ຕອນທີສາບສິບເກົ້າ
hurt
ຕັ້ງແຕ່ຂ້ອຍຫນີຈາກບ້ານຂອງໂຕເອງໄປຢູ່ບ້ານຂອງເອກ (ຫລືຊິເອີ້ນງ່າຍໆ ຫນີຕາມຜູ້ຊາຍໄປ: ຜູ້ຂຽນ)
ຂ້ອຍກໍ່ບໍ່ເຄີຍທີ່ຈະກັບເຂົ້າໄປເຮືອນເລີຍຈັກບາດ ເຖິງແມ່ນວ່າອ້າຍຂ້ອຍຈະບອກແລ້ວວ່າ
ພໍ່ຂອງຂ້ອຍທຳໃຈຍອມຮັບເລື່ອງຂອງຂ້ອຍໄດ້ແລ້ວ... ສ່ວນແມ່ຂອງຂ້ອຍທີ່ຢູ່ຕ່າງປະເທດຕອນນີ້ ລາວກໍ່ບໍ່ໄດ້ວ່າຫຍັງ
ແລະຊິກັບມາຫາຂ້ອຍຫລັງຈາກທີ່ເອກມາຂໍຂ້ອຍແຕ່ງງານເນື່ອງຈາກລາວຄາວຽກ
ແຕ່ກ່ອນຊິກັບເຂົ້າໄປເຮືອນຂອງຕົນເອງ ຂ້ອຍຂໍຈັດເລື່ອງຫນຶ່ງໃຫ້ມັນຈົບສິ້ນສະ ເຊິ່ງມັນກໍ່ແມ່ນເລື່ອງທີ່ຄາໃຈຂ້ອຍທີ່ສຸດຕອນນີ້
ນັ້ນກໍ່ຄື ເລື່ອງລະຫວ່າງອາເລັກກັບອ້າຍເລ້
"ຕິ໋ງຕ໋ອງ" ຂ້ອຍກົດກະລິງທີ່ຫນ້າບ້ານແລ້ວກໍ່ຢືນຖ້າຢູ່ແບບນັ້ນ... ແຕ່ວ່າເວລາຜ່ານໄປດົນຫລາຍເຕີບ
ກໍ່ຍັງບໍ່ທັນເຫັນໃຜຈັກຄົນມາໄຂປະຕູໃຫ້... ລະຂ້ອຍກໍ່ໄດ້ໂທໄປຖາມເຈ້ແຈັກຢູ່ຮ້ານແລ້ວວ່າ
ອ້າຍຂ້ອຍບໍ່ໄດ້ອອກໄປວຽກເປັນເວລາຫລາຍມື້ ເຊິ່ງຂ້ອຍກໍ່ຫມັ້ນໃຈວ່າລາວບໍ່ມີທາງໄປໃສດອກ ນອກຈາກຢູ່ເຮືອນຫລັງນີ້
"ຕິ໋ງຕ໋ອງໆ" ຂ້ອຍກົດກະລິ໋ງອີກຫລາຍໆແຕ່ກໍ່ບໍ່ມີວີ່ແວວຂອງເຈົ້າຂອງບ້ານອອກມາໄຂປະຕູເລີຍ
ຂ້ອຍກໍ່ເລີຍອົດບໍ່ໄຫວທີ່ຈະລອງໄຂປະຕູເຂົ້າໄປ ແລ້ວມັນກໍ່ປະກົດວ່າ ປະຕູຮົ້ວບໍ່ໄດ້ລ໋ອກ
ເມື່ອເປັນດັ່ງນັ້ນ ຂ້ອຍກໍ່ຮີບພາໂຕເອງເຂົ້າໄປທີ່ເຮືອນທັນທີ ໂດຍທີ່ສະພາບທາງໃນ ມັນ ງຽບແລະປະຕູປ່ອງຢ້ຽມ ກໍ່ຖືກປິດໄວ້ຫມົດ
ບໍ່ຕ່າງຫຍັງກັບເຂົ້າມາບ້ານຮ້າງ ພຽງແຕ່ຂອງທຸກຢ່າງມັນຍັງຄົງເປັນລະບຽບຄືເກົ່າເທົ່ານັ້ນ
ຕຶກໆໆ ຈາກນັ້ນບໍ່ດົນ ກໍ່ມີສຽງຄົນຍ່າງລົງມາຈາກຊັ້ນເທິງ... ເຜີຍໃຫ້ເຫັນຊາຍຄົນຫນຶ່ງທີ່ມີຮູບຮາງນ້ອຍ
ໂຕຈ່ອຍຜອມລົງຜິດປົກກະຕິ ໃບຫນ້າຊຸດໂຊມ ເຫມືອນຫາກໍ່ຢຸດເຊົາມາຫມາດໆ
"ນ້າ" ລາວເອີ່ຍທັກທາຍຂ້ອຍຜ່ານນ້າສຽງທີ່ເມື່ອຍລ້າ "ໂທດເດີ້ ພໍດີອ້າຍລົງມາເປີດປະຕູໃຫ້ຊ້າ"
ເວົ້າໃນຂະນະພາຮ່າງກາຍທີ່ຊຸດໂຊມມານັ່ງລົງຢູ່ທີ່ໂຊຟາຂະຫນາດໃຫຍ່ ໂດຍທີ່ຂ້ອຍກໍ່ກຳລັງນັ່ງລົງຢູ່ຕໍ່ນ້າຂອງລາວ
"ບໍ່ເປັນຫຍັງດອກ... ແຕ່ເບິ່ງຈາກສະພາບອ້າຍກວ່າຊິຢ່າງຮອດປະຕູ ພໍດີນ້າຕ້ອງຖ້າຮອດມື້ອື່ນແນ່ນອນ"
"ແນວອ້າຍບໍ່ສະບາຍນ້ອຍຫນຶ່ງເດ
"ຫຶ ຄືຊິບໍ່ຫນ້ອຍຫນຶ່ງແລ້ວແລະ ນ້າເຫັນອ້າຍທຳອິດນຶກວ່າຊາກສົບຍ່າງໄດ້ຊ້ຳຫັ້ນຕິ"
"ມາຫາອ້າຍມີເລື່ອງຫຍັງ"
ລາວພະຍາຍາມປ່ຽນເລື່ອງ ແຕ່ທີ່ລາວປ່ຽນກະດີຄືກັນ ພໍດີມັນກົງປະເດັນທີ່ຂ້ອຍມີຫຍັງຖາມບລາວຫລາຍໆຢ່າງ
"ຍັງມີຫນ້າມາຖາມອີກເນາະ!!... ທີ່ນ້ອງມາກະຢາກຈະຖາມເລື່ອງອ້າຍກັບອາເລັກນີ້ແລະ ເປັນຫຍັງຄືເລີກກັນ"
"ອ້າຍກັບມັນເຂົ້າກັນບໍ່ໄດ້ ອ້າຍກະເລີຍຢາກເລີກ"
ຕອບແບບບໍ່ສົນໃຈ ແຕ່ຄຳເວົ້າກັບຄວາມຮູ້ສຶກຂອງລາວ ມັນຊ່າງແຕກຕ່າງກັນຢ່າງມະຫາສານ
"ຢາກເລີກຊັ້ນຫວາ ຄັນຢາກເລີກກັບອາເລັກ ເປັນຄືມີສະພາບແບບນີ້ວະ"
"ກະອ້າຍບອກແລ້ວເດວ່າບໍ່ສະບາຍ ບໍ່ໄດ້ກ່ຽວກັບອາເລັກຈັກຫນ້ອຍ"
"ແນ່ໃຈ໋?"
"ອຶ້ມ ອີກຢ່າງອ້າຍກະຄົບມັນຫລິ້ນໆຊື່ໆ ບໍ່ໄດ້ຄິດຈິງຈັງຈັກຫນ້ອຍ"
ລາວພະຍາຍາມຄວາມຄຸມສຽງໃຫ້ເປັນປົກກະຕິທີ່ສຸດ
ຫຶ ຂະຫນາດເດັກນ້ອຍອະນຸບານຍຍັງ ເບິ່ງອອກແລ້ວວ່າບໍ່ແມ່ນຄວາມຈິງຈັກຫນ້ອຍ
"ຫວາ... ຄັນອາເລັກຟື້ນຂຶ້ນມາໄດ້ຍິນອ້າຍເວົ້າແບບນີ້ ຄືຊິເສຍໃຈຂະຫນາດ" ຂ້ອຍເວົ້າຂຶ້ນລອຍ ແບບສອງແງ່
"ຟະ ຟື້ນຂຶ້ນມາ ລາວເຮັດຄິ້ວຫຍຸ້ງຖາມ"
"ອື້ມ ຟື້ນຂຶ້ນມາຈາກເຈົ້າຊາຍນິທາ"
".............."
"ພໍດີອາເລັກຖືກລົດຕຳຕອນອອກມາຈາກເທັກກລາຍຄືນກ່ອນ.... ແລະຫມໍກະຍັງບອກວ່າ ໂອກາດທີ່ອາເລັກຈະຟື້ນຂຶ້ນມາຄືນ
ບໍ່ຮອດຫ້າເປີເຊັນເທົ່ານັ້ນ ຕ້ອງຖ້າໃຫ້ມີຄປະຕິຫານຢ່າງດຽວ"
"ຮຶກ" ນ້ຳຕາແຫ່ງຄວາມເສຍໃຈມັນໄດ້ລັງໄຫລລົງອາບແກ້ມທັງສອງຂ້າງຂອງອ້າຍຂ້ອຍທັນທີ
ເປັນຜົນໃຫ້ຂ້ອຍ ຕ້ອງພາໂຕເອງເຂົ້າໄປກອດລາວໄວ້ຄ່ອຍໆ ເພື່ອເປັນການປອບໃຈ
"ຮຶກ ອ້າຍຢາກຂໍໂທດອາເລັກ ອ້າຍບໍ່ໄດ້ຕັ້ງໃຈໃຫ້ເລື່ອງມັນເປັນແບບນັ້ນ ຮືໆໆ"
"ເອີ່....... ອ້າຍເລ້ ນ້ອງມີເລື່ອງຈະເວົ້າໃຫ້ອ້າຍອີກເລື່ອງຫນຶ່ງ ຄື ທີ່ນ້າເວົ້າມື້ກີ້ນະ ນ້າຕົວະ"
"............." ອ້າຍຂ້ອຍດັນໂຕຂ້ອຍອອກທັນທີ
ຈາກທີ່ຮ້ອງໄຫ້ມີກີ້ ກໍ່ປ່ຽນມາຊັກສາຍຕາທີ່ຄາດໂທດໃສ່ຂ້ອຍແທນ...
ຂ້ອຍຄິດຖືກຫລືຄິດວະ ທີ່ເອົາຄວາມເປັນຄວາມຕາຍມາເວົ້າຫລິ້ນໆ....
ແຕ່ຈັງໃດມັນກະພິສູດໃຫ້ເຫັນແລ້ວວ່າ ອ້າຍຂ້ອຍຍັງຮັກອາເລັກຄືເກົ່າ ແລະຈະຮັກແບບນັ້ນຕະຫລອດໄປ
ມ່"ວນຫລາຍຫນ້າທີເຮັດໃຫ້ອ້າຍໃຫ້ເກືອບເປັນບ້າແບບນີ້!!" ສຽງທີ່ດັງຮ້າຍກ່ອນສຽງຟ້າຜ່າຊັດເຂົ້າຫນ້າຂ້ອຍຈັງໆ
"ນ້າຂໍໂທດ" ຂ້ອຍຮີບອະທິບາຍອອກໄປທັນທີ
"ນ້າກະບໍ່ໄດ້ຕັ້ງໃຈເວົ້າດອກ ແລະສິ່ງທີ່ນ້າເວົ້າໄປມື້ກີ້ນະມັນກະພິສູດໃຫ້ເຫັນແລ້ວວ່າ
ອ້າຍຍັງອາເລັກຄືເກົ່າ ສ່ວນທີ່ອ້າຍບອກເລີກອາເລັກຍ້ອນມີເຫດຜົນອັນໃດອັນຫນຶ່ງແນ່ນອນ"
"................"
"ແລ້ວເຫດຜົນທັງຫມົດມັນກະແມ່ນຍ້ອນພໍ່ຂອງອາເລັກ ແມ່ນບໍ່??"
"ອື້ມ" ລາວງຶກຫົວຄ່ອຍໆ ເຫມືອນອາລົມຮ້າຍໆມື້ກີ້ມັນພໍຈະຈາງຫາຍໄປ
"ອ້າຍບອກເລື່ອງທັງຫມົດໃຫ້ຟັງໄດ້ບໍ່"
"ອຶ" ແກວ່ງຫົວປັດຕິເສດທັນທີ "ອ້າຍບໍ່ຢາກຈະຮື້ຟື້ນຂຶ້ນມາອີກ"
"ເຮີ່ຍ....." ຂ້ອຍຖອນຫາຍໃຈຄ່ອຍໆ ກ່ອນຈະເວົ້າຂຶ້ນຕໍ່
"ກະໄດ້ ບໍ່ເລົ່າໃຫ້ຟັວກະໄດ້ ເອົາເປັນວ່ານ້າພໍຈະເຂົ້າໃຈນ້ອຍຫນຶ່ງລະ ແຕ່ຈັງໃດ ນ້າຢາກໃຫ້ອ້າຍກັບໄປຄົບກັບອາເລັກຄືເກົ່ານະ"
"ນ້າ ເລື່ອງຂອງອ້າຍກັບອາເລັກມັນຈົບໄປແລ້ວ"
"ເລື່ອງມັນບໍ່ມີທາງຈົບງ່າຍໆດອກ ຖ້າອ້າຍບໍ່ຖອຍອອກມາກ່ອນນະ... ສະພາບຂອງອາເລັກຕອນນີ້ຮ້າຍແຮງກວ່າອ້າຍຊ້ຳ
ເຂົ້າກະບໍ່ກິນ ນອນກະບໍ່ນອນ ນັ່ງໃຈລອຍຫມົດມື້ຫມົດຄືນ ແລະຢູ່ບໍ່ຢູ່ກະໄຫ້ອອກມາເອງ ຖ້າປະໄວ້ແບບນີ້ອີກຫນ້ອຍຫນຶ່ງ
ນ້າວ່າອາເລັກບໍ່ໄຫວແທ້ໆໃດ໋"
"ແຕ່ຖ້າອ້າຍກັບເຂົ້າອີກມັນແຮງເຮັດໃຫ້ເລື່ອງມັນວຸ້ນວາຍຂຶ້ນກວ່າເກົ່າ ອີກຢ່າງ ອ້າຍບໍ່ຢາກຈະທຳລາຍອະນາຄົດມັນ"
"ແຕ່ອ້າຍທຳລາຍຈິດໃຈຂອງອາເລັກຈົນບໍ່ເຫລືອຫຍັງດີຄືເກົ່າ"
"ເຊົາເທາະ!! ອ້າຍບໍ່ຢາກຈະຟັງອີກ... ຖ້ານ້າຊິມາຫາອ້າຍຍ້ອນມາຍົວະອ້າຍ ນ້າກະກັບໄປດີກວ່າອ້າຍບໍ່ມີຫຍັງຈະເວົ້າອີກ"
ສຸດຄວາມ ຜູ້ເປັນພີ່ຊາຍຂອງຂ້ອຍກໍ່ລຸກຂຶ້ນແລ້ວຢ່າງຫນີຂ້ອຍອອກໄປທັນທີ ເພື່ອທີ່ຈະຂຶ້ນໄປຊັນເທິງອີກໃຫ້
ຈຶ່ງເຮັດໃຫ້ຂ້ອຍມີໂອກາດໄດ້ຮ້ອງໃສ່ຫລັງລາວດັງໆ
"ແຕ່ຈັງໃດນ້າກະຊິເຮັດໃຫ້ອ້າຍກັບໄປຄົບກັບອາເລັກອີກ!!"
.
.
.
ທີ່ບ້ານຂ້ອຍ ໃນຫ້ອງຮັບແຂກ
ຫລັງຈາກທີ່ຂ້ອຍໄປຫາອ້າຍເລ້ ອີກບໍ່ດົນຂ້ອຍກໍ່ມຸ່ງນ້າມາທີ່ເຮືອນທັນທີພ້ອມກັບສຸດທີ່ຮັກຂອງຂ້ອຍ...
ແຕ່ສະຖານະການຕອນນີ້ມັນກະບໍ່ຄ່ອຍ ເອີ່ ສະຫວາດສະເຫວີຍປານໃດ
ໃນເມື່ອພໍ່ຂອງຈ້ອຍກຳລັງຊັກສາຍຕາເປັນຕາຢ້ານແນມມາທາງນີ້
"ສະບາຍດີອີ່ພໍ່" ເອກຍົກມືນົບໄຫວ້ຜູ້ເປັນພໍ່ຂ້ອຍທີ່ກຳລັງນັ່ງຢູ່ກົງກັນຂ້າມພວກຂ້ອຍທັງສອງ
ໂດຍທີ່ເອກກໍ່ບໍ່ລືມທີ່ຈະມີຂອງຕິດມືເລັກໆນ້ອຍໆມາຝາກລາວນຳ
"ກອງໄວ້ບ່ອນນັ້ນແລະ ມີຄົນມາສະບາຍດີຂ້ອຍຫລາຍແລ້ວ ເບື່ອ!!"
ແມ່ນແຕ່ຄຳທັກທາຍ ພໍ່ຂ້ອຍຍັງບໍ່ຍອມຮັບ ເອົາຈົນຄົນຢູ່ຂ້າງໆຂ້ອຍເກືອບໄປບໍ່ເປັນ
ເຮີ່ຍ... ລາວຍັງມີອະຄະຕິນຳເອກຢູ່... ແຕ່ທ່າທາງເອກກໍ່ບໍ່ມີທ່າທີ່ຍອມງ່າຍໆຄືກັນ ຂະຫນາດຖືກຮ້າຍກະຍັງຍິ້ມອອກມາໄດ້
(ແນວພະເອກເຮົາຫນ້າມຶນຢູ່ແລ້ວ: ຜູ້ຂຽນ)
"ເອີ້ ມື້ນີ້ລູກມີຂອງມາຝາກໃຫ້ອີ່ພໍ່ນຳ" ເອກພະຍາຍາມປ່ຽນເລື່ອງ ເພື່ອທຳລາຍບັນຍາຍກາດທີ່ອຶດອັດລົງ
"ເອົາກັບໄປຊະ" ລາວບອກຕັດບົດທັນທີ "ຂ້ອຍບໍ່ຢາກໄດ້" ແຖມຍັງຢືນຢັນສຽງແຂງອີກ ວ່າບໍ່ຕ້ອງການ
"ແຕ່ມັນເປັນສະຫມຸນໄພຈາກຈີນເລີຍໃດ໋ ລູກຢາກໃຫ້ອີ່ພໍ່ລອງກິນເບິ່ງກ່ອນ ຮັບຮອງວ່າ ຮ່າງກາຍສຸຂະພາບແຂງແຮງດີແນ່ນອນ "
ເອກພະຍາຍາມຈະບັນຍາສັບພະຄຸນໃຫ້ລາວຟັງ
"ຫຶ ... ສະຫມຸນໄພຫລືຢາພິດກັນແທ້ວະ!!"
"ອີ່ພໍ່ເວົ້າຫຍັງກະດາຍ ລູກບໍ່ກ້າເຮັດແບບນັ້ນດອກ ລູກຮັກອີ່ພໍ່ຄືກັບພໍ່ແທ້ໆ "
"ຫຶ ບໍ່ຕ້ອງມາເວົ້າດີບໍ່ຢາກຟັງ ລະມີຫຍັງ ກະຮີບເວົ້າມາເທາະ!!"
"ໂດຍ ມື້ອື່ນພໍ່ຂອງລູກລາວຊິມາຂໍນ້າແລ້ວ
"ອຶ້ມ ລາວງຶກຫົວແບບເຂົ້າໃຈ" ເຖິງຈາກຮ້າຍອອກໄປ ແຕ່ພາຍໃນໃຈກໍ່ຍອມຮັບເອກໄວ້ພິຈາລະນາຮຽບຮ້ອຍ
"ຊິເຮັດຫຍັງກະເຮັດ ເພາະລູກຂອງຂ້ອຍມັນເປັນຄົນເສຍຫາຍຢູ່ແລ້ວ!!"
"ໂດຍໆ ເອກຂານຮັບຢ່າງວ່ອງໄວ ເອີ່...... ແລ້ວອີ່ພໍ່ຊິເອົາຂອງຝາກຈາກລູກໄປບໍ່
"ຖາມເຮັດຫຍັງ ຫລືຊິເອົາກັບໄປຄືນ??" ເວົ້າປານວ່າຊິເສຍດາຍຂອງນິໃດ໋ ພໍ່ຂ້ອຍນິ
"ລູກບໍ່ເອົາກັບໄປດອກ ເຖິງອີ່ພໍ່ບໍ່ເອົາກໍ່ຕາມເທາະ"
"ເວົ້າຄືຂ້ອຍຍອມຕົກລົງເອົາຂອງຂອງເຈົ້າແລ້ວນິໃດ ຫຶ"
"ລູກກະບໍ່ຮູ້ເດ ເຫັນພໍ່ຖາມຄືວ່າຊິບໍ່ຢາກມາໃຫ້ລູກເອົາຄືນນິ" ເອກຖຽງ
"ພໍ" ພໍ່ຂ້ອຍຍົກມືຫ້າມ "ຂ້ອຍບໍ່ຢາກຟັງ ແລ້ວວຽກທີ່ຈະລົມມີສ່ຳນີ້ນິຕົວະ"
"ເຮົາຍັງມີເລື່ອງອີກຫນຶ່ງ" ຂ້ອຍເວົ້າຂຶ້ນຕໍ່ຫລັງຈາກນັ້ນ
"ເລື່ອງຫຍັງ??" ລາວຫັນຫນ້າມາຖາມຂ້ອຍ
"ເລື່ອງຂອງອ້າຍກັບແຟນຂອງລາວ ....... ຄືເຮົາຢາກໃຫ້ອີ່ພໍ່ຊ່ວຍລາວແດ່"
ແຕ່ລະຄຳໃນປະໂຫຍກ ຂ້ອຍເອີ່ຍດ້ວຍສຽງທີ່ອ້ອນວອນ ສ່ວນລາວກໍ່ມິດບໍ່ເວົ້າຫຍັງຕໍ່ ມັນກໍ່ເລີຍເປີດໂອກາດໃຫ້ຂ້ອຍເວົ້າຕື່ມອີກ
"ພໍດີນ້ອງຂອງເອກເປັນແຟນກັບອ້າຍເລ້ ແຕ່ວ່າພໍ່ຂອງອາເລັກບໍ່ຍອມໃຫ້ເຂົາເຈົ້າຄົບກັນນະ"
"ຫຶ ຜູ້ຊາຍກັບຜູ້ຊາຍແມ່ນໃຜຊິຍອມໃຫ້ຄົບກັນ ແລ້ວເລື່ອງມັນບໍ່ກ່ຽວກັບພໍ່ຈັກຫນ້ອຍ"
"ກ່ຽວຕົວະ ກ່ຽວບ່ອນອີ່ພໍ່ເປັນພໍ່ຂອງອ້າຍເລ້ນີ້ແລະ... ຕອນນີ້ນະ ອ້າຍເລ້ນອນບໍ່ຫລັບ ກິນບໍ່ໄດ້ຫລາຍມື້ລະ
ແຖມຍັງບໍ່ອອກໄປໃສມາໃສອີກ ກຽບໂຕຢູ່ໃນຫ້ອງຄົນດຽວຕະຫລອດ ສ່ວນອາເລັກກະບໍ່ຕ່າງຫຍັງເລີຍ
"ເລື່ອງຂອງລູກມັນກະເຮັດໃຫ້ພໍ່ເຈັບຫົວຫລາຍແຮງລະ ຢ່າຫາເລື່ອງມາໃຫ້ພໍ່ອີກເທາະ..." ລາວເວົ້າປັດໆແບບລຳຄານ
"ແຕ່ອີ່ພໍ່ບໍ່ອີ່ຕົນອ້າຍແດ່ຫວາ..." ຂ້ອຍພະຍາຍາມອ້ອນວອນລາວສຸດຊີວິດ ແຕ່ເຫມືອນວ່າຂ້ອຍບໍ່ມີສີຫນ້າເຫັນໃຈແຕ່ຢ່າງໃດເລີຍ
"ຖ້າມັນຢາກທໍລະມານໂຕເອງແບບນັ້ນ ກະປ່ອຍມັນໄປ..... ຄົນບໍ່ຮັກໂຕເອງມັນກະເປັນແບບນັ້ນແລະ"
"ເຮົາລະຢາກໃຫ້ອີ່ພໍ່ກັບເອົາໄປຄິດອີກເທື່ອຫນຶ່ງນະ"
"ແມ່ນອີ່ພໍ່" ເອກເວົ້າຂຶ້ນເພື່ອຊ່ວຍຂ້ອຍອີກແຮງ "ລູກກະອີ່ຕົນນ້ອງຂອງໂຕເອງຄືກັນ
ມັນກິນເຂົ້າບໍ່ໄດ້ນອນບໍ່ຫລັບຫລາຍລະ ຖ້າອີ່ພໍ່ລອງເວົ້າຊ່ວຍຈັກບາດ ບາງເທື່ອພໍ່ຂອງລູກອາດຈະຍອມໃຈອ່ອນກະໄດ້"
"ຫຶ ຂ້ອຍບອກແລ້ວ ຜູ້ຊາຍກັບຜູ້ຊາຍ ຊິຮັກກັນໄດ້ແນວໃດ!!... ຢູ່ນີ້ບໍ່ແມ່ນຕ່າງປະເທດ ບໍ່ມີໃຜຍອມຮັບເລື່ອງນີ້ໄດ້!!"
"ເຮົາກະຮູ້ຢູ່ ແຕ່ສອງຄົນນັ້ນເຂົາເຈົ້າຮັກກັນເດ... ຖ້າສົມມຸດມີຄົນມາຂັດຂວາງອີ່ພໍ່ແບບນີເດ ອີ່ພໍ່ຊິຮູ້ສຶກແນວໃດຊັນ"
ລາວມິດທັນທີ... ເຫມືອນວ່າຂ້ອຍຈະເວົ້າຈີໃຈດຳທີ່ສຸດ
"ເຮົາຍອມເຫັນອ້າຍຕົນເອງເສຍໃຈບໍ່ໄດ້ດອກ"
"ເຊົາເທາະນ້າ!! ຖ້າມີຄົນໄປຖາມຄົນຮ້ອຍທັງຮ້ອຍກະບໍ່ໃຜເຫັນດີເລື່ອງຂອງເຂົາເຈົ້າສອງຄົນດອກ ອີກຢ່າງແຟນຂອງອ້າຍລູກ
ອາຍຸມັນກະຍັງນ້ອຍ ບາດອາຍຸຂອງອ້າຍລູກ ມັນຊາວຫ້າແລ້ວ ສ່ຳນີມັນກະຮູ້ແລ້ວວ່າມັນຕ່າງກັນເທົ່າໃດ ແລະຖ້າສອງຄົນນັ້ນຮັກກັນແທ້
ພວກມັນກະບໍ່ມີທາງເລີກກັນງ່າຍໆ ເຖິງມັນຈະມີອຸປະສັກກໍ່ຕາມ"
ຂ້ອຍໄດ້ແຕ່ມິດ ແລ້ວຟັງຜູ້ເປັນພໍ່ເທດສະຫນາຢ່າງດຽວ... ຄັນຊິຖຽງອອກໄປ ລາວກະຊິອັດຂ້ອຍກັບມາອີກ ເຮີ່ຍ...
ແປວ່າຂ້ອຍຫມົດຫວັງແລ້ວແມ່ນບໍ່ນິ
.
.
.
ຕອນທີ່ແລ້ວມີຄອມເມັ້ນຫລາຍຄອມເມັ້ນຂະຫນາດ
ມີຄົນເຂົ້າມາມາໃຫມ່ບັກຫລາຍໆຄົນ
ຈັງໃດກະຂອບໃຈເດີ້ທີ່ເຂົ້າມາອ່ານນະ
ຊິພະຍາຍາມຂຽນໃຫ້ມັນດີທີ່ສຸດເດີ້