ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 16, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

                              

           ຕັ້ງໃຈເອົາມາຕ້ອນມາຝາກສະມາຊິກພັນລາວໝົດທຸກຄົນເດີ ^ + ^ ຢາກຮູ້ວ່າ:

ຕົວເອງເປັນຄົນແບບໃດ, ມີນິໄສແບບໃດ ກະລອງມາອ່ານເອົາເດີວ່າ: ຈະແມ້ນ ຫຼື ບໍ່?

+ ລາສີທີ່ອາພັບຄູ່ທີ່ສຸດ: ລາສີມິນ ( 14 ມີນາ- 12 ເມສາ ) ຮອງລົງມາຄື: ລາສີກັນ

( 17 ກັນຍາ- 16 ຕຸລາ ) ກັບ ລາສີພະຈິກ ( 16 ພະຈິກ- 15 ທັນວາ )

+ ລາສີທີ່ເຈົ້າຊູ້ທີ່ສຸດ: ລາສີທະນູ ( 16 ທັນວາ- 15 ມັງກອນ )

+ ລາສີທີ່ຮ້າຍທີ່ສຸດ: ລາສີມັງກອນ ( 16 ມັງກອນ- 12 ກຸມພາ )

+ ລາສີທີ່ມີອາລົມສິນລະປິນທີ່ສຸດ: ລາສີກຸມ ( 13 ກຸມພາ- 13 ມີນາ )

+ ລາສີທີ່ຂີ້ຫຶງທີ່ສຸດ: ລາສີເມ ( 13 ເມສາ- 13 ພຶດສະພາ )

+ ລາສີທີ່ຂີ້ດື້ທີ່ສຸດ: ລາສີສິງ ( 17 ສິງຫາ- 16 ກັນຍາ )

+ ລາສີທີ່ຮ້າຍຫຼາຍທີ່ສຸດ: ລາສີພະຈິກ ( 16 ພະຈິກ- 15 ທັນວາ )

+ ລາສີທີ່ອົກຫັກຊໍ້າຊາກທີ່ສຸດ: ລາສີຕຸນ ( 17 ຕຸລາ- 15 ພະຈິກ ) ຮອງລົງມາຄື: ລາສີສິງ

( 17 ສິງຫາ-16 ກັນຍາ ) " ເຈົ້າຂອງກະທູ້ "

+ ລາສີທີ່ມີໂອກາດບ່ຽງແບນທາງເພດຫຼາຍທີ່ສຸດ: ລາສີເມຖຸນ ( 14 ມິຖຸນາ- 14 ກໍລະກົດ )

+ ລາສີທີ່ມີຄວາມອົດທົນສູງທີ່ສຸດ: ລາສີພຶດສະພາ ( 14 ພຶດສະພາ- 13 ມິຖຸນາ )

+ ລາສີທີ່ຍິ່ງທະນົງທີ່ສຸດ: ລາສີສິງ ( 17 ສິງຫາ- 16 ກັນຍາ )

+ ລາສີທີ່ໂລແມນຕິກທີ່ສຸດ: ລາສີຕຸນ ( 17 ຕຸລາ- 15 ພະຈິກ ) " ເຈົ້າຂອງກະທູ້ "

+ ລາສີທີ່ໃຈນັກເລງທີ່ສຸດ: ລາສີເມ ( 13 ເມສາ- 13 ພຶດສະພາ )

+ ລາສີທີ່ມີລົດຊະນິຍົມແປກທີ່ສຸດ: ລາສີກຸມ ( 13 ກຸມພາ- 13 ມີນາ )

+ ລາສີທີ່ມີຄວາມໝັ້ນໃຈທີ່ສຸດ: ລາສີມັງກອນ ( 16 ມັງກອນ- 12 ກຸມພາ )

+ ລາສີທີ່ຍິ່ງແກ່-ຍິ່ງລວຍທີ່ສຸດ: ລາສີມັງກອນ ( 16 ມັງກອນ- 12 ກຸມພາ )

+ ລາສີທີ່ຮັກຄອບຄົວຫຼາຍທີ່ສຸດ: ລາສີກໍລະກົດ ( 15 ກໍລະກົດ- 16 ສິງຫາ )

+ ລາສີທີ່ຂີ້ໜຽວທີ່ສຸດ: ລາສີສິງ ( 17 ສິງຫາ- 16 ກັນຍາ )

+ ລາສີທີ່ໂລເລ-ຫຼາຍໃຈທີ່ສຸດ: ລາສີເມຖຸນ ( 14 ມິຖຸນາ- 14 ກໍລະກົດ )

+ ລາສີທີ່ມີຄວາມຍຸດຕິທຳທີ່ສຸດ: ລາສີຕຸນ ( 17 ຕຸລາ- 15 ພະຈິກ ) " ເຈົ້າຂອງກະທູ້ "

+ ລາສີທີ່ມັກຫວ່ານສະເໜ່ທີ່ສຸດ: ລາສີພຶດສະພາ ( 14 ພຶດສະພາ- 13 ມິຖຸນາ )

+ ລາສີທີ່ມັກຫງຸດຫງິດງ່າຍທີ່ສຸດ: ລາສີເມ ( 13 ເມສາ- 13 ພຶດສະພາ )

+ ລາສີທີ່ເບິ່ງໂລກໃນແງ່ດີທີ່ສຸດ: ລາສີທະນູ ( 16 ທັນວາ- 15 ມັງກອນ )

+ ລາສີທີ່ຮັກອິດສະຫຼະທີ່ສຸດ: ລາສີກຸມ ( 13 ກຸມພາ- 13 ມີນາ ) ຮອງລົງມາຄື: ລາສີເມຖຸນ

( 14 ມິຖຸນາ- 14 ກໍລະກົດ )

+ ລາສີທີ່ມີເກນຈະຂຶ້ນຄານຫຼາຍທີ່ສຸດ: ລາສີມິນ ( 14 ມີນາ- 12 ເມສາ )

+ ລາສີທີ່ມີສະເໜ່ທີ່ສຸດ: ລາສີພະຈິກ ( 16 ພະຈິກ- 15 ທັນວາ ) ຮອງລົງມາຄື: ລາສີຕຸນ

( 17 ຕຸລາ- 15 ພະຈິກ ) " ເຈົ້າຂອງກະທູ້ "

+ ລາສີທີ່ມີເຫດຜົນຫຼາຍທີ່ສຸດ: ລາສີມັງກອນ ( 16 ມັງກອນ- 12 ກຸມພາ )

                                         ຕົງບໍ່ເດ່ ທຸກໆທ່ານເອີ່ຍ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 14, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

                                        ລອງອ່ານເບິ່ງເນາະ.......................................

 ບໍ່​ແມ່ນ​ສີ​ແສດ​ສິ້ວ      ​          ເຕີມ​ແຕ່ງ​ແດງ-​ເຫຼືອງນັ້ນ​ໄດ໋

ບໍ່​ແມ່ນ​ສີ​ບົວ​ອິດ                    ມຸ່ຍ​ຄາມ​ງາມ​ເອ້

ໝາຍ​ແມ່ນ​ສີ​ຊັນ​ຊ້ອນ                ພອນ​ສະຫວັນ​ວາງ​ວາດ

ສີປາກ​ຍາມ​ຍ່າວ​ຍິ້ມ                 ຈາ​ເວົ້າ​ວາດ​ຫົວ​ຫັ້ນ​ນ່າ

 ສີປາກ​ຍາມ​ພົບ​ພໍ້                 ຕິດ​ຕໍ່​ພົວພັນ

ລົມ​ລັ່ນ​ວາງ​ວາຈາ                   ອ່ອນ​ຫວານ​ປານ​ອ້ອຍ

ອອຍ​ອິ່ນ​ສຳນວນ​ຍິ້ມ                 ຄວນ​ເພງ​ເພີນ​ມ່ວນ

ຂັບ​ກ່ອມ​ຊວນ​ຊາບ​ຊຶ້ງ                ​ເຕີມ​ຊ້ອນ​ຕື່ມ​ແຖມ

 ບາງ​ສາວ​ມີ​ແຕ່​ແຕ້ມ               ເຕີມ​ແຕ່ງ​ສີສັນ

ທາ​ປາກ​ແດງ​ປານ​ຂຽນ               ແຜ່ນ​ແພ​ພວມ​ແຕ້ມ

​ແນມ​ເບິ່ງ​ຕອນ​ຈາ​ເວົ້າ                ພໍ​ປານ​ຟ້າ​ລັ່ນ

ຍິງ​ນັ້ນ​ສີປາກ​ຄື​ວ່າ​ໄວ້​                ເທິງ​ຫັ້ນ​ແມ່ນ​ບໍ່​ມີ

 ສີປາກ​ເປັນ​ເຄື່ອງ​ເອ້               ຕົບ​ແຕ່ງ​ກາຍາ

ພາ​ໃຫ້​ດຶງ​ດູດ​ໃຈ                    ເພື່ອນ​ແພງ​ພົງ​ເຊື້ອ

​ໃຜ​ກໍ່​ພໍ​ພະ​ໄທ​ແທ້                   ຊົມ​ເຊີຍ​ຮັກ​ຫໍ່

ສັງຄົມ​ຍໍ​ຍົກຍ້ອງ                   ປະສົງ​ພໍ້​ພົບ​ພານ ຫັ້ນ​ແລ້ວ!!

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 16, 2010 | ມີ 13 ຄຳເຫັນ ແລະ 0 trackback(s)

ນີ້ແມ່ນຄະຕິເຕືອນໃຈ,  ຖ້າໃຜຢາກຮູ້ວ່າຕຸ່ນຂຽນກ່ຽວກັບຫຍັງກໍ່ເຂົ້າມາອ່ານກັນເອງ

 

ຢ່າ​ຫງ່ຽງຫູ​ຮັບ​ຮູ້               ຄຳ​ກ່າວ​ຄົນ​ພານ

ຢ່າ​ພົບ​ພານ​ພຽນຫາ              ຮ່ວມ​ພົວພັນ​ດ້ວຍ

ຢ່າ​ເອົາ​ກາຍ-​ໃຈ​ໃກ້            ​   ໃຫ້ໜີກຸຍ​ໄກ​ຫ່າງ

ຍະ​ວ່າງ​ທາງ​ຍ່ານ​ເຍີ້ນ             ຢ່າ​ອອຍ​ເອີ້ນ-​ອຸ່ນພານ ​ແທ້​ເນີ

ບູຮານ​ກ່າວ​ຕື່ມ​ໄວ້         ​     ໄຂ​ຂ່າວຄຳ​ຄະຕິ

ມີ​ຢູ່​ໃນ​ຜະຫຍາລາວ               ກ່າວ​ຈາ​ແຕ່​ເປິ​ງກີ້

ໜີຫຼີກໝູ-ໝານັ້ນ             ​    ໃຫ້​ມັນ​ໄກ​ເກີນ​ສອກ

ໜີຫຼີກລິງ(ວອກ)ນັ້ນ           ​    ໃຫ້​ໄກ​ເວັ້ນ​ວ່າງ​ວາ ​ແທ້ນາ

ສ່ວນວ່າຫຼີກພວກ​ບ້າ             ພາລາໝູ່ຄົນ​ພານ

​ໃຫ້​ທ່ານ​ໄປ​ໄກ​ເກີນ                ຢ່າ​ຕ່າວ​ເວີນ​ມາ​ໃກ້

​ແສນ​ໂຍດ​ພຽນຊິ​ພອຍ​ພົ້ນ           ຢ່າ​ວົນວຽນມາ​ໃໝ່

​ໄປ​ໃຫ້​ຫວິດ​ວ່າງ​ມົ້ມ               ຢ່າ​ຍອມ​ກົ້ມ​ກ່ອມ​ພານ

ການໜີ​ໄກ​ຫ່າງ​ເວັ້ນ          ​   ໄປ​ຈາກ​ຄົນ​ພານ

ບໍ່​ຄົບ​ຄຽນຄວາມ​ຮັກ               ຮ່ວມ​ພານ​ແນວ​ນັ້ນ

​ເປັນ​ມົງຄົນ​ຄົງ​ຄໍ້າ                 ຄູນ​ຄົນ​ແສນ​ປະເສີດ

ບຸນ​ເລີດ​ເຫຼືອຫຼັ່ງ​ໃຫ້              ​ ເຮົາ​ໄດ້​ຢູ່​ສະບາຍ ທ່ານ​ເອີຍ!