ຂຽນເມື່ອ: ມິ.ຖ.. 17, 2009
| ມີ
22 ຄຳເຫັນ
ແລະ
0 trackback(s)
ຈະເຮັດແນວໃດເມື່ອມືຖືຕົກນ້ຳ?
ທີ່ເອົາເລື່ອງນີ້ມານຳສະເໜີ ເພາະ ຂພຈ ເຄີຍເຮັດມືຖືຕົກນ້ຳ ແລ້ວແກ້ໄຂຢ່າງຜິດວິທີ ຜົນກໍ່ຄື...ຊື້ໜ່ວຍໄໝ່...
ມື້ນີ້ເລີຍນຳວີທີທີ່ຖືກຕ້ອງມາເວົ້າສູ່ກັນຟັງ ອາດຈະແປກໆແດ່ຈັກໜ້ອຍ ແຕ່ລອງເອົາໄປໃຊ້ກັນເບິ່ງ
(ຖ້າໃຜຮູ້ແລ້ວກະໃຫ້ຄິດວ່າເປັນການທົບທວນຄວາມຈຳເນາະ)
ຂັ້ນຕອນປະຕິບັດງ່າຍໆຄື
1. ຫ້າມກົດປຸ່ມເປີດເຄື່ອງ (power) ຢ່າງເດັດຂາດ ເພາະຈະເຮັດໃຫ້ເກີດການລັດວົງຈອນຢ່າງຮຸນແຮງ
2. ຢ່າພະຍາຍາມສັ່ນເອົານ້ຳອອກ ເພາະຍິ່ງຈະເຮັດໃຫ້ນ້ຳເຂົ້າໄປສ້າງຄວາມເສຍຫາຍໃຫ້ສ່ວນຕ່າງໆເພີ່ມຂຶ້ນ
3. ໄຂຝາຫຼັງ ຖອດແບັດເຕີລີ້ (battery) ອອກ ແລ້ວສັງເກດເບິ່ງວ່ານ້ຳເຂົ້າໄປຮອດໃສ ຫຼັງຈາກນັ້ນໃຊ້ຜ້າເຊັດນ້ຳໃຫ້ແຫ້ງ (ສະເພາະເທົ່າທີ່ເຮັດໄດ້)
4. ຢ່າໃຊ້ໄດເປົ່າຜົມ ເພື່ອເປົ່າໃຫ້ໂທລະສັບແຫ້ງ ເພາະອຸປະກອນອີເລັກໂທຣນິກບາງສ່ວນມີຄວາມອ່ອນໄຫວຕໍ່ຄວາມຮ້ອນ
5. ໃຊ້ຖົງຜ້າ ຫຼື ເສດຜ້າ ຫໍ່ໂທລະສັບ (ຢ່າລືມໄຂຝາຫຼັງອອກ) ແລ້ວເອົາໄປໃສ່ໄວ້ໃນຖັງເຂົ້າສານ ໃຫ້ເຂົ້າປົກໂທລະສັບປະມານ 1-2 ມື້ ແລ້ວເອົາອອກມາໃສ່ແບັດ ແລະລອງເປີດເຄື່ອງເບິ່ງ ໂທລະສັບຂອງທ່ານກໍ່ຈະກັບມາໃຊ້ໄດ້ອີກຄັ້ງໜຶ່ງ
ລອງເອົາວິທີນີ້ໄປໃຊ້ເບິ່ງ ແຕ່ຖ້າບໍ່ໄດ້ຜົນຂໍແນະນຳວ່າເອົາໄປແປງຢູ່ຮ້ານດີກວ່າ (ອ້າວ...ອ່ານມາຈົນເມື່ອຍ ສຸດທ້າຍມາບອກເອົາໄປຮ້ານ)
(ຂໍ້ມູນຈາກອິນເຕີເນັດເດີ້ພີ່ນ້ອງ)