ຫັ້ນ"
ອື້ມຮັບຜິດຊອບ ຈັກຫນ່ອຍມັນກະຊິໄປຂໍກູລະນິ
"ເຮີ້ຍດີແທ້ວະ ຜູ້ຊາຍແບບເອກຫາຍາກໃດ໋ໃນສະໃຫມນີ້ນະ... ມຶງໂຊກດີແລ້ວທີ່ກຳລັງຊິໄດ້ເອກໄປຜົວນະ... ແລ້ວມຶງດຽວນີ້ກະຮັກເອກແລ້ວແມ່ນ" ຈຽບຖາມດ້ວຍຄວາມຢາກຮູ້ແລະລໍຖ້າຄຳຕອບຈາກປາກຂ້ອຍທີ່ສຸດ
"ອະ ອື້ມ"
"ຫຶ ກູວ່າລະ ແລ້ວເລື່ອງຄວາມແຄ້ນມຶງຫັ້ນເດ ມຶງວ່າຈັງໃດນຳເອກແດ່"
ຈຶກຂ້ອຍຢຸດທັນທີ ປະໂກຫຍກຂອງ ເອົາຈົນໄປຂ້ອຍເກືອບໄປບໍ່ເປັນ ໃນເມື່ອຂ້ອຍລືມເລື່ອງນີ້ໄປແລ້ວ... ຖ້າພວກມັນບໍ່ເວົ້າຫຍັງຂຶ້ນມາ ຂ້ອຍອາດຈະບໍ່ຈື່ເລີຍວ່າ ສາເຫດທີ່ແທ້ຈິງຂ້ອຍເຂົ້າມາຫາມັນຍ້ອນຫຍັງ
"ຍະ ຍັງ" ຂ້ອຍບອກອອກໄປບໍ່ເຕັມສຽງ
"ເວນກຳ!!... ກູວ່າແລ້ວວ່າມຶງຕ້ອງຮັກເອກມື້ໃດມື້ຫນຶ່ງແນ່ນອນ... ຖ້າເອກຮູ້ວ່າທີ່ມຶງເຮັດໄປເປັນເລື່ອງຄວາມແຄ້ນ... ກູຢ້ານວ່າເອກຕ້ອງຊັງມຶງແລະ"
"ບະ ບໍ່ຮອດຂະຫນາດນັ້ນຕິ" ... ຂ້ອຍພະຍາຍາມປອບໃຈຕົນເອງ ລະຖ້າເປັນແບບນັ້ນແທ້ ບໍ່ຮູ້ເລີຍວ່າຫລັງຈາກນັ້ນຊິໃຊ້ຊີວິດຕໍ່ໄປແນວໃດ
"ກະບໍ່ຮູ້ແລະ... ແຕ່ກູໄດ້ຍິນອ້າຍພາດເວົ້າມາວ່າ ເອກຊັງຄົນຂີ້ຕົວະທີ່ສຸດ ແລະຖ້າເວລາເອກໂມໂຫ ໃຜກະເອົາບໍ່ຢູ່"
ມັນບັນລະຍາຊັບພະຄຸນຂໍ້ເສຍຂອງເຈົ້າໂຕມາຫມົດແບບບໍ່ມີເຫລືອ... ແລະຝ່າຍກໍລະນີແບບຂ້ອຍກໍ່ເກືອບຈະຫາຍໃຈບໍ່ທັນ...
"ແຕ່ຈັງໃດເອກກະມັກມຶງ ບາງເທື່ອເອກອະຈະບໍ່ຊັງແບບນັ້ນກະໄດ້ ຖ້າມຶງເວົ້າຄວາມຈິງໃຫ້ຟັງຫມົດ"
"ຕະ ແຕ່ກູຢ້ານນະ... ກູເຄີຍຖາມເອກເທື່ອຫນຶ່ງແລ້ວວ່າ ຖ້າກູຕົວະມັນແບບນັ້ນ ມັນກະຮັບບໍ່ໄດ້"
"ຊັນມຶງກະຕ້ອງເລືອກແລ້ວວ່າ ຊິຕົວະເອກແບບນີ້ໄປຈົນຕາຍ ຫລືບອກຄວາມຈິງໄປເພື່ອທີ່ຈະບໍ່ໄດ້ຮູ້ສຶກອຶດໃຈແບບນີ້"
.
.
.
ທີ່ບ້ານ ໃນຫ້ອງຮັບແຂກ
"ເປັນຫຍັງຄືເຮັດຫນ້າບູດແທ້" ເອກຖາມໃນຂະນະທີ່ນັ່ງລົງຂ້າງໆຂ້ອຍ
"ມີເລື່ອງໃຫ້ຄຽດໆນະ"
"ບອກແລ້ວແມ່ນບໍ່ຫ້າມຄຽດ ດຽວລູກຊິຄຽດນຳ..". ເອກສົ່ງສາຍຕາເປັນຫ່ວງຜ່ານຈາກແວວຕາຄົມໆທີ່ມີສະເຫນ່... ຍິ່ງເຫັນຂ້ອຍຍິ່ງລະອາຍໃຈ
"ອະ ອື້ມ ເຂົາຊິພະຍາຍາມ"
"ວ່າແຕ່ເພິ່ນຄຽດເລື່ອງຫຍັງຫັ້ນ ບອກເຂົາໄດ້ເບ໊າະ ຮື້ມ?"
"ກະບໍ່ມີຫຍັງດອກ ອາດເປັນຍ້ອນຊ່ວງນີ້ເຂົາມັກມຸດມັດໂຕ ມັນກະເລີຍຄຽດໆນະ" ຂ້ອຍຫລີກລ້ຽງທີ່ຈະບອກຄວາມຈິງ ລວມທັງ ກຳລັງຄິດຫາເລື່ອງອື່ນມາສົນທະນາແທນ "ວ່າແຕ່ມື້ໃດເຂົາຊິກັບເຮືອນໄດ້ຫັນ ມາຢູ່ເຮືອນເພິ່ນຫລາຍມື້ລະ ເຂົາລະຢາກກັບເຮືອນຊິຕາຍລະນິ"
"ກະຢູ່ໄປກ່ອນ... ເພິ່ນຕອນນີ້ກະຖືພາຢູ່ ເຮັດຫຍັງກະບໍ່ສະດວກ ແຖມຢູ່ບ້ານນັ້ນ ພໍ່ເພິ່ນກະບໍ່ຢູ່ອີກ ບໍ່ມີໃຜທີ່ຈະເບິ່ງແຍງເພິ່ນສະດວກຄືຢູ່ນີ້" (ຢ່າເປັນຫ່ວງເຂົາຫລາຍກວ່າຫັ້ນໄດ້ບໍ່)
"ອື້ມ ງຶກຫົວເປັນການເຂົ້າໃຈ"
"ວ່າແຕ່ ເພິ່ນບໍ່ໄດ້ປວດຮາກ ຫລືແບບວ່າອາລົມຂຶ້ນໆລົງຄືຕອນນັ້ນລະຫວາ"
"ກະບໍ່ລະໃດ໋ ເຂົາກະແປກໃຈຢູ່ວ່າບໍ່ໄດ້ຮູ້ສຶກແບບນັ້ນເລີຍ ໂດຍສະເພາະຊ່ວງຫລັງໆນີ້"
"ກະດີແລ້ວແລະເພິ່ນຈະບໍ່ໄດ້ອຶດອັດ... ລວມທັງເຂົານຳ ຕອນນັ້ນເພິ່ນເອົາຈົນເຂົານຳບໍ່ທັນເລີຍ"
"ຕະ ແຕ່ ຕອນນີ້ ເຂົາເລີ່ມໆລະໃດ໋" ຂ້ອຍບອກເມື່ອກຳລັງມີສີຫນ້າກະລັງພະອືດພະອົມຢູ່
"ເລີ່ມຫຍັງ"
ເລີ່ມ ອະ ອ໊ວກ!! ຂອງເຫລືອທີ່ເຄີຍຢູໃນກະເພາະ ຖືກຮາກຊັດໃສຫນ້າອີກຝ່າຍຈັງໆ ເຊິ່ງສະພາບຫນ້າຂອງເອກຕອນນີ້ ເປື້ອນແຕ່ເສັ້ນເຝີເຕັມຫນ້າ... ອາເມນ
"ເພິ່ນຊິຮາກຄືບໍ່ບອກເຂົາແດ່ວະ"
"ແນວມັນກະທັນຫັນເດ... ອະ ອ໊ວກ" ຂ້ອຍຮາກອອກໄປອີກຄັ້ງແຕ່ເທື່ອນີ້ເອກລົບຫນ້າໄດ້ທັນ ຈາກນັ້ນເອກກຳລູບຫລັງໃຫ້ຂ້ອຍຄ່ອຍໆ
"ເປັນແນວໃດແດ່ ຖາມດ້ວຍນ້ຳສຽງທີ່ເປັນຫ່ວງ"
"ຍັງວິນຫົວປວດຮາກຕໍຄືເກົ່ານິແລະ... ຈະແມ່ນມັນທໍລະມານຂະຫນາດ... ແຕ່ຈະໃດເຂົາກະຊິອົດເພື່ອລູກຂອງເຮົາ" ຂ້ອຍແນມເບິ່ງຫນ້າອີກຝ່າຍດ້ວຍສາຍຕາລຶ້ກຊຶ້ງ ກ່ອນຈະຫຍິບເອົາທິບຊູ້ທີ່ຢູ່ໃກ້ມາເຊັດຮອບເປື້ອນໃຫ້ອີກຝ່າຍ
"ຈັງໃດເຂົາກະຂໍໂທດທີ່ເຮັດໃຫ້ໂຕເພິ່ນເຫມັນຫມົດ ແຖມເຄື່ອງກະເປື້ອນເຄື່ອງກະແມ່ນເຄື່ອງນັກຮຽນອີກ"
"ບໍ່ເປັນຫຍັງດອກເລື່ອງສ່ຳນີ້ເຂົາຮັບໄດ້ຢູ່ແລ້ວ" ບອກພ້ອມກັບສົ່ງຍິ້ມຫວານໆມາໃຫ້
"ອື້ມ ແລ້ວເພິ່ນຮັບໄດ້ບໍ່ ຖ້າມີຄົນມາຕົວະເພິ່ນ"
"ບໍ່ໄດ້..." ຕອບຢ່າງບໍ່ຄິດ ເອົາຈົນຂ້ອຍສະດຸ້ງແບບອັດຕະໂນມັດ "ເຂົາບໍ່ມັກຄົນຂີ້ຕົວະ... ເຂົາວ່າເພິ່ນຫນ້າຈະຮູ້ໃດ໋"
"ກະ ພະ ພໍຈະຮູ້ຢູ່"
"ແລ້ວເພິ່ນຖາມເຂົາເຮັດຫຍັງນິ ຫລືວ່າເພິ່ນມີຫຍັງທີ່ຕົວະເຂົາໄວ້" ຈ້ອງເຂົ້າມາເບິ່ງສາຍຕາຂ້ອຍແບບເລິກເຊິງ ເພື່ອຄົ້ນຫາຄຳຕອບ
"ມະ ມີ" ຂ້ອຍບອກອອກໄປໃນທີ່ສຸດ... "ແຕ່ວ່າຕອນນີ້ເຂົາບອກເພິ່ນບໍ່ໄດ້ວ່າເຂົາຕົວະຫຍັງເພິ່ນ ເອົາໄວ້ໃຫ້ເຂົາມີໂອກາດດີໆກ່ອນ ແລ້ວຄ່ອຍບອກ"
"ບອກຕອນນີ້ບໍ່ໄດ້ຫວາ" ເອກຜ່ອນສຽງລົງ
"ບະ ບໍ່ໄດ້ດອກ.. ເຂົາຍັງບໍ່ທັນພ້ອມເທື່ອເພິ່ນຊິຖ້າເຂົາໄດ້ບໍ່"
"ອື້ມ" ງຶກຫົວແທນຄຳຕອບ... ມັນກໍ່ເລີຍເຮັດໃຫ້ຂ້ອຍຍິ້ມອອກມາຫນ້ອຍຫນຶ່ງ
"ແຕ່ວ່າມີເລື່ອງຫນຶ່ງທີ່ເຂົາບໍ່ເຄີຍຕົວະເພິ່ນເລີຍ ເພິ່ນຮູ້ບໍ່ວ່າແມ່ນເລື່ອງຫຍັງ"
"ອຶ" ແກວ່ງຫົວທັນທີ
"ກະເລື່ອງທີ່ເຂົາ ຮັກເພິ່ນນີ້ແລະ ເຂົາຮັກເພິ່ນແທ້ໆ!!
"ໂດຍ ຂອບໃຈທີ່ເພິ່ນຮັກ ເຂົາກະຮັກເພິ່ນຄືກັນ ຮັກຈົນຊິຕາຍແທນໄດ້ແລ້ວນິ" ເອກຈັບມືຂ້ອຍຂຶ້ນມາຈູບຢ່າງຄ່ອຍ ເຮັດໃຫ້ຂ້ອຍຕ້ອງຍິ້ມກັບຄວາມອ່ອນໂຍນຂອງອີກຝ່າຍຢ່າງຫລີກລ້ຽງບໍ່ໄດ້
"ອຶ້ມ...ແຕ່ຈັງໃດຢ່າເອົາເລື້ອງເປັນໆຕາຍໆມາເວົ້າໄດ້ບໍ່ ເຂົາບໍ່ຢາກໄດ້ຍິນ"
"ໂດຍ ເອກຮັບປາກທັນທີ ເຂົາຊິບໍ່ເວົ້າອີກແລ້ວ.... "
"ອຶ້ມ...ແຕ່ວ່າຈູບມືເຂົາຢ່າງດຽວມັນຊິພໍສຳຫລັບຄົນແບບເພິ່ນບໍ່ນິ." ຂ້ອຍບອກທັງຍິ້ມ ສ່ວນອີກຝ່າຍ ກໍ່ເຂົ້າໃຈຄວາມຫມາຍຂອງຂ້ອຍທີ່ໄດ້ເວົ້າໄປ
"ຊັນເພິ່ນເປີດໂອກາດໃຫ້ເຂົາແລ້ວແມ່ນບໍ່"
"ອຶ້ມ"
"ຊັນບໍ່ເກງໃຈລະໃດ໋"
"ຕາມສະບາຍ... ຮອດສ່ຳນີ້ແລ້ວຍັງຊິຖາມຫຍັງອີກ"
.
.
.
ກວ່າຊິໄດ້ເອົາມາລົງມື້ນີ້
ເດິກພໍສົມຄວນ ແນວມື້ນີ້ຄາວຽກແຮງ
ຄຽດນຳບົດຮຽນຈົນຫນ້າແຫ່ວແລ້ວນິ
ຈັງໃດກະຊິພະຍາຍາມເອົາມາລົງຖີ່ໆກະແລ້ວກັນ
ສຳຫລັບຄົນທີ່ຖ້າອ່ານ