ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ມື້ນຶ່ງໄດ້ມີພະນັກງານລົງສູ່ຮາກຖາກ ເພື່ອໂຄສະນາວິທີການຕ້ານຄວາມທຸກຍາກ ແລະ ທາງອອກຂອງການແກ້ໄຂຄວາມທຸກຍາກ   ໂດຍພະນັກງານຜູ້ນີ້ກໍ່ຮຽນຈົບມາຈາກປະເທດໄກ້ຄຽງ ຫຼື ອາດບໍ່ເຂົ້າໃຈສັບພາສາ ກະບຸຈັກ   ໃນກອງປະຊຸມຂັ້ນບ້ານ  ພະນັກງານກ່ຽວຂ້ອງໄດ້ອະທິບາຍວ່າ  ພວກເຮົາຢາກຫຼຸດພົ້ນຈາກຄວາມທຸກຍາກ  ໂດຍສະເພາະຜູ້ຫຍ່າ ແມ່ຍິງ ຕ້ອງຮູ້ຈັກການຂາຍຂອງ ເພື່ອ ເປັນລາຍຮັບແກ່ຜົວ   ພາຍຫຼັງເວົ້າຈົບ  ພະນັກງານດັ່ງກ່າວກໍ່ຖາມວ່າ:ເຂົ້າໃຈບໍ່ , ເວລານັ້ນບໍ່ມີສຽງຕອບ  ພະນັກງານຈຶ່ງຢຳ້ອີກວ່າ  ໃຜບໍ່ເຂົ້າໃຈແດ່   ເວລາດຽວກັນ ລາວກໍ່ປິ່ນໜ້າໄປຖາມຕູ້ຫ້ຽມ ທີ່ກຳລັງຄ້ຽວໝາກຢູ່   ເປັນຈັ່ງໃດແມ່ຕູ້  ກະຂົ້າໃຈເລື້ອງຂາຍຂອງຢູ່ຫວະ  ຫຼືແນວໃດ  ຖ້າບໍ່ເຂົ້າໃຈກໍ່ໃຫ້ຖາມມາໂລດ   ພໍເວົ້າສຸດ ຕູ້ຫ້ຽມກໍ່ເວົ້າຂຶ້ນວ່າ:

ໂອ່ຍ ! ລູກເອີຍ  ເລື້ອງເຂົ້າໃຈ ແມ່ກໍ່ເຂົ້າໃຈ  ແຕ່ແມ່ຄືຊິເຮັດບໍ່ໄດ້  ເພາະ ແມ່ເຖົ້າແລ້ວ   ຄັນຍັງເປັນສາວເປັນາງກໍ່ກະພໍສູ້ໄຫວ  

ພະນັງງານກໍ່ຢຳ້ຕື່ມວ່າ: ຊຳ້ແມ່ຕູ້ນີ້ກໍ່ຍັງເຮັດໄດ້ຢູ່  , ເວົ້າບໍ່ທັນສຸດຄວາມຕູ້ຫຽ້ມເອີ່ຍປາກລັດຄວາມທັນທີ ເວົ້າຂຶ້ນຢ່າງແຮງ

ເຮັດແນວໃດກໍ່ບໍ່ໄຫວດອກ   ຂະໜາດພໍ່ເຖົ້າ  ກໍ່ຍັງບໍ່ໄຫວລາວແລ້ວ  ຂະຫຍ້ອນ ຊິໄປຂາຍຂອງດີໃຫ້ຄົນອື່ນ ແຮງ ຊິຕາຍກ່ອນບໍ່ທັນໄດ້ເຂົ້າຫ້ອງຊຳ້  ແມ່ບໍ່ເຮັດດອກ  ເວົ້າແລ້ວ  ຕູ້ຫ້ຽມກໍ່ລຸກຂຶ້ນຍ່າງໜີ ພ້ອມທັງອຸທານອອກມາວ່າ  ບອກຫັຍງກະບໍ່ບອກ  ບອກໃຫ້ກູໄປຂາຍຂອງ  ເວົ້າແນວອາຍບ້ານອາຍເມືອງເພີ່ນ  ຮຶໆໆໆໆ

 

Delicious Digg Fark Twitter