ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 1, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

ສຽງດີ ມີຄົນນິຍົມ ແຕ່ສຽງກັງມີຄົນຈົ່ມ, ຍົກເລື້ອ

ສຽງຂຶ້ນມາຂຽນກໍ່ເພື່ອປັບປຸງຫຼືບໍ່ກໍ່ປະປ່ອຍເລີຍຕາມທຳມະຊາດຂອງກຳ. ໃນຄຳສັ່ງປັບໄໝຂຽນໄວ້ຢ່າງຈະແຈ້ງແລ້ວວ່າ ຖ້າຜູ້ໃດ ຫານຕິດເຄື່ອງສຽງໃສ່ລົດ ແລ້ວເປີດດັງເກີນຂອບເຂດ ໃນຍາມລາຕີການອັນເປັນການລົບກວນການຜັກຜ່ອນຂອງຄົນອື່ນ ຕ້ອງຖືກປັບໄໝ ພ້ອມທັງສຶກສາອົບຮົມ  ( ຫັວງວ່າພາກສ່ວນກ່ຽວຂ້ອງປະຕິບັດແລ້ວ )

ສຽງໝາ . ການມີສັດລ້ຽງໄວໃນການຄອບຄອງ ໂດຍສະເພາະແມ່ນໝາ ( ໝາເຝົ້າເຮືອນ) ແຕ່ໝາບາງໂຕຊໍ້າພັດມີເຈົ້າຂອງທີມີຄວາມຮັບຜິດຊອບ ຄື ເວລາໝາເຫົ່າຫຼືຫອນເຈົ້າຂອງໝາຈະອອກມາເບິງແລະບອກມັນເຊົ່າ.ແຕ່ທີຜູ້ຂຽນຍິນໝາເຮືອນນີ້ເຫົ່າໝົດຄື ບໍ່ແມ່ນໂຕດຽວ ຫຼາຍໂຕ  ໂດຍໝາຈຳນວນນີ້ ເົ່າ ມັນຈະໂດດ ໃສ່ປະຕູເຫຼັກ ທັງສຽງໝາ ທັງສຽງປະຕູດັງ ຍິນແລ້ວເກີນລຳຄານ ສ້າງຄວາມກວນຕໍ່ການຜັກຜ່ອນ ( ເລື້ອງນີ້ຄືຊິບໍ່ຖືກໄໝເນາະ )ຮາໆໆໆໆໆໆໆໆໆໆ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 1, 2011 | ມີ 2 ຄຳເຫັນ ແລະ 0 trackback(s)

ເມື່ອເວົ້າເລື້ອງຂ່າວ  ມັນກໍ່ມີຫຼາຍຂ່າວ  ແຕ່ ແຫຼ່ງຂ່າວ ມີຄວາມແຕກຕ່າງທາງດ້ານທີ່ມາຂອງຂ່າວ   ເຊັ່ນ ຂ່າວລື . ຂ່າວທີ່ເກິດເຫດກ່ານຈິງ .ແຕຂ່າວທີ່ຍົກຂຶ້ນສອງຢ່າງນັ້ນ ຊໍ້າມີຄວາມສົນໃຈຫຼຸດລື່ນກັນ  

  ຂ່າວລື ຄົນຈະຕັ້ງຄຳຖາມຫຼາບກວ່າ  ແລະ ຂໍ້ມູນທີ່ໄດ້ມາ ສວ່ນໃຫບ່ຂອງຂ່າວລື ແມ່ນ ບັນຫາຕ່າງຄົນຍົກຂຶ້ນມາເວົ້າ ບາງຄັ້ງກໍ່ຂາດຫຼັກຖານ ໃນການຢັ້ງຢືນ. ນີ້ຄືສາເຫດຂອງ ການສົນໃຈໃນກຸ່ມຄົນ

ຂ່າວທີເວົ້າຕາມເຫດການຈິງ ຊໍ້າພັດມີໜ້ອຍຄົນທີ່ສົນໃຈ ເພາະມັນແມ່ນເຫດການທີ່ເກີດຂື້ນແລ້ວ , ໃນນີ້ຖ້າຖາມວ່າ  ຖ້າຄົນບໍ່ສົນໃຈ  ແລ້ວຈະເປັນຂ່າວເດັ່ນໄດ້ແນວໃດ  , ສະນັ້ນ ສິງທີ່ຜູ້ບໍລິໂພກຂ່າວ ມີຄວາມຕ້ອງການ ຢາກຮູ້ເຖິງ ວິທີທາງການແກ້ໄຂໃນຕໍ່ໜ້າ .ຈະເຮັດແນວໃດ .ແລະອື່ນໆ

ດັ່ງນັ້ນ ຖ້າຢາກເຂົ້າໃຈເລື້ອງຂ່າວ .( ເຮົາຕອ້ງ ຟັງຫູໄວ້ຫູ ) ສັງຄົມ ຕ້ອງການຂ່າວ ແລະໃນຈຸດປະສົງຂອງຂ່າວ ບາງຄັ້ງກໍ່ແມ່ນເພື່ອຜົນປະໂຫຍດສ່ວນຕົວ . ແນ່ນອນ ຂ່າວ ຕ້ອງມີທາງລົບ ແລະ ທາງບວກໄປໃນໂຕ .

       ສະນັ້ນ ທັງສອງຂ່າວທີ່ຍົກຂຶ້ນມາໃນນີ້  ແມ່ນມີຜົນດີແຕກຕ່າງກັນ  ແຕ່ມີຄວາມໝາຍທີ່ຈະຂ່າວອອກໄປໃນຮູບການໃດ . ( ຂໍກ່າວເຖິງຄະຕິເຕືອນໃຈເລື້ອງເກົ່າໆມາເລົ່າຄືນ )  ມີພໍ່ອອກແລ່ນບອກເຈົ້າອາວາດວັດໃຕ້ ວ່າ .ເຈົ້າອາວາດວັດເໜືອ ພ້ອມດວ້ຍສະມາເນນວັດ ແຫ່ກັນມາຫາວັດໃຕ້ .ແຕ່ສູດທ້າຍບໍ່ມີປະກົດການໃດໆເກີດຂຶ້ນ.ສຸດທ້າຍ ເລີຍມີແຕ່ຄຳເຂົາເວົ້າ  ນີ້ຄືສ່ວນນຶ່ງຂອງຂ່າວລື ທີ່ບໍ່ມີຜົນ .ແຕ່ເພື່ອຜົນປະໂຫຍດ  ຂ່າວ ຊໍ້າຈະເນັ້ນໄປໃນການທັບຖົມຫຼາຍກວ່າ

    ສະນັ້ນ ທຸກໆຂ່າວລ້ວນແຕ່ຮັບໃຊ້ ສັງຄົມ ແລະ ອົງການນັ້ນໆ  ທັງເປັນປົກປ້ອງ ແລະ ທັງເປັນການສະເໜີຈຸດເດັ່ນ . ດັ່ງ ຈຶ່ງມີຄຳເວົ້າ ທ່ ເວົ້າວ່າ : ຂ່າວ ແມ່ນມີດສອງຄົມ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 16, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ໃຜຮູ້ຢາດີກ່ຽວກັບຄວາມຮັກແດ່ ?...............ແລະອື່ນໆ ............. ອ່ານແລ້ວດີໃຈ ເພາະຮູ້ວ່າ ມີຫຼາຍຄົນ ສົມຫັວງບໍ່ຄ້າງຄື , ມີບາງຄົນຊໍ້າ ບໍ່ຄ້າງແຕ່ຕົກຂີ້ຕົມຂອງການຫຼົງມັກ , ໜ້າເຫັນໃຈແທ້ໆ ແລະ ຂອບໃຈໃນບົດຮຽນ ດ້ານນີ້.ຄວາມເປັນຈິງຂອງການດຳລົງຊີວິດ ແນ່ນອນ ທຸກຄົນຕ້ອງມີ ຄວາມຮັກເປັນຂອງຕົນເອງ ເຊັນ ຍັງນ້ອງ ຮັກນົມຂອງແມ່ (ຮັກແມ່ເວລາຢາກໄດ້)ຊັງພໍ່ເວລາພໍ່ຮ້າຍເລື້ອງການປະພຶດ ຂອງຕົນ. ບາງຢ່າງກໍ່ເປັນສິ່ງທີ່ນຳມາຄິດ ແຕ່ບາງຢ່າງຖ້າປະໄປຕາມການເວລາ ຫໍ່ຊໍ້າພັດ ກາຍເປັນນິໄສ ຈົນແກ້ອອກບໍ່ໄດ້ .ດັ່ງນັ້ນ ຄວາມຜິດຫັວງ ມັນແມ່ນຄວາມເຈັບປວດ ແຕ່ສວ່ນຫຼາຍແລ້ວແມ່ນເນື່ອງມາຈາກຂຂອງມັກ(ຫຼົງໄຫຼໃນຄວາມງາມຂອງສິ່ງນັ້ນ)ແຕ່ຄົນສວ່ນໃຫບ່ຈະບໍ່ເຈັບປວດຍ້ອນ ຄວາມຮັກ ນີ້ແມ່ນເວົ້າສະເພາະຜູ້ເປັນລູກ ແຕ່ສ່ວນພໍ່ແລະແມ່ແລ້ວສ່ວນຫຼາຍຈະໄດ້ຮັບຄວາມເຈັບປວດຍ້ອນການກະທຳຂອງລູກ ຫຼາຍກວ່າ ,ເຊັ່ນ ແມ່ຮັກລູກ ຍ່ອມປົກປ້ອງທຸກການກະທຳຂອງລູ ຈະດີຫຼືຊົ່ວກໍ່ປົກປ້ອງ .ແຕ່ການປົກປ້ອງມີກໍລະນີີຕ່າງກັນ.ຄວາມຮັກຈາກພໍ່ ເປັນຫັຍງ ນັ້ນຄືປະເດັນ: ພໍ່ ມີຄວາມປາດຖະໜາຍິ່ງໃຫຍ່ ຢາກໃຫ້ລູກຂອງຕົນເໜືອສິງອື່ໃດ ດັງນັ້ນ ຈຶ່ງມັກເປັນຜູ້ບັງຄັບບັນຊາ .ນີ້ກໍ່ເພາະວ່າຮັກລູກ .ບາດນີ້ ລອງຄິດໃຫ້ຖ່ຖ້ວນແລ້ວ ເຮົາອົກຫັກ ບໍ່ແມ່ນຍ້ອງຮັກ ແຕ່ມັນເນື່ອງມາຈາກ ການສະແດງຕົນໃນທາງຫຼົງໄຫຼ ທາງສິງທີ່ຜິດຕໍ່ສິນລະທຳ ( ຮີດສິບສອງ-ຄອງສິບສີ່ ) ແຕ່ຖ້າເຮົາບໍ່ຢາກເປັນເຊັ່ນນັ້ນ ເຮົາບໍ່ຕ້ອງຫຼົງມັກ . ເຮົາຮັກດີກວ່າ : ຮັກພໍ່ແມ່ ມອບຜົນງານອັນໜ້າເພິ່ງພໍໃຈໃຫ້ກັບເພິ່ນ . ຮັກການສຶກສາ .ຮັກຍາດຕິໂຫໂກຕິກາ .ສຸດທ້າຍກໍ່ຕ້ອງຮັກສັກສີ .ໃນນີ້ ຄົນຜິດບາງດ້ານຍ້ອນບໍ່ທັນເຂົ້າໃຈເລື້ອງສັກສີ.ບາງຄັ້ງຈົນທະເລາະວິວາດກັນ ອັນເປັນສະນວນທຳລາຍສັກສີໃນວົງຕະກຸນເປັນຕົ້ນ. ລອງຄິດ ຫັວງວ່າບັນຫາອົກຫັກເລີ່ມລຸດລົງ

ຂອບໃຈທີ່ອ່ານ  ແລະ ມີແນວຄິດໃນທາງສ້າງສັນດ້ວຍເທີ້ນ ສາທຸ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 16, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ຄຳວ່າສື່ ຫຼາຍຄົນຄົງເຂົ້າໃຈ ໃນທຳນອງດຍວກັນໂລດວາ່າ  ສື່ ແມ່ນ ຕົວແທນຂອງສັງຄົມ ເປັນຜູ້ຮູ້ ແລະ ນຳ ຄຳຄິດເຫັນ ເພື່ອສະເໜີ ໂດຍຜ່ານສື່ ( ຂໍອະໄພທີ່ບໍ່ໄດ້ອະທິບາຍຍາວ )  ແຕ່ບ່າງຄັ້ງ ຄວາມໝາຍທ່ເຂົ້າໃຈຊໍ້າມີຈຸດແຕກຕ່າງກັນສະເໝີ  ອັນເນື່ອງມາຈາກ  ວຽກງານຂອງແຕ່ລະຄົນບໍ່ຄືກັນ  ເວົ້າງ່າຍໆວ່າ ຕ່າງຄົນຕ່າງຢາກໄດ້ຜົນປະໂຫຍດ ຈາກສື່ ຕ່າງຕ່າງ  . ດັ່ງນັ້ນ ຫຼາຍໆໆຄັ້ງ ທີ່ເຫັນໃນບົດຂຽນ ໂດຍເອີ່ຍເຖິງ ບົດບາດ ແລະໜ້າທີ່ຂອງສື່ ຜູ້ ຂຽນ ກໍ່ພໍເຂົ້າໃຈໄດ້ ໃນຄຳເວົ້າບາງຕອນ ທີ່ ອ້າງເຖິງກົດໝາຍ ແລະ ສື່ ຍັງບໍ່ທັນນຳໃຊ້ສິດຂອງຕົນ . ສະນັ້ນ ເມື່ອເວົ້າເຖິງສື່ ກອ່ນຈະກ້າວເຂົ້າສູ່ ປະເດັນອື່ນັ້ນ .ຕອ້ງເຂົ້າໃຈວ່າ  ມີຫຼາຍດ້ານ ທີ່ ຖືກສວຍໃຊ້ຜູ້ ເຮຮັດໜ້າທີ່ຂອງສື່ໂຄສະນາໃຫ້ແກ່ຕົົນເອງ ຈະເປັນດ້ານຜົນສະທ້ອນເຖິງ ຜົນເສຍຂອງຕົນ ແຕ່ຊໍ້າພັດອາໃສສື່ ເປັນຜູ້ສະເໜີປະເດັນດັ່ງກ່າວ.

- ດັ່ງນັ້ນ ກ່ອນອື່ນເຮົາຕ້ອງເຂົ້າໃຈ ແລະ ກຳໄດ້ ທັດສະນະຫຼັກໝັ້ນ .( ຈັນຍາບັນຂອງສື່ ) ຄື:ສື່ມວນຊົນ ແມ່ນເວທີ ທີ່ປະກອບດ້ວຍ ສື່ສິ່ງພິມ,ສື່ເອລັກໂທຼນິກ ແລະອື່ນໆ ທັງໝົດນັ້ນ ແມ່ນມີພາລະບົບບາດ ເປັນກະບອກສຽງຂອງພັກ - ລັດ ໃນການສຶກສາອົບຮົມແນວຄິດ ຮັກຊາດ ຮັກບ້ານເກີດເມືອງນອນ. ຮູ້ແລະ ເຊື່ອມຊຶມນະໂຍບາຍຂອງພັກ - ລັດ ,ຕີຖອຍທຸກທຳນອງໃສ່ຮ້າຍປ້ານສີ ບິດເບືອນຄວາມຈິງ ຂອງພວກບໍ່ຫັວງດີ , ເປັນເວທີເສີມຂະຫຍາຍສິດປະຊາທິປະໄຕ ແລະ ສິດເປັນເຈົ້າຂອງປະຊາຊົນບັນດາເຜົາ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາ  ພັດທະນາປະເທດຊາດ ນີ້ແມ່ນໜ້າທີ່ຂອງສື່ມວນຊົນຢ່າງແທ້ຈິງ , ສະນັ້ນ ເມື່ອເຮົາອ່ານຢູ່ໃນກົດໝາຍຂອງສື່ມວນຊົນ ຢູ່ໃນມາດຕາ 9 ຂຽນໄວ້ວ່າ. ລັກສະນະຂອງສື່ມວນຊົນລາວມີ 4 ລັກສະນະຄື: ລັກສະນະຕົວຈິງ ,2.ລັກສະນະສຶກສາອົບຮົມ.3.ລັກສະນະຈັດຕັ້ງຊິ້ນຳ ແລະ ລັກຊະນະ ຕໍ່ສູ້ ນອກຈາກນີ້ແລ້ວ ພວກເຮົາຍັງສາມາດອ່ານກົດໝາຍສື່ມວນຊົນໃນເວັບຂອງສະພາແຫ່ງຊາດ ຢູໃນ ໝວດນິຕີກຳ ເດີ ໆ