ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2010 | ມີ 14 ຄຳເຫັນ ແລະ 0 trackback(s)

ມື້ນີ້ ຂ້ອຍຂໍເຜີຍຄວາມຂັດຂ້ອງໝອງໃຈ ໄປທາງໃດປະກົດວ່າມີແຕ່ຄົນປະເພດສອງ(ຜູ້ບໍ່ທັນແມ່ນຢ່າຕົກໃຈ)ຄຳເວົ້າດັ່ງກ່າວແມ່ນນຳມາເວົ້າເພື່ອສົນທະນາ, ເມື່ອກ່ອນຂ້ອງໄປທາງໃດກໍ່ບໍ່ເຫັນປະກົດການຂອງຄົນເຄີ່ງໆກາງໆ ຈະເປັນຍິງກໍ່ບໍ່ເປັນ,ເປັນຊາຍກະບໍ່ເປັນ,ແຕ່ດຽວນີ້ຄືວ່າຫຼາຍເອົາແທ້,ຂໍໂທດ ໃນມື້ບຸນທາດຫຼວງປີ 2010 ຂ້ອຍໂລດເຫັນຮອດຜູ້ເຂົ້າບວດບາງອົງກໍ່ເປັນກະ....... ບາດນີ້ໄປເບິ່ງແຕ່ລະໂຮງໃນນະຄອນຫຼວງ ເວົ້າໄດ້ເລີຍວ່າ ບໍ່ມີບ່ອນໃດປອດ ບາງໂຮງຮຽນ ກວມອັດຕາສວ່ນສູງກໍ່ມີ ,ເມື່ອເຫັນແນວນີ້ຂ້ອຍກໍ່ໄດ້ສົນທະນານຳຫຼາຍຄົນ ທັງຜູ້ເປັນແພດໝໍ ແລະອື່ນໆ , ຫຼສຍຄົນຕ່າງກໍ່ໃຫ້ຄວາມເຫັນໂດຍພໍສັງລວມແລະຈັດແບ່ງອອກເປັນສາມຟອມໂດຍຊີ້ອອກວ່າ: ຍ້ອນອາຫານ ປະມານ 30% ຍ້ອນເຄື່ອງດື່ມທີ່ສານເຫຼົ້າ ( alcohol ) ປະມານ 60 % ແລະຍອ້ນກຳມະພັນຫຼືການຜິດດ່ຽງທາງ........ອື..! ເວົ້າມາທັງນັ້ນກໍ່ເປັນອີກມຸມມອງນຶ່ງນຶ່ງທີ່ຂອ້ຍສົນໃຈ ແຕ່ສິ່ງທີ່ຂ້ອງເປັນຫວ່ງກໍ່ຄືຜູ້ຊາຍຈະຂາດຫາຍໄປ ເມື່ອຍົກເອົາຕົວເລກຂອງພົນລະເມືອງລາວ ໃນປີ 2005 ຄື 5 ລ້ານປາຍຄົນ ແຕ່ເພດຍິງກວມເອົາຫຼາຍກວ່າ,ສະນັ້ນ ຖ້າຫາກຈຳນວນຄົນເປັນກະ......ຫຼາຍຂຶ້ນມັນກໍ່ຈະຂາດຢູ່ ສອງດ້ານ 1 ຂາດແຮງງານຫຼັກ 2 ກຳລັງ.......ໃນນີ້ຍັງບໍ່ເວົ້າເລື້ອງຂາດຜົວ..... ເມື່ອພວກເຮົາມານັ່ງຄິດເຖິງຄຳເວົ້າທີ່ເລົ່າລືກັນວ່າ ( ຜູ້ຫຼັກ ໄດ້ເມຍຫ້າ ຄົນຈ້າ ໄດ້ເມຍເປັນສິບເປັນຊາວ ) ຈັ່ງຊັ້ນຕ້ອງໄດ້ຄຶດ..........ຖ້າໃຜມີແວຄິດດີໆກໍ່ຊ່ວຍແດ່..........ເດີ..

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ມື້ນຶ່ງໄດ້ມີພະນັກງານລົງສູ່ຮາກຖາກ ເພື່ອໂຄສະນາວິທີການຕ້ານຄວາມທຸກຍາກ ແລະ ທາງອອກຂອງການແກ້ໄຂຄວາມທຸກຍາກ   ໂດຍພະນັກງານຜູ້ນີ້ກໍ່ຮຽນຈົບມາຈາກປະເທດໄກ້ຄຽງ ຫຼື ອາດບໍ່ເຂົ້າໃຈສັບພາສາ ກະບຸຈັກ   ໃນກອງປະຊຸມຂັ້ນບ້ານ  ພະນັກງານກ່ຽວຂ້ອງໄດ້ອະທິບາຍວ່າ  ພວກເຮົາຢາກຫຼຸດພົ້ນຈາກຄວາມທຸກຍາກ  ໂດຍສະເພາະຜູ້ຫຍ່າ ແມ່ຍິງ ຕ້ອງຮູ້ຈັກການຂາຍຂອງ ເພື່ອ ເປັນລາຍຮັບແກ່ຜົວ   ພາຍຫຼັງເວົ້າຈົບ  ພະນັກງານດັ່ງກ່າວກໍ່ຖາມວ່າ:ເຂົ້າໃຈບໍ່ , ເວລານັ້ນບໍ່ມີສຽງຕອບ  ພະນັກງານຈຶ່ງຢຳ້ອີກວ່າ  ໃຜບໍ່ເຂົ້າໃຈແດ່   ເວລາດຽວກັນ ລາວກໍ່ປິ່ນໜ້າໄປຖາມຕູ້ຫ້ຽມ ທີ່ກຳລັງຄ້ຽວໝາກຢູ່   ເປັນຈັ່ງໃດແມ່ຕູ້  ກະຂົ້າໃຈເລື້ອງຂາຍຂອງຢູ່ຫວະ  ຫຼືແນວໃດ  ຖ້າບໍ່ເຂົ້າໃຈກໍ່ໃຫ້ຖາມມາໂລດ   ພໍເວົ້າສຸດ ຕູ້ຫ້ຽມກໍ່ເວົ້າຂຶ້ນວ່າ:

ໂອ່ຍ ! ລູກເອີຍ  ເລື້ອງເຂົ້າໃຈ ແມ່ກໍ່ເຂົ້າໃຈ  ແຕ່ແມ່ຄືຊິເຮັດບໍ່ໄດ້  ເພາະ ແມ່ເຖົ້າແລ້ວ   ຄັນຍັງເປັນສາວເປັນາງກໍ່ກະພໍສູ້ໄຫວ  

ພະນັງງານກໍ່ຢຳ້ຕື່ມວ່າ: ຊຳ້ແມ່ຕູ້ນີ້ກໍ່ຍັງເຮັດໄດ້ຢູ່  , ເວົ້າບໍ່ທັນສຸດຄວາມຕູ້ຫຽ້ມເອີ່ຍປາກລັດຄວາມທັນທີ ເວົ້າຂຶ້ນຢ່າງແຮງ

ເຮັດແນວໃດກໍ່ບໍ່ໄຫວດອກ   ຂະໜາດພໍ່ເຖົ້າ  ກໍ່ຍັງບໍ່ໄຫວລາວແລ້ວ  ຂະຫຍ້ອນ ຊິໄປຂາຍຂອງດີໃຫ້ຄົນອື່ນ ແຮງ ຊິຕາຍກ່ອນບໍ່ທັນໄດ້ເຂົ້າຫ້ອງຊຳ້  ແມ່ບໍ່ເຮັດດອກ  ເວົ້າແລ້ວ  ຕູ້ຫ້ຽມກໍ່ລຸກຂຶ້ນຍ່າງໜີ ພ້ອມທັງອຸທານອອກມາວ່າ  ບອກຫັຍງກະບໍ່ບອກ  ບອກໃຫ້ກູໄປຂາຍຂອງ  ເວົ້າແນວອາຍບ້ານອາຍເມືອງເພີ່ນ  ຮຶໆໆໆໆ

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 7, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເກີດເປັນຄົນ     ຕ້ອງທົນສູ້      ຮູ້ສັນຫາ

ຄົມປັນຍາ        ພາມີກຽດ       ພ້ອມສັກສີ

ເກີດເປັນຄົນ    ຕ້ອງຮຽນຮູ້      ຄູ່ຊີຕົນ

 ເປັນຍອດຄົນ    ດວ້ຍວິຊາ       ຫາທຽບຖານ

ອຳນາດຄົນ        ບົນຄວາມຮູ້     ຍິ່ງຍືນນານ 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ມື້ນຶ່ງທ້າວໝາກພຸກ ແລະທ້າໝາກຂາມ  ນັ່ງສົນທະນາກັນເພື່ອສະແດງຄວາມກ້າຫານ  ໂດຍທ້າວໝາກພຸກເປັນຄົນເວົ້າກ່ອນ ໝາກພຸກເວົ້າວ່າ:

ເປັນຫຍັງຄົນຈຶ່ງເອີ້ນຊື່ຂອ້ຍວ່າໝາກພຸກ  ເວົ້າໃຫ້ຖືກຊື່ຂອ້ຍແມ່ນໝາກສົມໂອ ພູ້ນ    ,  ໝາກຂາມຕອບວ່າ: ຍ້ອນເຂົາຢາກຂາຍໄດ້ຫຼາຍ   ໝາກຕອບແບບບໍ່ພໍໃຈວ່າ  : 

ມັນໄປກ່ຽວຫັຍງຂາຍໄດ້ຫຼາຍ : ໝາກຂາມເວົ້າດ້ວຍຄວາມໝັ້ນໃຈວ່າ : ເຈົ້ານີ້ຕັ້ງໂງ່ເນາະ  ຄັນເອີ້ນສົມໂອ ສົມໂອເດີ ໃຜຊິກ້າກິນ  ເຫັນບໍ່ ຂອ້ຍຂາມສົມແທ້ໆ ເຂົາຍັງເອີ້ນຂາມຫວານໆເດີ 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 26, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ມື້ນຶ່ງຍ່າເຫີ່ມໄດ້ມີສ່ຽວມາຢາມ ພ້ອມກັຍເພື່ອນຕ່າງປະເທດອີກຄົນນຶ່ງ ທີ່ຮູ້ສາລາວພໍກະຈາ, ພໍນັ່ງຊຸມແຊວໄດ້ຄາວນຶ່ງເພື່ອນຕ່າງປະເທດເວົ້າຂຶ້ນວ່າ:   i am sory  or you for gambling fan ເມື່ອໄດ້ຍິນບ່າວເຫີ່ມຖາມຄືນວ່າ :  ແຟນ ໆໆ  ໂອເຄ  ສ່ຽວຕ່າງປະເທດກໍ່ຫງຶກຫົຕອບຮັບທັນທີ່   ບໍ່ພໍຄາວບ່າວເຫີ່ມກໍ່ເອົາຜູ້ສາວມາໃຫ້  ,ສ່່ຽຕ່າງປະເທດກໍ່ຕອບວ່າ : no  young woman or sory  fan   ພ້ອມແກວ່ງຫົວ , ສ່ຽວລາວຢາກຮ້າຍຈຶ່ງເວົ້າຂຶ້ນວ່າ : ມຶງຮູ້ບນິ້ລະແຟນ ຫຼືື ຢາກເອົາແຟນກູ   ສ່ຽວຕ່າງປະເທດຊ້ຳເວົ້າວ່າ ok fan you  ທັງວເວົ້າທັງຕອດຫົວງຶກໆ  ສ່ຽວລາວຢາກຮ້າຍແຮງເລີຍເວົ້າຢ່າງແຮງວ່າ: ຄັນມຶງຢາກໄດ້ແຟນກູແທ້  ຊາດນີ້ມຶງຢ່າຫັວງ     

ຂຽນເມື່ອ ຂຽນເມື່ອ: ກ.ລ.. 20, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ທີ່ຫ້ອງການ  ທ້າວ ແສງທິເດດ ນັ່ງກົ້ມໝ້າເຮັດວຽກຢູ່ ພໍດີຫົວໝ້າຂອງລາວເຂົ້າມາ ແລ້ວຖາມເຖິງນາງ ຄຳຮູ້ທີ່ເປັນເລຂາ ດວ້ຍນ້ຳສຽງໄທໃຕ້ວ່າ:

ແສງທິເດ  ນາງນີ້ໄປທາງໃດ  ?  ແສງທິເດກໍ່ຕອບເປັນພາສາຊາວເມືອງວ່າ:   ອີ່ຮູ້ນະ  ເມື່ອໄດ້ຍິນແນວນັ້ນ ຫົວໝ້າຈຶ່ງເປັ່ງສຽງອອກຢ່າງແຮງ   :  ກະອີຮູ້ນັ້ນລະ  ຈະຖາມໃຜອີກ  

ທ້າວ ແສງທິເດດ............ອ້າປາກ 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2010 | ມີ 8 ຄຳເຫັນ ແລະ 0 trackback(s)

ມື້ນຶ່ງນາງ ນອ້ຍ ຂີ່ລົດຈັກ rio-i ທີ່ດາວຈາກໂຄລາວ  ພໍຂີ່ໄປຕາມທາງ ຕຳຫລວດເລີຍລັດ ເພື່ອກວດເອກະສານ

 ດົນເຕີບ ຕຳຫລວດເລີຍເວົ້າວ່າ

ຕຳຫລວດ  ເອກະສານລົດຂອງເຈົ້າເປັນໃບກັບປີ    ເຈົ້າຕ້ອງຈ່າຍຄ່າປັບໄຫມ  ຕາມແຈ້ງການ ຄື ເອກກະສານບໍ່ສົມບູນຕ້ອງຖືກປັບ 10.000ກີບ

   ເມື່ອໄດ້ຍິນແນວນັ້ນ ນາງນ້ອຍຈົກເງິນຈ່າຍທັນທີ ທັງອຸທານອອກມາວ່າ  ນີ້ນໍເພີ່ນວ່າ ເສຍເງິນຍ້ອບໂຄລາວແທ້ໆໆໆ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 15, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ໃນໂຮງຣຽນແຫ່ງນຶ່ງ ໄດ້ມີບັນດານັກຮຽນກຳລັງນັ່ງລົມກັນເລື້ອງເຕາະບານໂລກ ທີ່ຫາກໍ່ຜ່ານໄປຫມາດໆ  ນັກຮຽນຊາຍສາມຄົມຕັ້ງກະທູ້ຂຶ້ນວ່າ:

ທ້າວສີ  ເວົ້າແທ້ ເຢຍລະມັນ ກະຕັ້ງຊວຍດອກ ໄດ້ບານລຸດດຽ່ວຂຶ້ນໄປກໍ່ຍັງຍິງບໍ່ເຂົ້າ 

ທ້າວ ສາ  ມັນກະແມ່ນແທ້ຫັນລະ  ເຕະ ລູກໃດກໍ່ບໍ່ເຂົ້າ ຍິງຕັ້ງຫຼາຍລູກ

ທ້າວ ສົມພໍ  ທີ່ນັ່ງຢູ່ຂ້າງດອດຂຶ້ນທັນທີວ່າ  ເຢຍລະມັນບໍ່ຊະນະເຂົາ ບໍ່ກ່ຽວກັບເລື້ອງນັ້ນດອກ 

ທ້າວສີ ເລີຍຖາມຄືນວ່າ  ຊັ້ນມັນເປັນຍ້ອນຫຍັງໂຕຮູູ້ຫວະ 

ທ້າວ ສົມພໍ ຕອບຢ່າງຫມັ້ນໃຈອອກມາວ່າ   ອ່າວ ກະແນວວ່າປະກອງໝ້າໄວ້ຄົນດຽວ ເຫັນບໍ່ ເຢຍລະມັນລາກບານດ່ຽວຂຶ້ນໄປ ແຕ່ຍິງບໍ່ໄດ້  ກະຍ້ອນຫມໍເບີ້ເກົ້າບໍ່ແລ່ນຊ້ອນຂຶ້ນມາຊ່ວຍຫັ້ນຕະຫວາ

ເມື່ອໄດ້ຍິນແນວນັ້ນ ທ້າວສີແລະທ້າວສາ ເວົ້າພ້ອມກັນວ່າ   ຄົນຕາບອດເບິງບານໂລກໄດ້ແນວໃດ   ງົງ................

ຂຽນເມື່ອ ຂຽນເມື່ອ: ກ.ລ.. 12, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ມື້ນື່ງພໍ່ເຖົ້າເປັດ ໄດ້ໂທລະສັບໃຫມ່ ທີ່ລູກຊາຍຊື້ໃຫ້ເພື່ອຈະໄດ້ພົວພັນກັບຄອບຄົວຫລາຍຂຶ້ນ  ມື້ຕໍ່ມາລາວຄິດຢາກໂທຫາລູກສາວທີ່ຢູ່ຕ່າງແຂວງ ລາວກໍ່ເລີຍບີບປຸ່ມ ຕາມທີ່ເຄີເຫັນເຂົາເຣັດ  ພໍແຕ່ກົດປຸ່ມແລ້ວ ກໍມີສຽງຕອບມາວ່າ

ເລກຫມາຍປາຍທາງຍັງບໍ່ຫວ່າງ  ເມື່ອໄດ້ຍິນແນວນັ້ນ  ລາວກໍ່ຕອບໄປວ່າ  ຫວ່າງບໍ່ຫວ່າງກໍ່ແຕ່  ບອກອີແອມ່າເຂົ້າດ້ວຍ ຂອບເຈີ ..

ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2010 | ມີ 3 ຄຳເຫັນ ແລະ 0 trackback(s)

ມື້ນຶ່ງໄດ້ມີການແຂ່ງຂັນຄວາມກ້າຫານ ໂດຍໃຫ້ຜູ້ທີເຂົ້າຣ່ວມນອນກິ້ງລົງຕະຝັ່ງນ້ຳເຊ  ໃນຂະນະນັ້ນ ທາ້ວ ສຸພາບ ເຫັນຝຸງຄົນຢືນລຽນແຖວກັນຕາມແຄມຕະຝັ່ງນ້ຳເຊ ລາວກໍ່ເລີຍເກີດຄວາມຢາກເຫັນນຳຫມູ່  ຂາຂອງລາວຈິ່ງໄດ້ຊູຣ່າງກາຍທີ່ສັ່ນເຊັນດ້ວຍຄວາມຫວາດກົວເຂົ້າໄປແຄມຕະຝັ່ງ   ລາວຢືນແບບຢາກເຫັນແດ່ ຢ້ານແດ່ ໃນເວລາດຽວກັນ ທ້າວແກ້ວທີເປັນເພື່ອນຂອງລາວແນມເຫັນທ້າວສຸພາບເປັນເຊັ່ນນັ້ນກໍ່ເລຍ ຍົກຕີນຂື້ນແລ້ວຢັນກົ້ນ ເຣັດໃຫ້ ທ້າວສຸພາບ ກິງລົງຢ່າງໄວ ຣອດນ້ຳເຊກ່ອນຫມ່ ໃນເວລານັ້ນ ກຳມະການໄດ້ເປົ່າຫວີດເປີດການແຂ່ງຂັນ ຈຶ່ງໄດ້ກາຍເປັນຜູ້ຊະນະ  ໃນໂອກາດດຽວກັນ ນັກຂ່າວຫຸມໃສ່ເພື່ອສຳພາດ ໂດຍນັກຂ່າວຖາມລາວວ່າ ເຈົ້າຮູ້ສຶກແນວໃດທີ່ໄດ້ເປັນຜູ້ຊະນະ ແລະໄດ້ລາງວັນຈຳນວນຫຼວງຫຼາຍຈາກທ່ານເຈົ້າແຂວງ  ທ້າວ ສຸພາບຕອບນັກຂ່າວດ້ວຍຄວາມຢາກຣ້າຍວ່າ  ກູບໍ່ສົນດອກ ກູຢາກຮູ້ວ່າ ແມ່ນບັກໃດມັນຢັນກູລົງ    ນັກຂ່າວ  ....ຮ່າໆໆໆໆໆໆໆ