ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 1, 2009 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

alt

ໃນທີ່ສຸດປິດສະໜາທີ່ມາຂອງຮູບແຕ້ມ ໂມນາລິຊ່າ ກໍ່ຖືກເປີດເຜີຍ...

ຈາກການຄົ້ນຄວ້າວິໄຈຂອງນັກບູຮານຄະດີ ແລະ ນັກປະຫວັດສາດ ເປັນເວລາຫຼາຍສິບປີ ໃນທີ່ສຸດກໍ່ສາມາດຫາທີ່ມາຂອງຮູບແຕ້ມປິດສະໜານີ້ໄດ້

ຮູບນີ້ເປັນຮູບຂອງຜູ້ຍິງອີຕາລີສອງຄົນທີ່ເປັນເອື້ອຍນ້ອງກັນ ແຕ່ມີຮູບຮ່າງໜ້າຕາຄືກັນປານຝາແຝດ, ຄົນເອື້ອຍຊື່ ໂມນາ ຄົນນ້ອງຊື່ ລິຊ່າ ຄວາມແຕກຕ່າງທີ່ພໍຈະແຍກອອກວ່າໃຜເປັນໃຜກໍ່ຄື ໂມນາ ມັກຫຍິບປັກຖັກແສ່ວ ສ່ວນລິຊ່າມັກແຕ່ງກິນ

ໂມນາ ແຕ່ງງານແລ້ວກັບວິສະວະກອນໜຸ່ມຮູບງາມຄົນອີຕາລີນຳກັນ ຊຶ່ງເຄີຍເປັນແຟນເກົ່າຂອງ ລິຊ່າ ຜູ້ນ້ອງ ແຕ່ບໍ່ຮູ້ວ່າເກີດອາເພດເຫດຮ້າຍແນວໃດຈຶ່ງມາແຕ່ງງານກັບຜູ້ເອື້ອຍໄດ້. ເຫດການນີ້ເຮັດໃຫ້ ລິຊ່າ ເກັບຄວາມນ້ອຍໃຈໄວ້ຈົນເລີ່ມກໍ່ເກີດເປັນຄວາມແຄ້ນ

ມີມື້ໜຶ່ງສິນລະປິນຊື່ກ້ອງໂລກ ລີໂອນາໂດ ດາວິນຊີ ໄດ້ປະກາດຮັບສະໝັກຍິງສາວເພື່ອມາເປັນແບບໃນການແຕ້ມຮູບ, ໃນຄັ້ງນີ້ມີສາວງາມແຫ່ງອີຕາລີຫຼາຍພັນຄົນເຂົ້າປະກວດ ລວມເຖິງສອງເອື້ອຍນ້ອງ ໂມນາ ກັບ ລິຊາ ທີ່ມີຊື່ສຽງດ້ານຄວາມງົດງາມຢູ່ແລ້ວ ເຂົ້າຮ່ວມນຳ ແລະ ໃນທີ່ສຸດ ໂມນາ ກໍ່ຖືກຄັດເລືອກໃຫ້ເປັນແບບ ທັ້ງໆທີ່ຖ້າຈະເວົ້າເລື່ອງຄວາມສາວ ຄວາມງາມແລ້ວ ລິຊາ ຜູ້ນ້ອງນັ້ນຂ້ອນຂ້າງຈະເໜືອກວ່າຜູ້ເອື້ອຍ ແຕ່ ລິຊາ ກໍ່ໄດ້ພຽງອັນດັບສອງອີກຕາມເຄີຍ. ເລື່ອງນີ້ມັນເຮັດໃຫ້ຄວາມແຄ້ນຂອງ ລິຊາ ທີ່ສະສົມມາເຖິງຂີດສຸດຂອງຄວາມອົດທົນ ແລະໄດ້ຕັດສິນໃຈກຳຈັດຜູ້ເປັນເອື້ອຍອອກຈາກຊີວິດ

ລິຊາ ໃຊ້ຄວາມສາມາດດ້ານການປຸງແຕ່ງອາຫານຂອງຕົນເຮັດເຂົ້າໜົມພິດຊະນິດໜຶ່ງ ໂດຍມີສ່ວນປະກອບຂອງ ເຫັດເນົ່າໆ ເນີຍບູດໆ ແລະ ແປ້ງທີ່ໝົດອາຍຸແລ້ວ ປຸງແຕ່ງອອກມາຢ່າງງົດງາມ ຫອມຫວນ ແລະໜ້າຮັບປະທານທີ່ສຸດ ແລ້ວ ເອົາໄປໃຫ້ ໂມນາຜູ້ເປັນເອື້ອຍກິນ ໂດຍອ້າງວ່າເປັນຂອງຂວັນສະຫຼອງຄວາມສຳເລັດທີ່ໄດ້ເປັນແບບໃຫ້ສິນລະປິນຊື່ດັງ

ເຊົ້າມື້ຕໍ່ມາມີຄົນພົບ ໂມນາ ນອນຕາຍຈົມກອງຮາກເທິງໂຕະກິນເຂົ້າພາຍໃນບ້ານ, ສ່ວນວິສະວະກອນໜຸ່ມຜູ້ເປັນຜົວ ໄປນອນຕາຍຈົມກອງຮາກຢູ່ສະຖານທີ່ກໍ່ສ້າງ ເຮັດໃຫ້ຕຶກທີ່ຫາກໍ່ສ້າງໄດ້ແປດຊັ້ນບໍ່ໄດ້ຮັບການຄວບຄຸມຢ່າງເໝາະສົມຈົນມັນອຽງ...

ສັນນິຖານຈາກສະພາບສົບທັງສອງແລ້ວສະຫຼຸບວ່າ “ອາຫານເປັນພິດ”

ລິຊາ ຖືກເອີ້ນໂຕໄປເປັນແບບແທນ ໂມນາ ທີ່ເສຍຊີວິດໄປ ຊຶ່ງຮູບແຕ້ມນັ້ນໃກ້ຈະສຳເລັດແລ້ວ ເຫຼືອພຽງສ່ວນປາກເທົ່ານັ້ນ ແຕ່ເທົ່ານີ້ກໍ່ເຮັດໃຫ້ ລິຊາ ຮູ້ສຶກຄຸ້ມຄ່າ ແລະດີໃຈເກີນພໍຈຶ່ງຍິ້ມອອກມາຢ່າງສະໃຈ, ຫຼັງຈາກ ດາວິນຊີ ແຕ້ມຮູບແລ້ວບໍ່ດົນ ລິຊາ ກໍ່ຖືກຈັບຂໍ້ຫາຂ້າຄົນຕາຍ.

ລິຊາ ຖືກນຳໄປສ້າງແຜນປະກອບຄຳຮັບສາລະພາບ ໂດຍຈຳລອງເຫດການຕອນເຮັດເຂົ້າໜົມພິດຂຶ້ນມາໃໝ່ ຊຶ່ງມີປະຊາຊົນຈຳນວນຫຼວງຫຼາຍໃຫ້ຄວາມສົນໃຈ ແລະ ໄປຕິດຕາມເບິ່ງການສ້າງແຜນດັ່ງກ່າວ.

ດ້ວຍວ່າເຂົ້າໜົມພິດທີ່ ລິຊາ ເຮັດຂຶ້ນມານັ້ນມີກິ່ນຫອມ ແລະ ໜ້າຮັບປະທານເປັນຢ່າງຍິ່ງ ຄົນຈຳນວນຫຼາຍຈຶ່ງໄດ້ຈື່ເອົາສູດແລ້ວໄປປັບປຸງໂດຍໃຊ້ເຄື່ອງປຸງທີ່ມີຄຸນນະພາບດີມາປຸງແຕ່ງ ແລ້ວຕັ້ງຊື່ເຂົ້າໜົມນັ້ນວ່າ “ເຂົ້າໜົມພິດລິຊາ” ຕໍ່ມາຈຶ່ງກາຍມາເປັນ “ເຂົ້າໜົມພິດຊ່າ” ໃນປະຈຸບັນ

ສ່ວນຕຶກແປດຊັ້ນທີ່ອຽງເພາະວິສະວະກອນຕາຍຍ້ອນເຂົ້າໝົດພິດຂອງລິຊານັ້ນກໍ່ຖືກຕັ້ງຊື່ວ່າ “ຫໍອຽງພິດລິຊາ“ ຕໍ່ມາກໍ່ພ້ຽນມາເປັນ “ຫໍອຽງພິດຊາ” ແລະກາຍມາເປັນ “ຫໍອຽງປີຊ່າ” ຈວບຈົນປະຈຸບັນ

ເລື່ອງທັງໝົດກໍ່ຈົບລົງດ້ວຍປະການເຊັ່ນນີ້ແລ...


ຂອບໃຈທີ່ອ່ານຈົນຈົບ...ແຕ່ຢ່າບອກເດີ້ ວ່າບໍ່ເຊື່ອ ເລື່ອງທີ່ເລົ່າມາ

 

(ລັກມາໃຫ້ອ່ານ)

Delicious Digg Fark Twitter