ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 25, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເພື່ອນໆລະມີຄວາມເຫັນກັນແນວໃດ, ວ່າມາເບິ່ງ?

►ແມງວັນວ່າ:

" ວຽງຈັນຄວນອາບເອ້              ແສນສິ່ງສົກກະປົກງາມໃດ໋

ທຸກຢ່າງຄວນມີຄົບ                   ຊະຊາຍຊຸມເປື້ອນ

ດິນຄວນອຸດົມດ້ວຍ                  ຂອງຄາວແນວເນົ່າ

ພ້ອມພໍ່າກອງຂີ້ເຫຍື້ອ               ຄວນໃຫ້ຫຼາກຫຼາຍ "

►ຍຸງລາຍວ່າ: 

" ຄວນໃຫ້ມີບວກນໍ້າ                ຕາມເດີ່ນຮຽງເຮືອນ

ຂອງເສດຊຸ່ມປ໋ອງໂປະ             ຕົ່ງຝົນຂັງນໍ້າ

ແຄມທາງຄວນມີຫຍ້າ               ຍາວສູງແສນແຫ່ງ

ໃນເຮືອນອຸແອ່ງນໍ້າ                 ຂັງໄວ້ຊູ່ວັນ "

► ໜູວ່າ:

" ຕາມເຮືອນຊານກໍ່ໃຫ້             ຈັດແຈ່ງຄືກັນ

ເຮັດໃຫ້ມັນລຸງລັງ                   ຢັ່ງຢາຍຂອງໃຊ້

ເຄື່ອງຂອງເຮືອນເຮົາໃຫ້           ກອງກັນຂີນໄຂວ່ 

ໃນແຈກັນຮົກເຮື້ອ                  ໂຮມໄວ້ແປດປົນ "

► ແມງມູມວ່າ:

" ບໍ່ຕ້ອງປັດກວດພື້ນ               ຝາຝໍ່າເພດານ

ປ່ອຍໃຫ້ມັນມົວໝອງ                ດ່າງດາວດຳເປື້ອນ

ຈຶ່ງບໍ່ເປືອງເງິນຊື້                    ສີທາ-ຟອຍກວດ

ງາມເພາະຝອຍຝຸ່ນເອ້              ໄຍຫຍຸ້ງຍາບຍອຍ "

► ຄົນເອີ່ຍ!......

" ຄວາມຄິດເຈົ້າ                     ມີດັ່ງໃດເດ່?

ເຫັນສົມຄວນຄືເຂົາ                  ບໍ່ນໍແນວນັ້ນ?

ຄັນບໍ່ເຫັນດີດ້ວຍ                     ຄືເຂົາກອຍກ່າວ

ເຊີນຄົນລຸກຂຶ້ນເວົ້າ                  ໃນທີ່ປະຊຸມ ເບິ່ງດູ! "  

Delicious Digg Fark Twitter